• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຊີວິດທາງດ້ານສາສະໜາທີ່ແທ້ຈິງ ແລະ ມີຊີວິດຊີວາ

ປີ 2014, ຫວຽດນາມໄດ້ຮັບການຄັດເລືອກ ເຂົ້າໃນສະພາສິດ ທິມະນຸດ ຂອງສະຫະປະຊາຊາດ ດ້ວຍຈຳນວນບັດສູງສຸດ       (184/192 ບັດ). ສິ່ງດັ່ງກ່າວນັ້ນສະແດງໃຫ້ເຫັນເຖິງການຮັບຮູ້ ຂອງວົງຄະນະຍາດສາກົນ ຕໍ່ຄວາມພະຍາຍາມ ແລະ ຜົນສຳເລັດ ຂອງຫວຽດນາມ ໃນການຮັບປະກັນສິດທິຕ່າງໆ ຂອງປະຊາຊົນ ໃນທຸກຂົງເຂດນັບມື້ນັບດີຂຶ້ນ, ໃນນັ້ນລວມທັງ ບັນຫາສາສະໜາ. ຊີວິດປະຈຳວັນຢູ່ບຸ່ຍຈູ, ແອອາຕູນ, ຈ່າວິງ… ແລະ ຢູ່ແຫ່ງອື່ນໆ ໃນປະເທດຫວຽດນາມ ລ້ວນແຕ່ເປັນຫຼັກຖານພະຍານທີ່ແທ້ຈິງ ແລະ ມີຊີວິດຊີວາ ຕໍ່ການຮັບຮູ້ສິ່ງເຫຼົ່ານີ້.

ຈັງຫວະແຫ່ງການດຳລົງຊີວິດໃໝ່ຢູ່ ບຸ່ຍຈູ

ເຂດບຸ່ຍຈູ(ເມືອງຊວນເຈື່ອງ ແຂວງນາມດິ້ງ) ແມ່ນເຂດໝູ່ບ້ານ ຂອງຊາວກາໂຕລິກມາແຕ່ດົນນານແລ້ວ ແລະ ເຄີຍສະ ໜິດຕິດພັນ ກັບຫຼາຍເຫດການທີ່ສຳຄັນ ກ່ຽວພັນເຖິງປະຫວັດ ສາດຄວາມເປັນມາ ແລະ ຂະຫຍາຍຕົວຂອງສາສະໜາ ກາໂຕລິກ ຢູ່ຫວຽດນາມ.

ໂບດໃຫຍ່ ບຸ່ຍຈູ ຕັ້ງຢູ່ຕາແສງ ຊວນຫງອກ ໄດ້ຮັບການສ້າງຂຶ້ນແຕ່ປີ 1885. ນີ້ແມ່ນໂບດແຫ່ງໜຶ່ງ ທີ່ມີຄວາມໃຫຍ່ໂຕໂອ້ໂຖງ ເກົ່າແກ່, ເຕັມໄປດ້ວຍ ລິງລາຍສະຖາປັດຕະຍະກຳ ຂອງຕາເວັນຕົກ, ເປັນບ່ອນຈັດພິທີທາງສະສາໜາ ຂອງຊາວກາໂຕລິກ ໃນບໍລິເວນນັ້ນປະມານ 1800 ຄົນ.

ໃນຂະນະທີ່ນຳພາພວກຂ້າພະເຈົ້າ ໄປຢ້ຽມຊົມໂບດ, ແມ່ຂາວ ຫງວຽນທິລານ ໃຫ້ຮູ້ວ່າ, ປະຈຸບັນ ຢູ່ທີ່ນີ້ ມີແມ່ຂາວຈຳນວນ 100 ກວ່າຄົນ, ນອກຈາກເວລາສວດມົນ ພາວະນາ, ຊຸມແມ່ຂາວຕ່າງກ່ໍ ເຂົ້າຮ່ວມການອອກແຮງງານ, ບາງຜ່ອງກໍ່ ປູກເຂົ້າ, ບາງຜ່ອງກໍ່ປູກຕົ້ນຢາສະໝູນໄພ ແລ້ວ ປຸງແຕ່ງເອງ ເພື່ອເຮັດຢາປົວພະຍາດ ໃຫ້ແກ່ປະຊາຊົນຢູ່ພາຍໃນພື້ນທີ່, ທັງສ້າງແຫຼ່ງລາຍຮັບ ເພື່ອລ້ຽງຕົນເອງ ແລະ ລ້ຽງດູເດັກກຳພ້າ, ພິການຢູ່ສູນລ້ຽງເດັກກຳພ້າ ແທ້ງອານ.

