• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຄ້າຍມວຍຊວນດຶກ

ດ້ວຍຈຸດປະສົງເຮັດໃຫ້ລ່າຍລຳເພງມວຍ ນາມຮົ່ງເຊີນ ຈະເລີນ ພັດທະນາເພື່ອຮັບໃຊ້ ປະເທດຊາດ, ຄ້າຍມວຍ ຊວນດຶກ (ຮ່າໂນ້ຍ) ໄດ້ວາງອອກຄະຕິປະຈຳໃຈວ່າ: “ ສາມັກຄີກັບ ຄ້າຍມວຍອື່ນໆ, ທຳແຕ່ສິ່ງສຸດຈະລິດ, ຫຼີກການເປັນທຸຈະລິດ, ກຽມພ້ອມ ສະລະຕົວ ເມື່ອປະເທດຊາດຕົກຢູ່ໃນສະພາບຄັບຂັນ, ເຮັດໃຫ້ຄ້າຍມວຍຮຸ່ງເຮືອງຈະເລີນ”.

 

ພວກຂ້າພະເຈົ້າໄດ້ມີໜ້າໃນການແຂ່ງຂັນເພື່ອເລື່ອນຊັ້ນ ໃຫ້ແກ່ ບັນດາລູກສິດມວຍຂອງຄ້າຍມວຍ ຊວນດຶກ ເຊິ່ງແມ່ນຄ້າຍມວຍແຫ່ງໜຶ່ງ ຂອງເພງມວຍ ນາມຮົ່ງເຊີ ນທີ່ມີຊື່ສຽງຢູ່ຮ່າໂນ້ຍ.
ການແຂ່ງຂັນເລື່ອນຊັ້ນຄັ້ງນີ້ ໄດ້ຮັບການຈັດຕັ້ງຢ່າງເຂັ້ມງວດ ແລະ ຖີ່ຖ້ວນໃຫ້ແກ່ທັງສາມຊັ້ນພ້ອມໆ ກັນຄື ບັນລຸຊັ້ນສາຍຂຽວ, ສາຍເຫຼືອງ ແລະສູງສຸດແມ່ນສາຍ ສີແດງ. ຕາມຂ້ໍກຳນົດ, ລູກສິດມວຍທີ່ເຝິກແອບຢູ່ຄ້າຍມວຍ ຊວນດຶກ ຢ່າງໜ້ອຍຕ້ອງໃຊ້ເວລາປີ ໜຶ່ງຈຶ່ງໄດ້ເຂົ້າຮ່ວມ ການແຂ່ງຂັນ ເລື່ອນຊັ້ນ. ນີ້ກ່ໍຖືວ່າແມ່ນຜົນໄດ້ຮັບທີ່ລູກສິດມວຍຂອງຄ້າຍມວຍ ນາມຮົ່ງເຊີນ ສາມາດເອກອ້າງທະນົງໃຈກັບສີສັນສາຍແອວ ຂອງຕົນ.
ລູກສິດມວຍລ໋ີວັນກວ່ຽນແມ່ນນັກຮຽນໂຮງຮຽນປະຖົມແທງອາມໄດ້ ມາເຝິກທີ່ຄ້າຍມວຍເປັນເວລາ 4 ປີ ແລ້ວ. ປີນີ້ນ້ອງຈຶ່ງເຂົ້າຮ່ວມ ງານແຂ່ງຂັນສາຍເຫຼືອງ. ກວ່ຽນໃຫ້ຊາບວ່າ, ເມື່ອເຝິກມວຍ ລາວຮູ້ສຶກແຂງແຮງດີ ແລະ ຈິດໃຈຊື່ນບານ. ລາວຄິດວ່າ, ໃນ ພາຍພາກໜ້າຈະກາຍເປັນຜູ້ທີ່ສ້າງປະໂຫຍດໃຫ້ແກ່ສັງຄົມຄືດັ່ງ ຄະຕິປະຈຳໃຈຂອງຄ້າຍມວຍແມ່ນ: “ສາມັກຄີກັບຄ້າຍມວຍ ອື່ນໆ, ທຳແຕ່ສິ່ງສຸຈະລິດ, ຫຼີກການເປັນທຸຈະລິດ, ກຽມພ້ອມສະລະຕົວ ເມື່ອປະເທດຊາດຕົກຢູ່ໃນສະພາບຄັບຂັນ, ເຮັດໃຫ້ຄ້າຍມວຍ ຮຸ່ງເຮືອງຈະເລີນ”.
ໃນການແຂ່ງຂັນເລື່ອນຊັ້ນຄັ້ງນີ້, ແລ້ວແຕ່ລະດັບ ແລະ ຊັ້ນຮຽນທີ່ ໄດ້ເຝິກ, ລູກສິດມວຍທຸກຄົນຈະຕ້ອງສະແດງໃຫ້ໄດ້ບັນດາ ທ່າອັນເປັນ ສັນຍາລັກຂອງຄ້າຍມວຍ ນາມຮົ່ງເຊີນ ເຊັ່ນ: ທ່າເສືອ ມັງກອນ, ມ້າ, ນົກ, ການໃຊ້ດາບ, ໃຊ້ຄ້ອນຕ່ອງ ສາມທ່ອນ… ນັບທັງການທຸບດິນຈີ່, ແທງຄໍຫອຍ, ຊັດຫອກ ຫຼື ນອນເທິງຕະປູໃຫ້ ລົດຈັກຢຽບຜ່ານຄົນ…
ເມື່ອໄດ້ເຫັນປະຈັກຕາການສະແດງຂອງລູກສິດມວຍ ຈຶ່ງສາມາດຄຳ ນຶງໄດ້ເຖິງຄວາມມານະພະຍາຍາມ ໃນການເຝິກແອບ ຂອງຜູ້ ຮຽນມວຍ ພ້ອມທັງສິ່ງມະຫັດສະຈັນອັນລ້ຳຄ່າໃນຕຳລາມວຍ ຕ່າງໆ ຂອງຄ້າຍມວຍ ນາມຮົ່ງເຊີນ. 

