• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຄູ່ “ເຈົ້າຊາຍ ກາຍະສິນ” ຫວຽດນາມ

ວັນທີ 22 ທັນວາ 2016, ສອງອ້າຍນ້ອງສິລະປິນກາຍະສິນ ຫວຽດນາມ ຢາງກວັກເກີ-ຢາງກວັກງຽບ ໄດ້ຍ່າງຂຶ້ນຂັ້ນໄດ ລວມ 90 ຂັ້ນຂອງໂບດ Girona (ນະຄອນ Girona  ແອັສ ປາຍ) ໃຊ້ເວລາພຽງ 52 ວິນາທີ ດ້ວຍການຕັ້ງຫົວໃສ່ກັນ. ການສະແດງ ທີ່ເຕັມໄປດ້ວຍຄວາມສ່ຽງນີ້ ໄດ້ດຶງດູດຜູ້ຄົນ ເປັນຈຳນວນຫຼາຍ ມາຊົມ ແລະ ໃຫ້ກຳລັງໃຈ, ໃນນັ້ນມີທັງຜູ້ດຳລົງຕຳແໜ່ງຂອງໂບດ, ເຈົ້າໜ້າທີ່ປະຈຳທ້ອງຖິ່ນ ແລະ ບັນດາສິລະປິນສາກົນ.

ນີ້ແມ່ນການສະແດງທີ່ປະທັບໃຈ ຂອງ ສອງອ້າຍນ້ອງ  ກວັກ ເກີ-ກວັກງຽບ ໃນໂອກາດລະນຶກໂບດ Girona ຄົບຮອບ 600 ປີ ຕາມຄຳເຊື້ອເຊີນ ຂອງ ຄະນະອຳນວຍການ ໂຮງກາຍະສິນ ແອັສປາຍ. ກວັກເກີ ເປັນຖານຮອງ ແລະ ກວັກງຽບ ຢູ່ເທິງເປັນຜູ້ຮັກສາຄວາມສົມດູນ.

ມີຂ່າວດີ ສຳລັບສອງອ້າຍນ້ອງ ກວັກເກີ-ກວັກງຽບ, ໃນວັນທີ 6 ມັງກອນ 2017 ເມື່ອອົງການ Guinness World Records ຮັບຮອງສະຖິຕິ ໂດຍສອງ ອ້າຍນ້ອງສ້າງຂຶ້ນ. ນີ້ ແມ່ນຜົນງານ ທີ່ໂດດເດັ່ນ, ລື່ນເກີນ ສະຖິຕິໂດຍສິລະປິນ ຊາວ ຈີນ ຄື ຖາງທາວ (Tang Tao) ແລະ ຊູເຈິງແສນ (Su Zengxian) ປະຕິບັດ ໃນປີ 2014 ທີ່ນະຄອນ ຊີເໝີນ (Xiamen), ແຂວງ ຝູ໋ຈຽນ ໃນການຂຶ້ນໄດ້ 25 ຂັ້ນໃຊ້ເວລາໜຶ່ງນາທີ.


ຄູ່ “ເຈົ້້າຊາຍກາຍະສິນຫວຽດ” ຖ່າຍຮູບເປັນທີ່ລະນຶກ ຢູ່ໂບດ  Girona, ແອັສປາຍ. ພາບ: ໂດຍຜູ້ກ່ຽວສະໜອງ



ກວັກເກີ-ກວັກງຽບ ສະແດງລາຍການຕໍ່ຫົວໃສ່ກັນ ຍ່າງຂຶ້ນຂັ້ນ ໄດທີ່ໂບດ Girona, ແອັສປາຍ. ພາບ: ໂດຍຜູ້ກ່ຽວສະໜອງ


ການຕໍ່ຫົວໃສ່ກັນ ທີ່ໂດ່ງດັງໃນລາຍການ “ກຳລັງແຮງ ຂອງ ຝ່າມື” ໂດຍສອງອ້າຍນ້ອງຕະກຸນຢາງ ສະແດງທີ່ ແອັສປາຍ.
ພາບ: ໂດຍຜູ້ກ່ຽວສະໜອງ



ຊ່ວງເວລາ ທີ່ ກວັກເກີ-ກວັກງຽບ ສຳເລັດການຍ່າງຂຶ້ນຂັ້ນໄດ 90 ຂັ້ນຂອງໂບດ Girona ໃຊ້ເວລາພຽງ 52 ວິນາທີ.
ພາບ: ໂດຍຜູ້ກ່ຽວສະໜອງ



ຄວາມມ່ວນຊື່ນ ແລະ ຄວາມສຸກໃຈ ຂອງ ກວັກເກີ-ກວັກງຽບ ເມື່ອສ້າງສະຖິຕິ. ພາບ: ໂດຍຜູ້ກ່ຽວສະໜອງ


