• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ງານບຸນແຂ່ງຂັນ ປ່ອຍວ່າວ ຢູ່ນະຄອນ ໂຮ່ຈີມິນ

ໃນວັນທີ 24 ແລະ 25 ເດືອນ ພຶດສະພາຜ່ານມາ, ທີ່ສູນທ່ອງທ່ຽວຊີວະພາບ ທະເລ ຕ໋ຽງຊອງ(ຕາແສງລອງຮ່ວາ, ເມືອງເກີ່ນເຢີ່, ນະຄອນໂຮ່ຈີມິນ) ໄດ້ມີ ການຈັດຕັ້ງງານບຸນແຂ່ງຂັນປ່ອຍວ່າວສິລະປະ ປີ 2014 ດ້ວຍຫົວເລື່ອງ “ບິນ ຂື້ນພ້ອມກັບຄວາມມຸ້ງຫວັງຂຽວ”. ງານແຂ່ງຂັນໄດ້ດຶງດູດມືວ່າວ ກວ່າ 120 ຄົນ ມາຈາກ 17 ສະໂມສອນ ຢູ່ທັງພາກເໜືອ, ພາກກາງ ແລະ ພາກໃຕ້ເຂົ້າ ຮ່ວມໃນນັ້ນ ມີສະໂມ ສອນຫຼາຍແຫ່ງ ເປັນທີ່ຮູ້ຈັກແຜ່ຫຼາຍໃນທົ່ວປະເທດ ເຊັ່ນ: ເຟື້ອງຮ່ວາງ, ສະໂມສອນວ່າວ 30/4, ສະໂມສອນວ່າວ ເມືອງເຫວ້, ສະໂມສອນວ່າວນາມດີ້ງ, ສະໂມສອນວ່າວ ຊອກເຊີນ, ສະໂມສອນວ່າວ ທັງລອງ-ຮ່າໂນ້ຍ…
 
ງານແຂ່ງຂັນປ່ອຍວ່າວສິລະປະ ໄດ້ກາຍເປັນງານບຸນອັນຄຶກຄື້ນ ຈັບອົກຈັບໃຈໝົດທຸກຄົນເຂົ້າຮ່ວມ ຢ່າງ ແທ້ຈິງ ອັນເນື່ອງມາຈາກວ່າ ຜູ້ທີ່ມາທັດສະນະສຶກສາ ຕ່າງກ່ໍໄດ້ມີວ່າວພ້ອມໃນມື ເພື່ອປ່ອຍດ້ວຍຕົນເອງ. ຄະນະຈັດຕັ້ງ ໄດ້ແຈກວ່າວ ຈຳນວນ ກວ່າ 500 ອັນ ໃຫ້ແຂກເຂົ້າຮ່ວມ. ບັນດາມືວ່າວ ຍັງໃຫ້ການແນະນຳ ແຂກຄົນເຕັກນິກການເຮັດວ່າວ, ການປ່ອຍ, ການແຂ່ງວ່າວແບບ Rokkaku (ຮູບການແຂ່ງວ່າວພື້ນເມືອງ ຂອງຍີ່ປຸ່ນ, ວ່າວຂອງຜູ້ໃດ ຂາດເຊືອກ ແມ່ນຜູ້ນັ້ນເສຍ). ຄຽງຄູ່ກັນນັ້ນ, ຄະນະຈັດຕັ້ງຍັງປ່ອຍນົກກາງແກ 390ໂຕ ຂຶ້ນສູ່ທ້ອງຟ້າ ເພື່ອເປັນການສະຫຼອງ 39 ປີແຫ່ງການປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດ ເປັນປຶກແຜ່ນດຽວກັນ.  

ວ່າວທີ່ມີມາກມາຍສີສັນ ຫຼາກຫຼາຍຮູບແບບ ເປັນຫຼາຍຮ້ອຍລູກບິນຂຶ້ນສູ່ທ້ອງຟ້າເກີ່ນເຢີ່.

ພວກເດັກນ້ອຍລ່າເລີງໃຈກັບການປ່ອຍວ່າວ.

ວ່າວເປັນພາບທີ່ສະໜິດຕິດພັນກັບສິ່ງທີ່ຝັງໃຈໃນຍາມເຍົາໄວ.

ວ່າວລູກໜຶ່ງທີ່ໄດ້ຕິດແຜນທີ່ຫວຽດນາມ ແລະ ພາບກຳປັ່ນ ຢູ່ເໝູ່ເກາະຮວ່າງຊາ, ເຈື່ອງຊາຂອງຫວຽດນາມ.

ວ່າວທີ່ມີຮູບໂຕຫົງ.

ວ່າວທີ່ໄດ້ຕິດຮູບທຸງຊາດ ແລະ ຮູບປະທານໂຮ່ຈີມິນ ກຳລັງປິວຂຶ້ນຕາມກະແສລົມ.

ວ່າວທີ່ມີພາບສັນຍາລັກຂອງໝາກຫົວໃຈ ແລະ ແຖວໜັງສື: “ຂ້ອຍຮັກຫວຽດນາມ”.

ວ່າວເປັນຄູ່ໜຶ່ງທີ່ມີຮູບໂຕມ້າ ແລະ ປາມຶກຍັກ.

ວ່າວຂະໜາດໃຫຍ່ທີ່ປະກອບດ້ວຍ ວ່າວນ້ອຍຫຼາຍລູກ ເປັນຮູບທຸງຊາດຫວຽດນາມກຽມຈະໄດ້ປ່ອຍຂຶ້ນສູ່ທ້ອງຟ້າ.

ວ່າວຮູບເຮືອສະໃບທີ່ມີໂຕໜັງສື: “ມຸ່ງສູ່ທະເລຕາເວັນອອກ”.