ຊາວກາໂຕລິກຢູ່ ບຸ່ຍຈູ ເຂົ້າຮ່ວມພິທີແຫ່ຫວໍ ທີ່ໂບດຝູຍາຍ (ຕາແສງຊວນເຟືອງ,
ເມືອງຊວນເຈື່ອງ, ແຂວງນາມດິ້ງ).   ພາບ:  ຫວຽດເກື່ອງ/ VNP


ຊາວກາໂຕລິກ ຢູ່ບຸ່ຍຈູ ໄປພາວະນາ ໃນວັນທິດຢູ່ໂບດຈູງລິງ.  ພາບ:  ຫວຽດເກື່ອງ/ VNP

ພາບມື້ທຳພິທີພາວະນາ ໃນວັນທິດ ຢູ່ໂບດຝູຍາຍ ສັງກັດເຂດກາໂຕລິກບຸ່ຍຈູ-ນາມດິ້ງ.  ພາບ:  ຫວຽດເກື່ອງ/ VNP

ຄຸນພ່ໍ ຫງວຽນດຶກຢາງ ຈັດພິທີ ວິວາ ໃຫ້ແກ່ຄູ່ບ່າວສາວ ທີ່ຫໍທຳມະຂອງໂບດບຸ່ຍຈູ.  ພາບ:  ຫວຽດເກື່ອງ/ VNP

ຄຸນພ່ໍຈັດພິທີ ລ້າງບາບ ຢູ່ໂບດ ຈູງລິງ-ເຂດກາໂຕລິກບຸ່ຍຈູ. ພາບ:  ຫວຽດເກື່ອງ/ VNP
 
«
    ເຂດສາສະໜາກາໂຕລິກ ບຸ່ຍຈູ ມີພື້ນທີ່ນ້ອຍທີ່ສຸດ ໃນຈຳ ນວນ 26 ເຂດກາໂຕລິກ ຂອງສາສະໜາ ກາໂຕລິກ ຢູ່ຫວຽດ ນາມ (ມີເນື້ອທີ່ປະມານ  1.350 ກິໂລຕາແມັດ) ນອນຢູ່ໃນບໍລິເວນ 6 ເມືອງ ຂອງ ແຂວງ ນາມດິ້ງ, ແຕ່ຢູ່ນີ້ ພັດມີປະຊາ ກອນ ກໍ່ຄືຄວາມໜາແໜ້ນຂອງຜູ້ເຊື່ອຖືສາສະໜາກາໂຕລິກ ຫຼາຍພໍສົມຄວນ ດ້ວຍຈຳນວນ 400.000 ກວ່າຄົນ, ກວມ 34% ຂອງຈຳນວນປະຊາກອນ, ໃນນັ້ນ 84% ເປັນຊາວກະສິກອນ, 11% ປະກອບອາຊີບຄ້າຂາຍ, ການບໍລິການກົນຈັກ, ສິລະປະກຳ, ຫັດຖະກຳ, ອຸດສາຫະກຳຂະໜາດນ້ອຍ…
»
ພວກຂ້າພະເຈົ້າໂຊກດີ ທີ່ໄດ້ເຂົ້າຮ່ວມການຈັດພິທີວິວາແຕ່ງງານຢູ່ ໂບດໃຫຍ່ບຸ່ຍຈູ. ໃນສຽງດົນຕີທີ່ບັນເລງດ້ວຍປີ່ອາກໂມນີກາ ພ້ອມທັງແສງທຽນຮຸ່ງຍິບຍັບ, ອົບອຸ່ນ ຢູ່ຫໍທຳມະ, ຕ່ໍໜ້າການເປັນສັກຂີພິຍານ ຂອງຄຸນພ່ໍ ຫງວຽນດຶກຢາງ, ຄູ່ບ່າວສາວໄດ້ສວມແຫວນໝັ້ນໃຫ້ກັນ ເພື່ອສະແດງເຖິງຄວາມຮັກທີ່ບໍລິສຸດ. ເບິ່ງຄູ່ບ່າວສາວ, ພວກຂ້າພະເຈົ້າກ່ໍຮູ້ສຶກມີຄວາມຜາສຸກຢ່າງສຸດຊຶ້ງ ຄືດັ່ງເຂົາເຈົ້າ. ສະນັ້ນມື້ນີ້, ເຂດສາສະໜາ ກາໂຕລິກ ບຸ່ຍຈູ ກໍ່ໄດ້ມີຂ່າວດີຂ່າວມວ່ນຕື່ມອີກ.

ເຊັ່ນດຽວກັນກັບເຂດຊົນນະບົດແຫ່ງອື່ນໆ, ເຂດສາສະໜາ ກາໂຕລິກ ບຸ່ຍຈູ ແຕ່ກີ້ແມ່ນເຂດທ່ີທຸກຍາກ, ສາສະນິກະຊົນຫາລ້ຽງຊີບດ້ວຍການເຮັດກະສິກຳເປັນຫຼັກ. ໃນຊຸມປີມ່ໍໆ ນີ້, ໂດຍໄດ້ຮັບການ ເອົາໃຈໃສ່ ຊ່ວຍເຫຼືອຂອງອຳນາດການປົກຄອງທຸກຂັ້ນ, ຊາວສາສະນິກະຊົນກໍ່ກ້າຫານກູ້ຢືມທຶນ ເພື່ອເປີດກວ້າງການຜະລິດ, ຫັນປ່ຽນການປະກອບອາຊີບ. ດ້ວຍເຫດນັ້ນ, ບັນດາບໍລິສັດ, ໂຮງງານໂດຍສາສະນິກະຊົນເອງເປັນເຈົ້າຂອງ ປະກົດຕົວຂຶ້ນ ນັບມື້ນັບຫຼາຍຂຶ້ນ.

