• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ງານວາງສະແດງວັດຖຸບູຮານ ຫວຽດ

ງານວາງສະແດງພາຍໃຕ້ຫົວຂໍ້“ແຟຊັ່ນ ແລະ ວັດຖຸບູຮານ” ໂດຍຄະນະຄຸ້ມຄອງຄຸ້ມເມືອງເກົ່າ ຮ່າໂນ້ຍແລະ ຈຸນັກສິລະປິນ ຫງວຽນແມ້ງດຶກ, ນາງ ຮ່າຊວນເຮືອງ ແລະ ຮ່າຕຽນຢຸງ ຮ່ວມກັນຈັດຂຶ້ນທີ່ສູນແລກປ່ຽນວັດທະນະທຳ ຄຸ້ມເມືອງເກົ່າ ຮ່າໂນ້ຍ, ງານວາງສະແດງດັ່ງກ່າວ ໄດ້ສ້າງ ຄວາມປະທັບໃຈຢ່າງຍິ່ງໃຫ້ແກ່ບັນດາທ່ານຜູ້ຊົມຢູ່ນະຄອນຫຼວງ. 
ສະຖານ​ທີ່​ແຫ່ງ​ໜຶ່ງ​ ທີ່ເຕັມໄປດ້ວຍຄວາມງຽບສະ​ງັດແລະ ເກົ່າແກ່ບູຮານ ຢູ່ໃຈກາງຄຸ້ມ​ເມືອງເກົ່າ ຮ່າໂນ້ຍຊຶ່ງຄະນະ​ໄດ້​ໃຊ້​ເພື່ອ​ງານ​ວາງສະ​ແດງ. ບັນດາວັດຖຸບູຮານ ຫວຽດ ທີ່​ແສນລຳ້ຄ່າມາແຕ່ສະຕະວັດທີ 16-19 ຂອງນັກສະສົມ ຮ່າຕຽນຢຸງ ໄດ້ຖືກຈັດວາງຢ່າງສະຫງ່າຜ່າເຜີຍ. ນັບ​ຕັ້ງ​ແຕ່ຮູບປັ້ນເກົ່າແກ່, ລູກສິງໂຕ, ເຄື່ອງປັ້ນດິນເຜົາທີ່ວາງສະ​ແດງຢູ່ທີ່ນີ້ ລ້ວນແຕ່ຖືກ​ປິດ​ບັງດ້ວຍ ຜ້າໄໝປ່ານ ຫຼື ຖືກຈັດວາງ​ໄວ້ຢູ່ບ່ອນທີ່ສຸພາບທີ່​ສຸດ. ວິການການຈັດວາງແບບນີ້​ເບື້ອງ​ຕົ້ນເຮັດໃຫ້ທ່ານຜູ້ຊົມມີຄວາມຮູ້ສຶກ​ເໝືອນ​ໃນ​ຝັນ ແຕ່ຍາກທີ່ຈະຊຶ່ນຊົມຢ່າງລະອຽດ. ແຕ່​ເໝືອນ​ກັບ​ວ່າ ​ນີ້​ເປັນ​ການ​ແກ້​ໄຂ​ທີ່ເໝາະສົມ, ຄ່ອງ​ແຄ້ວ​ດີ ​ດ້ວຍວັດຖຸບູຮານທີ່ເຮັດເປັນພື້ນສໍາລັບ​ການວາງສະແດງຊຸດສະສົມແຟຊັນຂອງນັກອອກແບບນາງ ຮ່າຊວນເຮືອງ. ການປະສົມປະສານທີ່ຍາກພໍ​ສົມຄວນ ລະຫວ່າງວັດຖຸ​ເກົ່າ​ແກ່ບູຮານທີ່ມີສີສັນເຂັ້ມຂຸ້ນ ແລະ ໜັກໄປທາງຈິດໃຈ ກັບຊຸດອາພອນເຄື່ອງນຸ່ງອ້ຽມ, ກະໂປງບາງໆມີ​ວາດຊົງ ທີ່ທັນສະໄໝ ໄດ້ເຮັດໃຫ້ຜູ້ຈັດຕັ້ງເລືອກເອົາວິທີການຈັດວາງແບບນີ້ ເພື່ອສ້າງຄວາມສົມດຸນກັນ​ດ້ານຄວາມງາມ.

ນັກຟ້ອນ Ballet ສະແດງແຟຊັ່ນ ທີ່ງານວາງສະແດງ “ແຟຊັ່ນ ແລະ ວັດຖຸບູຮານ”. ພາບ: ​ເລ​ບິ​ກ


ຊຸດອາພອນ 20 ຊຸດຄື: ອ້ຽມ, ກະໂປ່ງ ຂອງນັກອອກແບບ
ນາງ ຮ່າຊວນເຮືອງ ໄດ້ຖືກ​ນໍາ​ມາສະແດງຕໍ່ມວນຊົນ.
 ພາບ: ​ເລ​ບິ​ກ


ບັນດານັກຟ້ອນ​ແລະການສະແດງທີ່ແປກໃໝ່ ​ໄດ້ ສ້າງຄວາມສົມດຸນ
ລະຫວ່າງເຄື່ອງອາພອນ ແລະ ວັດຖຸບູຮານ.
 ພາບ: ​ເລ​ບິ​ກ


ບັນດາຊຸດວັດຖຸບູຮານທີ່ລຳ້ຄ່າ ມີຕົ້ນກຳເນີດແຕ່ສະຕະວັດທີ
16-19 ຂອງນັກສະສົມ ຮ່າຕຽນຢຸງ ໄດ້ຖືກ​ນໍາ​ວາງສະ​ແດງ​ໃນ​ງານ. ພາບ: ​ເລ​ບິ​ກ



