• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ

      ຕອນເຊົ້າວັນທີ 18 ກໍລະກົດ, ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2017), 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2017) ໄດ້ຈັດຕັ້ງຢູ່ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ພິທີ 
      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບບັນດາອະດີດການນຳພັກ, ລັດ, ສະພາແຫ່ງຊາດຜ່ານໄລຍະຕ່າງໆໄດ້ເຂົ້າຮ່ວມ. ສ່ວນທາງຝ່າຍ ສປປ ລາວ ມີທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ລາວ, ທ່ານ  ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ ພ້ອມກັບການນຳກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆກໍ່ໄດ້ເຂົ້າຮ່ວມພິທີ.
        ກ່າວຄຳເຫັນທີ່ພິທີ, ບັນດາຜູ້ແທນພ້ອມກັນໄດ້ຫວນຄືນປະຫວັດສາດແຫ່ງການພົວພັນແບບພິເສດ, ຄວາມສະໜິດຕິດພັນ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ລາວ ໂດຍປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ. ວັນທີ 5 ກັນຍາ 1962, 2 ປະເທດໄດ້ສ້າງຕັ້ງການພົວພັນທາງການທູດ. ນີ້ແມ່ນເຫດການປະຫວັດສາດມີຄວາມສຳຄັນຍິ່ງ, ເປັນຂີດໝາຍໄລຍະພັດທະນາໃຫມ່ ແລະ ຢືນຢັນຄວາມສະໜິດຕິດພັນຊາຕະກຳລະຫວ່າງ 2 ປະເທດ. ໃນຕະຫຼອດໄລຍະທາງແຫ່ງການຕໍ່ສູ້ ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ, ຫວຽດນາມ - ລາວ ຍາມໃດກໍ່ຮຽງບ່າຮຽງໄຫຼ່ນຳກັນ, ຊ່ວຍເຫຼືອກັນບົນຈິດໃຈບໍລິສຸດຜຸດຜ່ອງ, ຮັກແພງ, ອຸ້ມຊູ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຊື່ອໝັ້ນຕໍ່ກັນ, ບົນຈິດໃຈຮ່ວມເປັນຮ່ວມຕາຍ, ເຂົ້າເມັດຫັກ, ຜັກເສັ້ນດຽວກໍ່ແບ່ງກັນກິນ. ວັນທີ 18 ກໍລະກົດ 1977, ຫວຽດນາມ - ລາວ ໄດ້ເຊັນສົນທິສັນຍາມິດຕະພາບ, ການຮ່ວມມື. 40 ປີທີ່ຜ່ານມາ, ສົນທິສັນຍາໄດ້ສ້າງພື້ນຖານນິຕິກຳໃຫ້ແກ່ການຮັດແໜ້ນການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ແມ່ນພື້ນຖານໃຫ້ແກ່ການເພີ່ມທະວີສາຍພົວພັນຮ່ວມມືຮອບດ້ານຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດໃນໄລຍະໃໝ່.

ລາຍການສະແດງສິລະປະທີ່ພິທີ
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢືນຢັນວ່າ:
        “ຫວນຄືນໄລຍະທາງປະຫວັດສາດ 55 ປີທີ່ຜ່ານມາ, ພວກເຮົາສາມາດມີຄວາມເອກອ້າງທະນົງໃຈກ່ຽວກັບວິວັດການສ້າງຕັ້ງ ແລະ ພັດທະນາຂອງການພົວພັນແບບພິເສດ, ຫາຍາກລະຫວ່າງ 2 ຊາດ. ຍ້ອນເຫດນັ້ນ, ສາຍພົວພັນໄດ້ພັດທະນາແບບຍືນຍົງຈາກການພົວພັນທີ່ເປັນມູນເຊື້ອຢ່າງສະໜິດແໜ້ນກາຍເປັນການພົວພັນແບບພິເສດ. ນັ້ນແມ່ນການພົວພັນສະແດງໃຫ້ເຫັນຄວາມມຸ່ງມາດປາດຖະນາຂອງປະຊາຊົນ 2 ປະເທດ ແມ່ນຄວາມສາມັກຄີຊ່ວຍເຫຼືອກັນຕ້ານສັດຕູໂຕດຽວ, ສ້າງຕັ້ງການພົວພັນຮ່ວມມືມິດຕະພາບ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ຊາດ. ນັ້ນແມ່ນການພົວພັນຮ່ວມມືແບບຍືນຍົງມີລັກສະນະລຸລ່ວງໃນຕະຫຼອດໄລຍະປະຫວັດສາດ, ນຳມາເຊິ່ງບັນດາໄຊຊະນະປະຫວັດສາດໃຫ້ແກ່ 2 ປະເທດໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດໃນປະຈຸບັນ.”
        ສ່ວນທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດ ລາວ, ຮອງປະທານປະເທດ ລາວ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັກສາ, ສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ລາວ - ຫວຽດນາມ. ເຖິງວ່າສະພາບການມີການຜັນແປຄືແນວໃດກໍ່ຕາມ, ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດລາວ - ຫວຽດນາມ ຈະບໍລິສຸດຜຸດຜ່ອງ, ຍືນຍົງຄົງຕົວ ແລະ ສະໜິດແໜ້ນຕາມການເວລາຕະຫຼອດໄປ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top