• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຄ່ານິຍົມ ການດື່ມຊາ ເອືອບດອກບົວ ຂອງຊາວ ຮ່າໂນ້ຍ

ນັບຕັ້ງແຕ່ສະໄໝກ່ອນ, ຊາວບ້ານ ຢູ່ອ້ອມຂ້າງ ໜອງໄຕ ຄື ກວາງ ບ໋າ, ໄຕໂຮ່ ແລະ ງີຕ່າມໄດ້ມີຊື່ສຽງລືຊາ ດ້ວຍ ສິລະປະການ ເອືອບຊາກັບ ດອກບົວ. ອາດຍ້ອນແນວນັ້ນ ມັນກ່ໍເປັນເຫດພາ ໃຫ້ ຊາວຮ່າໂນ້ຍ ກ່ໍມີຊື່ສຽງ ໂດ່ງດັງ ເນື່ອງຈາກຄ່ານິຍົມ ການດື່ມ ຊາເອືອບດອກບົວ ສຸດທີ່ ພິຖິພິຖັນ, ລະອຽດ ແລະ ສຸພາບສາບສວຍ.
 
ແຕ່ລະປີ, ເມື່ອກ້າວເຂົ້າລະດູແລ້ງ ຊາວຮ່າໂນ້ຍ ພັດມີໂອກາດ ໄດ້ ຊົມເບິ່ງຄວາມງາມ ອັນສົດສວຍ ບໍລິສຸດຂອງດອກບົວ ຢູ່ໜອງໄຕ ໃນແສງແດດ ອັນເຫຼືອງເຫຼື້ອມ ແລະ ປະຕິບັດ ການເອືອບຊາ ດ້ວຍດອກບົວ ທີ່ມີລັກສະນະ ພິຖິພິຖັນ, ລະອຽດລະອໍ ເຖິງຂັ້ນກາຍເປັນ ສິລະປະປະເພດໜຶ່ງກ່ໍເປັນໄດ້.

ດອກບົວ ຢູ່ໜອງໄຕ ເປັນປະເພດດອກບົວ ທີ່ຫາຍາກ, ມີຄວາມງາມ ແລະ ກິ່ນຫອມສະເພາະຂອງມັນ. ຕາມພົງສາ ວະດານ, ດອກບົວຢູ່ໜອງໄຕ ເດີມແມ່ນແນວດອກບົວ ຢູ່ບຶງຈີ້ ຄຽງຂ້າງກັບ ເມືອງໄຕໂຮ່. ນັ້ນແມ່ນ ດອກບົວ ແນວ “ຮ້ອຍກີບ” ທັງໃຫຍ່ ແລະ ເບົາມີກິ່ນຫອມຫວນ.

ແຕ່ສະໄໝກ່ອນກີ້, ຊາວບ້ານຢູ່ອ້ອມຂ້າງໜອງໄຕຄື ກວາງບ໊າ, ໄຕໂຮ່, ງີຕ່າມໄດ້ມີການຖ່າຍຖອດ ເຄັດລັບໃນການ ເອືອບຊາ ດອກບົວໃຫ້ກັນ ແລະ ໄປພ້ອມໆ ກັນນັ້ນ ແມ່ນຄ່ານິຍົມການດື່ມຊາ ເອືອບດອກບົວ ທີ່ມີລັກສະນະ ແຫວກ ແນວ ທັງລະອຽດແບບນີ້.

ໃນຄາວກ່ອນ ຊາເອືອບດອກບົວ ຍັງໄດ້ໃຊ້ເປັນຂອງ ເພື່ອຖວາຍພະພອນ ມາຍັງຜູ້ເປັນ ອາດຍາເຈົ້ານາຍ ຫຼື ຊັ້ນຄົນມີຍົດ ສັກອຳນາດ, ສ່ວນປັດຈຸບັນນີ້, ຊາວຮ່າໂນ້ຍເອົາ ຊາດອກບົວ ມາລ້ຽງແຂກທີ່ຮັກແພງ ຫຼື ໃຊ້ເປັນຂອງຕ້ອນ ທີ່ມີ ສັນຍາ ລັກ ສະເພາະ ຂອງກຳແພງນະຄອນ.
 

ຊາດອກບົວເປັນຈຸດວັດທະນະທຳທີ່ເປັນເອກະລັກ ຂອງຊາວຮ່າໂນ້ຍ.



ແຕ່ດົນນານມາແລ້ວ ຊາວບ້ານຢູ່ ອ້ອມຂ້າງໜອງໄຕ (ຮ່າໂນ້ຍ) ໄດ້ມີຊື່ສຽງລືຊາ ດ້ວຍ ສິລະປະການ ເອືອບຊາ ກັບດອກບົວ.

