• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຈຸດພົບປະແລກປ່ຽນທາງວັດທະນະທຳຊົນເຜົ່າມົ້ງ

ວັດທະນະທຳຊົນເຜົ່າມົ້ງ, ງານບຸນຊົນເຜົ່າລາວສູງ ໝາຍຄວາມວ່າ ມີພິທີການບະຜີຫຼື ການໃຫ້ຄໍາໝັ້ນສັນຍາ. ຄົນຊົນເຜົ່າມົ້ງອາໃສຢູ່ 13  ແຂວງ ໃນທົ່ວທຸກບ່ອນຫວຽດນາມ ໄດ້ເຂົ້າຮ່ວມງານ ວັດທະນະທໍາ ຊົນເຜົ່າມົ້ງທົ່ວປະເທດຄັ້ງທີ II ຈັດຂຶ້ນທີ່ນະຄອນ ຮ່າຢາງ, ການໄດ້ເຂົ້າຮ່ວມງານຕັ້ງນີ້ກໍປຽບສະເໜືອນວ່າ ໄດ້ໄປຮ່ວມງານບຸນຊົນເຜົ່າລາວສູງ ມີການໃຫ້ຄໍາໝັ້ນສັນຍາ ວ່າຈະອະນຸລັກຮັກສາ ແລະ ເຜີຍແຜ່ເອກະລັກວັດທະນະທໍາ ຂອງຊົນເຜົ່າ.
ເຫດຜົນຄົນເຜົ່າມົ້ງ
“ຄົນຊົນເຜົ່າມົ້ງຂ້າພະເຈົ້າມີຄໍາເວົ້າໜ້າດຶງດູດໃຈຄື “ຄົນວົງຕະກຸນ ດຽວກັນ”. ຄົນວົງຕະກຸນດຽວກັນ ບໍ່ເຂົ້າໃຈໄປແບບຄວາມເຂົ້າໃຈ ຄືກັບຄົນຊົນເຜົ່າຫວຽດ, ບໍ່ພຽງແຕ່ເປັນຄົນວົງຕະກຸນດຽວກັນ, ເຊື້ອສາຍດຽວກັນ ແຕ່ເປັນການເອີ້ນແບບໂດຍລວມວ່າ ຄົນຊົນ ເຜົ່າມົ້ງ ດໍາລົງຊີວິດຢູ່ທົ່ວທຸກພາກໃນປະເທດຫວຽດນາມ. ສະນັ້ນ ເມື່ອຮອດງານບຸນວັດທະນະທໍາຊົນເຜົ່າມົ້ງ ທີ່ນະຄອນຮ່າຢາງ ພວກເຮົາມີຄວາມເບີກບານມ່ວນຊື່ນທີ່ສຸດ ພິເສດກໍແມ່ນໄດ້ພົບປະ ແລກປ່ຽນກັບຫຼາຍຄົນ “ຄົນວົງຕະກຸນດຽວກັນ”. ທ່ານຢ່າງອາກົວ ຢູ່ຕາແສງຕ້າຟິນ (ເມືອງສາປາ, ແຂວງລາວກາຍ) ດ້ວຍຄວາມດີໃຈ ຍົກຈອກເຫຼົ້າສາລີ ເຊີນແຂກດື່ມໃນທ່າມກາງເວທີອັນສະຫງ່າລາສີ ເຕັມໄປດ້ວຍເຄື່ອງອາພອນເພດແຕ່ງກາຍຂອງຊົນເຜົ່າມົ້ງດ້ວຍຫຼາຍສີສັນສົດໃສໃນງານບຸນ.

