• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ງານວາງສະແດງ Biennale ສິລະປະກຳ ໜຸ່ມ 2017

ຫຼາກຫຼາຍຮູບແບບ ຄືສີສັນຂອງຊີວິດ, ບັນດາຜົນງານການປະດິດແຕ່ງ ໃນງານວາງສະແດງ Biennale ສິລະປະກຳ ໜຸ່ມ ຄັ້ງທີ IV – 2017 ຊຶ່ງໄດ້ຈັດຂຶ້ນຢູ່ ຫໍພິພິທະພັນ ສິລະປະກຳ ນະຄອນ ໂຮ່ຈີມິນ ເໝືອນໄດ້ເຂົ້າເຖິງການດຳລົງຊີວິດຂອງສັງຄົມຍຸກປະຈຸບັນ. 
ພາຍໃຕ້ຫົວຂໍ້ທີ່ວ່າ: “ໜຸ່ມ-ປະດິດສ້າງ-ເຊື່ອມໂຍງ”, ງານວາງ ສະແດງ ໄດ້ດຶງດູດ 158 ຜົນການປະດິດແຕ່ງ ຂອງ 107 ນັກ ຈິດຕະກອນ ແລະ ກຸ່ມນັກຈິດຕະກອນ ໃນທົ່ວປະເທດເຊັ່ນ: ພາບແຕ້ມ, ຮູບປັ້ນ, video art  ແລະ ສິລະປະການຈັດວາງ.

ນີ້ເປັນການພິສູດໃຫ້ເຫັນເຖິງການ ຂະຫຍາຍຕົວ ຢ່າງກ້າວກະໂດດ ຂອງ ກຳລັງປະດິດແຕ່ງໄວໜຸ່ມ ທີ່ມາຈາກຫຼາຍຂົງເຂດ, ທ້ອງຖິ່ນ, ປະກອບສ່ວນ ເຂົ້າໃນການຂະຫຍາຍຕົວ ຂອງ ພື້ນຖານສິລະປະກຳ ຍຸກໃໝ່ ຫວຽດນາມ.

ບັນດາມຸມມອງທີ່ແຈ້ງ-ມືດ ຂອງການດຳລົງຊີວິດ ທີ່ອາໃສ ເຕັກໂນໂລຊີ, ຄວາມເມີນເສີຍ ຂອງຄົນຍຸກປະຈຸບັນ, ຄວາມ ເຊື່ີອໝັ້ນ... ຕະຫຼອດຮອດບັນຫາໃຫຍ່ໆ ເຊັ່ນ: ມະຫາໄພສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ... ຕ່າງກໍໄດ້ຜູ້ແຕ່ງສະແດງອອກມາ ດ້ວຍຄວາມປະດິດຄິດສ້າງ ຊຶ່ງເຂັ້ມຂົ້ນໄປດ້ວຍສີສັນສ່ວນບຸກຄົນ. 

ນັກທ່ອງທ່ຽວ ເຂົ້າຊົມພາຍໃນຫ້ອງຈັດວາງສະແດງ. 


ນັກທ່ອງທ່ຽວ ກຳລັງຖ່າຍຮູບຜົນການປະດິດແຕ່ງ ໃນຫ້ອງຈັດວາງສະແດງ. 


ມຸມໜຶ່ງໃນຫ້ອງງານວາງສະແດງ Biennale ສິລະປະ ກຳ ໜຸ່ມ ຄັ້ງ ທີ IV- 2017.


ບັນດາຜົນງານການປະດິດແຕ່ງ ຂອງບັນດານັກຈິດຕະກອນ ໜຸ່ມ ສະແດງໃຫ້ເຫັນຄວາມຫຼາກຫຼາຍ ທາງດ້ານ ປະເພດ
ແລະ ຄວາມນຶກຄິດ ຕະຫຼອດຮອດຄວາມຫຼາກຫຼາຍ ທາງດ້ານ ຮູບການ ແລະ ແບບການສະແດງ... 



 ຕະຫຼອດຮອດຄວາມຫຼາກຫຼາຍ ທາງດ້ານ ຮູບການ ແລະ ແບບການສະແດງ.


ຫຼາຍຜົນງານການປະດິດແຕ່ງໄດ້ກ່າວເຖິງການດຳລົງ ຊີວິດ ຂອງ ສັງຄົມປະຈຸບັນ.


ງານວາງສະແດງ Biennale ສິລະປະ ກຳໜຸ່ມ ຄັ້ງທີ IV- 2017 ໄດ້ຈັດວາງສະແດງ 158 ຜົນງານການປະດິດແຕ່ງ ຂອງ 107 ນັກຈິດຕະກອນ
ແລະ ກຸ່ມນັກຈິດຕະກອນ ໃນທົ່ວ ປະເທດ ເຊັ່ນ: ພາບແຕ້ມ, ຮູບປັ້ນ, video art  ແລະ ສິລະ ປະການຈັດວາງ.

