• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດງານລ້ຽງຢ່າງສົມກຽດເພື່ອສະເຫຼີມສະຫຼອງ50ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກຳປູເຈຍ

      ຕອນຄ່ຳວັນທີ 22 ມິຖຸນາ, ສະຖານທູດຫວຽດນາມ ປະຈຳກຳປູເຈຍໄດ້ ຈັດງານລ້ຽງຢ່າງສົມກຽດເພື່ອຂ່ຳນັບຮັບຕ້ອນ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກຳປູເຈຍ (24 ມິຖຸນາ 1967 - 24 ມິຖຸນາ 2017) ດ້ວຍການເຂົ້າຮ່ວມຂອງທ່ານປະທານສະພາສູງກຳປູເຈຍ Samdech Say Chhum ພ້ອມກັບເຈົ້າໜ້າທີ່ຂັ້ນສູງແຫ່ງລາຊະອານາຈັກ, ສະພາສູງ, ສະພາແຫ່ງຊາດ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການຂອງກຳປູເຈຍ.

(ທ່ານເອກອັກຄະລັດຖະທູດ ແທກຢື, ກ່າວຄຳເຫັນທີ່ງານລ້ຽງ)
      ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ແທກຢື ເນັ້ນໜັກວ່າ: ປະຊາຊົນ 2 ປະເທດໄດ້ຮຽງບ່າຮຽງໄຫຼ່, ພ້ອມກັນແບ່ງປັນຄວາມທຸກຄວາມສຸກ, ຜ່ານຜ່າໄລຍະທາງທີ່ລຳບາກກາກກຳ ໃນພາລະກິດຕໍ່ສູ້ປົກປັກຮັກສາເອກະລາດ, ເສລີພາບ, ເອກະພາບປະເທດຊາດ ແລະ ຍາດຄືນສິດໄດ້ມີຊີວິດຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດ ຊີ້ແຈ້ງວ່າ.
        “2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ, ຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມຂັ້ນສູງເຖິງຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Hun Sen ໃນລະຫວ່າງວັນທີ 20 – 21 ທັນວາ 2016 ແລະ ການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໃນລະຫວ່າງວັນທີ 24 – 25 ເມສາ 2017. ຜ່ານບັນດາການຢ້ຽມຢາມ, ການນຳຂັ້ນສູງ 2 ປະເທດລ້ວນແຕ່ຢືນຢັນຄວາມຕັດສິນໃຈພ້ອມກັນເພີ່ມພູນຄຸນສ້າງໃຫ້ແກ່ສາຍພົວພັນ, ຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ 2 ປະເທດ”.
        ໃນບົດກ່າວປາໄສຂອງຕົນທ່ານປະທານສະພາສູງກຳປູເຈຍ Samdech Say Chhum ໄດ້ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍຜົນງານ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກຳປູເຈຍ - ຫວຽດນາມ, 2 ຝ່າຍຈະສືບຕໍ່ຍົກສູງນ້ຳໃຈສາມັກຄີມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດສະໜິດສະໜົມ ເພື່ອຄວາມວັດທະນາຖາວອນຂອງ 2 ຊາດ ໃນຖານະເປັນ 2 ປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ພ້ອມກັນເປັນສະມາຊິກຂອງອາຊຽນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top