• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຊ່ຽວຊານດ້ານກະດູກສັນຫຼັງ ຫວໍ້ວັນແທ່ງ

ເປັນເວລາເກືອບ 40 ປີແຫ່ງການຄົ້ນຄວ້າ ແລະ ຜ່າຕັດກະດູກ ສັນຫຼັງ, ຍາມໃດ ຮອງສາສະດາຈານ ດຣ. ຫວ້ໍວັນແທ່ງ ກ່ໍຢຶດ ໝັ້ນຄຳຄະຕິພົດທີ່ວ່າ: “ ສຳລັບທ່ານໝໍ, ຄວາມສາມາດ ແລະ ຄຸນສົມບັດຕ້ອງຄວບຄູ່ກັນໄປ, ຖ້າຂາດສິ່ງໃດໜຶ່ງ ແມ່ນວຽກງານ ກ່ໍບ່ໍ ອາດສຳເລັດໄດ້. ເປັນທ່ານໝໍບ່ໍຍາກ, ແຕ່ຍາກທີ່ສຸດແມ່ນ ທ່ານໝໍນັ້ນ ເຮັດແນວໃດ ຈຶ່ງຈະ ໃຫ້ຄົນເຈັບຄິດຮອດຄິດເຖິງຕົນ ດ້ວຍຄວາມຍອມຮັບດ້ານວິຊາ ແລະ ເຄົາລົບນັບຖື ”.
ຮອງສາສະດາຈານ.ດຣ. ຫວ້ໍວັນແທ່ງ ເກີດປີ 1949 ທີ່ບ້ານ ອານບິ່ງ, ເມືອງກ໋າຍຣັງ, ແຂວງເກິ່ນເທີ. ແຕ່ທ່ານດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ທີ່ລອງຮວາ, ເມືອງຮວ່າແທ່ງ, ແຂວງ ໄຕນິງ ເປັນສ່ວນໃຫຍ່. ປີ 1967, ທ່ານເປັນຜູ້ທີ  4 ໃນຈຳນວນ ນັກສອບເສັງ 160 ຄົນ ທີ່ຮູ້ພາສາຝຣັ່ງ ເສັງເຂົ້າຮຽນ ມະຫາວິທະຍາໄລແພດສາດ ໄຊງ່ອນ ໄດ້. ຕໍ່ຈາກນັ້ນ, ທ່ານ ສອບໄດ້ທຶນ Colombo ໄປຮຽນວິສະວະກອນ ໄຟຟ້າ ຢູ່ ອົສຕາລີ ແຕ່ທ່ານໄດ້ຕົກລົງ ບໍ່ໄປ ສືບຕໍ່ຮຽນຢູ່ປະເທດ ແລະ ໄດ້ ສຸມຈິດສຸມໃຈ ໃສ່ການຮຽນຂະແໜງການແພດ. ເມື່ອ ປະເທດຊາດທ້ອນໂຮມເປັນເອກະພາບ, ທ່ານເຂົ້າເຮັດວຽກຢູ່ ຂະແໜງ ສັນຍະກຳຕົບແຕ່ງ(ສຕ) ໂຮງໝໍ ບິ່ງເຢິນ, ນະຄອນໂຮ່ຈີມິນ.

ປີ 1983,  ໃນຂະນະທີ່ໝູ່ເພື່ອນຮຽນຫ້ອງດຽວກັນເກືອບທັງໝົດ ຕ່າງກ່ໍຫາທາງອອກໄປຢູ່ຕ່າງປະເທດ, ແຕ່ສະເພາະທ່ານເອງ ຊໍ້າພັດຕົກລົງຢູ່ຕໍ່ ເພື່ອພັດທະນາ ຂະແໜງກະດູກ ສັນຫຼັງ ຂອງ ຫວຽດນາມ. ມາຮອດປີ 1987, ທ່ານໄດ້ຖືກຮັບຮອງ  ຮຽນຈົບ ລົງເລິກ ພາກວິຊາ I ແບບພິເສດ ພ້ອມນັ້ນໄດ້ເຂົ້າຮ່ວມການ ຜ່າຕັດ ອັນເປັນຄັ້ງປະຫວັດສາດ ຄັ້ງທໍາອິດຢູ່ຫວຽດນາມ  ຜ່າຕັດແຍກເດັກຝາແຝດຕິດກັນຊື່ວ່າ  ຫວຽດ-ດຶກ ໂດຍພາລະບົດບາດ ຮັບຜິດຊອບແຍກກະດູກສັນຫຼັງ ຮ່ວມກັບ ສາດສະດາ ຈານ ເຈິ່ນດົງອາ ແລະ ທ່ານໝໍ ເຈິ່ນແທ່ງຈາຍ.

