• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ຄວາມປະທັບໃຈຫວຽດນາມ ຂອງທ່ານປະທານນາທິບໍດີ Obama

ໃນຊຸມມື້ຜ່ານມາ, ສື່ສານສາກົນ ແລະ ຫວຽດນາມໄດ້ອອກຂ່າວ ຢ່າງຕໍ່ເນື່ອງກ່ຽວກັບເຫດການທ່ານ Barack Hussein Obama ປະທານາທິບໍດີແຫ່ງປະເທດ ສ.ອາເມລິກາມາຢ້ຽມຢາມປະເທດ ສສ.ຫວຽດນາມຢ່າງເປັນທາງການ.ເປັນເວລາ 3 ວັນແຕ່ວັນທີ 23-25 ພຶດສະພາ) ທີ່ຫວຽດນາມໄດ້ສ້າງໄວ້ຄວາມປະທັບໃຈ ຫຼາຍຢ່າງສຳລັບທ່ານປະທານາທິບໍດີ Barack Obama ຕໍ່ການ ຕ້ອນຮັບອັນສົມກຽດ ແລະ ຄວາມເຄົາລົບນັບຖືຈາກບັນດາທ່ານ ຜູ້ນຳ ແລະ ປະຊາຊົນຫວຽດນາມ. 
ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Barack Hussein Obama ໄດ້ມີການພົບປະເຈລະຈາກັບ ທ່ານ ປະທານປະເທດ ເຈີ່ນດ້າຍກວາງ, ເປັນສັກຂີພິຍານໃນການລົງນາມຂໍ້ຕົກລົງຈຳນວນໜຶ່ງວ່າດ້ວຍການຮ່ວມມືສຳຄັນລະຫວ່າງສອງປະເທດ; ເຂົ້າຢ້ຽມຄຳນັບທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ; ແລກປ່ຽນຄຳຄິດຄຳເຫັນກັບທ່ານຫງວຽນຊວນຟຸກ, ພົບປະກັບທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ຢ້ຽມຢາມເຮືອນຮ້ານລຸງໂຮ່; ກ່າວປາໄສ ພິເສດຕໍ່ໜ້າຊາວໜຸ່ມ ປະມານ 2000 ຄົນ, ຊຶ່ງເປັນຕົວແທນ ໃຫ້ແກ່ໄວໜຸ່ມຫວຽດນາມ; ພົບປະປະຊາຄົມວິສາຫະກິດໜຸ່ມຫວຽດນາມ; ພົບປະ, ແລກປ່ຽນກັບຫົວໜ້າຊາວໜຸ່ມຫວຽດນາມ 800 ຄົນທີ່ເປັນສະມາຊິກຂອງອົງການຫົວຄິດປະດິດສ້າງ ຫົວຫນ້າຊາວໜຸ່ມພາກອາຊີຕາເວັນອອກສ່ຽງໃຕ້…

ພິທີຕ້ອນຮັບທ່ານ Barack Hussein Obama, ປະທານາທິບໍດີ ແຫ່ງປະເທດສ.ອາເມລິກາເນື່ອງໃນໂອກາດມາຢ້ຽມຢາມປະເທດ
ສສ.ຫວຽດນາມໄດ້ຈັດຂຶ້ນຢ່າງສົມກຽດທີ່ສຳນັກງານ ປະທານປະເທດ. ພາບ: ຈ້ອງດຶກ/VNA



ທ່ານປະທານປະເທດເຈີ່ນດ້າຍກວາງເຊີນທ່ານປະທານາທິບໍດີ Barack Obama ກວດກອງກຽດຕິຍົດ
ກອງທັບປະຊາຊົນຫວຽດນາມທີ່ພິທີຕ້ອນຮັບ. ພາບ: ຈ້ອງດຶກ/VNA



ທ່ານປະທານປະເທດເຈີ່ນດ້າຍກວາງແລະທ່ານປະທານາທິບໍດີ Barack Obama ກ່ອນການເຈລະຈາ. ພາບ: ຍານຊ໋າງ/VNA