ອ້າຍເຈີ່ນວັນເຈື໊ອງ, ສາສະນິກະຊົນຜູ້ໜຶ່ງຢູ່ທີ່ບ້ານ 6, ຕາແສງ ຊວນຕ້ຽນ, ເມືອງຊວນເຈື່ອງໃຫ້ຮູ້ວ່າ, ພາຍຫຼັງເສັງຈົບຈາກຂະແໜງກົນຈັກ ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ, ລາວໄດ້ກັບເມືອບ້ານ ເປີດສູນກົນຈັກ ຜະລິດສະເພາະແຕ່ ແຂ້ວເລື່ອຍທຸກປະເພດ. ປະຈຸບັນ, ສູນຂອງລາວມີແຮງງານ 20 ກວ່າຄົນ, ແຕ່ລະເດືອນມີລາຍຮັບສະເລ່ັຍ 6 ລ້ານດົ່ງຕ່ໍຫົວຄົນ. ເພື່ອເປີດກວ້າງການຜະລິດ, ອ້າຍເຈື໊ອງ ໄດ້ກ້າລົງທຶນຊື້ຈັກຕັດ CNC ທີ່ທັນສະໄໝ 20 ເຄື່ອງ, ແຕ່ລະເຄື່ອງມີມູນຄ່າປະມານ 200 ລ້ານດົ່ງ.

ຫຼັງຈາກລາຄວາມລົມກັບອ້າຍເຈື໊ອງ, ພວກຂ້າພະເຈົ້າສືບຕ່ໍການເດີນທາງ ໄປ ຫາຕາແສງ ຊວນເຟືອງ, ເມືອງ ຊວນເຈື່ອງເພື່ອເຂົ້າຮ່ວມພິທີ ແຫ່ຫວໍ ທີ່ຫໍທຳມະສະພາໂບດ ຝູຍາຍ. ນີ້ແມ່ນພິທີການໃຫຍ່ຂອງຊາວກາໂຕລິກ ຊຶ່ງສະແດງເຖິງ ຄວາມໃສສັດທາ, ເປັນການຈາລຶກເຖິງຄວາມບູຊານັບຖືບັນພະບຸລຸດ ກ່ໍຄືຜູ້ທີ່ລ່ວງລັບໄປແລ້ວນັ້ນ.

ທ່ານ ຟ້າມກົງຈິ້ງ, ຫົວໜ້າຄະນະປົກຄອງເຂດສາສະໜາ ກາໂຕລິກ ຟູ້ຍາຍ ໄດ້ເຜີຍໃຫ້ຮູ້ ດ້ວຍຄວາມເບີກບານມ່ວນຊື່ນວ່າ, ໃນຊຸມມື້ນີ້ ພີ່ນ້ອງຊາວກາໂຕລິກ ທີ່ທຳມາຫາກິນຢູ່ແດນໄກ ຕ່າງກ່ໍກັບມາ ເຂົ້າຮ່ວມພິທີນີ້. ປີນີ້ຈະມີພີ່ນ້ອງມາ ຫຼາຍ, ຄາດວ່າຈະມີນັບພັນຄົນ. ທຸກຄົນຕ່າງກ່ໍເບີກບານມ່ວນຊື່ນ ເພາະປີນີ້ ພິທີໄດ້ຈັດຂຶ້ນໃຫຍ່ກວ່າທຸກໆປີ ແລະ ເຂົາເຈົ້າກ່ໍໄດ້ເຫັນກັບຕາການປ່ຽນແປງ ອັນໃຫຍ່ຫຼວງໃນກະໂຕບ້ານເກີດເມືອງນອນທີ່ເປັນເຂດກາໂຕລິກຂອງຕົນ.