ວ່າວຮູບປາມຶກຍັກທີ່ມີຂະໜາດໃຫຍ່ໂຕ ກຽມຈະໄດ້ປ່ອຍຂຶ້ນສູ່ເວຫາ.

ພ່ໍເຖົ້າຜູ້ໜຶ່ງກຳລັງອອກແຮງປ່ອຍວ່າວທີ່ມີແຖວໜັງສື “ຮວ່າງຊາ, ເຈື່ອງຊາແມ່ນເລືອດເນື້ອຂອງຫວຽດນາມ” ຂຶ້ນສູ່ທ້ອງຟ້າ.


ວ່າວຕິດຊຸ່ຍມັກມີຂະໜາດໃຫຍ່ໂຕ ແລະ ຖືກປະດັບຢ່າງໜ້າຈື່ຈຳ.

ວ່າວລູກໜຶ່ງໄດ້ຮັບການປະດັບຮູບໜ່ວຍພິພົບ ແລະ ທຸງຊາດຫວຽດນາມ.

 ມືວ່າວກວດກາພາກສ່ວນຕິດຂຸ່ຍຂອງວ່າວກ່ອນການແຂ່ງຂັນ.  
ເທິງທ້ອງຟ້າຂອງເຂດຊາຍຫາດເກີ່ນເຢີ່, ວ່າວເປັນຫຼາຍຮ້ອຍອັນບິນເວີ່ນອ້າງສີສັນ, ຂອບໂຄງອັນໃຫຍ່ໂຕ ຫຼາກຫຼາຍຮູບແບບ, ມີທັງວ່າວຕິດຄຸ່ຍຕາມເຄີຍ, ວ່າວປາ, ວ່າວ ຫົງ, ວ່າວມັງກອນ, ວ່າວປາມືກຍັກ, ວ່າວ ທຸງຊາດ… ໃນຍາມລາຕີ, ວ່າວໄດ້ຮັບການຕິດດອກໄຟສີ ທີ່ແຈ້ງສະຫວ່າງສຸດສາດ ສ້າງຄວາມຕະລຶງ ທີ່ ໜ້າຈົດຈຳ. ທ້າວຢຸ້ງ ເຊິ່ງແມ່ນມືວ່າວຜູ້ໜຶ່ງ ມາຈາກນາມດີ້ງ ເລົ່າສູ່ຟັງວ່າ: “ແຕ່ລະຄັ້ງ, ຂະນະທີ່ເຫັນວ່າວ ຂອງຕົນ ບິນຂຶ້ນສູ່ເວຫານັ້ນ, ໃນໃຈ ພັດຮູ້ສຶກມ່ວນຊື່ນລື່ນລ່າເລີງຢ່າງບອກບ່ໍຖືກ”.

ສຳລັບຊາວຫວຽດນາມ, ຮູບພາບຂອງວ່າວເວົ້າລວມ ໂດຍສະເພາະແມ່ນ ວ່າວທີ່ມີຊຸ່ຍຕິດພ້ອມນັ້ນ ມັນ ສະໜິດ ຕິດພັນ ກັບຍາມເຍົາໄວ ແລະ ແມ່ນສັນຍາລັກຂອງບ້ານນາ ທີ່ສະຫງົບສຸກ. ດ້ວຍເຫດນັ້ນ, ຜູ້ທີ່ໄດ້ ເຫັນປະຈັກຕາ ພາບວ່າວບິນເວີ່ນເ ທິງເວຫາ ມັກທົບທວນຄືນເຖິງອະນຸສອນໃນ ອະດີດທີ່ຜ່ານໄປ. ຄ່ານິຍົມ ປ່ອຍວ່າວບ່ໍເລືອກໄວອາຍຸ, ຕ້ອງການແຕ່ຜູ້ຫຼິ້ນ ຕ້ອງຫຼົງໄຫຼເມົາມົວເທົ່ານັ້ນ. ສະໂມສອນ ຜູ້ຫຼິ້ນວ່າວ ສິລະ ປະ ຫຼາຍແຫ່ງ ກ່ໍມີສະມາຊິກໜຸ່ມນ້ອຍ ນັບທັງຜູ້ຍິງຫຼາຍຄົນ. ທ່ານຫງວຽນແທງເວີນ, ຫົວໜ້າຄະນະ ກວດ ສອບ ໃຫ້ຄວາມສັງເກດວ່າ, ປີນີ້ ວ່າວທີ່ມີລັກສະນະ ສິລະປະ ອຸດົມສົມບຸນມາກມາຍສີສັນ, ມືວ່າວຫຼາຍຄົນ ໄດ້ ປະດິດສ້າງ ເປັນວ່າວ ເອກະລັກທີ່ໜ້າງືດຈຳນວນຫຼາຍ. ພິ ເສດ, ທີ່ງານບຸນຄັ້ງນີ້, ມືວ່າວປະດັບເອ້ວ່າວ ຫຼາຍອັນ ຕາມຫົວເລື່ອງກ່ຽວກັບໝູ່ເກາະ, ທະເລບ້ານເກີດ…. ດ້ວຍ ຄວາມມຸ່ງຫວັງຢາກສົ່ງສື່ອັນໜຶ່ງເຖິງ ໝົດທຸກຄົນ, ນັ້ນຄື: “ຫວຽດນາມແມ່ນ ປະເທດທີ່ສວຍງາມ, ຮັກຫອມສັນຕິພາບ ແລະ ເຊື່ອມໂຍງເຂົ້າກັບ ໂລກ”.

ບົດ: ຫງວຽນແອວງ - ພາບ: ຫງວຽນລວນ

bichlien

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top