• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຍຳໝາກປີ

ຢູ່ຫວຽດນາມ, ມີລາຍການອາຫານຫຼາຍເຍື່ອງໄດ້ຮັບການປຸງແຕ່ງຈາກໝາກປີ. ໜຶ່ງໃນບັນດາລາຍການ ອາຫານນັ້ນແມ່ນຍຳໝາກປີ. ກ່ອນໜ້ານັ້ນ, ອາຫານເຍື່ອງນີ້ເຄີຍໄດ້ມອງເຫັນຢູ່ເຊດຊົນນະບົດເທົ່ານັ້ນ, ແຕ່ມາຮອດປັດຈຸບັນ ມັນໄດ້ກາຍເປັນລາຍການອາຫານທ່ົວໄປໃນຄາບເຂົ້າປະຈຳວັນ. 
ເຄື່ອງປຸງ ສຳລັບເຮັດຍຳໝາກປີ ປະກອບມີ: ໝາກປີ, ໝາກນາວ, ໝາກເຜັດ, ຜັກທຽມ, ນ້ຳຕານ,  ຜັກ ຫອມຫໍ້ ແລະ ໝາກຖົ່ວດິນ ຂົ້ວສຸກ ຕຳໃຫ້ມຸ່ນ ພໍປະມານ.
ການປຸງແຕ່ງຍຳໝາກປີ ກໍ່ບໍ່ຫຍຸ້ງຍາກຄື: ຂັ້ນຕອນທຳອິດຕ້ອງຊອຍໝາກປີເປັນເສັ້ນບາງໆ ແລ້ວເອົາ ແຊ່ນຳ້ມີເກືອ ທີ່ບໍ່ເຄັມປານໃດ, ປະໄວ້ປະມານ 10 ນາທີ ເພື່ອໃຫ້ຢາງ ແລະ ຄວາມຝາດ ຂອງ ໝາກປີ ຫລຸດລົງ. ຈາກນັ້ນ ແມ່ນໃສ່ນຳ້ຕານ, ເຄື່ອງເທດ, ນຳ້ໝາກນາວ, ຜັກທຽມ ແລະ ໝາກເຜັດຕຳໃຫ້ມຸ່ນ, ສຸດ ທ້າຍໂຮຍໝາກຖົ່ວດິນ ແລະ ໂຫຍດ້ວຍຜັກຫອມຫໍ້.
ຢູ່ແຕ່ລະພາກ, ຍຳໝາກປີ ໄດ້ຮັບການປຸງແຕ່ງດ້ວຍຫຼາຍວິທີທີ່ແຕກຕ່າງກັນ ແລ້ວແຕ່ ຄວາມມັກ ຂອງ ແຕ່ລະຄົນ, ແຕ່ບາງຄົນ ອາດຈະປຸງແຕ່ງຕາມລົດຊາດ ທີ່ຕົນເອງມັກເຊັ່ນ: ໃສ່ຫົວກາຣົດ, ກ້ານບົວ, ຫູ ໝູລວກ, ຢໍ່ໝູ, ກຸ້ງລວກ ຫຼື ຊີ້ນງົວແຫ້ງ.             

ປະຈຸບັນ, ຊີວິດການເປັນຢູ່ ນັບມື້ດີຂຶ້ນ, ເຄື່ອງປຸງແຕ່ງເພື່ອເຮັດຍຳໝາກປີ ກໍສຸດທີ່ອຸດົມສົມບູນ ຊຶ່ງຈະຂຶ້ນກັບຢູ່ແຕ່ລະທ້ອງຖິ່ນ ແລະ ລົດຊາດ ທ່ີແຕກຕ່າງກັນ.


ໃນຕົວເມືອງໃຫຍ່, ຮ້ານອາຫານ ຫລື ໂຮງແຮມມັກໃຊ້ຊີ້ນໄກ່ຈີກເປັນເສັ້ນນ້ອຍໆ ໃນການປຸງແຕ່ງ ຍຳ ໝາກປີ.


ຜັກແພວ ແລະ ເຄື່ອງປຸງ ໃນການເຮັດຍຳໝາກປີ ປະກອບດ້ວຍ: ຫອມບົ່ວ, ໝາກນາວ ແລະ ໝາກເຜັດຈະເຮັດໃຫ້ອາຫານ ມີລົດຊາດແຊບ. 


ມີພໍ່ຄົວ ທີ່ມີຊື່ສຽງຫລາຍຄົນ ເມື່ອເຮັດຍຳໝາກປີ ຈະໃສ່ຫົວກາຣົດ ຊອຍ ໃຫ້ແລບໆ ເພື່ອເພີ່ມຄວາມກອບ ແລະ ວີຕາມິນເອ ໃຫ້ກັບອາຫານ.


ລາຍການອາຫານຍຳໝາກປີ ປະສົມກັບຊີ້ນໄກ່ຈີກເປັນເສັ້ນນ້ອຍໆ ເປັນອາຫານທີ່ແຊບ, ມີຄຸນປະໂຫຍດບຳລຸງ ຮ່າງກາຍ ແລະ ການປຸງແຕ່ງກໍງ່າຍ. 


ການຕົບແຕ່ງ ຍຳໝາກປີ ທີ່ສະກິດຕາ ພ້ອມເສີບໃຫ້ແຂກ. 

ໂດຍ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top