• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກສູງບົດບາດພາກສ່ວນເສດຖະກິດເອກະຊົນ

ເວທີ​ປາ​ໄສວິ​ສາ​ຫະກິດ ຫວຽດນາມ 2016
(ພາບ: TTXVN)
          ຍົກ​ສູງ​ບົດບາ​ດພາກສ່ວນ​ເອກະ​ຊົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ການພັດທະນາ​ຢ່າງ​ກົ​ມກຽວ​ຂອງ​ເສດຖະກິດ ຫວຽດນາມ. ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ເວທີ​ປາ​ໄສວິ​ສາ​ຫະກິດ ຫວຽດນາມ 2016 ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 05/12 ຢູ່ ຮ່າ​ໂນ້ຍ. ​ເວທີ​ປາ​ໄສ​ແມ່ນ​ເຫດການ​ປະຈຳ​ປີ ​ໂດຍ​ກະຊວງ​​ແຜນການ ​ແລະ ການ​ລົງ​ທຶນ​ສົມທົບ​ກັບ​ສະຫະພັນ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ, ທະນາຄານ​ໂລກ ​ແລະ ອົງການ​ການ​ເງິນສາກົນ​ຈັດ​ຕັ້ງ. ​ເວທີ​ປ​າ​ໄສ​ວິ​ສາ​ຫະກິດ ຫວຽດນາມ 2016 ດຳ​ເນີນ​ໄປ​ໃນ​ສະພາບ​ພື້ນຖານ​ເສ​ດຖະກິດ​ມີ​ສັນຍານ​ປະ​​​ເອີ​ບ​ໃຈ​ຫລາຍ​ຢ່າງ, ພິ​ເສດ ພາຍຫລັງ​ເລື່ອ​ງລັດຖະບານ​ມີ​ການ​ກະທຳ​ຕ່າງໆ​ໃນ​ການ​ປັບປຸງ​ສະພາບ​ແວດ​ລ້​ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ຍ້ອນ​ເຫດ​ນັ້ນ ປີ​ນີ້ ຈຳນວນ​ວິ​ສາ​ຫະກິດ​ສ້າງ​ຕັ້ງ​ໃໝ່​ອາດ​ຈະ​ບັນລຸ​ລະດັບ​ສະຖິຕິ ລື່ນ​ກາຍ​ຕົວ​ເລກ​ 100.000 ດັດຊະນີ​ຈັດ​ອັນ​ດັບ​ສະພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ ຫວຽດນາມ ຖືກ​​ເລື່ອນ​ຂຶ້ນ 9 ຂັ້ນ, ປະຊາຊົນ​ ​ແລະ ວິ​ສາ​ຫະກິດ ມີ​ຄວາມ​ເຊື່ອ​ໝັ້ນ​ຄືນ​ໃໝ່ຕໍ່​ສະພາບ​ແວດລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​…​ເຖິງ​ຢ່າງ​ໃດ​ກໍ່ຕາມ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ການ​ສຳ​ພັດ​ກັບ​ທຶນ​ສິນ​ເຊື່ອ, ຂໍ້ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຢີ, ທີ່​ດິນ…​ທ່ານ ຫວູຕ໋ຽນ​ໂລກ ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ທັງ​ເປັນ​ປະທານ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ຖື​ວ່າ:
        “​ເມື່ອ​ພວກ​ເຮົາ​ຍົກ​ອອກ​ນະ​ໂຍບາຍ​ບຸລິມະສິດ​ສຳລັບ​ການ​ລົງທຶນ​ຕ່າງປະ​ເທດ, ຮຽກ​ຮ້ອງການ​ລົງທຶນ​ຈາກ​ຕ່າງປະ​ເທດ, ພວກ​ເຮົາ​ຫວັງ​ວ່າ ມັນ​ບໍ່​ພຽງ​ແຕ່​ປະກອບສ່ວນ​ເຂົ້າ​​ໃນ​ການ​ສົ່ງ​ອອກ, ສ້າງ​ວຽກ​ເຮັດ​ງານ​ທຳ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ການ​ແຜ່​ຂະຫຍາຍ​ດ້ານ​ເຕັກ​ໂນ​ໂລ​ຢີ​ໃນ​ພື້ນຖານ​ເສດຖະກິດ​ຫວຽດນາມ ອີ​ກດ້ວຍ. ການ​ລົງທຶນ​ຕ່າງປະ​ເທດ​ຈະ​​ໄປ​ຄຽງ​ຄູ່ ​ແລະ ຊຸກຍູ້​ວິ​ສາ​ຫະກິດ​ພາຍ​ໃນ​ປະ​​ເທດ​ພ້ອມ​ກັນ​ພັດທະນາ. ຍ້ອນ​ເຫດ​ນັ້ນ ຫົວ​ຂໍ້​ຂອງ​ເວທີ​ປ​າ​ໄສ​ປີ​ນີ້ ​ແມ່ນ​ເຮັດ​ແນວ​ໃດ ​​ເພື່ອ​ເຮັດ​​ໃຫ້​ວິ​ສາ​ຫະກິດ​ລົງທຶນ​ຕ່າງປະ​ເທດ​ເຊື່ອ​ມຕໍ່​ກັບ​ພາກສ່ວນ​ເສດຖະກິດ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top