• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຫວຽດນາມ-ນິວຊີແລນໃຫ້ຂຶ້ນສູ່ລະດັບສູງໃໝ່


ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ
​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCully
(ພາບ: TTXVN)
​​      ຕອນ​ເຊົ້າ​ວັນ​ທີ 25/04, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ Murray McCully, ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ປາດ​ຖະ​ໜາ​ວ່າ ນິວ​ຊີ​ແລນ ສືບ​ຕໍ່​ຮັກ​ສາ​ບັນ​ດາ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ທາງ​ການ (ODA) ແລະ ຖື​ວ່າ, ນອກ​ຈາກ​ແຫຼ່ງທຶນ ODA ແລ້ວ ນິວ​ຊີ​ແລນ ສາ​ມາດ​ເຂົ້າ​ຮ່ວມວິ​ວັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ຫວຽດ​ນາມ ຜ່າ​ນ​ການ​ເພີ່ມ​ທະ​ວີ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ທ່ານ​ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ, ວົງ​ເງິນ​ການ​ຄ້າ 2 ປະ​ເທດ​ເຕີບ​ໂຕກວ່າ​ອີກ, ບໍ່​ພຽ​ງ​ແຕ່​ສູ​້​ຊົນ​ບັນ​ລຸວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ໄດ້ 1,7 ຕື້ USD ໃນ​ປີ 2020, ຫາກ​ສາ​ມາດ​ສູງກວ່າ. ໃນ​ການ​ຮ່ວມ​ມື​ດ້າ​ນ​ການ​ລົງ​ທຶນ, ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ​້​ນິ​ວ​ຊີ​ແລນ ລົງ​ທຶນ​ເຂົ້າ​ບັນ​ດາໂຄງ​ການ, ​ຂົງ​ເຂດ​ຄື: ພື້ນ​ຖານ​ໂຄ​ງ​ລ່າງ, ການ​ສຶກ​ສາ​ບຳ​ລຸງ​ສ້າງ, ກະ​ສິ​ກຳ… ໃຫ້​ຫຼາຍກວ່າ​.
        ສ່ວນ​ທ່ານ​ລັດ​ຖະ​ມ​ົນ​ຕີ Murray McCully ໃຫ້​ຮູ້​ວ່າ, ນິວ​ຊີ​ແລນ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ຫວຽດ​ນາມ ສາ​ມາດ​ສົ່ງ​ໝາກ​ໄມ້​ເຂົ້າ​ຕະ​ຫຼາດ​ປະ​ເທດນີ້​ໂດຍ​ໄວ, ພ້ອມ​ທັງ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ​ໃຫ້​ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ. ກ່ຽວ​ກັບ​ການ​ສຶກ​ສາ, ແນວ​ຊີ​ແລນ ຈະ​ສືບ​ຕໍ່​ສະ​ໜອງ​ທຶນ​​ການສຶກ​ສາ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ, ນອກນັ້ນ​ນິວ​ຊ​ີ​ແລນ​ກໍ​ປາດ​ຖະ​ໜາ​ຢາກ​ໜູ​ນ​ຊ່ວຍ​ຫວຽດ​ນາມ ໃນ​ການ​​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ. ທ່ານ​ລັດ​ຖະ​ມົນ​ຕີ Murray McCully ຢືນ​ຢັນ​ວ່າ, ນິວ​ຊີ​ແລນ ປາດ​ຖະ​ໜາ​ຢາກ​ນຳ​ການ​ພົວ​ພັນ​ຂອງ 2 ປະ​ເທດ​ຈາກ​ຄູ່​ຮ່ວມ​ມື​ຮອບ​ດ້ານ ໃຫ້​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.

Top