• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກລະດັບການພົວພັນລະຫວ່າງຫວຽດນາມ - ກຳປູເຈຍໃຫ້ພັດທະນາ, ໝັ້ນຄົງກວ່າ

      ນັບແຕ່ວັນທີ 20-22 ກໍລະກົດ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຕາມຄຳເຊີນຂອງ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ. ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາຄາດໝາຍທີ່ວາງອອກຢູ່ໃນລະດັບສູງ, ແມ່ນຂີດໝາຍປະຫວັດສາດ, ເປີດໄລຍະໃຫມ່ໃນການພົວພັນສອງປະເທດຫວຽດນາມ ແລະ ກຳປູເຈຍ ດ້ວຍຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ແທດຈິງກວ່າ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢ້ຽມຢາມ ວັດ Svay Pope ຢູ່ Phnom Penh
      ການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຄັ້ງນີ້ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແມ່ນການຢ້ຽມຢາມ ຄັ້ງທຳອິດພາຍຫລັງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ດຳເນີນໄປກົງກັບໂອກາດສອງປະເທດພວມຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ແທດຈິງເພື່ອສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ສະນັ້ນ ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍທົບທວນຄືນໄລຍະປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດໃນ 50 ປີຜ່ານມາ, ຢືນຢັນບັນດາໝາກຜົນ, ຖອດຖອນບົດຮຽນ ແລະ ວາງອອກບັນດາການກຳນົດທິດໃຫຍ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
        ບັນລຸໄດ້ບັນດາຄາດໝາຍວາງອອກຢູ່ໃນລະດັບສູງ
        ໃນເວລາ 3 ມື້ ຢ້ຽມຢາມກຳປູເຈຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ມີການເຮັດວຽກ 20 ກວ່າຄັ້ງ ແລະ ການເຄື່ອນໄຫວຕ່າງໆ, ໃນນັ້ນ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຈລະຈາ, ພົບປະກັບ ພະບາດສົມເດັດ ພະມະຫາກະສັດ ກຳປູເຈຍ, ມານດາ ແລະ ບັນດາການນຳສະພາສູງ, ສະພາແຫ່ງຊາດ, ລັດຖະບານ ກຳປູເຈຍ. ການພົບປະ, ເຈລະຈາຄັ້ງຕ່າງໆນັ້ນລ້ວນແຕ່ດຳເນີນໄປໃນບັນຍາກາດຈິງໃຈ, ກົງໄປກົງມາ ແລະ ບັນດາບັນຫາໄດ້ຮັບການປຶກສາຫາລືແມ່ນເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງ. ເມື່ອຕີລາຄາກ່ຽວກັບໝາກຜົນການຢ້ຽມຢາມ, ທ່ານ ຮ່ວາງບີງກວນ, ຫົວຫນ້າຄະນະພົວພັນຕ່າງປະເທດ ສູນກາງ ໃຫ້ຮູ້ວ່າ:
        ສອງຝ່າຍລ້ວນແຕ່ຢືນຢັນຄວາມສຳຄັນພິເສດຂອງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດກ່ອນນີ້ 50 ປີ. ສອງຝ່າຍເປັນເອກະພາບໂດຍຖືວ່າ ຜ່ານໄລຍະປະຫວັດສາດ 50 ປີ ຜ່ານມາ, ການພົວພັນມິດຕະພາບ, ບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງສອງປະເທດ ບໍ່ພຽງແຕ່ຜ່ານຜ່າສິ່ງທົດສອບນາໆປະການເທົ່ານັ້ນ ຫາກຍັງບັນລຸໄດ້ບັນດາໝາກຜົນຮອບດ້ານ, ໃຫຍ່ຫລວງ, ສຳຄັນ. ສອງຝ່າຍລ້ວນແຕ່ເຫັນໄດ້ຢ່າງຈະແຈ້ງວ່າ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຊຸມປີຜ່ານມາ ແມ່ນການຊ່ວຍເຫລືອຖານນ້ຳໃຈສະຫາຍອ້າຍນ້ອງ, ໃນການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ແມ່ນຊັບສົມບັດອັນລ້ຳຄ່າ, ແມ່ນສິ່ງສຳຄັນທີ່ສຸດ, ແມ່ນປະຖົມປັດໄຈທີ່ຂາດບໍ່ໄດ້ໃນພາລະກິດປະຕິວັດ ແລະ ໃນພາລະກິດພັດທະນາຂອງແຕ່ລະປະເທດ, ຄວນໄດ້ຮັບການຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຄົນລຸ້ນຫລັງ.