ກວັກເກີ-ກວັກງຽບ ໄດ້ຮັບຫຼຽນກາ ທີ່ລະນຶກ ຈາກຄະນະຈັດຕັ້ງ. ພາບ: ໂດຍຜູ້ກ່ຽວສະໜອງ


ຄູ່ກາຍະສິນຫວຽດ ມີຄວາມສຸກ ເມື່ອທຳລາຍສະຖິຕິ ຂອງ ສິລະປິນຊາວ ຈີນ ສ້າງຂຶ້ນໃນປີ 2014 ໃນການຍ່າງຂຶ້ນ
ຂັ້ນໄດ 25 ຂັ້ນໃຊ້ເວລາໜຶ່ງນາທີ. ພາບ: ໂດຍຜູ້ກ່ຽວສະໜອງ



ຄູ່ກາຍະສິນ ກວັກເກີ-ກວັກງຽບ ຊົງທ່າເພື່ອຖ່າຍຮູບກັບ ແຟນໆ. ພາບ: ໂດຍຜູ້ກ່ຽວສະໜອງ

ໃນຂະນະນີ້, ເມື່ອເລົ່າຄືນເຖິງຜົນງານດັ່ງກ່າວ ກວັກເກີ ຍັງຮູ້ ສຶກ ຕື່ນເຕັ້ນຢູ່ບ່ໍເຊົາ: “ເມື່ອສອງອ້າຍນ້ອງ ຍ່າງຂຶ້ນເຖິງຂັ້ນ ໄດ ຂັ້ນສຸດທ້າຍ, ພວກຂ້າພະເຈົ້າ ບ່ໍເຊື່ອຫູເຊື່ອຕາຕົນເອງອີກ ເພາະ ການຍ່າງຂຶ້ນຂັ້ນໄດ 90 ຂັ້ນ ໃຊ້ເວລາພຽງ 52 ວິນາທີ, ຊຶ່ງພວກເຂົາຄາດໝາຍແມ່ນໃຊ້ເວລາ 1 ນາທີ. ນີ້ບໍ່ພຽງແຕ່ ເປັນສະຖິຕິໂລກເທົ່ານັ້ນ, ແຕ່ເປັນສະຖິຕິ ຂອງ ສອງອ້າຍນ້ອງອີກດ້ວຍ.

ດ້ວຍຄວາມມານະບຸກບືນ ເພື່ອສ້າງສະຖິຕິ Guinness World Records ໃນປະເພດ “ຕໍ່ຫົວໃສ່ກັນ” ແລ້ວຮັກສາ ຄວາມສົມດູນ ໃນການຍ່າງຂຶ້ນຂັ້ນໄດ. ການສະແດງ ທີ່ຕື່ນ ເຕັ້ນນີ້ ຂອງ ສອງອ້າຍນ້ອງ ຖືກ ໜັງສືພິມ Straits Times ຂອງ ສິງກະໂປ ລົງຂ່າວດໂດຍ ພາດຫົວຂ້ໍວ່າ: “Putting their heads together to break world record” (ແປວ່າ ສອງຫົວຕໍ່ກັນ ເພື່ອທຳລາຍສະຖິຕິໂລກ).(ທີ່ມາຂອງຂ່າວ: ໜັງສືພິມເອເລັກໂຕຣນິກ ເຢີນຈີ໋)
ໜັງສືພິມສະບັບຕ່າງໆ ແລະ ສຳນັກຂ່າວ ທີ່ຊົງອິດທິພົນຄື NBC News, AFP, Straits Times, Emporda, Getty Images… ຕ່າງກໍໄດ້ລົງຂ່າວ ແລະ ພາບຂອງ ກວັກເກີ-ກວັກງຽບ ຂະນະກຳລັງປະຕິບັດທຳລາຍສະຖິຕິໂລກ.

ຄວາມສາມາດ ຂອງ ຄູ່ “ເຈົ້າຊາຍກາຍະສິນຫວຽດ” ແມ່ນ ລາຍການຕ່າງໆ ທີ່ນຳໃຊ້ກຳລັງແຮງ, ຄວາມທົນທານ ຂອງ ກ້າມຊີ້ນ ແລະ ຄວາມງາມຂອງຮ່າງກາຍ. ຍ້ອນຄວາມຮັກ ແພງຖານ ອ້າຍນ້ອງຄີງ ພ້ອມກັບການທີ່ໄດ້ເຝິກແອບນຳກັນ ມາແຕ່ ຄາວຍັງນ້ອຍ ໄດ້ຊ່ວຍໃຫ້ເຂົາເຈົ້າສາມາດປະສານ ສົມທົບກັນຢ່າງກົມກືນ. ສອງອ້າຍນ້ອງຕະກຸນ ຢາງ ໄດ້ອຸທິດ ຕົນ ໃຫ້ຜູ້ຊົມຫຼາຍລາຍການສະແດງພິເສດ, ໃນນີ້ ລາຍການສະແດງ “ກຳລັງແຮງ ຂອງ ຝ່າມື” ແມ່ນລາຍການ ທີ່ໂດ່ງດັງ ທີ່ສຸດ ໃນໝູ່ມະຫາຊົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.

