• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຈຸກຈີ ເມືອງ ເຫວ້

ສິລະປະ ຈຸກຈີ ໄດ້ປະດິດສ້າງຂຶ້ນດ້ວຍໄມ້ໄຜ່ ແລະ ອີງຕາມ ພື້ນຖານການຜະລິດເຈ້ຍ ທີ່ເປັນມູນເຊື້ອຂອງ ຫວຽດນາມ. ຕາມການຜັນສຽງແຕ່ພາສາຈີນ ມາເປັນພາສາ ຫວຽດ ກໍຄື ຈຸກ ແມ່ນໄມ້ໄຜ່, ຈີ ແມ່ນເຈ້ຍ, ສະນັ້ນ ຊື່ ຈຸກຈີ ໄດ້ກຳເນີດ ມາ ຈາກ ນັ້ນ. “ເປັນເຈ້ຍ - ບໍ່ພຽງແຕ່ເປັນເຈ້ຍເທົ່ານັ້ນ” ແຕ່ຍັງມີ ຄວາມສຳຄັນຕົ້ນຕໍ່ ເພື່ອໃຫ້ນັກແຕ້ມ ຟານຫາຍບັ່ງ ປະດິດສ້າງ ສິລະ ປະ ຈຸກຈີ ທີ່ມີຊື່ສຽງ ຂອງ ຄະນອນເກົ່າ ເຫວ້.
ເມື່ອປີ 2000, ນັກແຕ້ມ ຟານຫາຍບັ່ງ ແລະ ເພື່ອນຮ່ວມງານເລີ່ມປະຕິບັດໂຄງການ ໃນການຊອກຫາ ຜະລິດຕະພັນໃໝ່ໆ ຜະລິດແບບຫັດຖະກຳ ທີ່ເປັນເອກະລັກ ແລະເຕັມໄປດ້ວຍ ສີສັນວັດທະນະທຳ ຫວຽດນາມ. ເປັນເວລາ 10 ກວ່າປີ ໃນ ການຄົ້ນຄວ້າກ່ຽວກັບວິທີການຜະລິດເຈ້ຍສາ ແບບຫັດຖະທຳ ທົ່ວທຸກສາລະທິດ ຢູ່ຫວຽດນາມ, ໃນປີ 2011, ນັກແຕ້ມ ຟານຫາຍບັ່ງ ໄດ້ ປະດິດສ້າງສິລະປະ ຈຸກຈີ ທີ່ເຕັມໄປດ້ວຍເອກກະລັກ ວັດທະນະທຳ ເຫວ້.

ການຄັດເລືອກວັດຖຸດິບໃຫ້ ຈຸກຈີ ແມ່ນບັນຫາໜຶ່ງ ທີ່ນັກແຕ້ມ ຟານຫາຍບັ່ງ ຕ້ອງໄດ້ທຸ້ມເທຫົວຄິດປະດິດສ້າງ. ຫຼັງຈາກໄດ້ ທົດລອງໃຊ້ກັບວັດຖຸດິບ ຫລາຍຊະນິດ ທີ່ແຕກຕ່າງກັນ, ສຸດທ້າຍ ຟານຫາຍບັ່ງ ໄດ້ຕັດສິນໃຈນຳໃຊ້ໄມ້ໄຜ່ ເພື່ອຜະລິດ ຈຸກຈີ ທັງນີ້ ຍ້ອນວ່າ ຕົ້ນໄຜ່ ໄດ້ປູກຫຼາຍຢູ່ ຫວຽດນາມ ແລະ ມີ ຄວາມທົນທານສູງ ໃຫ້ແກ່ຜະລິດຕະພັນ.

ຂັ້ນຕອນການເຮັດເຈ້ຍ ກ່ອນຈະແຕ້ມດ້ວຍປາກການ້ຳ . ພາບ: ແທງຢາງ


ປາກການ້ຳໂດຍ ຟານຫາຍບັ່ງ ປະດິດສ້າງຂຶ້ນ ຊ່ວຍເຮັດ
ໃຫ້ນັກແຕ້ມມີຄວາມສະດວກໃນການແຕ້ມລວດລາຍ ແລະ ຮູບແຕ້ມ ຈຸກຈີ. 



