• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

ຄວາມສວຍງາມຂອງພາບແຕ້ມດ້ວຍຄວັນໄຟ

ຂູດຄວັນໄຟທີ່ຕິດເທິງຂອບໄມ້ໄຜ່ ເພື່ອແຕ້ມອອກຜະລິດ ຕະພັນສິລະປະກຳດ້ວຍຝີມືທີ່ຄ່ອງແຄ້ວຂອງຕົນ ແມ່ນວິທີການ ທີ່ພໍ່ເຖົ້າ ຫວູກວັກຊື້ ຢູ່ເທດສະບານ ລອງແຄງ, ແຂວງ ດົ່ງນາຍ ປະດິດສ້າງຂຶ້ນປະເພດພາບແຕ້ມໜຶ່ງທີ່ມີຊື່ວ່າ: ພາບແຕ້ມຖ້ານຄົວ.
ພໍ່ເຖົ້າ ຊື້ ໃຫ້ຮູ້ວ່າ ຫ່າງຈາກນີ້ ຫຼາຍສິບປີ, ໃນເທື່ອໜຶ່ງມ້າງຕູບເທິງໄຮ່ອອກ,​ ລາວເຫັນລາຍຂວັນໄຟຕິດຢູ່ບັນດາທ່ອນໄມ້ໄຜ່ ທີ່ກ່າຍເທິງຖ້ານຄົວ ຖືກຕຳໃສ່ກັນ, ຖູໃສ່ກັນກາຍເປັນຮູບຊົງທີ່ແປກປະຫຼາດ. ລາວຈຶ່ງປະກອບບັນດາທ່ອນໄມ້ໄຜ່ເຂົ້າກັນ ແລ້ວເອົາມີດຂູດຕາມຄວາມນຶກຝັນຂອງຕົນ ກໍ່ໄດ້ພາບແຕ້ມ ແຜ່ນໜຶ່ງທີ່ແປກຕາ. 

ທ່ອນໄມ້ໄຜ່ທີ່ນຳໃຊ້ເພື່ອຜະລິດພາບແຕ້ມຖ້ານຄົວ ຈະໄດ້ຜ່າ
ຢ່າງສະໝຳ່ສະເໝີ ແລະ ລັບໃຫ້ກ້ຽງ. 



ທ່ອນໄມ້ໄຜ່ໄດ້ແໜບເຂົ້າກັນ ທັງເຮັດເປັນພື້ນທັງເຮັດເປັນຂອບຂອງຮູບແຕ້ມ. 


ວັດຖຸທີ່ໄດ້ນຳໃຊ້ເພື່ອຜະລິດພາບແຕ້ມຖ້ານຄົວແມ່ນທ່ອນໄມ້ ແລະ ມີດຂູດ.


ຂອບພາບແຕ້ມໄດ້ເອົາໄປລົນຄວັນໃນເຮືອນຄົວເປັນເວລາ 3 ເດືອນ. 


ຫຼັງຈາກ “ແຕ້ມ” ແລ້ວ, ພາບແຕ້ມຈະໄດ້ເອົາໄປເຄືອບສີ
ເພື່ອຮັກສາ ແລະ ເຊັດຂີ້ຝຸ່ນໄດ້ງ່າຍ. 



ນັກແຕ້ມ ຫວູກວັກຊື້ ກັບບັນດາບົດປະພັນຂອງຕົນ ຢູ່ເທດສະບານ ລອງແຄງ, ແຂວງ ດົ່ງນາຍ.

