• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດພິທີຕ້ອນຮັບບຸນເຕັດໃຫ້ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ

ສະ​ຖານ​ທູ​ດ​ຫວຽດ​ນາມ​ປະ​ຈຳ​​ມົງ​ໂ​ກນ ຫາ​ກໍ​ຈັດ​ພິ​ທີ​​ຕ້ອນ​ຮັບບຸນ​ປິ​ໃໝ່​
(ພາບ: baogiaothong)
          ສະ​ຖານ​ທູ​ດ​ຫວຽດ​ນາມ​ປະ​ຈຳ​​ມົງ​ໂ​ກນ ຫາ​ກໍ​ຈັດ​ພິ​ທີ​​ຕ້ອນ​ຮັບບຸນ​ປິ​ໃໝ່​ໃຫ້​ປະ​ຊາ​ຄົມ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ມົງ​​ໂກນ ຟານ​ດັງ​ເດືອງ ໄດ້​​ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ທຸກ​ຄົນ ແລະ ບັນ​ດາ​ແຂກ​ເຂົ້າ​ຮ່ວມ, ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ, ສັງ​ຄົມ ຂອງ​ຫວຽດ​ນາມ ໃນ​ຊຸມ​ປີ​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປາດ​ຖະ​ໜາ​ວ່າ ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ພໍ່​ແມ່​ປະ​ຊາ​ຄົ​ມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມົງ​ໂກນ ສືບ​ຕໍ່​ສາ​ມັກ​ຄີ, ໜູນ​ຊ່ວຍ​ເຊິ່ງ​ກັນ​ ແລະ​ກັນ, ຮັກ​ສາ​ສີ​ສັ​ນ​ວັດ​ທ​ະນະ​ທ​ຳ​ຂອງ​ຊາດ​ໄວ້, ​ອ​​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ…
      ໃນ​ຊຸມມື້ນີ້, ສະ​ຖານ​ທູ​ດ​ຫວຽດ​ນາມ ປະ​ຈ​ຳ​ຢູ​ແກຼນ ຫງວຽນ​ມິງ​ຈິ໋ ໄດ້​ນຳ​ໜ້າ​ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ ໄປ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂ​ອງ​ຂວັນ ແລະ ອວຍ​ພອນ​ບຸ​ນ​ເຕັດ​ພໍ່​ແມ່​ຊາວ​ຫວຽດ​ນາມ ທີ່​ພວ​ມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວ​ຽ​ກ​ຢູ່​ທີ່ນີ້.
      ຢູ່​ກຳ​ປູ​ເຈຍ, ສະ​ມາ​ຄົມ​ໃຫຍ່​ຊາວ​​ກຳ​ປູ​ເຈ​ຍ ເຊື້ອ​ຊາດ​ຫວຽດ​ນາມ ໄດ້​ຂົນ​ຂວາຍ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໜູນ​ຊ່ວຍ​ຂອ​ງ​ຂວັນ 800 ພູດ​ໃຫ້​ພໍ່​ແມ່​ຊາວ​ຫວຽດ​ນາມ ທຸກ​ຍາກ​ຕ້ອ​ນ​ຮັບ​ບຸນ​ເຕັດ. ທ່ານ ເຈົ​າ​ວັນ​​ຈິ, ປະ​ທານສະ​ມາ​ຄົມ​ໃຫຍ່​ຊາວ​​ກຳ​ປູ​ເຈ​ຍ ເຊື້ອ​ຊາດ​ຫວຽດ​ນາມ ໃຫ້​ຮູ​້​ວ່າ.
      “ປີນີ້​ຍ້ອນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ, ບັນ​ດາ​ສະ​ຖານ​ກົງ​ສູນ, ບໍ​ລິ​ສັດ, ນັກ​ລົງ​ທຶນ, ຜູ້​ໃຈ​ບຸນ​ໃຈ​ກູ້​ຊົນ ເອົາ​ໃຈ​ໃສ່​ເຖິງ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ ອາ​ໄສ​ຢູ່​ກຳ​ປູເຈຍ ເພື່ອ​ໃຫ​້​ທຸກ​ຄົນ​ຕ​້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບ່ານ​ມ່ວນ​ຊື່ນ”.
 (​ແຫຼ່ງຄັດ​ຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top