ປີ 1988, ທ່ານໄປຄົ້ນຄວ້າຢູ່ຝຣັ່ງ 1 ປີ ຮຽນກັບ ສຈ. Claude Argenson (Nice) ແລະ ສຈ. Dominique Poitout (Marseille).  3 ປີຕໍ່ມາ, ທ່ານໄດ້ກັບໄປປະເທດຝຣັ່ງ  ແລະ ເຮັດວຽກຢູ່ ມະຫາວິທະຍາໄລ Nice Acropolis ແລະ ພາກວິຊາ ສຕ ຂອງໂຮງໝໍ Saint Roch ດ້ວຍຕຳແໜ່ງງານ Chef de Clinique Associé  ໂດຍແມ່ນ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ຝຣັ່ງເປັນຜູ້ຮັບຮອງ. ໃນໄລຍະສອງ ປີຄື 1995-1996 ທ່ານໄດ້ເສັງຈົບລົງເລິກພາກວິຊາ II ທັງ ປ້ອງກັນສໍາເລັດ ບົດວິທະຍານິພົນປະລິນຍາເອກວິທະຍາສາດ ການແພດ ລົງເລິກຂະແໜງກະດູກສັນຫຼັງ…

ຮອງສາສະດາຈານ.ດຣ.ຫວ້ໍວັນແທ່ງ, ຊ່ຽວຊານຜ່າຕັດກະດູກ ສັນຫຼັງ, ເປັນຜູ້ໜຶ່ງທີ່ຢູ່ລະດັບແຖວໜ້າຂອງຫວຽດນາມ.  ພາບ: ຫງວຽນລວນ/VNP


ຮສຈ.ດຣ.ຫວ້ໍວັນແທ່ງ ແລກປ່ຽນສົນທະນາກັບ ສຈ.David Segal ມາຈາກ Israelກ່ຽວກັບຜົນການຜ່າຕັດກະດູກສັນຫຼັງ
ຂອງຄົນເຈັບ.  ພາບ: ຫງວຽນລວນ/VNP



ຮສຈ.ດຣ.ຫວ້ໍວັນແທ່ງ ພ້ອມກັບສຈ. David Segal ເບິ່ງຟີມຖ່າຍເອກສະເຣ ແລະ ແລກປ່ຽນວິທີການຜ່າຕັດ
ໃຫ້ແກ່ ກໍລະນີໜຶ່ງທີ່ມີກະດູກສັນຫຼັງຖືກຫັກ. ພາບ: ຫງວຽນລວນ/VNP



ຮສຈ.ດຣ. ຫວ້ໍວັນແທ່ງ(ຜູ້ໃສ່ແວ່ນຕາ) ແລະ ທິມງານຜ່າຕັດ ຂອງຂະແໜງກະດູກສັນຫຼັງ A -ໂຮງໝໍສັນຍະກຳຕົບແຕ່ງ ນະຄອນໂຮ່ຈີມິນ
ທຳການຜ່າຕັດກະດູກສັນຫຼັງ ໃຫ້ຄົນເຈັບ ຜູ້ໜຶ່ງ.  ພາບ: ຫງວຽນລວນ/VNP



ພາບຈຳລອງກະດູດສັນຫຼັງ ແລະ ເຄື່ອງມື ຂາກຽວໂຕະ ຮັບໃຊ້ແກ່ການຜ່າຕັດກະດູກສັນຫຼັງ ຕິດຕັ້ງຕາມ ລວງຂວາງ
ຢ່າງມີປະສິດທິຜົນສູງຂອງ ຮສຈ.ດຣ.ຫວ້ໍວັນແທ່ງ. ພາບ: ຫງວຽນລວນ/VNP

ປີ 2004, ທ່ານໄດ້ປະດິດຄິດສ້າງວິທີການຜ່າຕັດກະດູກ ສັນຫຼັງ ຕາມລວງຂວາງ ເຊິ່ງວິທີນີ້ທັງສະດວກສໍາລັບທິມງານ ຜ່າຕັດ, ທັງຫຼຸດເວລາວາງຢາສະຫລົບໄດ້ສໍາລັບຄົນເຈັບ ແລະ ມີປະສິດທິຜົນສູງ. ພິເສດ, ການຕິດຕັ້ງຂາກຽວໂຕະດ້ວຍທ່າ    ນອນຂວາງ ມັນໄດ້ກາຍເປັນລະບຽບການທົ່ວໄປ, ສາມາດຄວບຄຸມໄດ້ພ້ອມກັນທັງສອງສະໜາມຜ່າຕັດກ່ອນ ແລະ ຫລັງຜ່າຕັດ. ວິທີດັ່ງກ່າວ ນີ້ໄດ້ຮັບການຕີລາຄາສູງຈາກ ເພື່ອນມິດສາກົນ, ເປັນບາດກ້າວບຸກທະລຸສະເພາະ ຂອງ ຫວຽດນາມ. ກ່ອນນັ້ນຄື ປີ 2003, ທ່ານກ່ໍໄດ້ປະດິດຄິດສ້າງວິທີການຜ່າຕັດສ້າງຮູບຮ່າງກະດູກ(a new live orthopedic method) ແລະ ຜ່າຕັດ ກ້ອນຊີ້ນຕາມກະດູກ ໃຫ້ຂາດຕົວ(surgery of the whole live tumor of the sacrum bone).