ຄ້າຍມວຍຊວນດຶກໃນມື້ຈັດການແຂ່ງຂັນເລື່ອນຊັ້ນ.

ບັນດາລູກສິດມວຍໜຸ່ມນ້ອຍສະແດງບັນດາ ທ່າມວຍຕ່າງໆ.
ພາກແຂ່ງຂັນການຂ້າມຜ່ານສິ່ງກີດຂວາງ.

ສິດມວຍຜູ້ໜຶ່ງສະແດງການເສັງພະລັງພາຍໃນ.

ການສະແດງພະລັງພາຍໃນໂດຍໃຊ້ຫອກແທງໃສ່ຄໍຫອຍ.

ລາຍການໃຊ້ພະລັງພາຍໃນເພື່ອດັດເຫຼັກດ້ວຍຄໍ.

ລາຍການນອນຫງາຍເທິງແປ້ນໜາມເຫຼັກ ແລ້ວໃຫ້ລົດຈັກ ຢຽບຜ່ານຄົນ.

ທ່ານ ຫງວຽນວັນຫາຍ ລູກສິດມວຍຜູ້ມີອາຍຸສູງສຸດ ຂອງຄ້າຍມວຍ ຊວນດຶກສະແດງບົດທ່າ“ເສືອມັງກອນ”.

ບົດມວຍ “ຄ້ອນຕ່ອງສາມທ່ອນ”.

ການສູ້ຢັນປະເຊີນໜ້າດ້ວຍມືເປົ່າ.

ບົດທ່າໂດດຄີບຄໍຂອງຕຳລາມວຍ ນາມຮົ່ງເຊີນ.

ຄູເຝິກຊວນດຶກມອບສາຍແອວໃຫ້ແກ່ບັນດາລູກສິດມວຍທີ່ໄດ້ ຜ່ານການແຂ່ງຂັນເລື່ອນຊັ້ນ.