ງານວາງສະແດງ ໄດ້ປະກົດໃຫ້ເຫັນ ລຸ້ນນັກຈິດຕະກອນໜຸ່ມ ກຳລັງຕັ້ງໜ້າ ພະຍາຍາມ ໃກ້ຊິດຕິດຕາມ ສະພາບຕົວຈິງ ຂອງ ສັງຄົມ, ມີຫຼາຍຜົນການປະດິດແຕ່ງໄດ້ກ່າວເຖິງ ການ ດຳລົງຊີວິດ ຂອງ ສັງຄົມຍຸກປະຈຸບັນ.

ຕີລາຄາກ່ຽວກັບງານວາງສະແດງຄັ້ງນີ້, ນັກຈິດຕະກອນ ຫງວຽນ ຈຸງຕີ໋ນ, ປະທານສະພາສິລະປະງານວາງສະແດງ Biennale ສິລະປະ ກຳໜຸ່ມ ໄດ້ໃຫ້ຂໍ້ ສັງເກດວ່າ: “ບັນດາ ນັກຈິດຕະກອນ ໄດ້ນຳມາ ຊຶ່ງຄວາມແປກໃໝ່ ຍ້ອນຄວາມ ໜຸ່ມແໜ້ນ. ຜົນການປະດິດແຕ່ງ ສ່ວນຫຼາຍມີຄຸນນະພາບສູງ, ສະໝ່ຳສະເໝີ ແລະ ຢູ່ອັນດັບດີພໍສົນຄວນ. ແຕ່ຍັງຕ້ອງ ມີ ການ ຕີລາຄາຢ່າງຖືກຕ້ອງ ກ່ຽວກັບສິລະປະໜຸ່ມ ເພື່ອສືບຕໍ່ ເສີມຂະຫຍາຍ ໃນຊຸມປີທີ່ຈະມາເຖິງ”.

ແບ່ງປັນກັບຂໍ້ສັງເກດຂອງນັກຈິດຕະກອນ ຫງວຽນຈຸງຕີ໋ນ, ນັກຈິດຕະກອນ-ນາຍຄູປະຊາຊົນ ຮີ່ວນວັນເມື່ອຍ, ປະທານ ສະມາຄົມວິຈິດສິນ ນະຄອນ ໂຮ່ຈີມິນ ໄດ້ປະກອບຄຳເຫັນ ເພີ່ມເຕີມວ່າ: ຈຳເປັນຕ້ອງມີສະຖານທີ່ຂວາງຂວາງ, ສະດວກສະບາຍ ເພື່ອຊ່ວຍໃຫ້ບັນດາ ນັກຈິດຕະກອນ ສະແດງ ຄວາມຄິດສ້າງສັນ ຂອງຕົນເອງ ໄດ້ຄົບຖ້ວນສົມບູນແບບ”.

ສະພາສິລະປະ ໄດ້ຄັດເລືອກ ບັນດາຜົນງານການປະດິດແຕ່ງ ທີ່ດີເດັ່ນ ເພື່ອມອບລາງວັນ. ກຸ່ມນັກຈິດຕະກອນ ຫງວຽນ ເຟືອງອວຽນ, ເຈິ່ນທິເຊືອງ ແລະ ຫງວຽນຫງອກຢາງ ຄວ້າໄດ້ ລາງວັນທີໜຶ່ງ ກັບຜົນງານສິລະປະ ການຈັດວາງທີ່ໃສ່ຊື່: “ບັນດາສາຍຕາດິນສັນດອນ”

ລາງວັນທີ ສອງ ຕົກເປັນຂອງ ນັກຈິດຕະກອນ ໂຮ່ທິຫງອກ ແອງ ກັບພາບແຕ້ມສີຂັດມັນ ທີ່ມີຊື່ “ໂບດ” ແລະ ນັກຈິດຕະກອນ ຫງວຽນຮວ່າຍຮວ່ຽນຫວູ ກັບຜົນງານສິລະປະການຈັດວາງທີ່ໃສ່ຊື່ “ຄຸ້ມຖະໜົນ”.

ນັກຈິດຕະກອນ ເລຊວນກາງກັບ “ຊຸດທີ II”  (ພາບດ້ວຍວັດ ຖຸທາດສັງລວມ), ເລດິ່ງຈິງ ກັບ “ຕອນເຊົ້າ” (ພາບ ສີຂັດມັນ) ແລະ ເລກວກຮວ່ານ ກັບ “ເລື່ອງຜູ້ຍິງ I” (video art) ຄວ້າໄດ້ ລາງວັນ ທີສາມ. ນອກຈາກນັ້ນ, ສະພາສິລະປະ ຍັງໄດ້ມອບ ລາງວັນຊົມເຊີຍ 5 ລາງວັນໃຫ້ແກ່ບັນດາ ນັກຈິດຕະກອນ ແລະ ກຸ່ນນັກຈິດຕະກອນ.