ທ່ານປະທານປະເທດເຈີ່ນດ້າຍກວາງໃນການພົບປະເຈລະຈາ ກັບທ່ານປະທານາທິບໍດີ Barack Obama. ພາບ: ຍານຊ໋າງ/VNA


ຜູ້ນຳສອງປະເທດເປັນສັກຂີພິຍານໃນການລົງນາມໃນຂໍ້ສັນຍາສັ່ງຊື້ເຄື່ອງບິນ Boeing 100 ລຳ ລວມມູນຄ່າ 11,3 ຕື້ USD ລະຫວ່າງກຸ່ມບໍລິສັດການບິນ VietjetAir 
ຂອງຫວຽດນາມ ກັບກຸ່ມບໍລິສັດປະດິດສ້າງເຄື່ອງບິນ Boeing ຂອງອາເມລິກາ.  ພາບ: ຍານຊ໋າງ/VNA



ທ່ານປະທານາທິບໍດີ Barack Obama ໄດ້ຖະແຫຼງການລົບລ້າງ ຄຳສັ່ງຂວ້ຳບາດອາວຸດລ້າງຜານຢ່າງສົມບູນສຳລັບຫວຽດນາມ
ທີ່ກອງປະຊຸມຂ່າວລວມກັບທ່ານປະທານປະເທດເຈີ່ນດ້າຍກວາງ. ພາບ: ຍານຊ໋າງ/VNA

 
ຕາມທ່ານ ຮ່າກິມຫງອກ, ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ, ການມາຢ້ຽມຢາມຄັ້ງນີ້ເປັນຂີດໝາຍໃໝ່ ໃນການພົວພັນລະຫວ່າງສອງປະເທດ, ສະແດງໃຫ້ເຫັນ ບາດກ້າວອັນຍາວໄກໃນຈິນຕະນາການ ຂອງບັນດາທ່ານຜູ້ນຳ ອາເມລິກາກັບຫວຽດນາມ. ຝ່າຍອາເມລິກາໄດ້ສະແດງ ຄວາມ ເຄົາລົບຕໍ່ ລະບອບການເມືອງຂອງຫວຽດນາມ, ເຄົາລົບນັບຖື ການນຳຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງອອກໂດຍຜ່ານ ການທ່ີທ່ານ Obama ມີຄວາມປາດຖະໜາ ແລະ ໄດ້ພົບປະ ທ່ານຜູ້ນຳຂັ້ນສູງສຸດທັງ 4 ທ່ານຂອງຫວຽດນາມ; ມາຢ້ຽມຢາມ ເຮືອນຮ້ານລຸງໂຮ່, ສະແດງຄວາມເຄົາລົບນັບຖືຕໍ່ທ່ານປະທານ ໂຮ່ຈີມິນ, ນັກວິລະຊົນແຫ່ງຊາດ, ອະລິຍະບຸລຸດວັດທະນະທຳໂລກ ທີ່ຖືກຢູແນັສໂກ (UNESCO) ເທີດທູນ.

ການມາຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເປັນເອກະສັນກັນເພີ່ມທະວີ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາຕາມທິດໃຫ້ເປັນຈິງ, ເລິກເຊິ່ງ ແລະ ມີປະສິດທິຜົນກວ່າເກົ່າເພື່ອສິດຜົນ ປະໂຫຍດຂອງສອງປະເທດ, ປະກອບສ່ວນຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ. ຜົນສຳເລັດຂອງການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງໃນຖະແຫຼງການຮ່ວມຂອງສອງປະເທດ, ນັ້ນແມ່ນ: ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນດ້ານ ການເມືອງ-ການທູດ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ໃນນັ້ນ, ມີການຢືນຢັນຄຳໝັ້ນສັນຍາຊຸກຍູ້ໄວການຮັບຮອງ ແລະ ປະຕິບັດຄົບຖ້ວນ TPP; ເຮັດໃຫ້ເລິກເຊິ່ງສາຍພົວພັນລະຫວ່າງ ປະຊາຊົນສອງປະເທດ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊຸກຍູ້ ແລະ ປົກປັກຮັກສາສິດທິມະນຸດ ສອດຄ່ອງກັບລັດຖະທຳມະນູນ ແລະ ຄຳໝັ້ນສັນຍາສາກົນ ຂອງ ແຕ່ລະປະເທດ; ແກ້ໄຂບັນດາສິ່ງທ້າທາຍພາກພື້ນ ແລະ ທົ່ວພິພົບ; ເຮັດໃຫ້ເລິກເຊິ່ງການພົວພັນຄູ່ຮ່ວມມືອັນຍາວນານ.

