• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຊີ້ນງົວຄົ້ວກັບຜັກບົ້ງ

ຊີ້ນງົວຄົ້ວກັບຜັກບົ້ງ ແມ່ນອາຫານເຍື່ອງຫນຶ່ງ ອຸດົມໄປດ້ວຍທາດບຳລຸງ 
ແຕ່ການປຸງແຕ່ງ ພັດງ່າຍ ແລະ ໄວເຫມາະກັບຄອບຄົວ ທີ່ມີເວລາຫວ່າງບໍ່ຫລາຍ. 


ຊີ້ນງົວຄົ້ວກັບຜັກບົ້ງແມ່ນອາຫານເຍື່ອງຫນຶ່ງອຸດົມໄປດ້ວຍທາດບຳລຸງ ແຕ່ການປຸງແຕ່ງ ພັດງ່າຍ ແລະ ໄວ ເຫມາະກັບຄອບຄົວທີ່ມີເວລາຫວ່າງບໍ່ຫລາຍ.
Ảnh đẹp - Báo Ảnh

ເຄື່ອງປະກອບ (ສຳລັບ 4 ຄົນ)

          - ຊີ້ນສັນງົວ: 0,3 ກິໂລກຼາມ
          - ຜັກບົ້ງ: 2 ມັດ
          - ນຳ້ມັນພືດ, ນ້ຳປາ, ເກືອ, ຜັກທຽມ, ພິກໄທ, ຫມາກເຜັດ, ແປ້ງນົວ ຫລື ກະນໍແນວລະຫນ້ອຍ.   
  
                                                                
ວິທີປຸງແຕ່ງ

 
- ຊີ້ນງົວຊອຍເປັນປ່ຽງໃຫຍ່ໆບາງໆ ເອືອບກັບເກືອ ແລະ ນຳ້ມັນພືດ. ຜັກບົ້ງຖີ້ມ ສ່ວນແກ່ ແລະ ໃບສ່ວນຫນຶ່ງແລ້ວລ້າງສະອາດ. ຜັກ
  ທຽມຕຳ່ມຸ່ນ.
- ຈືນຜັກທຽມສ່ວນຫນຶ່ງກັບນ້ຳມັນພືດໃຫ້ມີກິ່ນຫອມແລ້ວເອົາຊີ້ນງົວໃສ່ລົງຄົ້ວຢ່າງໄວ. ເມື່ອຊີ້ນສຸກຫາດກໍ່ຕັກໃຊ້ຖ້ວຍໄວ້ຕ່າງຫາກ.
- ຈືນຜັກທຽມສ່ວນທີ່ຍັງເຫລືອກັບນ້ຳມັນພືດໃຫ້ມີກິ່ນຫອມ ແລ້ວເອົາຜັກບົ້ງໃສ່ລົງ ຄົ້ວໃຫ້ທົ່ວກັນ. ຕື່ມນຳ້ປາ, ແປ້ງນົວຫລືກະນໍໃຫ້ພໍກິນ.
   ທ້າຍສຸດເອົາຊີ້ນງົວລົງ ແລະ ຄົ້ວໃຫ້ສຸກເຂົ້າກັນດີແລ້ວຕັກໃສ່ຈານ. ໂຮຍພິກໄທ ແລະ ວາງຫມາກເຜັດສອງສາມປ່ຽງຢູ່ເທິງ.
- ອາຫານເຍື່ອງນີ້ຮັບປະທານກັບເຂົ້າຈ້າວຮ້ອນ ແລະ ອາຫານເຍື່ອງອື່ນໆ.

Ảnh đẹp - Báo Ảnh
ຜັກກາດພັນຊິີ້ນງົວ

Ảnh đẹp - Báo Ảnh
ໃບອີ່ເລີດພັນຊີ້ນງົວ

ຖ້າເພ່ືອນສົນໃຈເຊີນຕິດຕໍ່ໄດ້ທີ່:
ຮ້ານອາຫານຖຸ໋ຍງາ
ເລກທີ່ 110 B2 ຖະຫນົນຫງວຽນຈີ້ແທງ-ຮ່າໂນ້ຍ
ໂທລະສັບ: 043 8318528

                                                                                            ບົດ: ບິກເວີນ ພາບ: ອານແທ່ງດາດ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top