ພາບແຕ້ມແຜ່ນທຳອິດທີ່ພໍ່ເຖົ້າ ຊື້ ແຕ້ມແມ່ນພາບແຕ້ມກ່ຽວກັບ ພາບທຳມະຊາດຂອງເຮືອນຊານບ້ານຊ່ອງ, ແມ່ນຳ້ລຳເຊ ທີ່ລາວຕ້ອງອອກເຫ່ືອເທແຮງ ແລະ ວັດຖຸເຮັດໄປເຮັດມາຫຼາຍເທື່ອຈຶ່ງແລ້ວ. ທຳອິດ, ບັນດາວາດແຕ້ມຍັງງ່າຍດາຍ, ລວດລາຍຍັງບໍ່ທັນໄດ້ງາມເທື່ອ, ແຕ່ລາວແຮ່ງແຕ້ມ ແຮ່ງມີຄວາມຄ່ອງແຄ້ວ. ມາເຖິງປະຈຸບັນ, ພໍ່ເຖົ້າ ຊື້ ແຕ້ມໄດ້ຫຼາຍປະເພດ, ແຕ່ພາບທຳມະຊາດເຖິງຮູບພາບຢູ່ຕ່າງປະເທດ, ພາບຊີວິດຂອງບຸລຸດຜູ້ທີ່ມີຊື່ສຽງ ຫຼື ເຫດການປະຫວັດສາດ ທີ່ສຳຄັນ ແລະ ອື່ນໆ.
 
ພາບແຕ້ມຖ້ານຄົວມີສອງສີຫຼັກແມ່ນ ສີດຳຂອງຄວັນໄຟຕິດໃສ່ທ່ອນໄມ້ໄຜ່ ແລະ ສີເຫຼືອງຂອງທ່ອນໄມ້ໄຜ່ເມື່ອຂຸດຄວັນໄຟ ອອກ. ບັນດາຮູບທໍ່ກົມ, ຊິ້ນສ່ວນຍ່ອຍຕ່າງໆ ມີຄວາມສົມສ່ວນ ກັນ, ລະອຽດລະອໍ ແລະ ມີຄວາມເລິກເຊິ່ງ, ເນື້ອໃນອຸດົມ ສົມບຸນ ແລະ ໃກ້ຊິດກັບຊີວິດປະຈຳວັນ.
 
ຄວາມງາມແບບງ່າຍໆ, ມີຄວາມເລິກເຊິ່ງ ທີ່ໄດ້ເຮັດມາຈາກອຸປະກອນທີ່ງ່າຍດາຍ, ໃກ້ຊິດກັບຊີວິດການເປັນຢູ່ຂອງ ຊາວກະສິກອນ ໄດ້ປະກອບສ່ວນເຮັດໃຫ້ບັນດາພາບແຕ້ມ ຖ້ານຄົວມີຄວາມປະທັບໃຈເປັນຢ່າງຍິ່ງ.
 
ທ່ານ ຊື້ ໃຫ້ຮູ້ວ່າ ຕ້ອງໃຊ້ເວລາປະມານ 6 ເດືອນເພື່ອສຳເລັດພາບແຕ້ມຖ້ານຄົວແຜ່ນໜຶ່ງ, ລວມມີຂັ້ນຕອນການກະກຽມທ່ອນໄມ້ໄຜ່ເພື່ອເຮັດພື້ນຮູບ ແລະ ຂອບຮູບ, ຫຼັງຈາກນັ້ນຈຶ່ງເອົາໄປແຊ່ນຳ້ເພື່ອກັນປວກກິນ, ແລ້ວເອົາໄປລົນຄວັນ ກ່ອນທີ່ຈະປະຕິບັດການຂູດແຕ່ງຮູບຊົງ, ເນື້ອໃນຂອງພາບ ແຕ້ມ. ໃນນັ້ນ ສະເພາະຂັ້ນຕອນລົນຄວັນຕ້ອງການໃຊ້ເວລາຫຼາຍພໍສົມຄວນ, ຕາມປົກກະຕິແມ່ນ 3 ເດືອນເພື່ອໃຫ້ຄວັນໄຟສາມາດຕິດທົ່ວທ່ອນໄມ້ໄຜ່ໄດ້. ພໍ່ເຖົ້າ ຊື້ ໄດ້ທຳອາຊີບແຕ້ມພາບແຕ້ມຖ້ານຄົວມາເປັນເວລາ 9 ປີ, ແຕ່ຫາກໍ່ແຕ້ມອອກໄດ້ປະມານ 150 ແຜ່ນ. ລາວໃຫ້ຮູ້ວ່າ ຍ້ອນການກະກຽມຕ້ອງໃຊ້ເວລາຫຼາຍ,​ ມາເຖິງຂັ້ນຕອນການຂູດຄວັນກໍ່ແຮ່ງມີຄວາມ ລະມັດລະວັງ ແລະ ຕ້ອງເຮັດວຽກຢ່າງເລື້ອຍໆ ແລະ ລະອຽດລະອໍ. ຖ້າຂູດຜິດສ່ວນໃດສ່ວນໜຶ່ງ ກໍ່ຕ້ອງເອົາຂອບພາບແຜ່ນນັ້ນໄປຖິ້ມ, ຍ້ອນຄວັນໄຟຖ້າຖືກເສຍໄປ ຈະເອົາຄືນບໍ່ໄດ້ແລ້ວ. 


