• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄວາມມັກຫຼິ້ນ Mobylette ເກົ່າຂອງຊາວນະຄອນ ໂຮ່ຈີມິນ

Mobylette ແມ່ນຮູບແບບລົດຈັກທີ່ມີຮູບຊົງທາງນອກຄ້າຍຄື ລົດຖີບຄັນໜຶ່ງ ໄດ້ນຳເຂົ້າ ຫວຽດນາມ ແຕ່ຊຸມປີ 60-70 ຂອງສະຕະວັດກ່ອນ, ມາເຖິງປະຈຸບັນ, ລົດຈັກແບບນີ້ ຍັງໄດ້ ຮັບຄວາມນິຍົມຊົມຊອບຂອງວົງການຫຼິ້ນລົດເກົ່າຢູ່ ຫວຽດນາມ ນັບເປັນຈຳນວນຫຼວງຫຼາຍ. 
Mobylette ຜະລິດໂດຍບໍລິສັດ Motobecane ຂອງ ຝຣັ່ງ. Mobylette ຄັນທຳອິດໄດ້ຈຳໜ່າຍອອກສູ່ຕະຫຼາດເມື່ອປີ 1949 ແລະ ໄດ້ສ້າງຄວາມນິຍົມຊົມຊອບໃຫ້ແກ່ວົງການຫຼິ້ນລົດຈັກບໍ່ພຽງແຕ່ຢູ່ ຝຣັ່ງ ເທົ່ານັ້ນ, ຫາກຍັງຢູ່ທົ່ວໂລກອີກດ້ວຍ.
 
ຈາກສາຍພົວພັນແລກປ່ຽນສິລະປະວັດທະນະທຳກັບຊາວ ຝຣັ່ງຕັ້ງແຕ່ສະໄໝສັກດີນາ,​ ຫວຽດນາມ ກາຍເປັນຕະຫຼາດຈຳໜ່າຍລົດຈັກພິເສດປະເພດນີ້ ໂດຍໄວ, ເປັນຕົ້ນແມ່ນຢູ່ ໄຊງ່ອນ. ໃນຈຳນວນຮູບເກົ່າທີ່ໄດ້ຖ່າຍໄວ້ກ່ຽວກັບ ໄຊງ່ອນ ແຕ່ໄລຍະກ່ອນ ປີ 1975, ພວກເຮົາງ່າຍທີ່ຈະພົບເຫັນຊາວ ຫວຽດນາມ ຫຼາຍຄົນນຳໃຊ້ລົດຈັກທີ່ມີຍີ່ຫໍ້ Mobylette. 

ລົດ Mobylette ທຸກປະເພດ.

ໂມງແກຄວາມໄວຂອງລົດ Mobylette.

ສັນຍາລັກທີ່ໄດ້ຕິດເທິງກະຕິກໃສ່ນຳ້ມັນແອດຊັງຂອງລົດ Mobylette.

ຕີນຢຽບລົດ Mobylette.

ລະບົບເຄື່ອງຈັກຂອງລົດ Mobylette.

ລະບົບກະຕິກໃສ່ນຳ້ມັນແອດຊັງ, ຈັກ ແລະ ຕີນຢຽບຂອງລົດ Mobylette
ໄດ້ຮັບການອອກແບບຢ່າງສີສຸກ ແລະ ດຸນດ່ຽງຖົ່ວເຖິງ.

ພວງມາໄລ ແລະ ຕາລົດ Mobylette.
Mobylette ໄດ້ຕິດລະບົບເຄື່ອງຍົນສອງທີ່, ນຳໃຊ້ນຳ້ມັນແອດຊັງ,​ ຕ້ອງຖີບຕີນຢຽບຈຶ່ງຕິດລົດໄດ້. ຄວາມໄວຂອງລົດ Mobylette ສາມາດຂຶ້ນເຖິງ 48 ກິໂລແມດຕໍ່ຊົ່ວໂມງ. ມັນກໍ່ສາມາດຖີບດ້ວຍຕີນເມື່ອນຳ້ມັນແອດຊັງໝົດ. ໄລຍະປີ 1970 ເປັນໄລຍະທີ່ Mobylette  ພັດທະນາກວ່າໝູ່ ເມື່ອ ຈຳນວນການຜະລິດຂຶ້ນເຖິງກວ່າ 14 ລ້ານຄັນ. Mobylette ໃຫ້ຢຸດການຜະລິດເມື່ອປີ 1997. ຫຼັງຈາກນັ້ນ ລາຄາຂອງລົດ Mobylette ໄດ້ຍົກສູງຂຶ້ນຕາມມາດຕາສ່ວນກົງກັບຄວາມມັກເມົາມົວຂອງວົງການນິຍົມຊົມຊອບລົດເກົ່າ.
 
