• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ງາມກັບ Eva de Eva

ຫວ່າງມໍ່ໆ ນີ້, ທີ່ໂຮງແຮມ Hotel De L’Opera, ຢູ່ເລກທີ 29 ຈ່າງຕ່ຽນ, ຮ່າໂນ້ຍ, ບໍລິສັດແຟຊັ່ນຊຸດເຄື່ອງແບບສຳນັກຊັ້ນນຳ Eva de Eva ຂອງຫວຽດນາມ ໄດ້ຈັດງານ ລາຕີສະໂມສອນແຟຊັ່ນ “Eva de Eva fall winter 2011-2012” ທີ່ມີຊຸດອາ ພອນອັນສຸນທະລີຍະ, ສຸພາບນາໆແບບ ຊຶ່ງໃຫ້ເຫັນທ່າອຽງໃໝ່ໃນແຟຊັ່ນລະດູໃບໄມ້ຫຼົ່ນ - ລະດູໜາວ 2011-2012.

 

 
ໃນງານລາຕີສະໂມສອນແຟຊັ່ນ“Eva de Eva fall winter 2011-2012”,  ເຖິງວ່າ ທ່ານຈະໄດ້ຊົມຊຸດອາພອນຍິງທີ່ສຸນທະລີຍະ, ລະມຸນລະໄມ ແລະ ຕຶງໃຈ ແຕ່ກໍເປັນແບບເກົ່າ ທີ່ມີບຸກຄະລິກລັກສະນະຂະຫຍັນຂັນເຄື່ອນ ແລະ ໜຸ່ມແໜ້ນ ເໝາະກັບທ່າອຽງຂອງໂລກແຟຊັ່ນ. ການອອກແບບຈະໄປໃນທາງສິລະປະ ແຕ່ກໍມີລັກສະນະນຳໃຊ້ສູງ,ສະແດງໃຫ້ເຫັນຊັ້ນວັນນະຂອງເຄື່ອງໝາຍການຄ້າໃນຊຸດອາພອນ Eva de Eva.
ງານລາຕີສະໂມສອນແຟຊັ່ນ ໄດ້ເລີ່ມຕົ້ນລາຍການດ້ວຍແບບອາພອນໃໝ່ລ້າສຸດ 30 ຊຸດຂອງລະດູໃບໄມ້ຫຼົ່ນ-ລະດູໜາວ “Eva de Eva fall winter 2011-2012” ນີ້, ຊຶ່ງໄດ້ມີການອອກແບບປະສົມປະສານລະຫວ່າງກະໂປງທີ່ລະມຸນລະໄມ ແລະ ໂສ້ງຂາຕັ້ງທີ່ມີບຸກຄະລິກ ລັກສະນະ ກັບເສື້ອນາໆສີ ສ້າງຄວາມອ່ອນໂຍນ, ໜຸ່ມແໜ້ນໃຫ້ແກ່ຜູ້ນຸ່ງຖື.

ຊຸດອາພອນຈຳນວນໜຶ່ງ ໃນງານລາຕີສະໂມສອນແຟຊັ່ນ “Eva de Eva fall winter 2011-2012”










 
ເວທີໄດ້ຮັບການລອກແບບປະຕູໄຊ ອັນເປັນສັນຍາລັກຂອງນະຄອນປາຣີ

ຈຸດສຸມຂອງການສະແດງແມ່ນຊຸດເຄື່ອງແບບ, ຊຸດລາຕີກວ່າ 50 ຊຸດຂອງນັກອອກແບບ ຫງວຽນຢ້ຽວຮວ່ຽນ. ຊຸດເຄື່ອງແບບ 50 ຊຸດແມ່ນ ມາຈາກ 50 ແນວຄວາມຄິດ ທີ່ໄດ້ຮັບການຄັດຈ້ອນຢ່າງລະອຽດລະອໍ ນັບຕັ້ງແຕ່ຮູບຊົງສີສັນ ຈົຮເຖິງລາຍລະອຽດຍ່ອຍໆ. ນອກຈາກບັນດາ ວັດຖຸປະກອບມູນເຊື້ອແບບສຳນັກ ເປັນຕົ້ນແມ່ນຜ້າຕລິດຊີ, ຜ້າສັກກະຫຼາດຊັ້ນສູງແລ້ວ ກໍຍັງມີວັດຖຸປະກອບທີ່ຖືວ່າເປັນທ່າອຽງໃໝ່ຂອງໂລກ ປີນີ້ຄື: ຜ້າຕີ້ວ, ຜ້າຂົນສັດ, ແລນເນື້ອກ້ຽງ ແລະ ເນື້ອຊາ. ນັກອອກແບບ ຫງວຽນຢ້ຽວຮວ່ຽນ ໃຫ້ຮູ້ວ່າ ເພື່ອອອກແບບຊຸດສະສົມດັ່ງກ່າວ, ລາວ ໄດ້ນຳໃຊ້ວິທີ 3 ມິຕິ (3D), ຊຶ່ງເປັນວິທີອອກແບບທີ່ທັນສະໄໝທີ່ສຸດໃນຂະແໜງການອຸດສາຫະກຳແຫ່ງໂລກແຟຊັ່ນປະຈຸບັນນີ້.ດ້ວຍວິທີນີ້, ການອອກແບບບໍ່ພຽງແຕ່ລ່າງເທິງສະບັບວາດແຕ້ມເທຟົ່ານັ້ນ,ແຕ່ຍັງໄດ້ປະຕິບັດໂດຍກົງກັບວັດຖຸປະກອບຕົວຈິງ ໃຫ້ຄວາມແມ່ນຢຳໃນແຕ່ ລະຕາລາງມີນລິແມັດ, ຍ້ອນແນວນັ້ນ ຜະລິດຕະພັນຈິ່ງສາມາດຮັບປະກັນຕໍ່ຄວາມຮຽກຮ້ອງຕ້ອງການກ່ຽວກັບຮູບຊົງ ແລະ ເຕັກໂນໂລຢີໄດ້ເປັນຢ່າງດີ.
ປະກອບສ່ວນໃຫ້ແກ່ຜົນສຳເລັດໃນງານລາຕີສະໂມສອນແຟຊັ່ນ “Eva de Eva fall winter 2011-2012” ຍັງຈະຕ້ອງເວົ້າເຖິງວິທີ ການຕົບແຕ່ງເວທີຂອງບັນດານັກແຕ້ມ. ຕາມລວງຍາວຂອງຊານເວທີກວ່າ 20 ແມັດ ແມ່ນໄດ້ລອກແບບປະຕູໄຊ, ຖານນ້ຳພຸ ຊຶ່ງເປັນສັນຍາ ລັກຢູ່ມຸມໜຶ່ງຂອງນະຄອນປາຣີ, ໄດ້ນຳພາຜູ້ຊົມຫຼົງລະເລີງເຂົ້າໃນໂລກແຟຊັ່ນຂອງເມືອງປາຣີ (ຝຣັ່ງ).
                                                                                                                                                                          ໂດຍ: ເງີນຮ່າ-ພາບ: ໂກງດາດ

Bài: Ngân Hà - Ảnh: Công Đạt

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top