• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຊື່ສຽງຮຽງນາມຂອງນາຍພົນ ຫວຽດນາມ ໃນວັນນະກໍາທາງດ້ານສິລະປະວັນນະຄະດີ

ງານວາງສະແດງພາຍໃຕ້ຫົວຂໍ້: “ຊື່ສຽງຮຽງນາມຂອງນາຍພົນ ຫວຽດນາມ ໃນວັນນະກໍາທາງດ້ານສິລະປະ ” ໄດ້ນຳມາ ສູ່ທ່ານຜູ້ຊົມໃນມູມມອງຕ່າງໆທີ່ເຕັມໄປດ້ວຍຄວາມສໍານຶກທີ່ດີ ກ່ຽວກັບຊີວິດ ແລະ ພາລະກິດທີ່ເລື່ອງລືຂອງສອງທ່ານນາຍພົນຫວຽດນາມ, ນັ້ນກໍ່ຄື ທ່ານພົນເອກ , ຫົວໜ້າກອງບັນຊາການສູງສຸດ ຫວໍ ງວຽນ ຢາບ ແລະ ທ່ານພົນເອກ ຫງວຽນ ຈີ້ ແທງ. 
ງານວາງສະແດງດັ່ງກ່າວ ໄດ້ຈັດຂຶ້ນ ຢູ່ນະຄອນຫຼວງ ຮ່າໂນ້ຍ ໂດຍສະມາຄົມວິທະຍາສາດປະຫວັດສາດຫວຽດນາມ, ຫໍພິພິດທະພັນປະຫວັດສາດການທະຫານ ຫວຽດນາມ ແລະ ສະມາຄົມ ໂຮຍກວ້ານຢີສານ ສົມທົບກັນຈັດຂຶ້ນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນ ຫວຽດນາມ(22/12/1994-22/12/2014) ແລະ ຂໍານັບຮັບຕ້ອນ 40 ປີ ວັນແຫ່ງການປົດປ່ອຍພາກໃຕ້ຢ່າງສົມບູນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975-30/4/2015).

ໃນງານ ໄດ້ຈັດວາງສະແດງ ຫລາຍວັນນະກໍາຮູບແຕ້ມສີຂັດມັນ, ສີນ້ຳມັນ, ຮູບພາບ, ຮູບປັ້ນ ແລະ ອື່ນໆ ຊຶ່ງພັນລະນາ ຢ່າງມີຊີວິດຊີວາຮູບພາບບຸກຄົນບັນດາທ່ານນາຍພົນຫວຽດນາມ, ໃນນັ້ນ ໄດ້ສຸມໃສ່ເຮັດໃຫ້ເດັ່ນຂຶ້ນ ກ່ຽວກັບຮູບພາບ ຂອງສອງທ່ານນາຍພົນທີ່ເປັນຕົວແທນ ແຫ່ງຍຸກສະໄໝປັດຈຸບັນ ທີ່ໄດ້ນຳພາກອງທັບ ປະຊາຊົນຫວຽດນາມ ຍາດເອົາໄຊຊະນະອັນໃຫຍ່ຫຼວງ ໃນການ ຕໍ່ສູ້ ກູ້ຊາດຕ້ານ ການຮຸກຮານ ຂອງຝຣັ່ງ ແລະ ອາເມລິກາ. ນັ້ນກໍ່ຄືທ່ານພົນເອກ, ຫົວໜ້າກອງບັນຊາການສູງສຸດ ຫວໍ ງວຽນ ຢາບ ແລະ ທ່ານພົນເອກ ຫງວຽນ ຈີ້ ແທງ.