ບັນດາລວດລາຍທີ່ແຕ້ມ ແລະ ຕັດເປັນຮູບ
ຊ່ວຍເຮັດໃຫ້ຂັ້ນຕອນການແຕ່ງຮູບຊົງດ້ວຍປາກການ້ຳໄດ້ສະດວກກວ່າ.
ພາບ: ເຕິດເຊີນ



ການແຕ່ງລວດລາຍໃຫ້ແກ່ຮູບແຕ້ມ ຈຸກຈີ ດ້ວຍປາກການ້ຳ. ພາບ: ເຕິດເຊີນ


ຫຼັງຈາກທີ່ໄດ້ແຕ້ມດ້ວຍປາກການ້ຳ, ຈຸກຈີ ຈະໄດ້ເອົາໄປ
ຕາກແດດ ເພື່ອໃຫ້ຜະລິດຕະພັນແຫ້ງຢ່າງສະໝຳ່ສະເໝີ. ພາບ: ແທງຢາງ



ຫຼັງຈາກປະດິດສ້າງສິລະປະ ຈຸກຈີ, ນັກແຕ້ມ ຟານຫາຍບັ່ງ ໄດ້ມີການຮ່ວມມືກັບບັນດາໝູ່ບ້ານຫັດຖະກຳ
ທີ່ມີມູນເຊື້ອ ຢູ່ເຫວ້ ເພື່ອປະດິດສ້າງຜະລິດຕະພັນທີ່ເຮັດດ້ວຍ ຈຸກຈີ ຄື: ວີ, ໂຄມໄຟ. ພາບ: ເຕິດເຊີນ



ບັນດາຜະລິດຕະພັນ ຈຸກຈີ ໂດຍນັກແຕ້ມ ຟານຫາຍບັ່ງ ແລະເພື່ອນຮ່ວມງານ ປະດິດຂຶ້ນ
ໄດ້ວາງສະແດງ ຢູ່ຫໍພິພິທະພັນ
ວັດຖຸບູຮານ ກຸງເກົ່າ ເຫວ້.​ ພາບ: ແທງຢາງ

ຄັດເລືອກຕົ້ນໄຜ່ ກ່ອນຈະເອົາໄປຕົ້ມ ແລະ ບົດເປັນແປ້ງ ໃຫ້ມຸ່ນລະອຽດ ກ່ອນຈະຜ່ານຂັ້ນຕອນໃນການຜະລິດເປັນເຈ້ຍແບບຫັດຖະກຳ. ໃນຂະນະທີ່ເຈ້ຍຍັງປຽກ, ນັກແຕ້ມ ຈະເລີ່ມເອົາຟອຍແຕ້ມນ້ຳ (ຄວາມແຮງ ຂອງ ນ້ຳສາມາດບັງຄັບໄດ້) ກະທົບໃສ່ດ້ານໜ້າ ຂອງເຈ້ຍເພື່ອແຕ່ງຮູບຊົງ.
 
ອີກວິທີໜຶ່ງ ໃນການຜະລິດສິລະປະ ຈຸກຈີ ນັ້ນກໍ່ຄື ແຕ້ມໂດຍກົງ ດ້ວຍປາກການ້ຳ ໃສ່ເຈ້ຍ ທີ່ຫາກໍ່ຜະລິດແລ້ວ. ຂັ້ນຕອນນີ້, ນັກແຕ້ມຕ້ອງນຳໃຊ້ສາຍຕາ ແລະ ວິທີການ ແຕ້ມຮູບຊົງ ໃນຂະນະກຳລັງຜະລິດເຈ້ຍ. ຫຼັງຈາກນັ້ນ, ບັນດາຮູບພາບ ຈະ ປະກົດຂຶ້ນຢ່າງເດັ່ນຊັດ ເມື່ອກະທົບກັບແສງສະຫວ່າງ ສ່ອງຜ່ານ ຫຼື ສົມທົບ ກັບການແຕ້ມດ້ວຍປາກການ້ຳເພື່ອ ປະດິດສ້າງ ຜະລິດຕະພັນ ທີ່ເປັນເອກະລັກສະເພາະ.
 
