• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຮ່ວມມື ຫວຽດນາມ-ກຳປູເຈຍ ໃນຫຼາຍຂົງເຂດ

      ວັນທີ 22 ມິຖຸນາ, ຢູ່ຫໍປະຊຸມ ແຂວງບິງເຢືອງ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຟຸ້ກ ໄດ້ເຮັດວຽກກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງປະເທດໃນທຸກຂົງເຂດເສດຖະກິດ, ປ້ອງກັນຊາດ, ວັດທະນະທຳ, ການສຶກສາ… 

ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຫງວຽນຊວນຟຸ້ກ
ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen
      ສອງນາຍົກລັດຖະມົນຕີ ເຫັນດີສ້າງເງື່ອນໄຂສົ່ງເສີມບັນດາການລົງທຶນ, ແລກປ່ຽນການຄ້າ, ສິນຄ້າ ແລະ ການບໍລິການ; ເພີ່ມທະວີການສົມທົບໃນທຸກບັນດາເວທີປາໃສພາກພື້ນ ແລະ ສາກົນ. ພ້ອມທັງສະເໜີບັນດາມາດຕະການຮ່ວມມື ເພ່ືອສະກັດກັ້ນລັດທິການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ…ແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນກໍ່ຄືຢູ່ທຸກປະເທດ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນພຸກ ສະເໜີໃຫ້ ກຳປູເຈຍ ເອົາໃຈໃສ່, ຊີ້ນຳຊຸກຍູ້ການປະຕິບັດວຽກງານຄົ້ນຫາ, ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ກຳປູເຈຍ. ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ເຈລະຈາ, ຊອກຫາວິທີແກ້ໄຂສຳລັບບັນດາບັນຫາເຂດຊາຍແດນຍັງເຫຼືອ ແລະ ການຮ່ວມມືຢ່າງແໜ້ນແຟ້ນໃນການປະຕິບັດວຽກງານຄຸ້ມຄອງຊາຍແດນ ແນໃສ່ສ້າງເສັ້ນທາງຊາຍແດນສອງປະເທດເປັນຊາຍແດນສັນຕິພາບ, ສະຖຽນລະພາບ, ຮວ່ມມື ແລະ ພັດທະນາຢ່າງໝັ້ນຄົງ. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ປາຖະໜາວ່າຝ່າຍ ກຳປູເຈຍ ຈະສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການທີ່ມີໜ້າທີ່ຊຸກຍູ້ຄວາມຄືບໜ້າ ແລະ ປະສິດທິຜົນໃນການປະຕິບັດວຽກງານ ມອບເອກະສານດ້ານນິຕິກຳໃຫ້ແກ່ປະຊາຊົນຊາວ ຫວຽດນາມ ຢູ່ ກຳປູເຈຍ
      ສ່ວນ, ທ່ານນາຍົກລັດຖະມົນ Hun Sen ອີກເທື່ອໜຶ່ງ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງຕໍ່ກັບການເສຍສະຫຼະເຊິ່ງ ຫວຽດນາມ ສະຫງວນໃຫ້ແຫ່ ກຳປູເຈຍ, ຊ່ວຍໃຫ້ ກຳປູເຈຍ ຫຼຸດພົ້ນຈາກລະບອບດັບສູນເຊື້ອຊາດ Pon Pot . ທ່ານນາຍົກລັດຖະມົນຕີ. Hun Sen ກໍ່ໄດ້ຕີລາຄາສູງການປະກອບສ່ວນຢ່າງແທດຈິງ, ປະສິດທິຜົນຂອງບັນດາວິສາຫະກິດ ແລະ ນັກລົງທຶນຫວຽດນາມ ຢູ່ ກຳປູເຈຍ ໃຫ້ການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຍົກສູງຊີວິດການເປັນຢູ່, ຮັບປະກັນຊີວິດສັງຄົມທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ.
        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Samdech Techo Hun Sen ແລະ ຄະນະຜູ້ແທນຂັ້ນສູງ ລັດຖະບານກຳປູເຈຍ ໄດ້ເດີນທາງກັບຄືນປະເທດ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ດ້ວຍໝາກຜົນອັນດີງາມ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top