ສິລະປະ ການຈັດວາງ “ບັນດາສາຍຕາ ດິນສັນດອນ”  ຂອງ ກຸ່ມນັກປະພັນ ຫງວຽນເຟືອງ ກວຽນ, ເຈິ່ນທິເຊືອງ, ຫງວຽນຫງອກຢາງແທງ
ຈາກມະຫາວິ ທະຍາໄລ ຮວາແຊນ ຄວ້າ ໄດ້ລາງວັນທີໜຶ່ງ. 



ພາບແຕ້ມສີຂັດມັນ “ຕອນເຊົ້າ” ຂອງ ເລດິ່ງຈິງ ຄວ້າໄດ້ ລາງວັນທີສາມ. 


ຜົນສິລະປະການຈັດວາງ “ແທ້-ປອມ” ຂອງ ຮ່ວາງແທງຟອງ. 


ພາບແຕ້ມ “ມີຮູບ ແລະ ບໍ່ມີຮູບ” ຂອງ ຫງວຽນຈີ໋ມິງຕວ໋ຽດ. 


ຮູບແກະສະຫຼັກ ດ້ວຍໄມ້ “ວົງແຂນຂອງແມ່” ຂອງ ເຈິ່ນວັນ ຕວ່ານ.


ຮູບປັ້ນ “ແມ່ກັບລູກ” ຂອງ ເຈິ່ນວັນເຖືອກ.


ຮູບປັ້ນ “ທິດ”  ຂອງ ຟ້າມດິ່ງຕ໋ຽນ. 


ຮູບປັ້ນ “ຢ້າໂກ່ຮວ່າຍລາງ” ຂອງ ຫວູວັນຊາງ. 


ຮູບປັ້ນ “ເຕັກໂນໂລຊີ”  ຂອງ ໂຮ່ກວກເລ້. 


ຮູບປັ້ນ “ບຶດຝົນ ບຶດແດດ” ຂອງ ຫງວຽນອວຽນຄວ໋າງ. 


ຮູບປັ້ນ “ຕົ້ນລະດູໜາວ”  ຂອງ ຫວູວັນຊາງ. 


ຮູບປັ້ນ “ໂລກບໍ່ເປັນຄວາມຈິງ”  ຂອງ ຫງວຽນ ອວຽນຄວ໋າງ. 

Biennale ສິລະປະ ກຳໜຸ່ມ ນະຄອນໂຮ່ຈີມິນ ແມ່ນເຫດ ການສິລະປະກຳ ຊຶ່ງໄດ້ຈັດຂຶ້ນຄັ້ງທຳອິດເມື່ອປີ 2009, ໂດຍ ສະມາຄົມ ວິຈິດສິນ ນະຄອນໂຮ່ຈີມິນ, ມະຫາວິທະຍາໄລ ວິ ຈິດສິນ ນະຄອນໂຮ່ຈີມິນ, ຫໍພິພິທະພັນ ວິຈິດສິນ ຫວຽດນາມ ແລະ ສະມາຄົມ ວິຈິດສິນ ຫວຽດນາມ ສົມທົບກັນຈັດ. ເຫດການນີ້ ໄດ້ແກ່ຈົນເຖິງວັນທີ 1 ພຶດສະພາ ຜ່ານມາ ຢູ່ ເຮືອນເລກ ທີ 97 A ຖະໜົນ ຟໍ໋ດຶກຈິ໋ງ, ເມືອງ 1, ນະຄອນໂຮ່ ຈີມິນ. 
ປະຕິບັດ: ຫງວຽນແອວງ

ຫຸ່ນເງົາ ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

“ຫຸ່ນເງົາ” ສາຍລົມໃໝ່ ບົນເວທີສະແດງລະຄອນ ຫວຽດນາມ

ກ່ອນຈະໄດ້ຮັບການເລືອກເຟັ້ນ ແລະ ຈັດສາກ ໂດຍໂຮງລະຄອນ ຫວຽດນາມ, ບົດລະຄອນ “ຫຸ່ນເງົາ” ໂດຍ ທ່ານນາງ ຫວູຮວ່າງຮວາ ເປັນ 1 ໃນ 5 ບົດລະຄອນ ຖືກຈັດເຂົ້າ ບັນຊີລາຊື່ ສະເໜີຊີງລາງວັນ Patrick White Award 2023 ທີ່ສະຫງວນໃຫ້ ບົດລະຄອນ, ຊຶ່ງຈັດໂດຍໂຮງລະຄອນ ນະຄອນ Sydney (ອົດສະຕຣາລີ) ຈັດປະຈຳທຸກປີ.  ຜົນໄດ້ຮັບແມ່ນ “ຫຸ່ນເງົາ” ຖືກຈັດ ອັນດັບທີສອງ ແລະ ໄດ້ຮັບການຕີລາຄາສູງ ດ້ານຄຸນນະພາບ ຈາກສະພາວິຊາຊີບ ຂອງ ໂຮງລະຄອນ ນະຄອນ Sydney.

Top