ຫຼັງຈາກສິລະປະ ຈຸກຈີ ໄດ້ກຳເນີດເກີດຂຶ້ນ, ນັກແຕ້ມ ຟານຫາຍບັ່ງ ໄດ້ຮ່ວມມືກັບບັນດາໝູ່ບ້ານທຳການຜະລິດ ແບບອາຊີບ ທີ່ມີມູນເຊື້ອ ຢູ່ເຫວ້ ຄື: ຮູບແຕ້ມບ້ານສິ່ງ, ໝູ່ບ້ານອາຊີບຜະລິດກຸບ, ໝູ່ບ້ານອາຊີບຜະລິດວີ… ການຮ່ວມມືດັ່ງກ່າວ ອາດຊ່ວຍ ຟື້ນຟູໝູ່ບ້ານທຳການຜະລິດແບບອາຊີບ ທີ່ເປັນມູນເຊື້ອຂອງ ເຫວ້ ແລະ ປະດິດສ້າງບັນດາຜະລິດຕະພັນໃໝ່ ທີ່ມີສັນຍາລັກ ແລະ ວັດທະນະທຳຂອງ ເຫວ້. 



ຫ້ອງວາງສະແດງບັນດາຜະລິດຕະພັນ ຈຸກຈີ ຂອງ ນັກແຕ້ມ ຟານຫາຍບັ່ງ. ພາບ: ເຕິດເຊີນ


ຜະລິດຕະພັນ ຈຸກຈີ  ສະທ້ອນໃຫ້ເຫັນເຖິງຄວາມງາມ ຂອງ ມັນເມື່ອ ກະທົບກັບແສງສະຫວ່າງ. ພາບ: ແທງຢາງ


ດອກໄຟ ທີ່ຜະລິດຈາກ ວັດຖຸດິບ ຈຸກຈີ. ພາບ: ແທງຢາງ


ໂຄມໄຟ ໄດ້ປະດັບປະດາດ້ວຍລວດລາຍຕ່າງ ຂອງ ສິລະປະ ຈຸກຈີ. ພາບ: ແທງຢາງ


ພາບແຕ້ມຕິດຝາ ຈຸກຈີ. ພາບ: ແທງຢາງ


ພາບແຕ້ມ ປະດິດຂຶ້ນຈາກສິລະປະ ຈຸກຈີ.  ພາບ: ເຕິດເຊີນ


ແຜ່ນໜັງສືບູຮານຂອງພະອາຈານ ມິງດຶກ ຈ່ຽວເຕີມແອງ ໄດ້ ສະແດງ ໃຫ້ເຫັນ ດ້ວຍສິລະປະ ຈຸກຈີ. ພາບ: ເຕິດເຊີນ


ພາບຊີວິດ ໄດ້ປະດິດສ້າງຂຶ້ນຈາກສິລະປະ ຈຸກຈີ. ພາບ: ເຕິດເຊີນ


ຜະລິດຕະພັນ ວີ ທີ່ເປັນມູນເຊື້ອ ຢູ່ ເຫວ້ ໄດ້ປະດິດສ້າງຂຶ້ນ ຈາກສິລະປະ ຈຸກຈີ.​ ພາບ: ແທງຢາງ


ບັນດາຜະລິດຕະພັນ ຫັດຖະກຳ  ໄດ້ປະດິດສ້າງຂຶ້ນຈາກສິ ລະ ປະ  ຈຸກຈີ. ພາບ: ແທງຢາງ

“ຈຸກຈີ ເປັນເຈ້ຍ - ບໍ່ພຽງແຕ່ເປັນເຈ້ຍເທົ່ານັ້ນ”, ແມ່ນການປະສານສົມທົບລະຫວ່າງ ມູນເຊື້ອ ແລະ ຄວາມຮັກກັບ ຄວາມງາມ. ຈາກຄວາມຮັກດັ່ງກ່າວ, ນັກສິລະປິນ ໄດ້ປະດິດສ້າງປະເພດສິລະປະທີ່ມີລັກສະນະພິເສດ. ຈຸກຈີ ແລະ ປະເພດສິລະປະຕ່າງໆ ໄດ້ປະກອບສ່ວນເຮັດໃຫ້ວັດທະນະທຳຂອງ ເຫວ້ ອຸດົມສົມບູນກວ່າເກົ່າ.
ບົດ: ເຕິດເຊີນ - ພາບ: ເຕິດເຊີນ, ແທງຢາງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top