• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາປະເທດສປປ.ລາວ ຄົບຮອບ41ປີ

ການ​ສະ​ແດງ​ສິ​ລະ​ປະ​ທີ່​ພິ​ທີ
      ວັນ​ທີ 23/11, ຢູ່​ໂຮງ​ຮຽນ​ວັດ​ທະ​ນະ​ທຳ 1 - ກະ​ຊວງ​ຕຳຫຼ​ວດ (ນະ​ຄອນ ທ໋າຍງວຽນ, ແຂວງ ທ໋າຍງວຽນ), ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໄດ້​ຈັ​ດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ສະ​ເຫຼີ​ມ​ສະ​ຫຼອງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ. ລາວ ຄົບ​ຮອບ 41 ປີ (2/12/1975 – 2/12/2016). ທີ່​ພິ​ທີ​ໂຮມ​ຊຸມ​ນຸມ, ບັນ​ດາ​ຜູ້​ແທນ​ໄດ້​​ຫວນ​ຄືນ​ປະ​ຫວັດ​ແຫ່ງ​ການຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງ​ຊາດ​ຂອງ​ປະ​ຊາ​ຊົນ ລາວ, ວິ​ວັດ​ແຫ່ງ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ກໍ່​ຄື​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​, ນ້ຳ​ໃຈ​ມິດ​ຕະ​ພາບ​ແບບ​ພິ​ເສ​ດ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ  - ລາວ.
      ທ໋າຍງວຽ​ນ ແມ່ນ​ແຂວງ​ແຮກ​ສ່ຽວກັບ​ແຂວງ ຫຼວງ​ພະ​ບາງ, ມີ​ການ​ພົວ​ພັນ​ເລິກ​ເຊິ່ງ​ກັບ​ແຂວງ​ຫົວ​ພັນ​. ແຕ່​ຊຸມ​ປີ 1960 – 1970, ທ໋າຍງວຽນ ໄດ້​ຮັບ​ນັກ​ຮຽນ, ນັກ​ສຶກ​ສາ​ ລາວ ມາ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽ​ນສາ​ມັນ​ສຶກ​ສາ ແລະ ມະ​ຫາ​ວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ໃນ​ບໍ​ລິ​ເວນ​ແຂວງ. ​ປະ​ຈຸ​ບັນ, ມີ​ການ​ນຳ​ຫຼາຍ​ທ່ານ​ໄດ້​ເຕີບ​ໃຫຍ່ ແລະ ​ພວມ​ຮັກ​ສາ​ຕຳ​ແໜ່ງ​ຫຼັກ​ແຫຼ່ງ​ຂອງ​ພັກ, ລັດ​ລາວ. ບັນ​ດາ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ໃນ​ແຂວງ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ແລະ ສ້​າງ​ເງື່ອນ​ໄຂ​ສະ​ດວກກ່ຽວ​ກັບ​ການ​ຮ່ຳ​ຮຽນ, ​ການດຳ​ລົງ​ຊິ​ວິດ​ໃຫ້​ແກ່​ນັກ​ຮຽ​ນ, ນັກ​ສຶກ​ສາ​ລາວ. ປະ​ຈຸ​ບັນ, ໃນ​ບໍ​ລິ​ເວນ​ແຂວງ ທ໋າຍງວຽນ ມີ​ນັກ​ຮຽນ, ນັກ​ສຶກ​ສາ​ລາວ​ກ່​ວາ 1.600 ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ແຫ່​ງ​ຕ່າງໆ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top