ຊາໄດ້ເອືອບດ້ວຍ ເກສອນຜູ້ ຂອງດອກບົວ.
ໃນຍາມເຊົ້າຕູ່ຂອງແຕ່ລະມື້, ຊາວຮ່າໂນ້ຍ ເຄີຍໃຊ້ນ້ຳຄ້າງຢູ່ ເທິງໃບບົວ ແຕ່ງນ້ຳຊາ     
ເພື່ອເຮັດໃຫ້ນຳ້ຊາມີລົດຊາດ ຫອມຫວນ.


ຊາໄດ້ເອືອບໃນດອກບົວ ແລະ ຫໍ່ເຂົ້າດ້ວຍໃບບົວ ເພື່ອສ້າງ ລົດຊາດຫອມທີ່ພິເສດສະເພາະ.

ຊາໄດ້ເອືອບໃນດອກບົວ.

ຄ່ານິຍົມ ການດື່ມຊາ ເອືອບດອກບົວໄຕໂຮ່ແມ່ນ ຈຸດ ວັດທະນະທຳທີ່ເປັນເອກະລັກ ຂອງຊາວ ຮ່າໂນ້ຍ.
ຊ່ວງໄລຍະກ່ອນ, ຊາວຮ່າໂນ້ຍ ເຄີຍເອືອບຊາໃນຕອນກາງຄືນ, ເມື່ອດອກບົວຫາກ່ໍບານອອກໜ້ອຍໜຶ່ງ, ເຂົາເຈົ້າເອົາຊາ ຢຸ້ບໜຶ່ງ ໃສ່ດອກແລ້ວມັດໄວ້. ເຊົ້າມື້ໃໝ່, ປະມານ 5 ໂມງເຂົາເຈົ້າ ມາ ເດັດເອົາດອກທີ່ມີຊາເມືອແຕ່ງນ້ຳກິນ.

ມາດຽວນີ້, ຍ້ອນມີເງື່ອນໄຂສະດວກກວ່າ, ວິທີການເອືອບ ພັດ ພິຖິພິຖັນທົບເທົ່າ, ແຕ່ໂດຍທົ່ວໄປແລ້ວ ເຂົາເຈົ້າເອືອບ ດ້ວຍ ເກສອນຜູ້ ຂອງດອກບົວ. ເມື່ອເດັດດອກບົວມາ, ແກະເອົາ ເກສອນຜູ້(ເປັນເມັດຂາວໆ ຄືເຂົ້າສານຢູ່ຍອງ) ເພື່ອ ເອືອບຊາ.

ການເອືອບນີ້, ແຕ່ລະຄົນພັດມີເຄັດລັບ ສະເພາະຂອງຕົນ. ເວົ້າ ລວມແມ່ນຊາຫຼືບໜຶ່ງກ່ໍໂຮຍເກສອນຜູ້ ຫຼືບໜຶ່ງແລ້ວເອົາ ເຈ້ຍໄຂ ມັນຫ່ໍໄວ້. ປະມານ 3 ມື້, ເປີດອອກ ແລະ ປ່ຽນເກສອນຜູ້ໃໝ່ ເອືອບອີກແລ້ວເອົາໄປອົບ. ເຮັດເຊັ່ນດຽວແນວນັ້ນ 7 ຄັ້ງ, ຫຼັງ 21 ມື້ຈະມີຊາຊຸດໜຶ່ງ ທີ່ຫາອັນປຽບທຽບແມ່ນຍາກ.

ເວົ້າເຖິງການຊົມໃຊ້ຊາ, ຄົນຢູ່ທ້ອງຖິ່ນໃດ ກ່ໍທຽບບໍ່ຕິດກັບ ຊາວຮ່າໂນ້ຍ. ທີ່ຮ່າໂນ້ຍ, ເຂົາເຈົ້າຖືການດື່ມຊາ ແມ່ນ ວັດທະນະທຳ ແບບໜຶ່ງຂອງການກິນດື່ມ. ການດື່ມຊາເອືອບ ດອກບົວ ຮຽກຮ້ອງ ຕ້ອງມີລັກສະນະພິຖິພິຖັນ, ລະອຽດ ລະອໍ ຈຶ່ງສາມາດສຳຜັດໄດ້ ກັບຄວາມສຸພາບສາບສວຍ ແລະເລິກເຊິ່ງ ຂອງຈອກນ້ຳຊາ. ອາດ ຍ້ອນເຫດນັ້ນ, ຮອດຍາມ ດອກບົວ ເບ່ັງບານ, ຊາວຮ່າໂນ້ຍມີຄ່ານິຍົມ ການກິນຊາດອກບົວ ທີ່ ຫອມຫວນແລ້ວເວົ້າລົມເລື່ອງລາວ ຕ່າງໆ ໃນທົ່ວ ທຸກແຫ່ງເພື່ອ ຜ່ອນຄາຍອາລົມ ປົດເປື້ອງຄວາມລຳບາກກາກກຳ ຂອງຊີວິດປະຈຳວັນ.
 
ບົດ: ເງີນຮ່າ - ພາບ: ເຕີດເຊີນ

bichlien

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top