• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ຄວາມຫວັງ ຫວຽດນາມ ແລະ ເອີຣົບ ເມື່ອສັນຍາ FTA ມີຜົນສັກສິດ

ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ມໍ່ໆນີ້ວ່າ ຫຼັງການ ເຈລະຈາມາເປັນເວລາເກືອບ 3 ປີ, ດ້ວຍ ການຈັດກອງ ປະ ຊຸມທາງການ ແລະ ກອງປະຊຸມກາງສະໄໝລະດັບລັດຖະ ມົນຕີ, ຂັ້ນຫົວໜ້າຄະນະ  ແລະ ຄະນະເຕັກນິກ 14 ຄັ້ງ, ຫວຽດນາມ ແລະ EU  ບັນລຸຂໍ້ຕົກລົງວ່າດ້ວຍຫຼັກການກ່ຽວ ກັບເນື້ອໃນພື້ນຖານລວມຂອງສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ EU ໄດ້ສຳເລັດ (EVFTA).


ການເຮັດວຽກກັບທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ທີ່ນະຄອນຫຼວງ ຮ່າໂນ້ຍ (4/2015),
ທ່ານ
Bernd Lange, ປະທານຄະນະກຳມະການ ການຄ້າ ສາກົນຂອງລັດຖະສະພາ
ເອີຣົບ ໄດ້ຕີລາຄາສູງຕໍ່ຄຳໝັ້ນສັນຍາທີ່ ຫວຽດນາມ
ນຳສະ ເໜີໃນຂະ​ບວນການເຈລະຈາ
ແລະ ຜັນຂະຫຍາຍສັນຍາ
EVFTA ​ພາຍຫຼັງທີ່ໄດ້ລົງນາມ. ພາບ: ດຶກຕ໋າມ/VNA

ຕາມກະຊວງອຸດສາຫະກຳການ​ຄ້າແລ້ວ, ຫຼັງຈາກສັນຍາດັ່ງ ກ່າວມີຜົນສັກສິດ​ແລ້ວ, EU ຈະຍົກເວັ້ນພາສີນຳເຂົ້າປະ​ມານ 85,6% ​​ຈຳ​ນວນຊ່ອງ​ພາ​ສີ, ຫລືເທົ່າກັບ 70,3% ມູນຄ່າ ການສົ່ງອອກຂອງ ຫວຽດນາມໄປ  .
 
ຫຼັງຈາກ 7 ປີນັບແຕ່ມື້ສັນຍາມີຜົນບັງ​ຄັບ​ໃຊ້, EU ຈະຍົກ ເວັ້ນ ພາສີຂາເຂົ້າໃຫ້ແກ່ 99,2% ຈຳ​ນວນ​ຊ່ອງ​ພາ​ສີ, ເທົ່າ ກັບ 99,7% ມູນຄ່າການສົ່ງອອກຂອງ ຫວຽດນາມໄປ EU. ສຳລັບມູນຄ່າ ສົ່ງອອກທີ່ຍັງເຫຼືອປະ​ມານ 0,3%,  EU ສັນ ຍາຈະ​ສະ​ຫງວນ​ໃຫ້ ຫວຽດນາມ​ອັດ​ຕາ​ສ່ວນເສຍພາສີນຳ ເຂົ້າໃນອັດຕາສ່ວນແມ່ນ 0%.
 
ສຳລັບປະເພດສິນຄ້າທີ່ສຳຄັນຄື: ຕຳ່ແຜ່ນ-ຕັດຫຍິບ, ເກີບ ໜັງ ແລະ ສິນໃນນຳ້ (ນອກຈາກ ປາທູກະປ່ອງ ແລະ ປາ ກ້ອນ), EU ຈະຍົກເວັ້ນພາສີນຳເຂົ້າໃຫ້ແກ່ຜະລິດຕະພັນ ຕ່າງໆຂອງຫວຽດນາມ ພາຍໃນ 7 ປີ ຫຼັງຈາກສັນຍາດັ່ງກ່າວ ມີຜົນສັກສິດ. ສຳລັບປາທູກະປ່ອງ, EU ເຫັນ​ດີຈະ​ສະ​ຫງວນ ໃຫ້ ຫວຽດນາມໃນອັດຕາສ່ວນພາ​ສີທີ່ເໝາະສົມ.ສຳລັບຜະລິດຕະພັນເຂົ້າສານ, EU ຈະຍົກເລີກພາສີ ນຳເຂົ້າ ໃຫ້ແກ່ຫວຽດນາມ​ໃນ​ອັດ​ຕາ​ສ່ວນ ​ຂອງປະເພດເຂົ້າ​ທີ່ສີແລ້ວ, ເຂົ້າຍັງບໍ່ທັນສີ ແລະ ເຂົ້າຫອມພໍ​ສົມ​ຄວນ. ເຂົ້າ​ທີ່​ນຳ​ເຂົ້າ​ຕາມ​ອັດ​ຕາ​ສ່ວນ​ທີ່​ກຳ​ນົດ​ນີ້​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາ​ສີ​ຮ້ອຍ​ເປີ​ເຊັນ. ສະເພາະເຂົ້າປຽນ, ພາສີນຳເຂົ້າຈະຖືກຍົກເວັ້ນຕາມກຳ​ນົດ​ເວ​ລາ. ສຳລັບຜະລິດຕະພັນທີ່​ຜະ​ລິດ​ຈາກ​ເຂົ້າ, EU ຈະຍົກ ເວັ້ນພາສີ ນຳເຂົ້າພາຍໃນ 7 ປີ.
 