ການໃຫ້ສຳພາດຂອງທ່ານກົວ ກໍເປັນການໂອ້ລົມໃຫ້ທັດສະນະ ລວມຂອງຊົນເຜົ່າມົ້ງເຂົ້າມາຮ່ວມໃນງານບຸນມີຫຼາຍກວ່າ 500 ຄົນນັກສິນລະປິນ, ນັກສະແດງຈາກ 13 ແຂວງໃນທົ່ວປະເທດ. ໃນທົ່ວບໍລິເວນເດິ່ນໃຈກາງນະຄອນຮ່າຢາງ ເຕັມໄປດ້ວຍບັນດາ ກິດຈະກໍາໃນງານບຸນ, ທາງດ້ານນີ້ປະກອບມີການສະແດງສາທິດ ແບບວິທີເຮັດແຄນ, ທາງດ້ານນັ້ນມີສຽງຮ້ອງແຊວໆໃສ່ກັນເຊີນ ກັນດື່ມເຫຼົ້າສາລີພາກັນມ່ວນຊື່ນ, ມີບາງບ່ອນໃນເວທີ ກໍໄດ້ຍິນ ສຽງກີ່ຕໍ່າຫູກຂອງຍິງສາວເຜົ່າມົ້ງຕໍ່າຜ້າປ່ານ, ບາງຄັ້ງຄາວກໍໄດ້ ຍິນສຽງແຄນດັງຂຶ້ນ ປະສານສຽງດົນຕີ, ສຽງກອງຢູ່ໃນງານດອງ...

ເວທີເປີດງານບຸນວັດທະນະທໍາຊົນເຜົ່າມົ້ງທົ່ວປະເທດ ຄັ້ງທີ II.


ເປັນຕົວແທນໃຫ້ແກ່ນັກສິລະປິນມາຈາກ 13 ແຂວງ ທີ່ມີຊົນເຜົ່າ ມົ້ງ
ອາໃສຢູ່ ຂຶ້ນເທິງເວທີສະເໜີຕໍ່ຜູ້ຊົມ ໃນພິທີເປີດງານບຸນ.



ລາຍການສະແດງສິລະປະໃນຊຸດເຄື່ອງນຸ່ງຜູ້ຍິງ ເອກະລັກຂອງ ຊົນເຜົ່າມົ້ງ.


ການສະແດງບົດຟ້ອນເສງຕ່ຽນ-ເປັນໜຶ່ງບົດຟ້ອນມູນເຊື້ອ ຂອງຊົນເຜົ່າມົ້ງ.


ຜູ້ຍິງຊົນເຜົ່າມົ້ງຢູ່ໃນແຂວງຮ່າຢາງ ໄດ້ສະແດງບົດຟ້ອນກ່ຽວກັບ ແບບວິທີຕໍ່າຜ້າປ່ານ.


ການສະແດງໃນບົດຟ້ອນ “ຄົນຊົນເຜົ່າມົ້ງໄປງານບຸນ”.


ບົດຟ້ອນສິລະປະ “ຄົນຊົນເຜົ່າມົ້ງຕາມທິດຂອງພັກ” ໃນພິທີການເປີດງານ.
ບົດຟ້ອນສະແດງເຖິງປະຫວັດສາດ 300 ປີ ການກໍາເນີດ ແລະ ຂະຫຍາຍຕົວຂອງຄົນເຜົ່າມົ້ງຢູ່ໃນຫວຽດນາມ.

