• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ງົວເຜົາ ຊອກຈັງ

ງົວເຜົາແມ່ນອາຫານພື້ນເມືອງຂອງຊາວພາກໃຕ້ເວົ້າລວມ ແລະ ໂດຍສະ ເພາະແມ່ນຂອງຊາວຊອກຈັງທີ່ມີວິທີປຸງແບບງ່າຍດາຍ, ບໍ່ຂຶ້ນກັບເຄື່ອງປຸງ, ເຄື່ອງແຕ່ງ...ແຕ່ໃຫ້ລົດຊາດແຊບນົວ ຫາທີ່ປຽບບໍ່ໄດ້ 
 
 
ງົວເຜົາຂອງຊອກຈັງໄດ້ປຸງແຕ່ງແບບງ່າຍດາຍ, ແຕ່ມີຄວາມປະທັບໃຈ ແລະ ຈັບໃຈຜູ້ບໍລິໂພກເປັນຢ່າງຍິ່ງ. ເພື່ອແຕ່ງອາຫານເຍື່ອງນີ້, ເຂົາເຈົ້າຕ້ອງເລືອກງົວນ້ອຍຈິ່ງຈະໃຫ້ຊີ້ນຫອມຫວານ ແລະ ອ່ອນນຸ່ມ. ງົວຈະເຜົາທັງໂຕເທິງຖ່ານໄຟ. ຊີ້ນງົວສຸກຮອດໄສ, ເອົາມີດຕັດເຖິງນັ້ນ, ກິນກັບຜັກສົດ, ຍອດໝາກມ່ວງ, ໝາກເຟືອງ, ກ້ວຍດິບ ພ້ອມກັບແຈ່ວນ້ຳປາ, ຜັກທຽມ, ໝາກເຜັດ ແລະ ເຂົ້າຄຽບ ຫຼື ເຂົ້າປຸ້ນ...

 
           ວັດຖຸດິບ:
          - ງົວນ້ອຍໂຕໜຶ່ງ.
          - ເຂົ້າປຸ້ນ.
          - ເຂົ້າຄຽບ.
          - ໝາກນາວ.
          - ຜັກຫອມ, ໝາກເຟືອງ, ກ້ວຍດິບ.
          - ນ້ຳປາ, ຜັກທຽມ, ໝາກເຜັດ, ພິກໄທ.
          ວິທີປຸງ:
          - ງົວເຜົາທັງໂຕ
          - ສຸກເຖິງໄສ ຕັດຊີ້ນເຖິງນັ້ນ ແລ້ວຟານບາງໃສ່ພາຊະນະ
          - ຟານໝາກເຟືອງ, ກ້ວຍ
          - ແຈ່ວນ້ຳປາປະສົມກາກນາວ, ໝາກເຜັດ, ຜັກທຽມ, ຜັກຫອມທີ່ຊ່ອຍນ້ອຍໆ.
          - ກິນກັບເຂົ້າປຸ້ນ ຫຼື ເຂົ້າຄຽບ.
                                                                                                   ໂດຍ: ຫວິງຮຶງ -ພາບ: ໂກງດາດ

Bài: Vĩnh Hưng - Ảnh: Công Đạt

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top