ແອອາຕູ, ຄວາມກົມກຽວ ລະຫວ່າງຊີວິດ ກັບຄວາມເຊື່ອຖື ສາສະໜາ

ຕອນເຊົ້າເດືອນພະຈິກ ທ້ອງຟ້າຢູ່ໄຕງວຽນປອດໂປ່ງ ແລະ ເຢືອກເຢັນແບບຜິດປົກກະຕິ. ເມື່ອແສງແດດຫາກ່ໍທໍແສງຂຶ້ນ ພົ້ນຈອມພູແມ່ Cư M'gar, ໃນທຸກຮ່ອມຊອຍ ຂອງໝູ່ບ້ານ ຕ່າງໆ ໃນຕາແສງແອອາຕູ (ເມືອງCư M'gar, ແຂວງດັກລັກ) ໄດ້ມີບັນຍາກາດຟົດຟື້ນທີ່ເຕັມໄປດ້ວຍຝູງຄົນຫຼັ່ງໄຫຼກັນ ເຂົ້າມາສູ່ໂບດຂອງສາສະໜາຂ່າວປະເສີດ ເພື່ອເຂົ້າຮ່ວມພິທີງານລ້ຽງພະເຈົ້າ. ສຳລັບສາສະນິກະຊົນເຜົ່າ ເອເດ ຈຳນວນ 3.000 ກວ່າຄົນ ທີ່ເຊື່ອຖືສາສະໜາ ຂ່າວປະເສີດນັ້ນ, ວັນອາທິດທຳອິດຂອງເດືອນພະຈິກ ແມ່ນມື້ຈັດພິທີອັນສຳຄັນທີ່ສຸດຂອງ ເຂົາເຈົ້າ.

ເວລາ 8 ໂມງ 30, ພິທີເລີ່ມຕົ້ນດ້ວຍການຮ້ອງເພງສັນລະເສີນ ພະເຈົ້າ ໂດຍຍຸວັນນາລີເຜົ່າ ເອເດ ໃນຊຸດອາພອນປະຈຳເຜົ່າ ສະແດງອອກ ຢ່າງເຄັ່ງຂືມ ທີ່ຫໍທຳມະ. ເມື່ອສຽງເພງດັງຂຶ້ນ, ສັງຄະມົນທົນ   ອີກີເອບານ ໄດ້ສີ່ມໃສ່ຫູພວກຂ້າພະເຈົ້າວ່າ:  “ແມ່ນແທ້ຍຸວັນນາລີ ທີ່ຮ້ອງເພງໃນພິທີ ຕ້ອງນຸ່ງຖື ຕາມຫຼັກ ທາງດ້ານສາສະໜາໄດ້ກຳນົດໄວ້, ແຕ່ຢູ່ທີ່ ນີ້ພວກເຮົາໃຫ້ໃສ່ຊຸດປະຈຳເຜົ່າ ເອເດເພື່ອສົ່ງເສີມວັດທະນະທຳຂອງເຜົ່າ ແລະ ທັງເປັນການພິສູດໃຫ້ເຫັນວ່າ, ຜູ້ທີ່ເປັນສາສະນິກະຊົນຂອງພະເຈົ້າ ເຖິງຈະແມ່ນຄົນທີ່ມີຜິວພັນວັນນະແນວໃດ ກ່ໍຮ້ອງເພງສັນລະເສີນພະເຈົ້າດ້ວຍໃຈໃສສັດທາ ແລະ ຮັບໃຊ້ກິດທຸລະຂອງພະເຈົ້າໄດ້ເປັນຢ່າງດີ”.

ສາສະນິກະຊົນສາສະໜາຂ່າວປະເສີດ ຈຳນວນ 3000 ກວ່າຄົນຢູ່ຕາແສງແອອາຕູເຂົ້າຮ່ວມພິທີຮັບຂະໜົມພະເຈົ້າ
ໃນມື້ວັນທິດທຳອິດຂອງເດືອນ 11.  ພາບ:  ເຕິດເຊີນ/ VNP


ພິທີການແຈກຂະໜົມພະເຈົ້າ ໃຫ້ແກ່ສາສະນິກະຊົນທີ່ໂບດຂ່າວປະເສີດ. ພາບ:  ເຕິດເຊີນ/ VNP

ຫ້ອງຮຽນເທດສະໜາສຳລັບເດັກອາຍຸ ແຕ່ 7-9 ປີ ທີ່ໂບດຂ່າວປະເສີດ ແອອາຕູ.  ພາບ:  ເຕິດເຊີນ/ VNP

ຫ້ອງສອນຮ້ອງເພງ ສັນລະເສີນພະເຈົ້າ ໃຫ້ແກ່ເຍົາວະຊົນຂອງບັນດາຄອບຄົວ ທີ່ເຊື່ອຖືສາສະໜາຂ່າວປະເສີດ
ຢູ່ ແອອາຕູໂດຍຄະນະຊາວໜຸ່ມ ຂອງສາຂາສະມາຄົມ ຂ່າວປະເສີດ ຂຶ້ນຫ້ອງສອນ
ໃນແຕ່ລະເຊົ້າວັນອາທິດ. ພາບ:  ເຕິດເຊີນ/ VNP


ສາສະນິກະຊົນຢູ່ ແອອາຕູ ສ້າງເສດຖະກິດ ດ້ວຍອາຊີບປູກຢາງພາລາ. ພາບ:  ເຕິດເຊີນ/ VNP

ແມ່ໍເຖົ້າ H Hwing  ອາຍຸ 81 ປີໃຫ້ຊາບວ່າ: “ອຳນາດການປົກຄອງທ້ອງຖິ່ນໄດ້ໃຫ້ການຊ່ວຍເຫຼືອເຜົ່າເອເດພວກຂ້າຫພະເຈົ້າເພື່ອຟື້ນຟູ,
ອະນຸລັກຮັກສາອາຊີບຕ່ຳແຜ່ນອັນເປັນມູນເຊື້ອ”. ພາບ:  ເຕິດເຊີນ/ VNP


ທ່ານ ອີໂຮເນຍ ຕາກກາເຟ ທີ່ເກັບໄດ້ໃນຕົ້ນລະດູການຢູ່ ເດີ່ນບ້ານຕົນເອງ.  ພາບ:  ເຕິດເຊີນ/ VNP

ສຸກສາລາ ຕາແສງ ແອອາຕູ ເປັນບ່ອນບົວລະບັດ ເບິ່ງແຍງສຸຂະພາບ
ໃຫ້ແກ່ພີ່ນ້ອງ ປະຊາຊົນໃນເຂດໃກ້ຄຽງ. ພາບ: ເຕິດເຊີນ/ VNP
ສັງຄະມົນທົນ ອີກີເອບານ ແມ່ນຜູ້ໜຶ່ງ ທີ່ໄດ້ຮັບຄວາມໄວ້ວາງໃຈ ຂອງສາສະນິກະຊົນ ເພື່ອຮັບຜິດຊອບຄຸ້ມຄອງສາຂາສະ ມາຄົມຂ່າວປະເສີດ ຕາແສງ ແອອາຕູ ເປັນເວລາ ເກືອບ 10 ປີແລ້ວ ແລະ ໄດ້ຮັບການເຄົາລົບນັບຖືຈາກສາສະນິກະຊົນ ໂດຍໃຫ້ສັນຍານາມວ່າເປັນ “ທີ່ປຶກສາ” ຂອງບ້ານເມືອງ. ຫຼາຍຄອບຄົວເມື່ອມີຄວາມຂັດຂ້ອງໝອງໃຈ ຫຼື ຜິດຖຽງກັນ, ລ້ວນແຕ່ມາຫາເພິ່ນ ເພື່ອຂໍຄວາມຄິດເຫັນ.  ຍິ່ງໄປກວ່ານັ້ນ ມີຫຼາຍຄົນທີ່ບໍ່ເຂົ້າໃຈ ນະໂຍບາຍສົ່ງເສີມກະສິກຳຂອງລັດ ເຂົາເຈົ້າກ່ໍມາຂໍຄຳປຶກສາ ແລະ ສັງຄະມົນທົນ ກໍ່ໄດ້ເຕັມໃຈອະທິບາຍຢ່າງລະອຽດຖີ່ຖ້ວນ. ອາດຍ້ອນເຫດນັ້ນ, ເວລາເພິ່ນເປັນເຈົ້າພາບ ແລະ ສອນຫຼັກພະທຳທາງດ້ານສະໜາ ເປັນພາສາເອເດນັ້ນ, ສາສະນິກະຊົນ 3000 ກວ່າຄົນ ຈຶ່ງຕັ້ງໃຈຟັງດ້ວຍຄວາມເຄົາລົບນັບຖື.

ເຖິງວ່າພິທີໄດ້ສິ້ນສຸດແຕ່ດົນແລ້ວກ່ໍຕາມ, ແຕ່ສາສະນິກະຊົນ ຫຼາຍຄົນ ຍັງຢາກຢູ່ໃນໂບດ ເພື່ອຟັງ ສັງຄະມົນທົນ ອີກີເອບານໂອ້ລົມ ກ່ຽວກັບສະພາບການຂອງບ້ານເມືອງ. ເພິ່ນ ຕັກເຕືອນພີ່ນ້ອງ ບ່ໍຄວນຕາກໝາກກາເຟ ຢູ່ຖະໜົນຫົນທາງ, ມັນຈະກີດຂວາງການຈະລາຈອນ. ຫຼາຍຄົນຮູ້ສຶກພະວົງໃຈຍ້ອນລາຄາກາເຟລະດູການນີ້ ບໍ່ປົກກະຕິ, ທ່ານ ອີກີເອບານ ກໍ່ໄດ້ອະທິບາຍວ່າ ເວລານີ້ຫາກໍ່ເປັນຕົ້ນລະດູການ ດັ່ງນັ້ນລາຄາຈຶ່ງຍັງບໍ່ທັນໝັ້ນທ່ຽງ. ທ່ານຍັງເຜີຍໃຫ້ຮູ້ວ່າ, ສະຖານີວິ ທະຍຸເສດຖະກິດຫວຽດນາມ ຫາກໍ່ໃຫ້ຮູ້ວ່າ ລາຄາກາເຟພວມມີທ່າອຽງເພີ່ມຂຶ້ນ, ດັ່ງນັ້ນພີ່ນ້ອງຈົ່ງອຸ່ນອຽນໃຈ.