ຄົນຊົນເຜົ່າມົ້ງ ເຂົ້າຮ່ວມງານບຸນຢູ່ນະຄອນຮ່າຢາງ ປຽບສະເໜືອນ ໄປຕະຫຼາດ. ສະນັ້ນ, ຄົນຊົນເຜົ່າມົ້ງໄປຕະຫຼາດເພື່ອຊື້ຂາຍ ເປັນປັດໃຈສໍາຮອງເທົ່ານັ້ນ, ສິ່ງສໍາຄັນແມ່ນເພື່ອພົບປະ ແລກປ່ຽນ ບັນດາ “ຄົນວົງຕະກຸນດຽວກັນ” ນໍາກັນ. ເພາະສະນັ້ນແລ້ວນັກ ສິລະປິນດີເດັ່ນ ທ່ານ ຢ່າງຈຸ່ງຊິ່ງ ຢູ່ເມືອງມົກເຈົາ (ເຊີນລາ) ໄດ້ຖາມຊາວໝຸ່ມຊື່ທ້າວ ມົວອາຕົ້ວ ຢູ່ເມືອງສີມາກາຍ (ເຊີນລາ) ໃຫ້ຮູ້ວ່າ: “ບ້ານຂອງເຈົ້າໃນລະດູດອກໜາກຄາຍບານ ໄດ້ເຮັດ ງານບຸນຂໍພອນບໍ່?. ຊາຍໝຸ່ມຊື່ ມົວອາຕົ້ວ ໃຫ້ຄໍາຕອບທັນທີວ່າ “ເຮັດລະບໍ, ຄົນຊົນເຜົ່າມົ້ງຢູ່ບ້ານຂ້າພະເຈົ້າ ບໍ່ໄປງານບຸນຂໍພອນ ຄືຈັ່ງໂຕປາບໍ່ໄດ້ພົບນໍ້າຫ້ວຍ, ຄືດັ່ງໂຕສັດອ້າງວ່າງເປົ່າປ່ຽວເມື່ອ ຢູ່ໃນປ່າດົງກ້ວາງ”. ຜູ້ຊາຍຊົນເຜົ່າມົ້ງທັງສອງຄົນມີໜ້າແດງໆ ເພາະດື່ມເຫຼົ້າສາລີ, ຕ່າງຝ່າຍຕ່າງກໍຢູ່ຫ່າງໄກກັນຄົນລະທິດ ຄົນລະແດນເຖິງ 500 ກິໂລແມັດ ໄດ້ເລົ່າສະພາບງານບຸນ ຂອງບ້ານຕົນເອງໃຫ້ກັນຟັງຢ່າງຟົດຟື້ນມ່ວນຊື່ນ. ສິ້ນສຸດການລົມ, ນັກສິລະປິນດີເດັ່ນ ທ່ານ ຢ່າງຈຸ່ງຊິ່ງ ເວົ້າດ້ວຍສຽງຄ່ອຍໆວ່າ: “ຂ້າພະເຈົ້າເຖົ້າແກ່ແລ້ວ, ໄປໄກບໍ່ໄດ້ອີກແລ້ວ, ງານບຸນປີໃໝ່ ປີໜ້າ ເຊີນເຈົ້າໄປເມືອງມົກເຈົາ ຮ່ວມມ່ວນຊື່ນໃນງານບຸນ ນໍາເດີ”.

ຫຼັງຈາກນັ້ນທ່ານ ຢ່າງຈຸ່ງຊິ່ງ ກັບຫັນໜ້າມາຫາພວກເຮົາແລ້ວ ເວົ້າວ່າ:“ຄົນຊົນເຜົ່າມົ້ງພວກຂ້ອຍມີເຫດຜົນ, ເຫດຜົນນັ້ນ ແມ່ນຕ້ອງອະນຸລັກຮັກສາໄດ້ວັດທະນະທໍາຂອງປູ່ຫຍ້າຕາຍາຍສ້າງໄວ້ໃຫ້ນັ້ນ. ເຖິງແມ່ນວ່າຈະຂ້າມພູໜ່ວຍນີ້ ຜ່ານປ່າດົງນັ້ນ ຫາກໄດ້ຍິນສຽງແຄນ, ເຫັນຜ້າແຜ ເຄື່ອງນຸ່ງ ແຕ່ງກາຍສີສົດໃສ ຕ້ອງໄດ້ຮູ້ຈັກຖາມໄຖ່ເຊິ່ງກັນແລະກັນວ່າ“ຄົນວົງຕະກຸນດຽວກັນ“ ຍັງມີຄວາມຫຍຸ້ງຍາກຫຍັງປະການໃດ ທີ່ຕົນເອງຄອຍໃຫ້ ການຊ່ວຍເຫຼືອ.


