• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນມິດຕະພາບ,ສາມັກຄີຫວຽດນາມ-ລາວ ຢູ່ອົດສະຕາລີ

      ວັນທີ 14 ກັນຍາ, ສະຖານທູດຫວຽດນາມ ໄດ້ເປັນປະທານ, ສົມທົບກັບສະຖານທູດລາວ ປະຈຳອົດສະຕາລີ ຈັດຕັ້ງວັນພົບປະແລກປ່ຽນມິດຕະພາບ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຫວຽດນາມ - ລາວ.

ເອກອັກຄະລັດຖະທູດ 2 ທ່ານ
(ພາບ: vietnamembassy.org.au)
      ເຂົ້າຮ່ວມພິທີມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໂງເຮື໋ອງນາມ, ທ່ານເອກອັກຄະລັດຖະທູດລາວ ປະຈຳອົດສະຕາລີ ພົມມາ ຄຳມະນີຈັນ, ພ້ອມກັບບັນດາພະນັກງານ, ພາລະກອນຂອງ 2 ສະຖານທູດ ແລະ ຜູ້ຕາງໜ້າຊາວຫວຽດນາມ - ລາວ, ນັກສຶກສາ 2 ປະເທດທີ່ພວມຮ່່ຳຮຽນ ແລະ ອາໄສຢູ່ອົດສະຕາລີ.
        ກ່າວຄຳເຫັນທີ່ເຫດການດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ໂງເຮື໋ອງນາມ ເນັ້ນໜັກວ່າ, ສາຍພົວພັນມິດຕະພາບຫວຽດນາມ - ລາວ ສະແດງໃຫ້ເຫັນຢ່າງມີຊີວິດຊີວາກ່ຽວກັບຄວາມສະໜິດຕິດພັນ, ຄວາມສາມັກຄີ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ການໜູນຊ່ວຍເຊິ່ງກັນ ແລະ ກັນ ລະຫວ່າງສະຖານທູດ 2 ປະເທດປະຈຳອົດສະຕາລີ.
        ໃນບົດກ່າວປາໄສ, ທ່ານເອກອັກຄະລັດຖະທູດລາວ ພົມມາ ຄຳມະນີຈັນ ເຊື່ອໝັ້ນວ່າ, ສະຖານທູດ 2 ປະເທດຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກວ່າອີກ, ສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດຢູ່ປະເທດປະຈຳຖິ່ນ, ພ້ອມກັນມານະພະຍາຍາມເພື່ອຍົກສູງບົດບາດໃຈກາງຂອງອາຊຽນ ທີ່ບັນດາກົນໄກ ແລະ ເວທີປາໄສຢູ່ພາກພື້ນ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top