ພາບແຕ້ມເງິນໃບ 100 USD ໄດ້ພໍ່ເຖົ້າ ຊື້ ປະຕິບັດເຖິງ ຂອບຮູບທີ່ມີຂະໜາດ 90x120 ຊັງຕີແມັດ. 


ພາບແຕ້ມຖ້ານຄົວມີສອງສີຫຼັກແມ່ນ ສີດຳຂອງຄວັນໄຟຕິດໃສ່
ທ່ອນໄມ້ໄຜ່ ແລະ ສີເຫຼືອງຂອງທ່ອນໄມ້ໄຜ່ເມື່ອຂຸດຄວັນໄຟ ອອກ.



ບັນດາລາຍວາດແຕ້ມສະແດງໃຫ້ເຫັນວິນຍານ ແລະ ຄວາມເລິກເຊິ່ງຂອງບົດປະພັນ ທີ່ນຳຄຸນຄ່າມາໃຫ້ແກ່ຮູບແຕ້ມ.


ບົດປະພັນ “ກ່ອນທີ່ຈະເກີດເຫດແຜ່ນດິນໄຫວ”. 


ບົດປະພັນ “ພາຍຫຼັງເຫດແຜ່ນດິນໄຫວ”.


ບົດປະພັນ “ທະເລໝູ່ເກາະ ຫວຽດນາມ”.


ບົດປະພັນ “ທາດ Eiffel”.


ຄວາມສະຫງົບຫງຽບຢູ່ເຂດຊົນລະບົດໄດ້ສະແດງອອກໃນປະເພດຮູບແຕ້ມຖ້ານຄົວ.


ບົດປະພັນໜຶ່ງກ່ຽວກັບຫົວຂໍ້ສາສະໜາພຸດ.


ຊຸດພາບແຕ້ມ 4 ແຜ່ນ “ຕົ້ນແປກ-ດອກເບັນຈະມາດ-ໄມ້ຊອດ-ຕົ້ນຊ້າງນຳ້”.


ພາບແຕ້ມຖ້ານຄົວມີຄວາມງາມແບບງ່າຍໆ, ມີຄວາມເລິກເຊິ່ງ ທີ່ໄດ້ເຮັດມາຈາກອຸປະກອນທີ່ງ່າຍດາຍ.

ມື້ທີ່ພວກຂ້າພະເຈົ້າມາຢາມຫ້ອງວາງສະແດງພາບແຕ້ມຂອງພໍ່ເຖົ້າ ຊື້ ຢູ່ໃນເຮືອນສ່ວນຕົວຂອງລາວເອງ ກໍ່ຖືກກັບເວລາລາວກຳລັງກະກຽມພາບແຕ້ມເພື່ອເອົາໄປເຂົ້າຮ່ວມໃນການວາງສະແດງຢູ່ສູນກາງວາງສະແດງ ແລະ ຕະຫຼາດນັດ ເຕິນບິ່ງ, ນະຄອນ ໂຮ່ຈີມິນ ໃນເດືອນກັນຍາ 2016. ພໍ່ເຖົ້າ ຊື້ ໄດ້ລົງທະບຽນເຄື່ອງໝາຍການຄ້າ “ພາບແຕ້ມ ຖ້ານຄົວ” ຂອງຕົນກັບກົມກຳມະສິດພູມປັນຍາເມື່ອເດືອນພຶດສະພາ 2012. ປະຈຸບັນ, ລາວຍັງມີການປະດິດສ້າງປະເພດ ພາບແຕ້ມຖ້ານຄົວເທິງແກ້ວ ແລະ mica, ເລີ່ມນຳມາ ຜົນສຳເລັດຢ່າງແນ່ນອນ.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top