• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ແຮງການຮ່ວມມື ຫວຽດນາມ - ສິງກະໂປ ໃນຂົງເຂດປະຕິຮູບຕຸລາການ

ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
​ຕ້ອນຮັບ​ທ່ານ Sundaresh Menon, ປະທານ​ສານ​​ສູງ​ສຸດ ສິງກະ​ໂປ
      ວັນ​ທີ 17/02 ຢູ່​ສ​ຳນັກ​ງານປະທານ​ປະ​ເທດ, ທີ່​ການ​ຕ້ອນຮັບ​ທ່ານ Sundaresh Menon, ປະທານ​ສານ​​ສູງ​ສຸດ ສິງກະ​ໂປ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ຂະ​ແໜງ​ສານ 2 ປະ​ເທດ​ສືບ​ຕໍ່​ເປີດ​ກ້ວາງ​ການ​ຮ່ວມ​ມື, ຍູ້​ແຮງ​ວິວັດ​ການ​ປະຕິ​ຮູບ​ຕຸລາການ ​ເພື່ອ​ແນ​ໃສ່ຮັບ​ມື​ກັບສະພາບ​ການ​ໃໝ່​ໃນ​ປະຈຸ​ບັນ; ສ້າງ​ພື້ນຖານ​ຕຸລາການທັນ​ສະ​ໄໝ, ມີ​ປະສິດທິ​ຜົນ, ​ເໝາະ​ສົມ​ກັບຈຸດ​ພິ​ເສດ​ຂອງ​ແຕ່ລະ​ປະ​ເທດ.
        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຊົມ​ເຊີຍ​ເລື່ອງ​ສານ​ສູງ​ສຸດ 2 ປະ​ເທດ​ລົງ​ນາມ​ໃນ​ບົດ​ບັກ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື, ສ້າງ​ຂີດ​ໝາຍ​ໄລຍະ​ພັດທະນາ​ໃໝ່​ຂອງ​ລະບົບ​ສານ 2 ປະ​ເທດ; ພ້ອມ​ທັງຖື​ວ່າ: 2 ຝ່າຍ​ຄວນ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ ​ເພື່ອ​ຊີ້ນຳ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້.
        ສວ່ນທ່ານ Sundaresh Menon ປະທານ​ສານ​ສູງ​ສຸດ ສິງກະ​ໂປ ​ເຊື່ອໝັ້ນ​ວ່າ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແມ່ນ​ຂີດ​ໝາຍ​ປະຫວັດ​ສາດ​ໃນ​​ເລື່ອ​ງ​ເພີ່ມ​ທະວີການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ຂອງ​ຂະ​ແໜງ​ສານ​ຢູ່​ແຕ່ລະ​ປະ​ເທດ​ໃນ​ລະດັບ​ສູງ​ກ່ວາ, ​ເລິກ​ເຊິ່ງກ່ວາ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top