• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວປະມົງ ຫວຽດນາມ ຄັດຄ້ານຄຳສັ່ງຫ້າມຫາປາ ຢ່າງໄຮ້ເຫດຜົນຂອງ ຈີນ

ກຳປັ່ນຂອງຊາວປະມົງ ຫວຽດນາມ ຍັງເຄື່ອນໄຫວຫາປາເປັນປົກກະຕິ
(ພາບປະກອບ)
   ຕໍ່ໜ້າແຫຼງຂ່າວທີ່ຝ່າຍ ຈີນ ປະກາດໃຊ້ຄຳສັ່ງຫ້າມຫາປາຢູ່ເຂດທະເລຕາເວັນອອກ ແຕ່ວັນທີ 16/5/2015 ຮອດ ວັນທີ 1/8/2015, ຊາວປະມົງຫຼາຍຄົນຂອງ ຫວຽດນາມ ໄດ້ອອກສຽງຄັດຄ້ານ ແລະ ຢັ້ງຢືນຈະສືບຕໍ່ຫາປາ, ຕິດພັນກັບທະເລ. ຊາວປະມົງ ເລວັນແຫ້ງ, ຢູ່ເມືອງເກາະ ຫຼີເຊີນ, ແຂວງ ກວາງຫງາຍ ໃຫ້ຮູ້ວ່າ:
        “ໝູ່ເກາະ ແລະ ທະເລຢູ່ຮ່ວາງຊາ ແມ່ນຂຶ້ນກັບອະທິປະໄຕຂອງ ຫວຽດນາມ, ຂ້າພະເຈົ້າແມ່ນຊາວປະມົງ ຫວຽດນາມ ດັ່ງນັ້ນມີສິດຫາສິນທະເລຢູ່ເຂດທະເລຂຶ້ນກັບອະທິປະໄຕຂອງຕົນ. ຝ່າຍຈີນ ເຄີຍອອກຄຳສັ່ງຫ້າມຫາປາມາຫຼາຍປີແລ້ວ, ແຕ່ເຮົາແມ່ນຊາວປະມົງ ຫວຽດນາມ, ເຮົາມີສິດເຄື່ອນໄຫວໃນເຂດທະເລຂອງ ຫວຽດນາມ ເປັນປົກກະຕິ.”
        ທ່ານ ມາຍແທ່ງຟຸກ, ປະທານສະຫະສະມາຄົມອາຊີບຫາປາຕາແສງ ເຟືອກດົງ, ນະຄອນ ຍາຈາງ ໃຫ້ຮູ້ວ່າ:
        “ພວກຂ້າພະເຈົ້າຍັງສືບຕໍ່ຕິດພັນກັບທະເລເປັນເວລາຫຼາຍມື້ກ່ວາເພື່ອຜະລິດ. ສຳລັບພໍ່ແມ່ປະຊາຊົນຊາວປະມົງພວກຂ້າພະເຈົ້າຄຳສັ່ງຫ້າມຫາປາຂອງຈີນ ແມ່ນໄຮ້ຄຸນຄ່າ, ຍ້ອນວ່ານີ້ແມ່ນເຂດທະເລຂອງ ຫວຽດນາມ ເປັນຫຍັງຈຶ່ງຫ້າມຫາປາຢ່າງໄຮ້ເຫດຜົນຄືແນວນັ້ນ. ບັນດາກຳປັ່ນຂຶ້ນກັບສະຫະສະມາຄົມຍັງຄົງສືບຕໍ່ອອກສູ່ທະເລ, ບໍ່ມີກຳປັ່ນລຳໃດຢຸດຕິການເຄື່ອນໄຫວຢູ່.”
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top