ພິເສດກວ່າໝູ່ ຂອງ ການສະແດງນີ້ ແມ່ນການປິ່ນຫົວໃສ່ກັນ. ກວັກເກີ ຢູ່ລຸ່ມ, ກວັກງຽບ ຢູ່ເທິງ ໂດຍເອົາຫົວຕໍ່ກັບຜູ້ເປັນ ອ້າຍ. ໃນທ່ານີ້ ສອງອ້າຍນ້ອງ ໄດ້ຍ່າງຂຶ້ນຂັ້ນໄດ ໂດຍຮັກສາ ຄວາມສົມດຸນ ຂອງ ຮ່າງກາຍໄດ້ຢ່າງງາມຕາ. ລາຍການນີ້ ບ່ໍ ພຽງແຕ່ ສ້າງຄວາມປະທັບໃຈ ດ້ານສິລະປະ, ແຕ່ຍັງເຮັດໃຫ້ ທຸກຄົນ ມີຄວາມປະທັບໃຈເປັນຢ່າງຍິ່ງ ເມື່ອຄຳນຶງເຖິງ ຮູບ ພາບ ຜູ້ເປັນອ້າຍ ຍາມໃດກໍ ເປັນເສົາຄ້ຳອັນໝັ້ນແກ່ນ ເພື່ອ ຊ່ວຍຊູ ແລະ ຍົກຍໍຜູ້ນ້ອງ ກວັກງຽບ ຮັກສາຄວາມສົມດຸນ ທັງ ສະແດງ ກິລິຍະບົດທີ່ຍາກໆ.

ໃນຊ່ວງ 15 ປີ ປະກອບອາຊີບເປັນນັກສະແດງກາຍະສິນ, ໃນ ນີ້ມີ10 ກວ່າປີ, ກວັກເກີ ແລະ ກວັກງຽບ ໄດ້ນຳລາຍການ “ກຳ ລັງແຮງຂອງຝ່າມື” ໄປສະແດງຢູ່ 30 ກວ່າປະເທດໃນໂລກ. ໄປຮອດໃສ, ສອງອ້າຍນ້ອງ ຕ່າງກໍສ້າງຊື່ສຽງ ກຽດສະຫງ່າ ມາໃຫ້ ກາຍະສິນ ຫວຽດນາມ ດ້ວຍການຄວ້າເອົາລາງວັນ ເກືອບທັງໝົດຢູ່ພາຍໃນ ແລະ ສາກົນຄື ຄວ້າ 3 ຫຼຽນຄຳ, 3 ຫຼຽນເງິນ ທີ່ງານມະໂຫລານ ກາຍະສິນສາກົນ ຈັດຂຶ້ນຢູ່ປະ ເທດ ອີຕາລີ, ລັດເຊຍ, ສປ ຈີນ, ກູບາ; 2 ລາງວັນພິເສດທີ່ Festival  ກາຍະສິນ  Monte Carlo, Monaco ພ້ອມດ້ວຍ ຫຼາຍລາງວັນໃຫຍ່ ພາຍໃນປະເທດນຳອີກ.

ທ້າຍປີ 2016, ກວັກເກີ-ກວັກງຽບ ໄດ້ສະແດງໃນລາຍການ “ອ້າຍນ້ອງ-ຈຸດສູນລວມຂອງສິ່ງຍອດຍິ່ງ” ຢູ່ນະຄອນໂຮ່ຈີມິນ ເພື່ອສະເຫຼີມສະຫຼອງ 15 ປີ ແຫ່ງການປະກອບອາຊີບ. ໂດຍໄດ້ນຳລາຍການ “ກຳລັງແຮງຂອງຝ່າມື” ເປັນຫຼັກ ເຊິ່ງໃນ ນັ້ນຄວາມຍາກ ແລະ ເຕັກນິກ ຖືກເພີ່ມຂຶ້ນສູງກວ່າ, ບົດລະຄອນກາຍະສິນ ໄດ້ເຮັດໃຫ້ຜູ້ຊົມຮູ້ສຶກຕື່ນເຕັ້ນໃຈທີ່ສຸດ.


