• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງເຊີດຊູບັນດາຄຸນຄ່າວັດທະນະທຳທະເລໝູ່ເກາະຫວຽດນາມ

      ດ້ວຍເງື່ອນໄຂທຳມະຊາດທີ່ມີຢູ່ແລ້ວ, ດ້ວຍທະເລໝູ່ເກາະທີ່ສວຍງາມ, ສ້າງຄວາມດູດດື່ມ ແລະ ມໍຣະດົກວັດທະນະທຳທະເລໝູ່ເກາະທີ່ອຸດົມສົມບຸນ, ເປັນເອກະລັກສະເພາະ, ແຂວງ ກວາງນາມ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງດ້ານການທ່ອງທ່ຽວວັດທະນະທຳທະເລໝູ່ເກາະ.
      ທ້ອງຖີ່ນນີ້ພວມມານະພະຍາຍາມພັດທະນາບັນດາຜະລິດຕະພັນທ່ອງທ່ຽວວັດທະນະທຳທະເລ, ຂຸດຄົ້ນບໍລິເວນວັດທະນະທຳທະເລໝູ່ເກາະຢ່າງມີປະສິດທິຜົນ ແລະ ຮ່ວມສຳພັນກັບທ້ອງຖີ່ນຕ່າງໆທີ່ມີທະເລເພື່ອເຊີດຊູບັນດາຄຸນຄ່າວັດທະນະທຳທະເລ. ງານວາງສະແດງມໍຣະດົກວັດທະນະທຳທະເລໝູ່ກາະ, ຢູ່ສະໜາມຫຼວງທະເລ ຕາມແທງ, ເທດສະບານ ຕາມກີ່, ໃນຂອບເຂດ Festival ມໍລະດົກ ກວາງນາມ, ເພື່ອແນໃສ່ຊຸກຍູ້ຄາດໝາຍນີ້.

ງານວາງສະແດງເຊີດຊູບັນດາຄຸນຄ່າວັດທະນະທຳທະເລໝູ່ເກາະຫວຽດນາມ
      ບົນເວທີສະແດງຢູ່ສະໜາມຫຼວງທະເລ ຕາມແທງ, ເທດສະບານ ຕາມກີ່, ແຂວງ ກວາງນາມ, ຊາວປະມົງກຸ່ມໜຶ່ງຂອງເຂດທະເລ ຟູ໋ອຽນ ພວມແອບຮ້ອງລຳນອງເພງ ບາຈ້າວ (ເຊິ່ງແມ່ນເພງພື້ນເມືອງຂອງບັນດາໝູ່ບ້ານຫາປາຢູ່ ຟູ໋ອຽນ) ເທື່ອສຸດທ້າຍ. ລາຍການນີ້ໄດ້ຮັບການສະແດງໃນພິທີເປີດ ແລະ ໃນຊຸມວັນດຳນີນງານວາງສະແດງ ມໍຣະດົກວັດທະນະທຳທະເລໝູ່ເກາະ, ແຕ່ວັນທີ  9-14/6/2017. ທ່ານ ຮວີ່ນວັນມິງ, ສະມາຊິກສະໂມສອນ ຂັບຮ້ອງບ່າຈ້າວ ແຂວງ ຟູ໋ອຽນ, ໃຫ້ຮູ້ວ່າ:
            ລາຍການ ຂັບຮ້ອງບ່າຈ້າວ ມີຄວາມໝາຍທາງດ້ານຈິດວີນຍານ, ຍ້ອງຍໍກຳລັງແຮງຂອງປະຊາຊົນຢູ່ເຂດແຄມທະເລ. ຊາວປະມົງ ຟູ໋ອຽນ ເວົ້າສະເພາະ ແລະ ຊາວປະມົງທົ່ວປະເທດເວົ້າລວມ ລ້ວນແຕ່ມີປະເພນີບູຊາປາ, ດັ່ງນັ້ນ ຂັບຮ້ອງບ່າຈ້າວ ໄດ້ຝັງເລິກຢູ່ໃນໃຈເຂົາເຈົ້ານັບແຕ່ດົນນານມາແລ້ວ. ມັນຕິດພັນກັບປະຊາຊົນຢູ່ແຄມທະເລນຳກັນ, ຊ່ວຍໃຫ້ປະຊາຊົນມີກຳລັງແຮງເພື່ອອອກສູ່ທະເລ, ໂດຍບໍ່ຢ້ານບໍ່ວ່າສິ່ງໃດ“.