ສິ່ງທີ່ໜ້າສົນໃຈໃນການມາຢ້ຽມຢາມຄັ້ງນີ້ແມ່ນທັງສອງຝ່າຍ ໄດ້ມີບັນດາຂໍ້ຕົກລົງການຮ່ວມມືອັນລະອຽດ ແລະ ຕົວຈິງຄື: ສ້າງຕັ້ງມະຫາວິທະຍາໄລ Fulbright ຫວຽດນາມ; ລົງນາມໃນ ບັນດາຂໍ້ຕົກລົງຂະຫນາດໃຫຍ່ທາງດ້ານເສດຖະກິດດ້ວຍມູນຄ່າ16,3 ຕື້ USD ໃນຂົງເຂດການບິນ ແລະ ໄຟຟ້າພະລັງງານແຮງລົມ. ພິເສດ, ຝ່າຍອາເມລິກາໄດ້ຖະແຫຼງການ ລົບລ້າງຄຳສັ່ງຂວຳ້ບາດ ອາວຸດລ້າງຜານຢ່າງສົມບູນສຳລັບຫວຽດນາມ. ສິ່ງດັ່ງກ່າວໄດ້ຖືວ່າ ເປັນຂີດໝາຍແຫ່ງການພົວພັນລະຫວ່າງສອງປະເທດໄດ້ຫັນເປັນ ປົກກະຕິຢ່າງສົມບູນນັບແຕ່ນີ້ເປັນຕົ້ນໄປ. 

ທ່ານເລຂາທິການໃຫຍ່ຫງວຽນຝູ໋ຈ້ອງຕ້ອນຮັບທ່ານປະທານາທິບໍດີ Barack Obama. ພາບ: ຈີ້ຢຸງ/VNA


ທ່ານນາຍົກລັດຖະມົນທີຫງວຽນຊວນຟຸກພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານປະທານາທິບໍດີ Barack Obama. ພາບ: ຖົ໋ງເຍິດ/VNA


ທ່ານປະທານສະພາແຫ່ງຊາດນາງຫງວຽນທິກິມເງີນພົບປະກັບທ່ານປະທານາທິບໍດີ Barack Obama. ພາບ: ຈ້ອງດຶກ/VNA


ທ່ານປະທານສະພາແຫ່ງຊາດນາງຫງວຽນທິກິມເງີນນຳພາທ່ານປະທານາທິບໍດີ Barack Obama  ຢ້ຽມຢາມສະຖານທີ່ດຳລົງຊີວິດ ແລະບ່ອນເຮັດວຽກຂອງ
ທ່ານປະທານປະເທດໂຮ່ຈີມິນໃນເຂດອະນຸສອນສະຖານປະທານໂຮ່ຈິນິນ, ສຳນັກງານປະທານປະເທດ. ພາບ: ຈ້ອງດຶກ/VNA