ບັນດານັກຟ້ອນທັງຫລາຍ​ໄດ້ສະແດງ ດ້ວຍຈັງຫວະຕ່າງໆຂອງຮ່າງກາຍຢ່າງເຂົ້າແກັບເຂົ້າເກ່ຍກັນດີ
ເພື່ອສະແດງ​ໃຫ້​ເຫັນ​ເຖິງຄວາມໝາຍຂອງຊຸດອາພອນແຕ່ລະຊຸດ.
ພາບ: ​ເລ​ບິ​ກ


ບັນດາວັດຖຸບູຮານ​ເຄື່ອງ​ປັ້ນດິນ​ເຜົາຖືກ​ນໍາ​ມາ​ວາງສະ​ແດງ​ໃນ​ງານພາບ: ​ເລ​ບິ​ກ


ບັນດາຊຸດແຟຊັ່ນທີ່ ໄດ້ອອກແບບຈາກອ້ຽມ ແລະ ສິ້ນ ໃນ​ເວທີ​ສະ​ແດງ.ພາບ: ​ເລ​ບິ​ກ


ບັນດາວັດຖຸບູຮານ​ທີ່ເກົ່າແກ່ຖືກປິດບັງດ້ວຍ ຜ້າໄໝປ່ານ ຫຼື ຖືກ​ຈັດ​ວາງ​ໄວ້​ໃນບ່ອນທີ່ສຸພາບ
ເພື່ອສ້າງຄວາມສົມດຸນກັນ​ໃນ​ເວລາ​ປະສົມ​ປະສານ​ກັນ​ກັບ​ການສະ​ແດງແຟຊັ່ນ
.
ພາບ: ​ເລ​ບິ​ກ


ບັນດານັກຟ້ອນ Ballet ຖືກ​ເຊື່ອເຊີນມາສະແດງແທນໃຫ້ບັນດານັກ​ເດີນ​ແບບ ເພື່ອສ້າງຄວາມແຕກຕ່າງ.ພາບ: ​ເລ​ບິ​ກ

ເອົາ​ແນວ​ຄວາມ​ຄິດ​ຈາກເຄື່ອງປັ້ນດິນເຜົາບູຮານ, ຊຸດອາພອນ​ຈໍານວນ20 ຊຸດຄື: ອ້ຽມ, ກະໂປ່ງ ຖືກອອກແບບຕາມຍຸກທັນສະໄໝ. ນັກອອກແບບນາງ ຮ່າຊວນເຮືອງ ໄດ້ນຳ​ໃຊ້ວັດຖຸດິບ ຈາກທຳມະຊາດ​ເຊັ່ນ: ​ແກນໄມ້, ​ໄຍປ່ານ, ​ເສດດິນເຜົາ, ເງິນບີ້ເກົ່າ ເຂົ້າໃນຊຸດສະສົມຂອງຕົນ. ນັ້ນແມ່ນບັນດາ ຈຸດເດັ່ນຂອງນັກອອກ​ແບບທີ່ຢາກນໍາ​ມາສູ່​ທ່ານຜູ້ຊົມ ກ່ຽວ​ກັບ​ຄວາມສວຍສົດງົດງາມຂອງວັດທະນະທຳບູຮານ, ຄວາມ ອ່ອນໂຍນ ແລະ ໜ້າຮັກຂອງອ້ຽມ ​ແລະສິ້ນບູຮານຂອງແມ່ຍິງ ຫວຽດນາມ ສະໄໝກ່ອນ​ເຖິງ​ວ່າ​ເອົາ​ມາ​ເຂົ້າກັນ​ກັບ​ຊຸດ​ອາພອນ​ສະ​ໄໝ​ໃໝ່​ກໍ່​ຍັງ​ມີ​ຄວາມ​ສວຍ​ງາມ​ຢູ່..
 
ບໍ່ພຽງແຕ່ການສະແດງແຟຊັ່ນຢ່າງ​ດຽວ, ​ແທນ​ນັກ​ເດີນ​ແບບ​ມື​ອາຊີບ ​ແມ່ນບັນດານັກຟ້ອນ Ballet ທີ່​ຖືກ​ເຊື່ອເຊີນ​ໃຫ້ມາສະແດງ. ເທິງເວທີສະແດງ, ບັນດານັກຟ້ອນທັງຫລາຍ​ໄດ້ສະແດງ ດ້ວຍຈັງຫວະຕ່າງໆຂອງຮ່າງກາຍຢ່າງເຂົ້າແກັບເຂົ້າເກ່ຍກັນດີ ເພື່ອສະແດງ​ໃຫ້​ເຫັນ​ເຖິງຄວາມໝາຍຂອງຊຸດອາພອນແຕ່ລະຊຸດ. ການສະແດງທີ່ແປກໃໝ່ນີ້​ໄດ້​ເຮັດ​ໃຫ້​ມີ​ຄວາມ​ສົມ​ດຸນ​ກັນ​ ລະຫວ່າງເຄື່ອງອາພອນແລະ ວັດຖຸບູຮານ,ສາມາດດຶງດູດໃຈ ​ແລະສ້າງຄວາມຈັບໃຈຫລາຍໃຫ້ແກ່ບັນດາທ່ານຜູ້ຊົນ.
ບົດ: ຫວຽດເກື່ອງ - ພາບ: ເລບິກ 

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top