            ພ້ອມກັບລາຍການຂັບຮ້ອງບ່າຈ້າວນີ້, ຊາວປະມົງແຂວງ ຟູ໋ອຽນ ຍັງເຂົ້າຮ່ວມລາຍການສະແດງຂັບຮ້ອງທະເລ. ບັນດານັກສິລະປະ, ສິລະປະການຂອງ 15 ແຂວງ, ນະຄອນທີ່ເຂົ້າຮ່ວມງານວາງສະແດງມໍຣະດົກວັດທະນະທຳທະເລໝູ່ເກາະ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມລາຍການສິລະປະຕ່າງໆທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳເຂດທະເລຂອງ ຫວຽດນາມ.

(ພາບປະກອບ)
      ການສະແດງສິລະປະ, ວັດທະນະທຳເຂດແຄມຝ່ັງທະເລພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງງານວາງສະແດງມໍຣະດົກວັດທະນະທຳທະເລໝູ່ເກາະ ຫວຽດນາມ. ການເຄື່ອນໄຫວຕົ້ນຕໍຂອງງານວາງສະແດງ “ມໍຣະດົກວັດທະນະທຳທະເລ, ໝູ່ເກາະຫວຽດນາມ“ ແມ່ນບັນດາຮ້ານວາງສະແດງຮູບພາບ, ວັດຖຸພັນ, ຜະລິດຕະພັນວັດທະນະທຳ, ການທ່ອງທ່ຽວດ້ວຍຫົວຂໍ້ວ່າ: ຄວາມປະທັບໃຈມໍຣະດົກວັດທະນະທຳ - ການທ່ອງທ່ຽວທະເລໝູ່ເກາະ ຫວຽດນາມ. ເຂດວາງສະແດງລວມຂອງ “ມໍຣະດົກວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ“ ໄດ້ສະແດງໃຫ້ເຫັນພາບພົດສັງລວມກ່ຽວກັບທະເລ, ໝູ່ເກາະ ຫວຽດນາມ ໃນບັນດາໄລຍະປະຫວັດສາດ, ດ້ວຍເອກະສານ, ວັດຖຸພັນ, ແຜນທີ່ບູຮານ, ເອກະສານເປັນພາສາຈີນກ່ຽວກັບ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ. ຢູ່ເຂດນີ້ຍັງວາງສະແດງເອກະສານແຕ່ສະໄໝລາຊະວົງ ຫງວຽນ 19 ສະບັບ, ເຊິ່ງມີເນື້ອໃນກ່ຽວກັບອະທິປະໄຕທະເລ, ໝູ່ເກາະສຳລັບສອງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ. ຢູ່ທີ່ນີ້ຍັງແນະນຳວັດຖຸພັນບູຮານ 150 ຢ່າງ ກ່ຽວກັບວັດທະນະທຳທະເລ ແລະ ໝູ່ເກາະ ຫວຽດນາມ ຜ່ານໄລຍະປະຫວັດສາດຕ່າງໆ, ຊຸດອາພອນໃນງານບຸນຂອງປະຊາຊົນເຂດແຄມຝ່ັງທະເລ… ນອກນັ້ນ, ຢູ່ເຂດວາງສະແດງສະເພາະຂອງ 