ຄຽງຄູ່ກັບວັນນະກໍາຂອງນັກຈິດຕະກຳອາວຸໂສ ຟານເກ໋ ອານ ແລ້ວ, ຢູ່ໃນງານ ຍັງໄດ້ນໍາມາສູ່ສາຍຕາ ຂອງບັນດາທ່ານຜູ້ຊົມວັນນະກໍາ ຂອງບັນດານັກຈິດຕະກຳໜຸ່ມຫລາຍທ່ານເຊັ່ນ: ຊຸດຮູບພາບບຸກຄົນດ້ວຍສີຂັດມັນ ຂອງນັກຈິດຕະກຳ ເຈີ່ນ ຕ໋ວນ ລອງ; ຊຸດຮູບພາບບຸກຄົນຂະໜາດໃຫຍ່ ດ້ວຍສີນ້ຳມັນຂອງ ນັກຈິດຕະກຳ ມາຍ ຢຸຍ ມິນ; ວັນນະກໍາ “ເຈື່ອງກາ” ຂະໜາດ ຍາວ 6 ແມັດ ຂອງ ນັກຈິດຕະກຳ ຫງວຽນ ຢວານ ເຊີນ; ຊຸດພາບແຕ້ມ ປຸກລະດົມ ຂອງນັກຈິດຕະກຳ ຮ່າຮຸຍເລ; ຮູບພາບບຸກຄົນ ຂະໜາດໃຫຍ່ ດ້ວຍສີນໍ້າ ຂອງນັກຈິດຕະກຳ ຫງວຽນ ວັນ ຕວ້ານ ແລະ ຊຸດຮູບປັ້ນທ່ານພົນເອກ ຫວໍງວຽນຢາບ ຂອງ ນັກແກະສະຫຼັກ ເຈີ່ນວັນທຶກ ແລະ ອື່ນໆ.

ພິທີຕັດແຖບຜ້າໄຂງານວາງສະແດງ  “ຊື່ສຽງຮຽງນາມຂອງນາຍພົນຫວຽດນາມ
ໃນວັນນະກໍາທາງດ້ານສິລະປະ”. 


ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ບັນດາ ທ່ານຜູ້ແທນ ຊົມຮູບປັ້ນ ທ່ານພົນເອກ ຫວໍງວຽນຢາບ
ຢູ່ຄຽງຂ້າງໂຕະເຮັດວຽກ ໂດຍນັກຄວັດສະຫຼັກ ເຈີ່ນວັນທຶກເປັນຜູ້ປະຕິບັດ. 



ບັນດານາຍພົນຂອງກອງທັບປະຊາຊົນຫວຽດນາມເຂົ້າ ຢ້ຽມ ຊົມງານວາງສະແດງ. 


ບ່ອນວາງສະແດງຮູບພາບກ່ຽວກັບຊິວິດ ແລະ ພາລະກິດ ຂອງ ບັນດານາຍພົນ
ກອງທັບປະຊາຊົນ ຫວຽດນາມຜ່ານສະໄໝຕ່າງໆ. 



ບັນດາຊາວໜຸ່ມໄດ້ຫລັ່ງໄຫລກັນເຂົ້າ ມາຢ້ຽມຊົມ ງານວາງ ສະ ແດງ
ເພື່ອຊອກຮູ້ກ່ຽວກັບປະຫວັດສາດການປະຕິວັດຂອງຊາດ. 

