• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດນັດພົບຂອງບັນດາກອງປະຊຸມທ່ອງທ່ຽວສົມທົບກັບກອງປະຊຸມ, ກອງປະຊຸມສຳມະນາ

ຜູ້​ຕາງ​ໜ້າ​ຂະ​ແໜງ​ທ່ອງ​ທ່ຽວ ດ່າ​ນັ້ງ, ກວາງ​ນາມ ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ
      ໃນ​ລະ​ຫວ່າງວັນ​ທີ 23 -27/3, ຄະ​ນະ​ຜູ້​ແທນ Famtrip ລວມ​ມີ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ທ່ອ​ງ​ທ່ຽວທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ ແລະ ຮ່າ​ໂນ້ຍ ກ່ວາ 30 ແຫ່ງ​ ​ໄດ້ໄປ​ສຳຫຼວດ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ບໍ​ລິ​ການທ່ອງ​ທ່ຽວ​ຢູ່​ນະ​ຄອນ ດ່າ​ນັ້ງ ແລະ ໂຮ​້ຍ​ອານ, ແຂວງ ກວາງ​ນາມ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ 2 ທ້ອງ​ຖິ່ນ​ນ​ີ້​ແນ​ະ​ນຳ​ຜະ​ລິດ​ຕະ​ພັນ​ການ​ບໍ​ລິ​ການ​ທ່ອງ​ທ່ຽວ​ໃໝ່​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ກິ​ລາ, ໂຄ​ສະ​ນາ​ບັນ​ດາ​ຕະຫຼາດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງຫຼາຍ​ຮູບ​​ແບບ​ທ່ອງ​ທ່ຽວ​ສົມ​ທ​ົບ​ກັບການ​ຈັດ​ຕັ້ງ​ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ. ທ່ານ ເລືອງ​ຢູຍ​ເງີນ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ທ່ອງ​ທ່ຽວ Newstar Tour ຖື​ວ່າ:
        “​ເມື່ອເວົ້າ​ເຖິງ​ພາກ​ກາງ, ດ່າ​ນັ້ງ, ກວາງ​ນາມ ແລ້ວ, ຕະ​ຫ​ລາດກອງ​ປະ​ຊຸມ​ທ່ອງ​ທ່ຽວ​ສົມ​ທົບ​​ກັບກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ (MICE) ປະ​ຈຸ​ບັນ ເກືອບ​ຄື​ວ່າ ແມ່ນ​ຈຸດ​ນັດ​ພົບ​ທີ່​ດີ​ຢູ່​​ໃນ​ຂົງເຂດນີ້, ບັນ​ດາ​ການ​ບໍ​ລິ​ການ​ຮັບ​ໃຊ້​ໃຫ້​ຕະຫຼາດ MICE ມີ​ຄວາມ​ປອດ​ໄພ​ທີ່​ສຸດ ​ນັບທັງ​ດ້ານ​​ການບໍ​ລິ​ການ ແລະ ຄວາມ​ສະ​ມາດ​​ໃນ​ການສະ​ໜອງ, ​ມີຄວາ​ມ​ສາ​ມາດ​​ຕອບສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ, ​ນັບ​ແຕ່​ບັນ​ດາ​ຄະ​ນະ​ມີ​ແຂກ​ທ່ອງ​ທ່ຽວ​ເກືອບພັນ​ຄົນ​. ພິ​ເສດ, ໄລ​ຍະ​ຈະ​ມາ​ເຖິງ, ນະ​ຄອນ ດ່າ​ນັ້ງ ໄດ້​ສ້າງ​ຕັ້ງ​ສູນກອງ​ປະ​ຊຸມ​ຢູ່​ເຂດ Furama Resort ສາ​ມາດ​ຮັບ​ໃຊ້​ແຂກ​ໄດ້​ເຖິງ 3.500 ຄົນ​ໃນ​ພາບ​ດຽວ​ກັນ. ນີ້​ແມ່ນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ໃນ​ປີ 2017.”
 (ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ຕອນບ່າຍວັນທີ 22/4, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ເນື່ອງໃນໂອກາດມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ 2024

Top