“ລາວສູງ” ແຄມຝັ່ງແມ່ນໍ້າໂລ
ຄົນຊົນເຜົ່າມົ້ງ ຢູ່ທົ່ວທຸກແຫ່ງຫົນ ໃນຫວຽດນາມ ຍັງອະນຸລັກ ຮັກສາງານບຸນອັນຊົງຄຸນຄ່າໜຶ່ງໄວ້ໄດ້ ນັ້ນກໍຄືງານບຸນລາວສູງ. ລາວສູງໝາຍຄວາມວ່າເປັນບຸນການບະຜີ ຫຼື ການໃຫ້ຄໍາໝັ້ນ ສັນຍາ. ຕາມຮີດຄອງປະເພນີຮອດລະດູບານໃໝ່ມາເຖິງ ຄົນຊົນເຜົ່າມົ້ງ ຈະມາລວມຕົວກັນຢູ່ບໍລິເວນເສົາຫຼັກຫີນສັກສິດ ຕັ້ງຢູ່ຫົວບ້ານ ເພື່ອໄຫ້ວເຈົ້າຖິ່ນ ໃຫ້ສັນຍາວ່າຈະບໍ່ເຮັດຜິດສິ່ງຕ້ອງ ຫ້າມທາງດ້ານວັດທະນະທໍາອັນດີງາມ ທີ່ບັນພະບູລຸດສ້າງໄວ້ນັ້ນ. ບັນດານັກສິລະປິນຊົນເຜົ່າມົ້ງຫຼາຍກວ່າ 500 ຄົນ ທີ່ໄດ້ເຂົ້າຮ່ວມ ງານບຸນຢູ່ນະຄອນຮ່າຢາງ ກໍປຽບສະເໝືອນວ່າ ໄດ້ໄປງານບຸນ ຂອງລາວສູງ ເນື່ອງຈາກວ່າມາສະຖານທີ່ແຫ່ງນີ້ ພວກເຂົາໄດ້ພົບ ກັບເວທີສະແດງທີ່ຍິ່ງໃຫຍ່ ເຊິ່ງເປັນໂອກາດໃຫ້ພວກເຂົາໄດ້ ສະແດງຄວາມເປັນເອກະລັກວັດທະນະທໍາດ້ວຍຫຼາກຫຼາຍຮູບ ແບບສີສັນ ແລະ ມີຄຸນຄ່າສູງ, ຄົນຊົນເຜົ່າມົ້ງມາສະຖານທີ່ແຫ່ງນີ້ ເພື່ອໃຫ້ຄໍາໝັ້ນສັນຍາກັບ“ຄົນວົງຕະກຸນດຽວກັນ” ແລະ ແຂກ ທ່ອງທ່ຽວ ນັ້ນວ່າ ຈະອະນຸລັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທໍາດັ່ງກ່າວນັ້ນ.

