• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງນະຄອນຫຼວງສອງປະເທດຫວຽດນາມ-ລາວ

ທ່ານ ຮ່ວາງຈູງຫາຍ ເລຂາຄະນະພັກນະຄອນ ຮ່າໂນ້ຍ  ແລະ 
ທ່ານ ສິນລະວົງ ຄຸດໄພທູນ  ເຈົ້າຄອງ ນະຄອນຫຼວງ ວຽງຈັນ
(ພາບ: TTXVN)
       ວັນທີ 26/3, ທີ່ ຮ່າໂນ້ຍ, ​ໄດ້ດຳເນີນການພົບປະເຈລະຈາລະຫວ່າງ ຄະນະຜູ້ແທນ ຄະນະພັກ ນະຄອນຮ່າໂນ້ຍ ໂດຍທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນນະຄອນຫຼວງ ວຽງຈັນ (ລາວ) ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ໂດຍທ່ານ ສິນລະວົງ ຄຸດໄພທູນ, ເລຂາຄະນະພັກນະຄອນ ວຽງຈັນ, ເຈົ້າຄອງ ນະຄອນຫຼວງ ວຽງຈັນ ເປັນຫົວໜ້າຄະນະ.
ທ່ານ  ຮ່ວາງຈູງຫາຍ ຢືນຢັນວ່າ ຮ່າໂນ້ຍ ຈະມານະພະຍາຍາມ ຈົນສຸດຄວາມສາມາດ ຂອງຕົນ ເພີ່ອເພີ່ມພູນຄູນສ້າງອາລົມຈິດ ລະຫວ່າງ ສອງປະເທດ, ສອງນະຄອນຫຼວງ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຮ່າໂນ້ຍ ຍາມໃດກໍ່ຖືວ່າ ນີ້ແມ່ນພາກສ່ວນສຳຄັນ ໃນວຽກງານພົວພັນຕ່າງປະ​ເທດ ຂອງນະຄອນ.  ທ່ານ ຮ່ວາງຈູງຫາຍ ເນັ້ນໜັກວ່າ ຮ່າໂນ້ຍ ແລະ ວຽງຈັນ ເພີ່ມທະວີການແລກປ່ຽນ, ແບ່ງປັນ ບັນດາເງື່ອນໄຂພິເສດ ແລະ ບົດຮຽນ ເພື່ອ ​ໃຫ້ການພົວພັນຮ່ວມມື ກ້າວເຂົ້າສູ່ລວງເລິກ.
 ສ່ວນ ທ່ານ ສິນລະວົງ ຄຸດໄພທູນ ສະເໜີວ່າໃນໄລຍະຈະມາເຖິງ, ສອງນະຄອນຫຼວງ ຈະເພີ່ມທະວີຍົກສູງຄຸນນະພາບການຮ່ວມມື. ວຽງຈັນປາດຖະໜາວ່າ ຮ່າ​ໂນ້ຍ ຈະໜູນຊ່ວຍ ໃຫ້ບັນດາຜະລິດຕະພັນກະ​ເສດ ຂອງລາວ ໄດ້ຂາຍ ຢູ່ ຫວຽດນາມ, ສືບຕໍ່ໂຄງການສ້າງສູນກາງ ການຄ້າ ຂອງ ວຽງຈັນ ຢູ່​ຮ່າ​ໂນ້ຍ ກໍ່ຄື​ສູນ​ການ​ຄ້າ​ຂອງ​ຮ່າ​ໂນ້ຍ ຢູ່ ວຽງຈັນ. ວຽງຈັນສະເໜີ ຮ່າໂນ້ຍ ໜູນຊ່ວຍ ໃນວຽກງານ ຈັດຕັ້ງສະພາປະຊາຊົນທຸກຂັ້ນ ແລະ ປະຕິຮູບດ້ານ​ການບໍລິຫານ, ກໍ່ສ້າງ ແຫຼ່ງຊັບພະຍາກອນມະນຸດ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top