• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມປະທັບໃຈທີ່ນະຄອນຈົງຊິງ

ເປັນນະຄອນຫນຶ່ງທີ່ຂຶ້ນກັບສູນກາງ,  ນະຄອນຈົງຊິງ (Chongqing)  ດຽວນີ້ເປັນໃຈກາງເສດຖະກິດທີ່ສໍາຄັນຢູ່ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງປະເທດຈີນ. ເປັນບ່ອນເຕົ້າໂຮມ ການເຄື່ອນໄຫວທຸລະກິດຂອງໂຮງງານຂະຫນາດໃຫຍ່ຈໍານວນຫຼວງຫຼາຍ ແລະ ທັງເປັນບ່ອນທີ່ຢູ່ອາໄສ ຂອງຂອງພົນລະເມືອງຈີນ ຈຳ ນວນ 33 ລ້ານຄົນ.
ນະຄອນຈົງຊິງ ຕັ້ງຢູ່ເຂດລຸ່ມແມ່ນ້ຳ ແຢງຊີ (Changjiang) ແມ່ນຊື່ທີ່ກະສັດ ສຸງກວາງຕຸງ (Guangzong of Song) ຕັ້ງໃຫ້ ເມື່ອສວມ ມົງກຸດ ປີ ຄສ. 1189, ຕາມພາສາ ຈີນ ໝາຍຄວາມວ່າ: “ຄວາມສຸກທະວີຄູນ” ດ້ວຍຄວາມຫວັງວ່າ ຊາວບ້ານໃນດິນແດນແຫ່ງນີ້ ຈະມີຊີວິດທີ່ເຕັ່ມໄປດ້ວຍຄວາມສົດຊື່ນ.

ນະຄອນ ຈົງຊິງ (Chongqing) ໄດ້ຮັບການຍົກຍ້ອງວ່າ ເປັນໜຶ່ງໃນບັນດາຕົວເມືອງທີ່ມີການຈະເລີນເຕີບໂຕໄວທີ່ສຸດ ຂອງປະເທດຈີນ
ດ້ວຍການພັດທະນາ ພຶ້ນຖານໂຄງລ່າງທີ່ທັນສະໄໝ ແລະ ຄົບຊຸດ.



ນະຄອນ ຈົງຊິງ ຍັງມີຊື່ສຽງວ່າ "ນະຄອນຂອງຂົວ". ປັດຈຸບັນ, ຢູ່ໃຈກາງຕົວເມືອງ ມີ ຂົວ 24 ແຫ່ງ ທີ່ເຊື່ອມຕໍ່ລະຫວ່າງຕົວເມືອງ ຕ່າງໆ
ທີ່ຕັ້ງຢູ່ຕາມສອງຝັ່ງແມ່ນຳ້ ແຢງຊີ (Changjiang)


ຕຶກອາຄານຫລວງຫຼາຍ ທີ່ຖືກຕັ້ງຂຶ້ນລຽນຕິດຕໍ່ກັນ ຢູ່ຕາມສອງຝັ່ງແມ່ນຳ້ ແຢງຊີ. 

ຂົວເສັ້ນສາຍກາບຂ້າມຜ່ານແມ່ນ້ຳແຢງຊີ ທີ່ໄດ້ຮັບການກໍ່ສ້າງຂຶ້ນໃໝ່.  

ຕຶກອາຄານຂັ້ນສູງຫຼາຍແຫ່ງທີ່ໄດ້ຮັບການສ້າງຂຶ້ນ ຢູ່ໃນເຂດ ຊານເມືອງ ຈົງຊິງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ
ດ້ານທີ່ຢູ່ອາໄສ ໃຫ້ແກ່ປະຊາຊົນຢູ່ໃນເຂດດັ່ງກ່າວ ນັບມື້ຫລາຍຂຶ້ນ.


ສັນຍາລັກ "ຄວາມຝັນຂອງຈີນ" ຈັດວາງຢູ່ຫຼາຍແຫ່ງ ຢູູ່ຕາມສູນ ການຄ້າ
ແລະ ສະຖານທີ່ສາທາລະນະຕ່າງໆຂອງນະຄອນ ຈົງຊິງ. 


ມູມຫນຶ່ງຂອງຕຶກອາຄານຊັ້ນສູງ ແລະ ສູນການຄ້າ ຢູ່ໃຈກາງເມືອງ.

ກຸ່ມສະຖາປັດຕະຍະກຳ ຫູງຢາຕຸງ (Hong Yadong), ບ່ອນທີ່ສຳເນົາສີ່ງສຸດຍອດ
ຂອງວັດທະນະທຳ ປາສູ (PaSu) ຢູ່ຈົງຊິງ. 


ຜົນການປະຕິດແຕ່ງຄັວດ ແລະ ແກະສະຫຼັກ ຮູບພາບຊີວິດປະຈຳວັນທີ່ໃກ້ຊິດ ແລະ ລຽບງ່າຍ ຂອງຊາວຈົງຊິງ,
ໄດ້ຈັດວາງຢູ່ ພາຍໃນ ພາບກຸ່ມສະຖາປັດຕະຍະກຳ ຫູງຢາຕຸງ. 