Mobylette ໄດ້ແບ່ງເປັນສາມລຸ້ນ: ລຸ້ນທຳອິດມີສີດຳ ແລະ ສີໄຂ່ໄກ່, ຂອບລົດໄດ້ອອກແບບຄ້າຍຄືລົດຖີບ, ກະຕິກ ໃສ່ນຳ້ມັນແອດຊັງໄດ້ປະກອບຢູ່ໃຕ້ອານລົດ. ລຸ້ນທີສອງມີສີ ຂີ້ເທົ່າ, ຂອບລົດໄດ້ອອກແບບໃຫຍ່ກວ່າ, ແໜ້ນໜາກວ່າ, ກະຕິກ ໃສ່ນຳ້ມັນແອດຊັງກໍ່ໄດ້ປະກອບຢູ່ໃຕ້ອານລົດ. ມາເຖິງລຸ້ນທີສາມ, ລົດມີສີຟ້າ, ກະຕິກໃສ່ນຳ້ມັນແອດຊັງໄດ້ ປະກອບຢູ່ໃກ້ຄໍລົດ.
 
ປະຈຸບັນ ຢູ່ ຫວຽດນາມ ມີຫຼາຍສະມາຄົມ, ວົງການຫຼິ້ນລົດ Mobylette. ໃນນັ້ນ ຫຼາຍຄົນມີຄວາມພະຍາຍາມຟື້ນຟູຄືນໃໝ່ລົດ Mobylette ຂອງຕົນເພື່ອຮັກສາໄດ້ສະບັບເກົ່າ ແລະ ຄວາມພິເສດຂອງມັນເອງ. ເຂົາເຈົ້າໄປຊອກຊື້ລົດ Mobylette ເກົ່າ, ແລ້ວເອົາມາສ້ອມແປງເອງ ຫຼື ເອົາໄປຮ້ານ ດ້ວຍຄວາມ ໝັ້ນໃຈຈະຫາມາໃຫ້ຕົນເອງລົດຄັນໜຶ່ງທີ່ໃກ້ຊິດ ແລະ ມີແບບ ເກົ່າແກ່ທີ່ສຸດ. ຫຼານຊິ້ນສ່ວນຍ່ອຍຂອງເຄື່ອງຈັກໄດ້ຟື້ນຟູຄືນ ໃໝ່ດ້ວຍການຂັດເຫຼື້ອມ, ຊື້ມາຈາກຕ່າງປະເທດ ຫຼື ຈາກຜູ້ທີ່ຄ້າຂາຍລົດເກົ່າ. 

ອ້າຍ ດັ້ງແທງຈີ ຢູ່ກັບລົດ Mobylette ຂອງຕົນ.

ອ້າຍ ດັ້ງແທງຈີ ກຳລັງສ້ອມແປງ, ຟື້ນຟູຄົນໃໝ່ລົດ Mobylette ຂອງຕົນ.

ອ້າຍ ດັ້ງແທງຈີ ກຳລັງປະກອບລະບົບໄຟຟ້າໃຫ້ລົດ Mobylette.

ຊ່າງຄົນໜຶ່ງຢູ່ຮ້ານສ້ອມແປງລົດ ນຳຈີ ກຳລັງສ້ອມແປງ ແລະ ຟື້ນຟູຄືນໃໝ່ລົດ Mobylette.

ຂັດຖູຊິ້ນສ່ວນຍ່ອຍຂອງເຄື່ອງຈັກຢ່າງລະມັດລະວັງ.

ບັນດາເຄື່ອງອາໄຫຼ່ຂອງລົດ Mobylette ທີ່ຮ້ານສ້ອມແປງລົດ ນຳຈີ.
ຮ້ານສ້ອມແປງລົດ ນຳຈີ ນອນຢູ່ຖະໜົນ ເຈື່ອງຈິງ, ບ້ານ ເຕິນຮືງຖ້ວຍ, ເມືອງ 12, ນະຄອນ ໂຮ່ຈີມິນ ໄດ້ມີຊື່ສຽງໃນການຟື້ນຟູລົດ Mobylette ຄືນໃໝ່. ອ້າຍ ດັ້ງແທງຈີ, ອາຍຸ 47 ປີ, ເປັນຜູ້ມີຄວາມມັກເມົາມົວກັບລົດຈັກປະເພດນີ້ ແຕ່ໄວອາຍຸຫາກໍ່ 13 ປີ. ດ້ວຍປະສົບການຂອງຕົນ, ລາວເປີດຮ້ານ ສ້ອມແປງ ແລະ ຟື້ນຟູຄືນໃໝ່ປະເພດລົດ Mobylette ໄດ້ກວ່າ 20 ປີແລ້ວ. ຂຶ້ນກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຫຼິ້ນລົດ, ຜ່ານສີມືຂອງອ້າຍ ຈີ ແລະ ຖັນແຖວນາຍຊ່າງຂອງລາວເອງ, ລົດ Mobylette ຫຼາຍຄັນຄິດວ່າ ຈະເອົາໄວ້ເພື່ອຂາຍຂີ້ເຫຼັກ ພັດກາຍເປັນລົດຄັນໜຶ່ງທີ່ຈັບຕາ ແລະ ພິເສດ. ທຸກໆ ຊິ້ນສ່ວນ ຍ່ອຍຂອງເຄື່ອງຈັກຄື: ຕະປູ, ຕີນຢຽບ... ຍັງຮັກສາໄດ້ຄວາມ ສວຍສົດງົດງາມແບບພິເສດຂອງລົດ Mobylette ຕົ້ນສະບັບ.
ບົດ: ຫງວຽນຫວູແທ່ງດາດ - ພາບ: ເລມິນ

bichlien

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top