ໃນມື້ທາງຄ້າຍມວຍຈັດການແຂ່ງຂັນເລື່ອນຊັ້ນ ໃຫ້ແກ່ບັນດາລູກສິດ ມວຍ ກ່ໍມີອາຈານມວຍຊັ້ນສູງ ຫງວຽນຕີ້ ເຈົ້າສາຍມວຍ ນາມຮົ່ງ ເຊີນ ແລະ ຄູເຝິກ ຫງອກເລີມ(ເປັນອາຈານຂອງຄູເຝິກ ຊວນ ດຶກ)ໃຫ້ກຽດມາຮ່ວມ.
ອາຈານມວຍຊັ້ນສູງ ຫງວຽນຕ໋ ີເປີດຄວາມໃນໃຈໃຫ້ຮູ້ວ່າ: “ຂ້າພະ ເຈົ້າແມ່ນລູກກົກຂອງພ່ໍເຖົ້າ ຫງວຽນງວຽນໂຕ໋ (ຊື່ຫຍໍ້ແມ່ນ ເຊົ້າໂຕ໋)ເປັນຜູ້ໃຫ້ກຳເນີດຄ້າຍມວຍ ນາມຮົ່ງເຊີນ ໃນປີ 1920. ຊື່ວ່າ ນາມຮົ່ງເຊີນ ມີຄວາມໝາຍທີ່ສຸດ. ນາມໝາຍເຖິງມວຍ ຫວຽດນາມ, ຮົ່ງ ແມ່ນ ຖ໋ຽວເລີມຮົ່ງຢາ, ເຊີນເວົ້າເຖິງອິດທິລິດ ຂອງຕຳລາມວຍ ນີ້ ໃຫຍ່ໂຕເໝືອນດັ່ງພູສູງສະຫງ່າ. ມາຮອດ ທຸກວັນນີ້, ຜ່ານ 80 ປີແຫ່ງການພັດທະນາ, ຄ້າຍມວຍ ນາມຮົ່ງເຊີນ ໄດ້ສ້າງຕັ້ງ ແລະ ຂະຫຍາຍ ຄ້າຍມວຍຕື່ມອີກ ຫຼາຍແຫ່ງ ທີ່ຊົງອິດທິພົນ”. ອາຈານມວຍ ຫງວຽນຕີ໋ ກ່ໍສະແດງ ຄວາມຄິດໃນໃຈວ່າ, ທ່ານມີຄວາມຫວັງຫຼາຍຢ່າງກ່ຽວກັບ ຄ້າຍມວຍ ຊວນດຶກ ອັນເນື່ອງມາຈາກວ່ານີ້ແມ່ນຄ້າຍມວຍ ທີ່ໜຸ່ມແໜ້ນ, ມີລະບຽບວິໄນສູງ, ລູກສິດມີຢູ່ໃນຫຼາຍໄວອາຍຸ ໂດຍສະເພາະແມ່ນເຍົາວະຊົນ ຜູ້ເປັນອະນາຄົດຂອງ ປະເທດຊາດ.
ໄດ້ຊາບວ່າ, ຄູເຝິກ ຫງວຽນຊວນດຶກ, ຫົວໜ້າຄ້າຍມວຍ ຊວນດຶກ ໄດ້ເປີດຄ້າຍມວຍໃນປີ 2002. ປະຈຸບັນ, ລາວໄດ້ເປີດຕື່ມອີກ 7 ແຫ່ງທີ່: ໂຮງຮຽນປະຖົມ ວັນເຈືອງ, ແທງອາມ, ດົງຫງອກ, ເທື້ອງ ແທງ, ຫວຽດຮືງ. ໂດຍທົ່ວໄປແລ້ວ, ສິດມວຍລ້ວນແລ້ວແຕ່ແມ່ນ ເຍົາວະຊົນ, ຊາວໜຸ່ມ, ບາງຄັ້ງຄາວກ່ໍມີທັງຜູ້ຢູ່ໃນໄວກາງຄົນ ແລະ ຜູ້ອາຍຸສູງ.
ທ່ານ ຫວຽດຄວາ, ອາຍຸ 65 ປີເຮືອນຢູ່ເຂດ 125 ຫງວຽນຄວ໋ຽນ, ຮ່າໂນ້ຍແມ່ນຜູ້ໜຶ່ງ ທີ່ຫຼົງໄຫຼກັບຄ້າຍມວຍ ຊວນດຶກ ເລ່ົາສູ່ຟັງວ່າ: “ຂ້າພະເຈົ້າມັກໄປເບິ່ງການເຝິກແອບ ຂອງສິດມວຍ ທີ່ຄ້າຍມວຍ ແຫ່ງນີ້, ຂ້າພະເຈົ້າເຫັນວ່າພວກເຂົາເຈົ້າມີສະຕິການປະຕິບັດລະ ບຽບວິໄນຢ່າງເຂັ້ມງວດ, ພິເສດ ຄູເຝິກ ຊວນດຶກ ແມ່ນຜູ້ມີຄວາມ ສຸດຈິດສຸດໃຈກັບອາຊີບ. ເຖິງວ່າການຮຽນມີແຕ່ຜູ້ດຽວ ຫຼື ມີຝົນ ຕົກ, ຄູດຶກກ່ໍຍັງໝົກມຸ່ນກັບການເຝິກໃຫ້ລູກສິດຢ່າງລະອຽດຖີ່ ຖ້ວນຕາມເຄີຍ.
ມາຮອດປັດຈຸບັນ, ຄ້າຍ ມວຍຊວນດຶກ ໄດ້ດຶງດູດລູກສິດຈຳນວນ 1.000 ກ່ວາຄົນເຂົ້າຮ່ວມການເຝິກແອບ. ຄູເຝິກ ຫງວຽນຊວນດຶກ ໃຫ້ຮູ້ວ່າ: “ທາງຄ້າຍມວຍ ເອົາໃຈໃສ່ເຖິງ ຄຸນະພາບ ການເຝິກແອບ ຂອງລູກສິດ. ສະນັ້ນ, ບ່ໍຮັບເອົາແບບໄຫຼຫຼັ່ງທັ່ງເທ ເຂົ້າ. ແມ່ນໃຜທີ່ໄດ້ໄປຫາຄ້າຍມວຍ ນາມຮົ່ງເຊີນ ຕ້ອງແມ່ນຜູ້ ມີຈິດໃຈຮັກສາ ແລະ ເສີມຂະຫຍາຍເພງມວຍອັນເປັນມູນເຊື້ອ ແລະ ເອກະລັກນີ້ ຂອງຊາດ ກ່ໍຄືຕ້ອງພຽບພ້ອມໄປດ້ວຍ ນ້ຳໃຈ ຮັບໃຊ້ປະເທດຊາດເມື່ອມີສະພາບຄັບຂັນ.
ບົດ: ບິກເວີນ - ພາບ : ຫວຽດເກື່ອງ

bdLao

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top