 
ກ່ຽວກັບບັນຫາທະເລຕາເວັນອອກ, ສອງຜ່າຍໄດ້ສະແດງຄວາມ ເປັນຫ່ວງ, ກັງວົນໃຈເປັນພິເສດຕໍ່ສະຖານະການທີ່ເກີດຂຶ້ນໃນມໍ່ໆ ມານີ້ຢູ່ທະເລຕາເວັນອອກ, ເຮັດໃຫ້ສະພາບການເຄັ່ງຕຶງເພີ່ມຂຶ້ນ, ຫຼຸດຜ່ອນຄວາມໄວ້ວາງໃຈ, ນາບຂູ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມສະຫງົບປອດໄພ. ສະນັ້ນ, ສອງຝ່າຍໄດ້ຢືນຢັນຄືນ ຄຳໝັ້ນໝາຍລວມຕໍ່ການແກ້ໄຂສັນຕິພາບ ແລະ ການທະເລາະ ພິພາດອານາເຂດຕ່າງໆ ແລະ ທາງທະເລໂດຍສັນຕິວິທີ, ໃນນັ້ນ ມີການເຄົາລົບຢ່າງຄົບຖ້ວນບັນດາວິວັດທະນາການ ການ ຕ່າງປະເທດ ແລະ ນິຕິກຳ, ບໍ່ນຳໃຊ້ກຳລັງອາວຸດ ຫຼືນາບຂູ່ການ ນຳໃຊ້ກຳລັງອາວຸດ, ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ (UNCLOS).

ສອງຝ່າຍໄດ້ເນັ້ນໜັກຄຳໝັ້ນໝາຍຂອງຝ່າຍຕ່າງໆທີ່ເກີດ ທະເລາະພິພາດຫ້າມມີການເຄື່ອນໄຫວ ເຮັດໃຫ້ສັບສົນ ແລະ ຂະຫຍາຍກວ້າງການທະເລາະພິພາດ, ຮັບຮອງລະດັບ ຄວາມ ສຳຄັນຂອງການປະຕິບັດເຂັ້ມງວດຖະແຫຼງການ ວ່າດ້ວຍການ ປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ(DOC), ຊຸກຍູ້ ການໄກ່ເກ່ຍຕາມເນື້ອແທ້ ແລະ ກ້າວໄປເຖິງການລົງນາມ ໃນປະມວນກົດລະບຽບການປະພຶດຕໍ່ຢູ່ທະເລຕາເວັນອອກ (COC)ໂດຍໄວ.

ສອງຝ່າຍເນັ້ນໜັກລັກສະນະອັນຈຳເປັນ ແລະ ຮີບຮ້ອນ ການຮັບປະກັນຄວາມເສລີພາບໃນການເດີນທະເລ ແລະ ການເດີນອາກາດ, ກໍຄືຮັກສາການເຄື່ອນໄຫວການຄ້າຖືກຕ້ອງ ຕາມກົດໝາຍໂດຍບໍ່ມີອຸປະສັກຂັດຂວາງຢູ່ທາງທະເລຕາເວັນອອກ; ຮຽກຮ້ອງບໍ່ໃຫ້ຫັນເປັນການທະຫານ ແລະ ຄວບຄຸມໃນການແກ້ໄຂການທະເລາະພິພາດ, ຢືນຢັນຄືນຄຳໝັ້ນໝາຍລວມ ຕາມຖະແຫຼງການ Sunnylands ແລະ ຄຳໝັ້ນສັນຍາ ການປະສານສົມທົບຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືອາຊຽນ(ASEAN) ໃນການປະຕິບັດຂໍ້ຖະແຫຼງການດັ່ງກ່າວ.



