• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ

ກອງປະຊຸມເຈລະຈາ
          ຕອນ​ບ່າຍ​ວັນ​ທີ 04/12 ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໃຫ້ການ​ຕ້ອນຮັບ​ທ່ານ ​ເຫ​ວື​ງກາ ຮ​ອງປະທານ​ສະພາ​ປຶກສາ​ການ​ເມືອ​ງປະຊາຊົນ​ແຫ່ງ​ຊາດ ຈີນ, ລັດຖະມົນຕີ​ກະຊວງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ, ປະຊາຊົນ ຫວຽດນາມ ຖື​ເປັນ​ສຳຄັນ​ ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ພັກ, ລັດ, ສະພາ​ປຶກສາ​ການ​ເມືອງ, ປະຊາຊົນ ຈີນ ທີ່​ສຸດ. ຄຽງ​ຂ້າງ​ການ​ຮ່ວມ​ມື​ດ້ານເສດຖະກິດ, 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື, ​ເປີດ​ກ້ວາງ​ບັນດາ​ຮູບ​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ປະຊາຊົນ​ດ້ວຍ​ບັນດາ​ຮູບ​ການ​ໃໝ່ ບັນດາ​ຂວງ​ຕິດ​ກັບ​ຊາຍ​ແດນ​ຄວນ​ມີ​ບັນດາ​ຮູບ​ການ​ພົບ​ປະ ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ​ເພື່ອ​ນຳ​ຄວາມ​ສາ​ມັກ​ຄີ​ມິດຕະພາບລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​​ເຖິງ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ຫວັງ​ວ່າ: ຜ່າ​ນ ຈີນ ສາມາດ​ແລກປ່ຽນ​ບົດຮຽນ​ໃນ​ການ​ປ້ອງ​ການ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການຈັດ​ຕັ້ງບັ້ນ​ຂົນຂວາຍ​ຫົວຄິດ​ປະດິດ​ສ້າງ​ໃນ​ໝູ່​ຊາວ​ໜຸ່ມ, ​ເສີມ​ຂະຫຍາຍ​ບົດບາ​ດປະດິດ​ສ້າງ​ຂອງ​ຖັນ​ແຖວ​ປັນຍາ​ຊົນ; ຊຸກຍູ້​ນ້ຳ​ໃຈ​ເລີ​່ມດຳ​ເນີນ​ອາຊີບ​ຂອງ​ນັກ​ທຸລະ​ກິດ​ໜຸ່ມ.
        ​ໂດຍ​ເປັນ​ເອກະ​ພາບ​ກັບ​ທັດ​ສະ​ນະທີ່​ວ່າ 2 ປະ​ເທດຄວນ​ຖື​ການ​ພັດທະນາ​ຂອງ​ແຕ່ລະ​ຝ່າຍ​​ແມ່ນ​ກາລະ​ໂອກາດ​ຂອງ​ປະ​ເທດ​ຕົນ, ທ່ານ ​ເຫ​ວື​ງກາ ຫວັງ​ວ່າ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສາມາດ​ຍູ້​ແຮງການ​ຮ່ວມ​ມື, ພິ​ເສດ​ແມ​່ນຊຸກຍູ້​ການ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກວິທະຍາສາດ, ຊຸກຍູ້​ຫົວຄິດ​ປະດິ​ດສ້າງ​ໃນ​ການ​ເລີ່​ມດຳ​ເນີນ​ອາຊີບ.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top