ມື້ນັ້ນ, ພວກຂ້າພະເຈົ້າໄດ້ພົບ ອີນຸນກະເຕີລາ ຢູ່ໂບດ, ລາວເປັນຊາວໜຸ່ມເຜົ່າ ເອເດ ທີ່ເຊື່ອຖືສາສະໜາຂ່າວປະເສີດ ທີ່ໜ້າສະໜິດສະໜົມ. ລາວອ້ອນວອນພວກຂ້າພະເຈົ້າ ໃຫ້ເມືອຢາມເຮືອນລາວ ເພື່ອລອງຊີມກາເຟ ຕົ້ນລະດູ. ຢູ່ເຮືອນຂອງ ອີນຸນກະເຕີລາ ໄດ້ເປີດສອນຮ້ອງເພງສັນລະເສີນພະເຈົ້າໃຫ້ແກ່ເດັກນ້ອຍປະມານ 40 ຄົນອາຍຸແຕ່ 5-7 ປີ.  ການສອນນີ້ໂດຍຄະນະຊາວໜຸ່ມສາຂາສະມາຄົມຂ່າວປະເສີດ ຕາແສງ ແອອາຕູເປັນຜູ້ຈັດຕັ້ງ.

ເມື່ອ ອີນຸນກະເຕີລາ ຖາມພວກນ້ອງນ້ອງວ່າ: “ຮັບໃຊ້ພະເຈົ້າ ພວກເຮົາຕ້ອງເຮັດຫຍັງ ?” ໝົດທັງຫ້ອງໄດ້ຕອບດ້ວຍສຽງ ດຽວກັນວ່າ: “ ຮັບໃຊ້ພະເຈົ້າ ແມ່ນຟັງຄວາມຄູສອນ, ຟັງຄວາມພ່ໍແມ່ ແລະ ບໍ່ເຮັດໃນສິ່ງທີ່ບ່ໍຈົບບໍ່ງາມ ດັ່ງຜູກຄຳພີ ຂອງພະເຈົ້າໄດ້ສັ່ງສອນໄວ້”. ເປັນອັນວ່າ, ສາສະໜາຂ່າວປະເສີດຢູ່ແອອາຕູ ໄດ້ເຂົ້າສູ່ຊີວິດຈິດໃຈຂອງເຜົ່າເອເດ ຈາກສິ່ງທີ່ງ່າຍດາຍຄື ແນວນັ້ນລະ!

ໄປຫາເຂດຊາວພຸດ ຢູ່ທາງທິດຕາເວັນຕົກ

ບ່ໍຄືຢູ່ ບຸ່ຍຈູ (ນາມດິ້ງ), ຫຼື ຢູ່ແອອາຕູ (ດັກລັກ), ພີ່ນ້ອງເຜົ່າຂະ ແມ ຢູ່ທາງທິດຕາເວັນຕົກສ່ຽງໃຕ້ ສ່ວນຫຼາຍແມ່ນເຊື່ອຖື ພຸດ ທະສາສະໜາ ນິກາຍຫິນະຍານ. ພວກຂ້າພະເຈົ້າໄປ ຈ່າວິງ ໃນລະຫວ່າງທ້າຍເດືອນ 10. ແສງແດດກ້າຍາມສວຍ ບ່ໍອາດເປັນອຸປະສັກຕໍ່ປະຊາຊົນເຜົ່າຂະແມ ຢູ່ທົ່ວທຸກແຫ່ງຫົນ ທີ່ພາກັນຫຼັ່ງໄຫຼມາຢູ່ວັດ ເອີງ ເພື່ອເຂົ້າຮ່ວມພິທີເຮັດບຸນກັນຖິນຖວາຍຜ້າສະບົງ ຈີວອນ ເຊິ່ງແມ່ນພິທີອັນຍິ່ງໃຫຍ່ທີ່ສຸດ ຂອງຊາວພຸດ ນິກາຍຫິນະຍານ, ເປັນງານບຸນເພື່ອໃຫ້ຊາວພຸດ ສະແດງສຸທະເຈດຂອງຕົນ ຕ່ໍການປົກປ້ອງຄະນະສົງ, ເຊີດຊູຄຸນຄ່າອັນເປັນ ມູນເຊື້ອຂອງສາສະໜາພຸດ.

ເຊັ່ນດຽວກັບຊາວພຸດຄົນອື່ນໆ, ອ້າຍຟາລາກ່ໍໄປວັດເອີງເພື່ອ ຮ່ວມພິທີ. ບ້ານລາວຢູ່ຕາແສງເຟືອງແທ້ງ, ເມືອງກ່າງລອງ ຫ່າງຈາກວັດເອີງປະມານ 30 ຫຼັກ, ສະນັ້ນລາວ ແລະ ຄອບ ຄົວຂອງລາວຕ້ອງລຸກແຕ່ເຊົ້າໆ ເພື່ອໃຫ້ທັນກັບການເຂົ້າຮ່ວມພິທີ. ຟາລາ ເລົ່າສູ່ຟັງວ່າ, ຕັ້ງແຕ່ຍາມເຍົາໄວ ພ່ໍແມ່ກໍ່ໄດ້ໃຫ້ໄປຮ່ວມພິທີເຮັດກອງກັນຖິນຖວາຍຜ້າສະບົງຈີວອນແລ້ວ, ໃນພິທີນີ້ ຊາວພຸດພາກັນມາວັດ ເພື່ອຮັບຟັງຄູບາເທສະໜາ ຫຼັກທຳ ແລະ ຝຶກຝົນທາງດ້ານສາສະໜາ ກ່ຽວກັບຄຸນງາມຄວາມດີໃນການລ້ຽງດູຂອງບຸບພາຈານ, ກ່ຽວກັບຄວາມເປັນມະນຸດ… ບັນດາຄຳສັ່ງສອນນັ້ນ ໄດ້ຊາບຊືມເລິກເຂົ້າໃນຈິດໃຈຂອງ ຟາລາ ມື້ລະເລັກລະນ້ອຍ.