ລະບົບການສື່ສານຢູ່ຈົງຊິງ ພວມກາຍເປັນຫນຶ່ງໃນຫຼາຍດ້ານ ສ້າງແຮງບັນດານໃຈ, ສົ່ງເສີມຍຸດທະສາດ
ໂຄສະນາເຜີຍແຜ່ພາບພົດ ຂອງນະຄອນ ສູ່ໂລກພາຍນອກ. 


ໂຮງງານຜະລິດລົດຍົນ ຂອງກຸ່ມບໍລິສັດ ລີຟານ ຈົງຊິງ (Lifan Group Chongqing) ຊຶ່ງເປັນ ຫນຶ່ງໃນ ຈຳນວນ 500 ວິສາຫະກິດ ລາຍໃຫຍ່ທີ່ສຸດ
ຂອງປະເທດຈີນ ແລະ ຢືນຢູ່ແຖວໜ້າ ໃນຕາຕະລາງຈັດອັນດັບຂອງວິສາຫະກິດເອກະຊົນຈຳນວນ 50 ວິສາຫະກິດທີ່ ນະຄອນຈົງຊິງ. 


ແຕ່ລະມື້, ໂຮງງານປະກອບລົດໃຫຍ່ ຂອງກຸ່ມບໍລິສັດ ລີຟານຈົງຊິງ ສາມາດປະກອບ ລົດໃຫຍ່ສໍາເລັດ 500 ຄັນ/ວັນ,
ໃນນັ້ນ, ຂັ້ນຕອນການຜະລິດໜຶ່ງໆ ເສຍເວລາພຽງ 3 ເຖິງ 5 ນາທີເທົ່ານັ້ນ.
ໃນປີ 1997, ນະຄອນ ຈົງຊິງ ໄດ້ແຍກອອກຈາກ ແຂວງ ເສສວນ (Shichuan) ແລະ ເລີ່ມດໍາເນີນການປັບປຸງ ໂຄງປະກອບເສດຖະ ກິດເປັນຂະຫນາດໃຫຍ່, ດຶງດູດການລົງທຶນ, ຊຸກຍູ້ການກໍ່ສ້າງ ພື້ນ ຖານໂຄງລ່າງຢ່າງແຮງ ຕາມທິດ ພັດທະນາສ້າງເປັນຕົວເມືອງ ເອ ກະລາດທີ່ໃຫຍ່ສຸດ ໃນເຂດຕາເວັນຕົກສຽງໃຕ້ຂອງຈີນ. ອີງຕາມຄະ ນະກໍາມາທິການປະຕິຮູບ ແລະ ພັດທະນາຂອງຄະນະພັກນະຄອນ ຈົງຊິງ ແລ້ວ, ໃນຊຸມປີທີ່ຜ່ານມາ ອັດຕາການຈະເລີນເຕີບໂຕ ທາງ ດ້ານເສດຖະກິດບັນລຸໄດ້ພຽງສອງຕົວເລກ, ຈັດຢູ່ອັນດັບທີ່ສາມ ໃນທົ່ວປະເທດ. ເພາະສະນັ້ນ, ຊາວນະຄອນ ຈົງຊິງ ຈິ່ງມັກເວົ້າ ກັນວ່າ ນະຄອນຈົງຊິງໃນທຸກໆ 6 ເດືອນໃດແມ່ນ ຕ້ອງໄດ້ປ່ຽນ ແຜນທີ່ຂອງຕົນໃໝ່,  ເພື່ອເປັນການພິສູດໃຫ້ເຫັນຈັງຫວະການຈະ ເລີນເຕີບໂຕຢ່າງກະໂດດຂັ້ນ.

ນະຄອນ ຈົງຊິງ ເປັນຕົວເມືອງທີ່ມີເມກໝອກປົກຄຸ້ມຕະຫລອດປີ ແລະ ມີຂົວສູງທີ່ທັນສະໄຫມຫລາຍແຫ່ງ. ດ້ວຍເຫດນັ້ນ, ນະຄອນ ຈົງຊິງ ຈຶ່ງມີຊື່ສຽງໂດ່ງດັງ ໃນຊື່ວ່າ “ຊີນແຈງ (Shancheng) ຫຼື "ກ່ຽວແຈງ - Qiaocheng" (ນະຄອນຂອງຂົວ). ປັດຈຸບັນ, ນະຄອນນີ້ໄດ້ກໍ່ສ້າງຂົວຂຶ້ນປະມານ 4,000 ກວ່າແຫ່ງ, ບໍ່ພຽງແຕ່ ສ້າງຄວາມສະດວກ ໃນການໄປມາ ຫາກຍັງເປັນປັດໃຈຫນຶ່ງ ຂອງ ການພັດທະນາທາງດ້ານເສດຖະກິດ. ຕາຫນ່າງຄົມມະນາຄົມທີ່ທັນສະໄໝ ແລະ ສະດວກໃຫ້ປະເພດລົດ ຄື: ລົດເມ, ລົດໄຟໃຕ້ດິນ, ລົດໄຟ, ສາຍກະເຊົ້າ, ເຮືອ ແລະ ເຮືອບິນ.  