ດ້ວຍເຫດຜົນດັ່ງກ່າວ ຊາຍໜຸ່ມຊື່ທ້າວ ມົວອາຊິງ ຢູ່ແຂວງດັກລັກ ເດີນທາງມາແຕ່ໄກດ້ວຍໄລຍະທາງຫຼາຍກ່ວາພັນກິໂລແມັດ ຈະມາເຖິງນະຄອນຮ່າຢາງ, ລາວໄດ້ເອົາໃຈໃສ່ຕິດຕາມ ແລະ ຈົດບັນທຶກສະພາບການຕ່າງໆ ເຊິ່ງລາວໃຫ້ສໍາພາດວ່າ: “ຄົນຊົນ ເຜົ່າມົ້ງຂ້າພະເຈົ້າ ໄດ້ອາໃສຢູ່ແຂວງດັກລັກ ຕັ້ງແຕ່ດົນນານ ມາແລ້ວແຕ່ຮີດຄອງປະເພນີວັດທະນະທໍາໄດ້ສູນຫາຍໄປຫຼາຍ ແລ້ວ. ຂ້າພະເຈົ້າໄດ້ມາເຫັນ, ຮູ້ຕົວຈິງກ່ຽວກັບພິທີຈັດງານດອງ ຂອງຊົນເຜົ່າມົ້ງ ຢູ່ທີ່ນະຄອນຮ່າຢາງ ໄດ້ສະແດງໃຫ້ເຫັນການຟື້ນຟູ ອະນຸລັກງານແຕ່ງດອງຄືນໃໝ່ ເຊິ່ງ ຂ້າພະເຈົ້າເຫັນໄດ້ວ່າມີຫຼາກ ຫຼາຍພິທີກໍາຢູ່ບ້ານຂ້າພະເຈົ້າໄດ້ສູນຫາຍໄປແລ້ວ. ຂ້າພະເຈົ້າ ຈໍາເປັນຕ້ອງໄດ້ຈົດບັນທຶກໄວ້, ຈື່ໄວ້ເພື່ອໃນຍາມກັບບ້ານຈະ ໄດ້ເລົ່າສູ່ປະຊາຊົນໃນບ້ານຂອງຕົນເອງຮັບຮູ້ເຂົ້າໃຈຮີດຄອງນີ້ນັ້ນລະ”.

ເວທີການສະແດງໃນນະຄອນຮ່າຢາງ ຕັ້ງຢູ່ບໍລິເວນພື້ນທີ່ກ້ວາງ ໃຫຍ່ແຄມຝັ່ງແມ່ນໍ້າໂລ ເປັນບ່ອນເຕົ້າໂຮມພົບປະແລກປ່ຽນ ຂອງບັນດານັກທ່ອງທ່ຽວທົ່ວຈາກທົ່ວທຸກຫົນແຫ່ງ. ໃນງານບຸນ ກໍເປັນໂອກາດໜື່ງທີ່ນັກທ້ອງທ່ຽວໄດ້ມີໂອກາດຊອກຮຸ້ ຄົ້ນຫາ ເອກະລັກວັດທະນະທໍາທີ່ມີຄຸນຄ່າຂອງຊົນເຜົ່າ ທີ່ອາໃສຢູ່ຕາມ ພູຜາຫີນ. ທ່ານ ຮ່ວາງມິງຈຸງ, ນັກທ່ອງທ່ຽວຜູ້ໜຶ່ງມາຈາກ ນະຄອນຫຼວງຮ່າໂນ້ຍ ໃຫ້ສໍາພາດວ່າ: “ຕົນເອງຖືກໃຈທີ່ສຸດແມ່ນ ການສະແດງລັກເມຍຢູ່ເທິງເວທີສະແດງໃນຄໍ່າຄືນຂອງວັັນເປີດພິທີງານບຸນ. ໃນສາກຂອງການສະແດງດັ່ງກ່າວນັ້ນ ຜູ້ສາວມົ້ງໄດ້ເວົ້າ ກັບຜູ້ບ່າວທີ່ໄປລັກເມຍນັ້ນວ່າ “ຜົວທີ່ດີຕ້ອງໄຖນາທັງໜົດ ໜ່ວຍພູໃຫ້ແລ້ວ, ເມຍທີ່ດີຕ້ອງຮູ້ຕໍ່າຜ້າ ແສ່ວແຜ, ຕັດຫຍິບ ໂສ້ງເສື້ອຮັບໃຊ້ຄອບຄົວ”.