EU ຈະຍົກເວັ້ນພາສີທັນ​ທີໃຫ້ແກ່ຜະລິດຕະພັນນຳ້ເຜິ້ງເມື່ອ ສັນຍາດັ່ງກ່າວມີຜົນສັກສິດ. ທຸກໆຜະລິດຕະພັນ ຄື:  ພືດຜັກ​ມັນ, ​ຜັກ​ມັນ​ທີ່​ໄດ້​ປຸງ​ແຕ່ງ, ນຳ້ໝາກໄມ້ອື່ນໆ, ຖົງ​ຫີ້ວ, vali, ຜະລິດຕະພັນຢາງ, ເຄື່ອງປັ້ນດິນເຜົາ, ແກ້ວ ໂດຍ​ພື້ນ​ຖານ​ແມ່ນ​ຈະ​ໄດ້​ຮັບ​ການຍົກເວັ້ນພາສີໂດຍທັນທີ ຫຼັງຈາກສັນຍາ ມີຜົນສັກສິດ.   

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວູຮຸຍຮວ່າງ ແລະ ທ່ານ Franz Jenssen,
ເອກອັກຄະລັດ ຖະທູດ, ຫົວໜ້າຄະນະຜູ້ແທນ  
EU ປະຈ ຫວຽດນາມໃນ ກອງປະຊຸມ ຖະແຫຼງຂ່າວ​
ປະ​ກາດສິ້ນສຸດການເຈລະຈາ ກ່ຽວກັບ ສັນຍາ ການຄ້າເສລີ ລະຫວ່າງ ຫວຽດນາມ
ແລະ EU ໂດຍ​ພຶື້ນ​ຖານ.
ພາບ: ເຈີ່ນວຽດ/
VNA

ໃນບັ້ນ​ມາຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກ ລັດຖະ ມົນຕີ ອັງກິດ David Cameron,
ບໍລິສັດຜະລິດ ເຄື່ອງຍົນ Rolls-Royce ຂອງ ອັງກິດ ແລະ Vietnam Airlines
ໄດ້ເຊັນສັນຍາກ່ຽວ​ກັບ​ການບົວລະບັດເຄື່ອງ​ຈັກຍົນຂອງ ເຮືອບິນ Airbus A350 XWB ​
ຈຳ​ນວນ 14 ຄັນຂອງ Vietnam Airlines. ພາບ: ຢວານເຕິນ/VNA


ເມື່ອ EVFTA ມີຜົນສັດສິດຢ່າງເປັນທາງການ, EU ຈະສະ​ຫງວນໃຫ້ ຫວຽດນາມ
ອັດຕາສ່ວນທີ່ໄດ້ກຳນົດໄວ້ ພໍສົມຄວນ ໃຫ້ແກ່ຜະລິດຕະພັນເຂົ້າທີ່ສີແລ້ວ. ພາບ: ກວາງມິນ


EU ຈະຍົກເວັ້ນພາສີນຳເຂົ້າໃຫ້ແກ່ຜະລິດຕະພັນເກີບໜັງ
ຂອງ ຫວຽດນາມ ພາຍໃນ 7 ປີ ຫຼັງຈາກສັນຍາ EVFTA ມີຜົນສັກສິດ.​ ພາບ: ຈ້ອງຈິງ


EU ຈະຍົກເວັ້ນພາສີນຳເຂົ້າ​ຮ້ອຍ​ເປີ​ເຊັນໃຫ້ແກ່ຜະລິດພັນສິນ ໃນນຳ້ ຂອງ ຫວຽດນາມ
(
ຍົກ​ເວັ້ນ ປາທູກະປ່ອງ ແລະ ປາ ແຊ່​ແຂງ) ພາຍໃນ 7 ປີ ຫຼັງຈາກສັນຍາ EVFTA ມີຜົນສັກ ສິດ.​ ພາບ: ເລມິນ