ນອກນັ້ນ, ທ່ານຍັງໄດ້ “ ກໍ່ສ້າງ” ສໍາເລັດ ຖັນແຖວທ່ານໝໍໜຸ່ມ ລົງເລິກຂະແໜງຜ່າຕັດກະດູກສັນຫຼັງ ໃຫ້ແກ່ໂຮງໝໍຕ່າງໆ ເຊັ່ນ: ແຂ໋ງຮວ່າ, ໄຕນິງ, ເກີ່ນເທີ, ເຫວ້, ດານັງ, ຮ່າໂນ້ຍ, ຫາຍຟ່ອງ… ຢ່າງສຳເລັດຜົນ. ໃນໄລຍະ 20 ກວ່າປີມານີ້, ທ່ານໍໄດ້ສ້າງເງື່ອນໄຂໃຫ້ນັກຄົ້ນຄວ້າຫວຽດນາມ 20 ຄົນ ໄປທັດສະນະ ສຶກສາ, ຖອດຖອນບົດຮຽນ ປະສົບການ ກ່ຽວກັບ ການຜ່າຕັດ ກະດູກສັນຫຼັງ ຢູ່ບັນດາ ປະເທດທີ່ມີພື້ນຖານ ແພດສາດທີ່ກ້າວໜ້າ ຄື: ຝຣັ່ງ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ອົສຕາລີ, ສິງກະໂປ… ທັງໝົດພວກເຂົາເຫລົ່ານັ້ນ ເມື່ອກັບຄືນສູ່ປະເທດແລ້ວກໍ່ລ້ວນແຕ່ໄດ້ສຸມຈິດສຸມໃຈ ໃສ່ການຮັບໃຊ້ຂະແໜງສາທາລະນະສຸກທັງສາມພາກຂອງປະເທດ.

ຮສຈ.ດຣ. ຫວ້ໍວັນແທ່ງ ເປັນສະມາຊິກ ຜູ້ກໍ່ຕັ້ງ ສະມາຄົມຄົ້ນ ຄວ້າກະດູກສັນຫຼັງ ກະດູຄໍ ອາຊີປາຊີຟິກ  (CSRSAP) ແລະ ສະມາຄົມກະດູກສັນຫຼັງປ້ອງຄໍ ອາຊີປາຊີຟິກ (APCSS). ພິເສດ, ປີ 2007 ທ່ານເປັນຜູ້ທຳອິດ ສ້າງສາຍພົວພັນລະຫວ່າງ ສະມາຄົມສັນຍະກຳຕົບແຕ່ງ ຫວຽດນາມ ແລະ ສະມາຄົມບັນ ດິດຜ່າຕັດສັນຍະກຳຕົບແຕ່ງອາເມລິກາ ເພື່ອສ້າງໂຄງການ ຝຶກອົບຮົມ ລົງເລິກວິຊາການ ໂດຍມີການສົມທົບລະຫວ່າງ ທິດສະດີ ກັບອາການ ທີ່ກວດພົບຕົວຈິງ ກ່ຽວກັບກະດູກສັນ ຫຼັງກົ່ງ, ການຜ່າຕັດປ່ຽນຂໍ່ ແລະ ຜ່າຕັດຂໍ່ດ້ວຍການໃຊ້ແສງ ໃຫ້ ແກ່ທ່ານໝໍ ໃນທົ່ວປະເທດເປັນ ເວລາ 6 ປີ ລຽນຕິດແຕ່ປີ 2009 ເຖິງປີ 2014.  ກະໂຕທ່ານເອງ ກ່ໍຍັງມີບົດ ລາຍງານ ການຄົ້ນຄວ້າວິທະຍາສາດສະເພາະ ກ່ຽວກັບຂະແໜງ ກະດູກສັນຫຼັງ 40 ກວ່າຫົວຂ້ໍ ໃນບັນດາປະເທດອາຊີ ຕາເວັນອອກສຽງໃຕ້, ເຂດອາ ຊີປາຊີຟິກ, ອາເມລິກາເໜືອ, ອາເມລິກາໃຕ້ ແລະ ເອີຣົບ. ບັນດານັກວິທະຍາສາດແວດວົງວິຊາຊີບດັ່ງກ່າວນີ້ຕ່າງກ່ໍໄດ້ຕີລາຄາສູງ ທັງຍອມຮັບໃນຄວາມສາມາດຂອງທ່ານ.

