• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງແຜນທີ່ແລະວາງສະແດງເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ເກາະຟູ໋ກວກ

ງານວາງສະແດງແຜນທີ່ແລະວາງສະແດງເອກະສານ
ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມຢູ່ເກາະຟູ໋ກວກ
(ພາບ: TTXVN)
       ຕອນ​ບ່າຍ​ວັນ​ທີ 17/03, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ສົມທົບ​ກັບກອງ​ບັນຊາ​ການ​ຕຳຫລວດ​ທະ​ເລ​ເຂດ 4 ຈັດ​ຕັ້ງ​ງານ​ວາງສະ​ແດ​ງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາ​ພະຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ​ແລະ ນິຕິ​ກຳ” ຢູ່​ກອງ​ບັນ​ຊາ​ການ​ຕຳຫລວດ​ທະ​ເລ​ເຂດ 4 ​ເທດສະບານ​ເມືອງ ອານ​ເທີ໋ຍ, ​ເມືອງ ຟູ໋ກວກ, ​ແຂວງ ກຽນຢາງ.
        ງານ​ວາງສະ​ແດງ​ແນະນຳ, ວາງສະ​ແດງ​ບັນດາ​ເອກະສານ, ວັດ​ຖຸພັນ, ສິ່ງ​ພິມ ​ແລະ ​ແຜນ​ທີ່​​ເກືອ​ບ 100 ​ແຜ່ນ ​ເຊິ່ງ​ໄດ້​ປະກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ສອງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ງານ​ວາງສະ​ແດງ​ແນ​ໃສ່​ປະກອບສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້, ນ້ຳ​ໃຈ​ສາມັກຄີ, ​ສະຕິ​ຮັບຜິດຊອບ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ, ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ປົກ​ປັກ​ຮັກສາ​ ​ແລະ ຢັ້ງຢືນອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ໝູ່​ເກາະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top