 
ແຕ່ລະວັນນະກໍາ ເຖິງແມ່ນວ່າ ຈະມີຄວາມແຕກຕ່າງກັນທາງດ້ານຮູບການ, ແຕ່ທັງໝົດລ້ວນແຕ່ໄດ້ພັນລະນາ ກ່ຽວກັບຄວາມສວຍງາມແບບລຽບງ່າຍ ແລະ ໃກ້ຊິດຂອງບັນດາທ່ານນາຍພົນຜູ້ເກັ່ງກ້າສາມາດຂອງຊົນຊາດຫວຽດນາມ.  ຢູ່ທີ່ນັ້ນ, ທ່ານຜູ້ຊົມສາ ມາດ ພົບເຫັນຮູບພາບຂອງທ່ານ ຫົວໜ້າກອງບັນຊາການທະຫານສູງສຸດ, ອ້າຍກົກຂອງກອງທັບປະຊາຊົນຫວຽດນາມ ຊຶ່ງເປັນຜູ້ຍິ່ງໃຫຍ່ ແລະ ຮອບຮູ້ທີ່ສຸດ ແຕ່ກໍສຸພາບຄ່ຽມຄົມ ແລະ ໃກ້ຊິດ ສະ ໜິດສະໜົມທີ່ສຸດ. ດ້ວຍວັດຖຸທາດເປັນສີນ້ຳ, ນັກຈິດຕະກຳ ຫງວຽນວັນຕວ໋ານ ໄດ້ຟື້ນຟູຄືນໃໝ່ ຮູບພາບ ຂອງທ່ານ ພົນເອກ ຫວໍງວຽນຢາບ ທີ່ແສນຄຸ້ນເຄີຍ ຊຶ່ງມີຜົມຫງອກຂາວຈູ່ນພູ່ນ, ໜ້າ ຜາກກວ້າງ, ຮອຍຍິ້ມທີ່ເຕັມໄປດ້ວຍ ຄວາມເມດຕາກະລຸນາ ແລະ ສວມຊຸດເຄື່ອງແບບທະຫານເກົ່າຕົກສີ ແບບຖະໜອມຖ່ອມຕົວ  ຫຼື ໃນພາບສີຂັດມັນຂອງນັກຈິດຕະກຳ ເຈິ່ນຕ໋ວນລອງ ໄດ້ວາດ ພາບທ່ານພົນເອກ ຫວໍງວຽນຢາບ ພວມສົ່ງສາຍຕາທີ່ເຕັມໄປດ້ວຍຄວາມເຊື່ອໝັ້ນ ປະກົດຂຶ້ນໃນພື້ນແຜນທີ່ບັ້ນຮົບ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ”. ພິເສດ, ດ້ວຍຈິດໃຈເຫລື້ອມ ໄສເຄົາລົບນັບຖື ຕໍ່ທ່ານນາຍພົນ ຜູ້ກ້າເກ່ງສາມາດ, ທ່ານນາງ ໂງ ທິ ຖຸກ, ນັກສິລະປິນສະມັກຫຼິ້ນ ໄດ້ບາກບັ່ນພະຍາຍາມປະກອບຮູບພາບທ່ານພົນເອກ ຫວໍ ງວຽນ ຢາບ ດ້ວຍໄມ້ຂີດໄຟ ຫົກສິບພັນເຫລັ້ມ.

ສຳລັບທ່ານພົນເອກ ຫງວຽນ ຈີ້ ແທງ, ນັກຈິດຕະກຳ ມາຍ ຢຸຍ ມິນ ໄດ້ສະແດງໃຫ້ເຫັນຢ່າງມີຜົນສໍາເລັດທີ່ສຸດ ດ້ວຍພາບແຕ້ມ ທ່ານພົນເອກ ນັ່ງຢູ່ທີ່ນັ້ນເຕັມໄປດ້ວຍຄວາມຄິດຫງຳ່ ຕໍ່ໜ້າຮູບ ພາບພະລາດສະວັງເຫວ້ສະລັກຫັກພັງ ຈົມໃນຄວັນໄຟຂອງລູກລະເບີດ. ພາບແຕ້ມເໝືອນດັ່ງໄດ້ຖອດອອກມາໃຫ້ເຫັນໝົດ ທຸກ ຄວາມກັງວົນໃຈ ຂອງທ່ານພົນເອກ ຫງວຽນ ຈີ້ ແທງ ຊຶ່ງ ເປັນ ລູກຫຼານຄົນເມືອງເຫວ້ ຕໍ່ໜ້າພາບສະລັກຫັກພັງຂອງບ້ານ ເກີດເມືອງນອນ ພາຍໃຕ້ຫ່າລະເບີດລູກບົ່ມ ຂອງສັດຕູ.