ຮສຈ.ດຣ. ຫວ້ໍວັນແທ່ງ ສະເໜີບົດວິທະຍາສາດ ທີ່ກອງປະຊຸມ ສາມັນປະຈໍາປີ ສະມາຄົມກະດູກສັນຫຼັງ ນະຄອນ ໂຮ່ຈີມິນ ຄັ້ງ ທີ 19
ທີ່ໄດ້ຈັດຂຶ້ນໃນທ້າຍເດືອນທັນວາ, ປີ 2013.  ພາບ: ຫງວຽນລວນ/VNP



ຮສຈ.ດຣ. ຫວ້ໍວັນແທ່ງ ແລະ ບັນດາສາດສະດາຈານ, ທ່ານໝໍສາກົນ ເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບກະດູກສັນຫຼັງ
ທີ່ໄດ້ຈັດຂຶ້ນເປັນຄັ້ງທຳອິດ ຢູ່ນະຄອນໂຮ່ຈີມິນ. ພາບ: ເອກະສານ 



ຮສຈ.ດຣ. ຫວ້ໍວັນແທ່ງ ແລະ ເພື່ອນຮ່ວມງານ.  ພາບ: ຫງວຽນລວນ/VNP

ປັດຈຸບັນ, ເຖິງວ່າ ອາຍຸສູງແລ້ວ ແຕ່ທ່ານໝໍດີເດັ່ນ ຫວ້ໍວັນແທ່ງ ຍັງໄດ້ຮັບຄວາມໄວ້ວາງໃຈ ດຳລົງຫຼາຍຕ່ຳແໜ່ງທີ່ສຳຄັນຄື: ທີ່ປຶກສາສະມາຄົມສັນຍະກຳຕົບແຕ່ງ ທະວີບອາຊີປາຊີຟິກ (APOA) ແລະ ສະມາຄົມກະດູກສັນຫຼັງທະວີບອາຊີປາຊີຟິກ (APSS), ປະທານສະມາຄົມກະດູກສັນຫຼັງນະຄອນໂຮ່ຈີມິນ, ປະທານກິຕິມະສັກສະມາຄົມສັນຍະກຳຕົບແຕ່ງຫວຽດນາມ, ຫົວໜ້າຂະແໜງກະດູກສັນຫຼັງ A -ໂຮງໝໍສັນຍະກຳຕົບແຕ່ງ ນະຄອນ ໂຮ່ຈີມິນ.

ບ່ໍພຽງແຕ່ ມີຄວາມເກັ່ງກ້າ ດ້ານວິຊາສະເພາະເທົ່ານັ້ນ, ຮສຈ . ດຣ. ຫວ້ໍວັນແທ່ງ ຍັງແມ່ນທ່ານໝໍຜູ້ໜຶ່ງ ທີ່ມີນໍ້າໃຈໂອບເອື້ອ ອາລີ, ຄົນເຈັບຫຼາຍຄົນໃຫ້ຄວາມເຄົາລົບນັບຖື ແລະ ຮັກແພງ. ທ່ານ ໄດ້ຊ່ວຍຄົນເຈັບຫຼາຍໆຄົນທີ່ມີສະພາບຫຍຸ້ງຍາກຂັດສົນ. ແຕ່ປີ 1996 ຮອດປີ 2011, ດ້ວຍການຊ່ວຍໜູນຂອງສະມາຄົມ ອຸປະຖຳຄົນເຈັບຜູ້ທຸກຍາກ ນະຄອນໂຮ່ຈີມິນ ແລະ ສະມາ ຄົມ Butterfly Foundation (ອາເມລິກາ), ທ່ານໄດ້ທຳການ ຜ່າຕັດດ້ວຍເຕັກນິກສູງໃຫ້ເດັກນ້ອຍທີ່ມີກະດູກສັນຫຼັງກົ່ງບິດບ້ຽວຮ້າຍແຮງ ຈຳນວນຫລາຍກວ່າ 100 ຄົນ, ເຊິ່ງ ສ່ວນຫຼາຍ ແມ່ນ ບ່ໍເສຍຄ່າເຄື່ອງມື ແລະ ຢຸກຢາ.
ບົດ: ໂດ້ວັນ - ພາບ: ຫງວຽນລວນ ແລະ ເອກະສານ

bichlien

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top