ກົງ​ກັນ​ຂ້າມ, ສຳລັບປະເພດສິນ​ຄ້າ​ຄື: ລົດໃຫຍ່ ແລະ ລົດຈັກ ຂອງ EU, ຫວຽດນາມ ສັນຍາວ່າຈະຍົກເວັ້ນພາສີນຳເຂົ້າ 0% ພາຍຫລັງ 9-10 ປີ. ສະເພາະລົດຈັກທີ່ມີແຮງມ້າສູງກວ່າ 150 cm3 ຈະມີ​ອາ​ຍຸຍົກເວັນພາສີນຳເຂົ້າແມ່ນ 7 ປີ. ສຳ​ລັບ ເຫຼົ້າວາຍ, ເຫຼົ້າ​ປຸກ, ເບຍ, ຊີ້ນໝູ, ຊີ້ນໄກ່ ຫວຽດນາມເຫັນ​ດີ​ໃຫ້ຍົກເວັ້ນພາສີນຳເຂົ້າໃນ​ເວ​ລາ​ທີ່​ສູງ​ສຸດ​ແມ່ນ 10 ປິ. ກ່ຽວ ກັບພາສີສົ່ງອອກ, ຫວຽດນາມ ​ໃຫ້​ຄຳ​ໝັ້ນສັນຍາຈະຍົກ ເວັ້ນເປັນສ່ວນຫຼາຍພາສີສົ່ງອອກ; ຈະ​ສະ​ຫງວນ​ໄວ້​ບາງ​ລາຍ​ການ​ສິນ​ຄ້າ​ທີ່​ສຳ​ຄັນ, ໃນ​ນັ້ນ, ມີ​ຖ່າ​ນຫີນ ແລະ ນ້ຳ​ມັນ​ດິບ.  
 
ບັນດາເນື້ອໃນຕ່າງໆ ທີ່ກ່ຽວຂ້ອງເຖິງການຄ້າຂາຍສິນຄ້າ, ຫວຽດນາມ ແລະ EU ກໍ່ໄດ້​ເຫັນ​ດີເປັນເອກະພາບ​ກັບບັນ ດາເນື້ອໃນທີ່ກ່ຽວຂ້ອງເຖິງຂັ້ນ​ຕອນການແຈ້ງພາສີ, SPS, TBT… ສ້າງຂອບ ຫຼັກແຫຼ່ງກົດໝາຍເພື່ອໃຫ້ສອງຝ່າຍຮ່ວມ ມື, ສ້າງເງື່່ອນໄຂ ແລະ ອຳນວຍຄວາມ ສະດວກໃຫ້ແກ່ການ ສົ່ງອອກ, ນຳເຂົ້າຂອງບັນດາວິສາຫະກິດ.
 
ຕາມກະຊວງອຸດສາຫະກຳ​ການ​ຄ້າແລ້ວ, ກ່ຽວ​ພັນ​ເຖິງ ຂົງ ເຂດການຄ້າ, ການບໍລິການ ແລະ ການລົງທຶນ, ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ແລະ EU ແມ່ນ​ເພື່ອສ້າງສະພາບແວດ ລ້ອມການລົງທຶນທີ່ໂປ່ງ​ໃສ, ສະດວກໃຫ້ແກ່ການເຄື່ອນໄຫວ ຂອງວິສາຫະກິດສອງຝ່າຍ.

ຂົງເຂດຕ່າງໆທີ່ ຫວຽດນາມ ສັນຍາຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ EU  ລວມມີ: ການບໍລິການ ວິຊາສະເພາະ, ບໍລິການການເງິນ, ບໍລິການຊື່ສານທາງໄກ, ບໍລິການຂົນສົ່ງ, ບໍລິການຈະ​ລະ​ຈອນ​ສິນ​ຄ້າ.
 
ກ່ຽວກັບການຈັດຊື້ຂອງລັດຖະບານ, ຫວຽດນາມ ແລະ EUໄດ້ເປັນເອກະພາບບັນດາເນື້ອໃນເທົ່າທຽມກັນກັບສັນຍາ​ການ​ຈັດຊື້ຂອງລັດຖະບານ (GPA) ຂອງ WTO.  ສຳລັບໜ້າທີ່ ຈຳນວນໜຶ່ງຄື: ການຮັບເໝົາ​ໂດຍຜ່ານທາງອິນເຕີເນັດ, ສ້າງ ປະຕູຂ່າວເອເລັກຕໂຣນິກ ເພື່ອລົງຂໍ້ມູນຮັບເໝົາ... ຫວຽດ ນາມ ມີແຜນການປະຕິບັດຢູ່ແລ້ວ. EU ກໍ່ສັນຍາຈະຊ່ວຍເຫຼືອ ດ້ານເຕັກນິກໃຫ້ຫວຽດນາມເພື່ອປະຕິບັດໜ້າທີ່ດັ່ງກ່າວ.