ສຳລັບຊົນເຜົ່າຂະແມ ຢູ່ຈ່າວິງນັ້ນ, ພຸດທະສາສະໜາ ແມ່ນພາກສ່ວນໜຶ່ງ ທີ່ຂາດບ່ໍໄດ້
ໃນຊີວິດວັດທະນະທຳ ແລະ ຄວາມເຊື່ອຖື.   ພາບ:  ຫງວຽນລວນ/ VNP


ປະຊາຊົນເຜົ່າຂະແມ ຈັດພິທີ ໂມທະນາພະພຸດທະເຈົ້າ ດ້ວຍຄວາມໃສສັດທາ.  ພາບ:  ຫງວຽນລວນ/ VNP

ເດັກນ້ອຍເຜົ່າຂະແມ ຢ່ ູຈ່າວິງ ຟົດຟື້ນມ່ວນຊື່ນເຂົ້າຮ່ວມບຸນກັນຖິນ ຖວາຍຜ້າສະບົງຈີວອນ. ພາບ:  ຫງວຽນລວນ/ VNP

ຫ້ອງຮຽນໜັງສືຂະແມ ຂອງຄູບາອາຈານຢູ່ຈ່າວິງ.
ພາບ:  ຫງວຽນລວນ/ VNP


ບັນດາຄູບາອາຈານ ເຮັດບຸນກັນຖິນຖວາຍຜ້າສະບົງ ຈີວອນ.  ພາບ:  ຫງວຽນລວນ/ VNP

ຄູບາ ຢູ່ວັດຮາງ  ຮຽນແກະສະຫຼັກໄມ້, ອາຊີບອັນເປັນມູນເຊື້ອ.  ພາບ:  ຫງວຽນລວນ/ VNP
ຢູ່ເຂດທົ່ງພຽງແມ່ນ້ຳຂອງມີເຜົ່າຂະແມ ດຳລົງຊີວິດຢູ່ ປະ ມານ 1,3 ລ້ານ ກວ່າຄົນ, ໃນນັ້ນເຕົ້າໂຮມຕົ້ນຕໍຢູ່ 3 ແຂວງຄື ຈ່າວິງ, ຊອກຈັງ ແລະ ກຽນຢາງ. ໄລ່ມາຮອດເດືອນ ຕຸລາ ປີ 2014 ພຸດທະສາສະໜານິກາຍຫິນະຍານເຜົ່າຂະແມມີວັດ 454 ແຫ່ງ ແລະ ຄູບາອາຈານ 8.500 ກວ່າອົງ. ໃນນັ້ນ, ເຕົ້າໂຮມຫຼາຍທີ່ສຸດແມ່ນຢູ່ແຂວງ ຈ່າວິງມີວັດ 142 ແຫ່ງ ແລະ ຄູບາອາຈານ 3.100 ອົງ.

ພວກຂ້າພະເຈົ້າມາຮອດເທສະບານເຈົາແທ່ງ, ບ່ອນມີວັດ ຮາງ ທີ່ລືຊື່ ໄດ້ຮັບການສ້າງຂຶ້ນແຕ່ປີ 1637. ເຈົ້າອະທິການວັດຄື ບັນພະຊາແທກຊວງ ໄດ້ເປັນເຈົ້າອາວາດ ວັດຮາງລຸ້ນທີ 23, ເປັນຜູ້ຮອບຮູ້ພະທຳ ແລະ ມີຄຸນສົມບັດສິນທຳ, ໄດ້ຮັບ ການເຄົາລົບນັບຖືຢ່າງສູງ ຂອງປະຊາຊົນທຸກຖ້ວນໜ້າ.

