• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານມະໂຫລານ ຟິມຮູບເງົາ ຫວຽດນາມ ຄັ້ງທີ 20 ຈະດຳເນີນຢູ່ ດ່ານັ້ງ

      ງານມະໂຫລານຟິມຮູບເງົາ ຫວຽດນາມ ຄັ້ງທີ 20 ດ້ວຍຄຳຂວັນທີ່ວ່າ “ສ້າງພື້ນຖານອຸດສາຫະກຳຟິມຮູບເງົາທັນສະໄໝ ແລະ ວັດທະນະທຳມະນຸດ” ຈະດຳເນີນໃນລະຫວ່າງວັນທີ 24 -28 ສິງຫາ 2017 ຢູ່ນະຄອນ ດ້ານັ້ງ. 

ງານມະໂຫລານຟິມຮູບເງົາ ຫວຽດນາມ ຄັ້ງທີ 19
(ພາບປະກອບ)
      ງານມະໂຫລານປີນີ້ ມຸ່ງໄປເຖິງບັນດາຟິມຮູບເງົາທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ມີເນື້ອໃນແນວຄວາມຄິດເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສິລະປະການສະແດງໃໝ່ອ່ຽມ, ມີຫົວຄິດປະດິດສ້າງ. ໃນ 5 ວັນດຳເນີນເຫດການ, ໄປຄຽງຄູ່ກັບບັນດາການເຄື່ອນໄຫວເລືອກເຟັ້ນ ແລະ ມອບລາງວັນນັ້ນ, ງານມະໂຫລານຟິມຮູບເງົາຈະຈັດຕັ້ງການສາຍຮູບເງົາຢູ່ກາງແຈ້ງ; ກອງປະຊຸມສຳມະນາຄັ້ງຕ່າງໆ, ງານວາງສະແດງ, ລາຍການພົບປະແລກປ່ຽນ... ພິເສດ, ລາງວັນຟິມຮູບເງົາ ອາຊຽນ ຈະແມ່ນຈຸດພົ້ນເດັ່ນ ທີ່ງານມະໂຫລານ ຟີມຮູບເງົາ ຫວຽດນາມ ປີນີ້.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top