        ການຢ້ຽມຢາມລາຊະອານາຈັກກຳປູເຈຍຄັ້ງນີ້ບໍ່ແມ່ນການຢ້ຽມຢາມທຳມະດາເທົ່ານັ້ນ ຫາກມີລະດັບ ແລະ ຄວາມໝາຍກວ້າງໃຫຍ່ກວ່າ. ໃນຂອບເຂດການຢ້ຽມຢາມ, ລັດຖະມົນຕີການຕ່າງປະເທດສອງປະເທດ ເປັນຄັ້ງທຳອິດໄດ້ລົງນາມໃນຖະແຫລງການຮ່ວມກ່່ຽວກັບການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ ພາຍໃຕ້ການເປັນສັກຂີພິຍານຂອງທ່ານ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ແລະ ການນຳສອງປະເທດ. ຖະແຫລງການຮ່ວມໄດ້ຕີລາຄາຢ່າງເລິກເຊິ່ງກ່ຽວກັບການພົວພັນລະຫວ່າງສອງປະເທດໃນ 50 ປີຜ່ານມາ, ເຕື້ອງເຖິງຢ່າງຮອບດ້ານບັນດາການກຳນົດທິດໃຫຍ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃນທຸກຂົງເຂດ, ພ້ອມທັງກຳນົດທິດເລື່ອງແກ້ໄຂບາງບັນຫາຍັງຄົງຄ້າງໃນການພົວພັນລະຫວ່າງສອງຝ່າຍ ແລະ ເປັນເອກະພາບຄວາມຮັບຮູ້ກ່ຽວກັບຫລາຍບັນຫາສາກົນ ແລະ ພາກພື້ນ.
ຄຽງຄູ່ກັບເລື່ອງອອກຖະແຫລງການຮ່ວມ ກ່ຽວກັບການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ສອງຝ່າຍກໍ່ໄດ້ລົງນາມໃນເອກະສານຮ່ວມມືອື່ນ, ໃນນັ້ນ ມີຂໍ້ຕົກລົງແມ່ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການພົວພັນແລກປ່ຽນດ້ານເສດຖະກິດ, ການຄ້າສອງປະເທດໃນໄລຍະຈະມາເຖິງ. ທ່ານ ຮ່ວາງບີງກວນ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງ ເນັ້ນຫນັກວ່າ:
        ໃນບັນດາເນື້ອໃນການຮ່ວມມື ສອງຝ່າຍໄດ້ມີບັນດາການເຊື່ອມຕໍ່ດ້ານເສດຖະກິດ. ເຖິງຢ່າງໃດກໍຕາມ, ນີ້ແມ່ນການລົງນາມໃນຂໍ້ຕົກລົງເຊື່ອມຕໍ່ສອງພື້ນຖານເສດຖະກິດສອງປະເທດຢ່າງເປັນທາງການ. ເລື່ອງລົງນາມນີ້ ມີລະດັບຍຸດທະສາດສູງກວ່າ, ເປີດຂອບເຂດຢ່າງກວ້າງຂວາງກວ່າ, ສ້າງເງື່ອນໄຂສະດວກໃຫ້ບັນດາການຮ່ວມມືໃນທຸກຂົງເຂດເສດຖະກິດ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນປັດໄຈສຳຄັນ, ເປີດຊ່ອງທາງໃຫ້ບັນດາໝາກຜົນການຮ່ວມມືເສດຖະກິດອັນໃຫຍ່ຫລວງກວ່າອີກລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
        ລື່ນກາຍບັນດາພິທີທາງການທູດທຳມະດາ
ລື່ນກາຍບັນດາພິທີທາງການທູດທຳມະດາ, ອາລົມຈິດຄວາມຮັກແພງ, ຄວາມຈິງໃຈ ແມ່ນສິ່ງທີ່ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຮັບຮູ້ໄດ້ໃນໄລຍະຢູ່ຢ້ຽມຢາມ ກຳປູເຈຍ. ຢູ່ບໍລິເວນຕ້ອນຮັບຄະນະຢູ່ສະຫນາມບິນ ຫລື ຢູ່ສອງຟາກທາງເຂົ້າພະລາດຊະວັງ, ຢູ່ບ່ອນ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ມີການເຈລະຈາກັບພະບາດສົມເດັດ ພະມະຫາກະສັດ ກຳປູເຈຍ ໂນໂຣດົມ ສີຫາໂມນີ ແລະ ສະຖານທີ່ຕ່າງໆຊື່ງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຂົ້າຮ່ວມການເຄື່ອນໄຫວລ້ວນແຕ່ໄດ້ເຫັນຮູບພາບ ມີນັບພັນໆຄົນ ຕາງຫນ້າໃຫ້ປະຊາຊົນກຳປູເຈຍ ທຸກຊັ້ນວັນນະ ມືຈັບດອກໄມ້, ທຸງ ແລະ ຖືຮູບພາບຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ພະມະຫາກະສັດ ກຳປູເຈຍ ດ້ວຍໃບຫນ້າຍິ້ມແຍ້ມແຈ່ມໃສ ຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ. ເພື່ອນ SumSo Phonl ນັກສຶກສາມາຈາກ ມະຫາວິທະຍາໄລ Prea Say Ha Mu Ni Ria ແບ່ງປັນວ່າ:
        ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຄວາມເອກອ້າງທະນົງໃຈ ເພາະ ປະເທດກຳປູເຈຍ ໄດ້ສ້າງຄວາມສາມັກຄີ ມິດຕະພາບ ກັບ ຫວຽດນາມ. ນ້ຳໃຈມິດຕະພາບນີ້ ໄດ້ຊ່ວຍໃຫ້ສອງປະເທດພວກເຮົາ ມີສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ. ບັນດາປະເທດບ້ານໃກ້ເຮືອນຄຽງ ຕ້ອງອີງໃສ່ກັນ, ຊ່ວຍເຫລືອເຊິ່ງກັນ ແລະກັນ ຈຶ່ງພັດທະນາແບບຍືນຍົງໄດ້. ຄົນລຸ້ນຫນຸ່ມຄືພວກຂ້າພະເຈົ້າຕ້ອງມີຄວາມຮັບຜິດຊອບໃນການຮັກສາສາຍພົວພັນແບບພິເສດນີ້.
        ໃນໄລຍະຢ້ຽມຢາມ ກຳປູເຈຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຂົ້າຮ່ວມພິທີເປີດສະຫລອງອະນຸສາວາລີ ມິດຕະພາບຫວຽດນາມ ແລະ ກຳປູເຈຍ ຢູ່ແຂວງ  Pre Xihanuc. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍທີ່ສຸດ ໃນສະພາວະຫວຽດນາມ ແລະ ກຳປູເຈຍ ພວມສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ ຫວຽດນາມ ພວມມຸ້ງໄປເຖິງການສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ. ໃນການພົບປະ, ເຈລະຈາຄັ້ງຕ່າງໆກັບ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ບັນດາການນຳ ກຳປູເຈຍ ລ້ວນແຕ່ສະແດງຄວາມຮູ້ບຸນຄຸນຢ່າງສຸດຊື້ງສຳລັບຫວຽດນາມ, ຢືນຢັນ ຖ້າຫາກບໍ່ມີການຊ່ວຍເຫລືອຂອງຫວຽດນາມ ປະເທດກຳປູເຈຍ ບໍ່ສາມາດພັດທະນາຄືໃນປະຈຸບັນໄດ້.
 ດ້ວຍໝາກຜົນອັນດີງາມທີ່ບັນລຸໄດ້ໃນຫລາຍຂົງເຂດ, ການຢ້ຽມຢາມທາງລັດຖະກິດ ກຳປູເຈຍ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເປີດໄລຍະໃຫມ່ໃຫ້ແກ່ການພົວພັນລະຫວ່າງສອງປະເທດ ສຳລັບການພັດທະນາຢ່າງແຮງກວ່າ, ມີຄວາມໄວ້ເນື້ອເຊື່ອໃຈ ໝັ້ນຄົງຫນັກແຫ້ນນ ແລະ ມີປະສິດທິຜົນ, ແທດຈິງກວ່າ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top