ເພື່ອໃຫ້ຊາວໜຸ່ມຢູ່ໃນເຂດ ມີອາຊີບເປັນປົກກະຕິ ກ່ໍຄືເພື່ອອະ ນຸລັກຮັກສາ ອາຊີບອັນເປັນມູນເຊື້ອ ຂອງບັນພະບູລຸດ, ອາ ຈານ ແທກຊວງ ໄດ້ຕັ້ງໂຮງງານແກະສະຫຼັກໄມ້ ຢູ່ໃນວັດເພື່ອ ຖ່າຍຖອດອາຊີບ ໃຫ້ແກ່ເຂົາເຈົ້າ. ຍ້ອນແນວນັ້ນ, ຊາວໜຸ່ມ ເຜົ່າຂະແມ 60 ຄົນໄດ້ຮັບການກໍ່ສ້າງເປັນນາຍຊ່າງທີ່ຊຳ ນານງານ. ຊື່ສຽງໄດ້ຊ່າລືໄປໄກ, ດັ່ງນັ້ນບ່ໍພຽງແຕ່ ຄົນຢູ່ພາຍໃນບໍລິເວນນັ້ນໄປຊອກຮຽນນຳ, ແຕ່ຜູ້ຢູ່ແຂວງອື່ນຄື ຊອກຈັງ, ຫວິ້ງລອງ, ເກີ່ນເທີ … ກ່ໍດຸ້ງດັ່ນມາຮຽນ.

ນອກຈາກ ເປີດຫ້ອງສອນແກະສະຫຼັກໄມ້, ວັດຮາງຍັງເປີດສອນໜັງສື ຂະແມ ເພື່ອຊ່ວຍໃຫ້ລູກຫຼານເຜົ່າຂະແມ ບ່ໍພຽງແຕ່ອະນຸລັກຮັກສາ ໜັງສືຂອງຕົນໄວ້ໄດ້ ແຕ່ຍັງສາມາດອ່ານປຶ້ມຄຳພີ ເປັນພາສາຂະແມອີກ.

ຫຼາຍປີຜ່ານມາ, ຍ້ອນມີນະໂຍບາຍຫ່ວງໄຍ ແລະ ມີການລົງ ທຶນອັນໃຫຍ່ຫຼວງຂອງລັດ, ສະນັ້ນ ບ່ໍພຽງແຕ່ຊີວິດທາງສາສະ ໜາ, ການເຊື່ອຖືເທົ່ານັ້ນ, ແຕ່ທັງຊີວິດດ້ານເສດຖະກິດ, ວັດ ທະນະທຳ-ສັງຄົມຂອງພີ່ນ້ອງເຜົ່າຂະແມ ຢູ່ຈ່າວິງໄດ້ມີການປ່ຽນແປງ ຫຼາຍຖ້າທຽບໃສ່ໃນເມື່ອກ່ອນ. ຍ້ອນແນວນັ້ນ, ໄປຮອດໃສກ່ໍເຫັນບັນຍາກາດ ເບີກບານມ່ວນຊື່ນ.

ອີງຕາມການຄົ້ນຄວ້າຂອງສູນຄົ້ນຄວ້າ Pew (ອາເມລິກາ)ເປັນຜູ້ດຳເນີນກ່ຽວກັບຄວາມຫຼາກຫຼາຍ ຂອງສາສະໜາໃນມ່ໍໆນີ້  ໄດ້ຈັດຫວຽດນາມຢູ່ໃນອັນດັບ 3 ຂອງໂລກກ່ຽວກັບລະ ດັບ ຄວາມຫຼາກຫຼາຍທາງດ້ານສາສະໜາ ຖັດຈາກພຽງ ສິງກະໂປ ແລະ ໄຕ້ຫວັນເທົ່ານັ້ນ.

ຜົນການຄົ້ນຄວ້ານີ້ ໄດ້ສ່ອງແສງໃຫ້ເຫັນ ພາບຄວາມເປັນຈິງທາງດ້ານສາສະໜາຢ່ ູຫວຽດນາມ ຢ່າງພາວະວິໄສ. ມາຮອດປະຈຸບັນນີ້, ລັດຖະບານ ຫວຽດນາມ ໄດ້ຮັບຮູ້ຢ່າງເປັນທາງການ ນັບເປັນສິບອົງການຈັດຕັ້ງ ທາງດ້ານສາສະໜາ ທີ່ຂຶ້ນກັບ ສາ ສະໜາກາໂຕລິກ, ຂ່າວປະເສີດ, ສາສະໜາພຸດ, ອິດສະຫຼາມ, ອິນເດຍ, ບາຮາຍ ແລະ ສາສະໜາຕ່າງໆ ທີ່ກຳເນີດຂຶ້ນຢູ່ ພາຍໃນປະເທດ(ຄື ກາວດ່າຍ, ມິງຊື, ມິງຫຼີ, ບືວເຊີນກີ່ເຮືອງ, ຕື້ເອີນຮ້ຽວເຫງ໊ຍ…). ນອກຈາກນັ້ນ, ຍັງມີຫຼາຍກຸ່ມສາສະໜາອື່ນ ທີ່ພວມມີການເຄື່ອນໄຫວຢູ່ໃນຄອບຄົວ ຫຼື ສະຖານທີ່ ທີ່ໄດ້ຂຶ້ນທະບຽນກັບອຳນາດການປົກຄອງ.
 
ບົດ: ທົງທ້ຽນ, ຫງວຽນແອວງ, ກວິງແອງ

ພາບ: ຫວຽດເກື່ອງ, ເຕີດເຊີນ, ຫງວຽນລວນ

bichlien

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top