ເມື່ອມາຢ້ຽມຊົມງານວາງສະແດງດັ່ງກ່າວ, ທ່ານ ເຢືອງຈຸງກວກ, ເລຂາທິການໃຫຍ່ສະມາຄົມວິທະຍາສາດ ປະຫວັດສາດ ຫວຽດນາມ ໃຫ້ຮູ້ວ່າ: “ຂ້າພະເຈົ້າມີຄວາມຕື້ນຕັນໃຈ ເປັນຢ່າງຍິ່ງ ຕໍ່ອາລົມຈິດ ແລະ ຄວາມສາມາດໃນການປະດິດສ້າງ ຂອງບັນ ດານັກຈິດຕະກຳ. ການກະທຳທີ່ມີຄວາມໝາຍ ຂອງເຂົາເຈົ້າ ຈະປະກອບສ່ວນ ໃນການສຶກສາຄົນຮຸ່ນຫລັງ ຊາວໜຸ່ມ ເຍົາວະ ຊົນ ຫວຽດນາມ ໃຫ້ມີຄວາມພາກພູມໃຈຕື່ມອີກ ກ່ຽວກັບປະ ຫວັດສາດ ແລະ ກົກເຄົ້າເຫງົ້າມູນຂອງຊົນຊາດຕົນ”.

ພາບແຕ້ມສີນ້ຳ ທ່ານພົນເອກ ຫວໍງວຽນຢາບ ຂອງນັກຈິດຕະກກຳ ຫງວຽນວັນຕວ໋ານ. 


“ພົນເອກຂອງປະຊາຊົນ”, ແຕ້ມພາບທ່ານພົນເອກ ຫວໍ ງວຽນ ຢາບ
ດ້ວຍສີນ້ຳມັນ ຂອງນັກຈິດຕະກຳ ດັ້ງຊວນຮຸ່ງ. 



ຮູບປັ້ນ ທ່ານພົນເອກ ຫວໍງວຽນຢາບຢູ່ຄຽງຂ້າງໂຕະເຮັດວຽກ
ໂດຍນັກແກ້ສະຫຼັກ ເຈີ່ນວັນທຶກເປັນຜູ້ປະຕິບັດ. 



ຮູບພາບທ່ານພົນເອກ ຫວໍງວຽນຢາບ ປະກອບດ້ວຍ ໄມ້ຂີດໄຟ 6 ໝື່ນເຫລັ້ມ
ໂດຍທ່ານນາງ  ໂງ ທິ ຖຸກ ເປັນຜູ້ປະຕິບັດ. 



ຮູບປັ້ນທ່ານພົນເອກ ຫວໍງວຽນຢາບ ຂອງນັກແກະສະຫຼັກ ເຈິ່ນວັນທຶກ. 


ຮູບປັ້ນເຄິ່ງຄີງທ່ານພົນເອກ ຫວໍງວຽນຢາບ ຂອງນັກແກະສະຫຼັກ ເຈິ່ນວັນທຶກ. 


ພາບສີຂັດມັນ “ພົນເອກ ຫວໍງວຽນຢາບ” ຂອງນັກຈິດຕະກຳ ເຈີ່ນຕ໋ວນລອງ. 


ພາບແຕ້ມທ່ານພົນເອກ ຫວໍງວຽນຢາບ ດ້ວຍສີຂັດມັນ ຂອງ ນັກຈິດຕະກຳ ຫງວຽນວັນຕວນ. 


ພາບສີນ້ຳກ່ຽວກັບທ່ານພົນເອກ ຫວໍງວຽນຢາບ ແລະ ພົນເອກ ຫງວຽນຈີ້ແທງ. 


“ພົນເອກ ຫງວຽນຈີ້ແທງ” ຂອງນັກຈິດຕະກຳ ມາຍຢຸຍມິນ. 


ພາບແຕ້ມທ່ານພົນເອກ ຫງວຽນຈີ້ແທງ  ຂອງນັກຈິດຕະກຳ ຫງວຽນວັນຕວ໋ານ


ພາບແຕ້ມ “ພົນເອກ ຫງວຽນຈີ້ແທງ” ຂອງນັກຈິດຕະກຳ ເຈີ່ນຕ໋ວນລອງ
 
ບົດ: ກີ່ວງແອງ-ພາບ: ຈິ້ງວັນໂບ້

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top