ຜູ້ຍິງສາວເຜົ່າມົ້ງຂຽວ ຢູ່ແຂວງເຊີນລາ ສະແດງສິລະປະດ້ວຍບົດ ຟ້ອນວິທີການປັ້ນເຂົ້າໜົມຫວານ.
ເປັນຂະໜົມຊະນິດໜຶ່ງ ເປັນເອກະລັກຂອງຊົນເຜົ່າມົ້ງ ນິຍົມກັນເຮັດຂະໜົມ ດັ່ງກ່າວ ໃນວັນບຸນປີໃໝ່. 



ນັກສິລະປິນດີເດັ່ນ ທ່ານ ຢ່າງຈຸ່ງຊິ່ງ, ຢູ່ເມືອງມົກເຈົາ (ແຂວງເຊີນລາ) ໄດ້ສະແດງບົດຟ້ອນແຄນຂອງຊົນເຜົ່າມົ້ງ.


ໝໍຜີຄົນຊົນເຜົ່າມົ້ງມາຈາກເມືອງຊາປາ (ແຂວງເຊີນລາ) ໄດ້ສະແດງພິທີກໍາ, ປະເພນີການຂໍຟ້າຂໍຝົນໃນລະດູການຜະລິດ.


ໃນງານບຸນ ຄົນຊົນເຜົ່າມົ້ງມາຈາກແຂວງລາຍເຈົາ ໄດ້ສະແດງວິທີຕົ້ມເຫຼົ້າສາລີ.


ໃນງານບຸນ ຄົນຊົນເຜົ່າມົ້ງ ມາຈາກແຂວງບັກກ້ານ ໄດ້ສະແດງການເປົ່າແຄນ ທັງໄຕ່ເຊືອກ.


ບັນດາຍິງສາວຊົນເຜົ່າມົ້ງມາຈາກແຂວງເຊີນລາໄດ້ຈັດແຂ່ງຂັນຍິງໜ້າເກັກໃນງານບຸນ.


ຄົນຊົນເຜົ່າມົ້ງມາຈາກເມືອງ ສີມາກາຍ (ແຂວງເຊີນລາ) ສະແດງພິທີຂັບໄລ່ຜີມ້າ ໃຫ້ຊີວິດຢູ່ເຢັນເປັນສຸກ. 


ບັນດາຍິງສາວຊົນເຜົ່າມົ້ງ ໃສ່ຊຸດອາພອນເພດດ້ວຍລາຍດອກດວງ ດ້ວຍສີສັນສົດໃສງາມຕາຢູ່ໃນງານບຸນ.

ການໄປງານບຸນ, ຄົນຊົນເຜົ່າມົ້ງ ປຽບສະເໝືອນໄດ້ໃຫ້ຄໍາໝັ້ນ ສັນຍາ ຕໍ່ກັບເທວະດາຟ້າແຖນ ກັບ “ຄົນວົງຕະກຸນດຽວກັນ” ດ້ວຍກັນແລະອ້າຍນ້ອງບັນດາຊົນເຜົ່າໃນພື້ນແຜນດິນຫວຽດນາມ. ຫຼັງຈາກງານບຸນສິ້ນສຸດ, ຄົນຊົນເຜົ່າມົ້ງກັບຄືນສູ່ຄອບຄົວ, ສູ່ບ້ານເກີດເມືອງນອນຕັ້ງລຽບຕາມຮ່ວມພູ ຮ່ວມຜາ. ໃນສະຖານທີ່ ແຫ່ງນັ້ນ, ຈະມີວັດທະນະທໍາຊົນເຜົ່າມົ້ງ ດຳລົງຄົງຕົວຢູ່ ແລະ ພັດທະນາສືບທອດກັນມາຢ່າງຕໍ່ເນື່ອງ, ຍັງໄດ້ປະກອບສ່ວນ ຊ່ວຍເສີມເຕີມສ້າງວັດທະນະທໍາຫວຽດນາມຈະເລີນກ້າວໜ້າ, ມີສະເໜ່ເອກະລັກປະຈໍາຊາດ.
ບົດ: ທົງທ້ຽນ-ພາບ: ຫວຽດເກື່ອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top