ຕາມແຜນກຳນົດລວມ ຂອງນະຄອນ, ຮອດປີ 2015 ອັດຕາສ່ວນ ຫັນຊົນນະບົດເປັນຕົວເມືອງ
ຂອງນະຄອນຈົງຊິງ ຄາດວ່າຈະ ບັນລຸໄດ້ 60%.


ອະນຸສາວະລີປົດປ່ອຍ ຕັ້ງຢູ່ໃຈກາງສະໜາມຫຼວງ ແຈ້ງປະກາຍແສງໃນຍາມລາຕີ.

ຊາວຈົງຊິງຈຳນວນໜ່ຶງ ຢູ່ອ້ອມຂ້າງ ອະນຸສາວະລີປົດປ່ອຍ ຊຶ່ງເປັນທີ່ລະນຶກແຫ່ງໄຊຊະນະຟາດຊິດຍີ່ປູ່ນ
ທັງເປັນ ໜຶ່ງໃນບັນດາ ສັນຍາລັກຂອງນະຄອນ. 


ຊຸມແມ່ຍິງຈົງຊິງ ກະກຽມການແຂ່ງຂັນຟ້ອນ ທີ່ສະຫງວນໃຫ້ແກ່ ປະຊາຊົນໄວກາງຄົນ.
ນີ້ແມ່ນໜຶ່ງໃນຫຼາຍ ກິດຈະກໍາສາທາລະນະທີ່ໄດ້ຖືສຳຄັນທີ່ສຸດຢູ່ນະຄອນແຫ່ງນີ້.


ລົດເມເປັນພາຫະນະຕົ້ນຕໍ່ ຂອງຊາວ ນະຄອນຈົງຊິງ.

ຍີ້ຫໍ້ແຟຊັ່ນຕ່າງໆ ທີ່ມີຊື່ສຽງ ໃນໂລກ ໄດ້ນໍາມາໂຊຂາຍຕາມ ສູນການຄ້າ ທີ່ສະໜາມຫຼວງ. 

ເຮືອໂດຍສານສົ່ງແຂກທ່ຽວຊົມທິວທັດທຳມະຊາດ ຢູ່ຕາມຝັ່ງແມ່ນຳ້  ແຢງຊີ ໃນຍາມລາຕີ.

ຕົ້ມຍຳ ອວຽນເອືອງ  (hot pot of double tastes) ເປັນອາຫານ ເຍື່ອງຫນຶ່ງ ທີ່ມີຊື່ສຽງກວ່າໝູ່ ຢູ່ນະຄອນຈົງຊິງ
ທີ່ນັກທ່ອງທ່ຽວບໍ່ຄວນພາດ ເມື່ອມີໂອາກາດມາຢ້ຽມຢາມນະຄອນແຫ່ງນີ້.
ບໍ່ພຽງແຕ່ເທົ່ານັ້ນ, ຈົງຊິງຍັງເປັນນະຄອນທີ່ມີປະຫວັດສາດດ້ານ ວັດທະນະທໍາ ອັນຍາວນານນຳອີກ. ແຕ່ກ່ອນກີ້, ສະຖານທີ່ແຫ່ງນີ້ ເຄີຍເປັນທີ່ຮູ້ຈັກ ຄືດັ່ງເຂດທີ່ດິນປາສູ ຂອງ ລຽວໄບ (ໃນປີ ຄສ 161-223) ທີ່ຍັງມີຮ່ອງຮອຍ ຄື ປາຍຕີເຊີງ (Badi Battle) ຫລື ວິຫານຕຽວເຫວ (Zhangfei Temple)… ປັດຈຸບັນນີ້, ໃຈກາງ ນະ ຄອນ ຈົງຊິງ ໄດ້ກາຍເປັນເຂດທາງຍ່າງ ແລະ ສະຖານທີ່ຈັບຈ່າຍ ເນື່ອງຈາກວ່າ ມີຮ້ານຄ້າຂອງຍີ່ຫໍ້ແຟຊັ່ນ ອັນດັບແຖວໜ້າຂອງໂລກ, ຊຶ່ງເປັນການພິສູດໃຫ້ເຫັນຈັງຫວະການພັດທະນາວ່ອງໄວ ຂອງສູນກາງເສດຖະກິດສຳຄັນ ຂອງເຂດຕາເວັນຕົກສຽງໃຕ້ຂອງຈີນ.
ບົດ ແລະ ພາບ: ຈ້ອງຈິ໋ງ - ຖຸ່ຍຢຸງ

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top