ກວັກເກີ-ກວັກງຽບ ສະແດງບົດລະຄອນ “ອ້າຍນ້ອງ-ຈຸດສູນ ລວມຂອງສິ່ງຍອດຍິ່ງ” ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2016 ທີ່ນະຄອນ ໂຮ່ຈີມິນ
ເພື່ອສະຫຼອງ 15 ປີ ແຫ່ງການປະກອບ ອາຊີບ. ພາບ: ໂດຍຜູ້ກ່ຽວສະໜອງ



ສາກສະແດງສ່ວນຕົວ ຂອງ ສອງອ້າຍນ້ອງ ບົດລະຄອນ “ອ້າຍນ້ອງ-ຈຸດສູນລວມຂອງສິ່ງຍອດຍິ່ງ”.
ພາບ: ໂດຍຜູ້ກ່ຽວສະໜອງ



ການປະສົມປະສານກັນ ຂອງ ກວັກເກີ-ກວັກງຽບ ໃນສາກ ການສະແດງທີ່ຍາກ. ພາບ: ໂດຍຜູ້ກ່ຽວສະໜອງ


ສາກສຸດທ້າຍ ໃນການສະແດງກາຍະສິນ “ອ້າຍນ້ອງ-ຈຸດສູນ ລວມຂອງສິ່ງຍອດຍິ່ງ”, ກວັກເກີ-ກວັກງຽບ ເຕັ້ນຂ້າມແທ່ນ ຮອງຮັບ
ຫ່າງກັນ 1 ແມັດກວ່າ ດ້ວຍຄວາມງຶດງ້ໍຂອງຜູ້ຊົມ.  ພາບ: ໂດຍຜູ້ກ່ຽວສະໜອງ



ອີງໃສ່ລາຍການ “ກຳລັງແຮງຂອງຝ່າມື” ກວັກເກີ-ກວັກງຽບ ໄດ້ປະສົບຄວາມສຳເລັດ ໃນການສະແດງຂອງຕົນ. ພາບ: ໂດຍຜູ້ກ່ຽວສະໜອງ

ການໄປສະແດງຢູ່ຕ່າງປະເທດ ໃນໂອກາດ ຄຼິສມາສ ແລະ ປີ ໃໝ່ 2017, ຄູ່ “ເຈົ້າຊາຍກາຍະສິນຫວຽດ” ໄດ້ສ້າງ ຊື່ສຽງໂດ່ງ ດັງ ໃນວົງການກາຍະສິນສາກົນ ເມື່ອສ້າງສະຖິຕິ Guinness ທີ່ໂບດ Girona (ແອັສປາຍ) ດັ່ງໄດ້ເວົ້າມາຂ້າງເທິງ.

ດ້ວຍຜົນງານທີ່ສ້າງມາ, ເມື່ອປີ 2011 ສອງອ້າຍນ້ອງສິລະປິນ ຖືກຄັດເລືອກເປັນພົນລະເມືອງໜຸ່ມ ເປັນຕົວແທນຂອງນະ ຄອນໂຮ່ຈີມິນ ແລະ ນາມມະຍົດສິລະປິນ ດີເດັ່ນ ຈາກລັດຖະບານ ເມື່ອ ກວັກເກີ ອາຍຸ 28 ປີ ແລະ ກວັກງຽບ ອາຍຸ 26 ປີ.

ກ່ຽວກັບຄວາມມຸ້ງຫວັງ ໃນອະນາຄົດທີ່ຈະເຖິງຄູ່ “ເຈົ້້າຊາຍ ກາຍະສິນ ຫວຽດ” ໃຫ້ຮູ້ວ່າ ຈະສຸມໃສ່ການຍົກສູງເຕັກນິກ ຂອງ “ກຳລັງແຮງຝ່າມື” ຂຶ້ນສູ່ລະດັບໃໝ່, ພ້ອມກັນນັ້ນກໍ ຝາກຄວາມຫວັງ ຈະນຳເອົາກາຍະສິນໂລກ ເຂົ້າມາສະເໜີ ໃຫ້ຜູ້ຊົມ ຫວຽດນາມ.











ກວັກເກີ-ກວັກງຽບ ສະແດງລາຍການ “ກຳລັງແຮງຂອງຝ່າມື” ໃນງານສະແດງ ກາຍະສິນ 2012
ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ. ພາບ: ຫງວຽນລວນ









ສອງອ້າຍນ້ອງ ເຂົ້າຮ່ວມການສະແດງ ເທິງຖະໜົນ ຊຶ່ງຈັດຂຶ້ນ ໃນງານສະຫຼອງ ກາເຟ ບວນເມຖວດ
ຄັ້ງທີ 6 ແລະ ງານວັດ ທະນະທຳ ຄ້ອງກອງ ປີ 2017. ພາບ: ເລມິນ
 
ບົດ: ເຊີນເຫງຍ - ພາບ:  ເລມິນ, ຫງວຽນລວນ ແລະ ຂ້ໍມູນໂດຍ ຜູ້ກ່ຽວສະໜອງໃຫ້

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top