ສຳລັບກຳມະສິດທາງປັນຍາ, ຄຳ​ໝັ້ນສັນຍາລວມມີ: ສັນຍາວ່າ​ດ້ວຍກຳມະສິດ, ການປະດິດໃໝ່, ປະດິດສ້າງ, ​ຄຳ​ໝັ້ນ​ສັນ​ຍາສັນຍາ​ທີ່ກ່ຽວຂ້ອງເຖິງການຢາ ແລະ ຊີ້ບອກຕົ້ນ ກຳເນີດສິນຄ້າ... ຄຳ​ໝັ້ນສັນຍາ ກ່ຽວກັບກຳມະສິດ ທາງປັນ ຍາຂອງຫວຽດນາມ ແມ່ນເໝາະ ສົມກັບຂໍ້ກຳນົດຂອງກົດ ໝາຍທີ່ກຳລັງນຳໃຊ້ຢູ່ແລ້ວ.
 
ກ່ຽວກັບການຊີ້ບອກຕົ້ນກຳເນີດຂອງສິນຄ້າ, ເມື່ອສັນຍາມີຜົນສັກສິດ, ຫວຽດນາມ ຈະປົກປ້ອງການຊີ້ບອກຕົ້ນກຳເນີດສິນຄ້າກວ່າ 160 ຕົວ​ຊີ້ບອກຂອງ EU ແລະ EU ຈະປົກປ້ອງຕົວຊີ້ບອກຕົ້ນກຳເນີດສິນຄ້າ​ໃຫ້ຫວຽດນາມ 39 ຕົວ.  ບັນດາ ຕົວຊີ້ບອກຕົ້ນກຳເນີດສິນຄ້າຂອງ ຫວຽດນາມ ລ້ວນແຕ່ພົວ ພັນເຖິງສິນຄ້າກະສິກຳ, ສະບຽງອາຫານ, ສ້າງເງື່ອນໄຂໃຫ້ ແກ່ສິນ ຄ້າກະສິກຳຂອງຫວຽດນາມຈຳນວນໜຶ່ງ ໄດ້ສ້າງ​ຂຶ້ນ ແລະ ຢືນຢັນເຄື່ອງໝາຍການຄ້າຂອງຕົນທີ່ຕະຫຼາດ EU.
 
ສັນຍາ EVFTA ລວມມີບັນດາໝວດທີ່ກ່ຽວຂ້ອງເຖິງການແຂ່ງ​ຂັນກັນ, ລັດວິສາຫະກິດ, ພັດທະນາແບບຍືນຍົງ, ຮ່ວມມື ແລະ ກໍ່ສ້າງກຳລັງຄວາມສາມາດ,  ກົດໝາຍ-ບັນຍັດ. ບັນດາ ເນື້ອໃນດັ່ງກ່າວເໝາະສົມກັບລະບົບກົດໝາຍຂອງ ຫວຽດ ນາມ, ສ້າງຂອບຫຼັກແຫຼ່ງ ກົດໝາຍເພື່ອໃຫ້ ສອງຝ່າຍ ເພີ່ມ ທະວີການຮ່ວມມື, ຊຸກຍູ້ ການພັດທະນາດ້ານການຄ້າ ແລະ ການລົງທຶນລະຫວ່າງ ສອງຝ່າຍ. 



EU ມີສະມາຊິກທັງໝົດ 27 ປະເທດ, ກຳລັງເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 2 ຂອງ ຫວຽດນາມ. ປີ 2014, ລວມຍອດມູນຄ່າການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ EU ບັນລຸໄດ້ກວ່າ 36,8 ຕື້ USD, ເພີ່ມ 9% ທຽບໃສ່ປີ 2013. ໃນນັ້ນ ຫວຽດນາມ ສົ່ງອອກໄປສູ່ EU ປະ​ມານ 28 ຕື້ USD ແລະ ​ນຳເຂົ້າຈາກ EU ​ປະ​ມານ 9 ຕື້ USD. EU ເປັນ ນັກລົງທຶນລາຍໃຫຍ່ຂອງ ຫວຽດນາມ ​ມີ 2.030 ກວ່າໂຄງ ການ ແລະ ​ມີຍອດມູນຄ່າການລົງທຶນ ບັນລຸ 36 ​ກວ່າຕື້ USD. 
 


ປະຕິບັດໂດຍ: VNA/VNP

bichlien

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top