16 ແຂວງ, ນະຄອນມີທະເລທີ່ເຂົ້າຮ່ວມງານວາງສະແດງກໍ່ວາງສະແດງດ້ວຍຫົວເລື່ອງສະເພາະວ່າ: “ສີສັນມໍຣະດົກວັດທະນະທຳ - ການທ່ອງທ່ຽວທະເລໝູ່ເກາະ“ ບັນດາແຂວງ, ນະຄອນອີກ. ທ່ານ ເຈືອງກົງຫຼີ, ຮອງຜູ້ອຳນວຍການສູນວັດທະນະທຳແຂວງ ບ່າເຣ້ຍ, ວຸ້ງເຕົ່າ, ຫົວໜ່ວຍເຂົ້າຮ່ວມງານວາງສະແດງ, ໃຫ້ຮູ້ວ່າ:
            ຮ້ານວາງສະແດງຂອງ ບ່າເຣ້ຍ ວຸງເຕົ່າ ລວມມີ 5 ເນື້ອໃນ. ເນື້ອໃນທຳອິດແມ່ນ ບ່າເຣ້ຍ ວຸງເຕົ່າ ໃນເມື່ອກ່ອນ ແລະ ໃນປະຈຸບັນ, ໂດຍແນະນຳຮູບພາບ ບ່າເຮ້ຍ ວຸງເຕົ່າ ນັບແຕ່ໄລຍະບຸກເບີກທີ່ດິນຢູ່ທາງທິດໃຕ້ເຖິງປະຈຸບັນເມື່ອແຂວງໄດ້ກາຍເປັນເຂດເສດຖະກິດຈຸດສຸມ, ເນື້ອໃນທີສອງແມ່ນສີສັນວັດທະນະທຳການທ່ອງທ່ຽວ, ດ້ວຍບັນດາງານບຸນວັດທະນະທຳພື້ນເມືອງຂອງຊາວປະມົງເຂດແຄມຝັ່ງທະເລ. ເນື້ອໃນທີສາມ ແລະ ທີສີ່ແມ່ນອອກສູ່ທະເລຫາປາເພື່ອສ້າງຄວາມຮັ່ງມີ ແລະ ການທ່ອງທ່ຽວ ບ່າເຮ້ຍ ວຸງເຕົ່າບົນເສັ້ນທາງແຫ່ງການພັດທະນາ
 ງານວາງສະແດງເຊີດຊູບັນດາຄຸນຄ່າວັດທະນະທຳທະເລໝູ່ເກາະຫວຽດນາມ
      ສຳລັບແຂວງ ກວາງນາມ, ທະເລ, ໝູ່ເກາະ ກວ່າງນາມ ບໍ່ພຽງແຕ່ແມ່ນແຫ່ງສະໜອງແຫຼ່ງດຳລົງຊີວິດໃຫ້ແກ່ປະຊາຊົນທ້ອງຖີ່ນເທົ່ານັ້ນ, ຫາກຍັງແມ່ນເຂດເພື່ອໃຫ້ປະຊາຊົນຢູ່ທີ່ນີ້ສ້າງພື້ນຖານວັດທະນະທຳທະເລໝູ່ເກາະ, ດ້ວຍບັນດາມໍຣະດົກວັດທະນະທຳ, ທີ່ເປັນເອກະລັກສະເພາະ, ຫຼາຍຮູບຫຼາຍແບບ, ເຊິ່ງລວມມີສະພາບແວດລ້ອມວັດທະນະທຳ ໂຫ້ຍອານ (ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ບັນດາຮີດຄອງປະເພນີ), ວັດທະນະທຳເຂດບ້ານນາ, ໝູ່ບ້ານອາຊີບແຄມຝັ່ງທະເລຄື: ໝູ່ບ້ານຫາປາ ຮ່າມີ, ນ້ຳປາ ເກືອແຄ, ຕາມຮ່ວາ, ໝູ່ບ້ານ ຕາມຕ໋ຽນ, ບິ່ງມິງ, ຕາມຫາຍ; ບັນດາງານບຸນເຂດທະເລຄື: ງານບຸນພາວະນາຂໍໃຫ້ການປະມົງໄດ້ຮັບຜົນດີ, ງານບຸນໝູ່ບ້ານອາຊີບ, ງານບຸນວັດທະນະທຳເຂດທະເລ… ເຊິ່ງວົງຄະນາຍາດປະຊາຊົນເຂດທະເລໝູ່ເກາະໄດ້ສ້າງຂຶ້ນ, ພັດທະນາ ແລະ ອະນຸລັກຮັກສາມາແຕ່ຫຼາຍລຸ້ນຄົນ. ກ່ຽວກັບການຈັດຕັ້ງງານວາງສະແດງມໍຣະດົກວັດທະນະທຳທະເລໝູ່ເກາະໃນຂອບເຂດ Festival ມໍຣະດົກ ກວາງນາມ, ທ່ານ ດິງຫ່າຍ, ຫົວໜ້າພະແນກວັດທະນະທຳກິລາ ແລະ ການທ່ອງທ່ຽວແຂວງ ກວາງນາມ, ໃຫ້ຮູ້ວ່າ:
            “ຮາກຖານເບື້ອງຕົ້ນຂອງຂະແໜງເສດຖະກິດ ກວາງນາມ ນັ້ນແມ່ນເສດຖະກິດທະເລ. ປັດໃຈວັດທະນະທຳທີ່ກ່ຽວຂ້ອງເຖິງທະເລ, ກ່ຽວຂ້ອງເຖິງຊີວິດດ້ານຈິດວີນຍານ, ການເຫຼື້ອມໃສ, ກໍ່ຄືການພັດທະນາຂອງສັງຄົມທີ່ທັນສະໄໝ ຍາມໃດກໍ່ຝັງເລິກຢູ່ໃນໃຈຂອງແຕ່ລະຄົນ. ດັ່ງນັ້ນຂ້າພະເຈົ້າຄິດວ່າ, ເລື່ອງຮັກສາສິ່ງເຫຼົ່ານັ້ນກໍ່ເປັນການຮັກສາວີນຍານຂອງຊາດ, ວັດທະນະທຳທ້ອງຖີ່ນ, ສິ່ງດັ່ງກ່າວຊ່ວຍໃຫ້ລຸ້ນໜຸ່ມມີຄວາມຮັບຮູ້ກ່ຽວກັບເລື່ອງອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງທະເລໝູ່ເກາະຢ່າງຄົບຖ້ວນ “.
            ຈຸດປະສົງຂອງ ກວາງນາມ ເມື່ອຈັດຕັ້ງງານວາງສະແດງມໍຣະດົກວັດທະນະທຳທະເລໝູ່ເກາະ ຫວຽດນາມ ໃນຂອບເຂດ Festival ມໍຣະດົກ ກວາງນາມປີ 2017 ແມ່ນເພື່ອອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳທະເລໝູ່ເກາະ, ເຊີດຊູທະເລໝູ່ເກາະເພື່ອໃຫ້ປະຊາຊົນແຕ່ລະຄົນເຫັນໄດ້ຜົນປະໂຫຍດຂອງທະເລເໝູ່ເກາະ ແລະ ຮັກສາທຸກສິ່ງທຸກຢ່າງເຊິ່ງລຸ້ນກ່ອນໄດ້ສ້າງຂຶ້ນ. ການເຂົ້າຮ່ວມຂອງຫຼາຍທ້ອງຖີ່ນມີທະເລໃນທົ່ວປະເທດສະແດງໃຫ້ເຫັນຄຸນຄ່າທີ່ສຳຄັນຂອງວັດທະນະທຳທະເລໝູ່ເກາະໃນຊີວິດທາງດ້ານວັດທະນະທຳ, ຈິດໃຈຂອງຊາວ ກວາງນາມ ເວົ້າສະເພາະ ແລະ ຊາວຫວຽດນາມ ເວົ້າລວມ.
 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top