ທ່ານປະທານາທິບໍດີ Barack Obama ກ່າວຄຳປາໄສພິເສດຕໍ່ໜ້າ ຊາວໜຸ່ມປະມານ2000 ຄົນ, ເປັນຜູ້ຕາງໜ້າໃຫ້ແກ່ໄວໜຸ່ມ
ຫວຽດນາມທີ່ສູນປະຊຸມແຫ່ງຊາດ(ຮ່າໂນ້ຍ). ພາບ: ມິງເຊີນ/VNA





ທ່ານປະທານາທິບໍດີ Barack Obama ໃນການພົບປະແລກປ່ຽນ ກັບຫົວໜ້າຊາວໜຸ່ມຫວຽດນາມຫລາຍກວ່າ 800 ຄົນຊຶ່ງເປັນ ສະມາຊິກຂອງອົງການ
ຫົວຄິດປະດິດສ້າງ ຫົວໜ້າຊາວໜຸ່ມ ພາກອາຊີຕາເວັນອອກສ່ຽງໃຕ້(YSEALI) ທີ່ນະຄອນໂຮ່ຈີມິນ. ພາບ: ແທງຫວູ/VNA



ທ່ານປະທານາທິບໍດີ Barack Obama ພົບປະແລກປ່ຽນກັບ ບັນດາວິສາຫະກິດໜຸ່ມເລີ່ມກໍ່ຕັ້ງທຸລະກິດທີ່ດີເດ່ັນຂອງຫວຽດນາມ ທີ່ນະຄອນໂຮ່ຈີມິນ. ພາບ: ວັນດາດ/VNA


ທ່ານປະທານາທິບໍດີ Barack Obama ພົບປະ ແລະ ແລກປ່ຽນ ກັບນັກທຸລະກິດໜຸ່ມຂອງຫວຽດນາມ. ພາບ: ວັນດາດ/VNA


ທ່ານປະທານາທິບໍດີ Barack Obama ຢ້ຽມຢາມວັດເຟືອກຫາຍ ຢູ່ເມືອງ 1, ນະຄອນໂຮ່ຈີມິນ. ພາບ: ແທງຫວູ/VNA


ປະຊາຊົນນະຄອນໂຮ່ຈີມິນສະແດງຄວາມຍິນດີຕໍ່ ທ່ານ ປະທານາທິບໍດີ Barack Obama ເນື່ອງໃນໂອກາດ
ທີ່ທ່ານ ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ພາບ: ແທງຫວູ/VNA

 
ເອີ່ຍຄຳອຳລາກ່ອນທີ່ຈະຂຶ້ນເຄື່ອງບິນພິເສດທີ່ສະໜາມບິນ ສາກົນເຕິນເຊີນເຍິດກ່ອນຈະອອກຈາກຫວຽດນາມ, ທ່ານປະທານາທິບໍດີ Obama ໄດ້ວາງມືໃສ່ໝາກຫົວໃຈຂອງຕົນ ແລະ ເວົ້າວ່າ: “ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຫລາຍ. ນຳ້ໃຈ ຂອງປະຊາຊົນຫວຽດນາມໄດ້ເຮັດໃຫ້ໝາກຫົວໃຈຂອງຂ້າພະເຈົ້າຫວັ່ນໄຫວ. ບໍ່ທັນເຫັນມີເທື່ອໃດທີ່ຂ້າພະເຈົ້າຮູ້ສຶກ ສະຫນິດສະຫນົມກັບ ຫວຽດນາມຄືແນວນີ້”. 
ປະຕິບັດໂດຍ: VNA/VNP

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ການພົວພັນ ຫວຽດນາມ-ອົດສະຕຣາລີ ຍົກລະດັບເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

ພາຍຫຼັງກວ່າ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ, ຫວຽດນາມ ແລະ ອົດສະຕຣາລີ ໄດ້ສ້າງສາຍພົວພັນທີ່ໜັກແໜ້ນ ແລະ ຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ດ້ານຍຸດທະ ສາດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ໃນກອບການຢ້ຽມຢາມ ປະເທດ ອົດສະຕຣາລີ ຢ່າງເປັນທາງການ ຂອງ ທ່ານນາຍົກລັດຖະ ມົນຕີ ຟ້າມມິງຈິ໋ງ ໃນເດືອນ ມີນາ ຜ່ານມາ ຕາມຄຳເຊີນ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ Anthony Albanese, ສອງຝ່າຍໄດ້ປະກາດ ຍົກລະດັບການພົວພັນ ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

Top