• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຄວາມປະທັບໃຈ SSEAYP 2016

ຜ່ານການເດີນທາງເປັນເວລາຫຼາຍມື້ລຽນຕິດ, ກຳປັ່ນ Nippon Maru ທີ່ສວຍງາມ ແລະ ທັນສະໄໝ ໄດ້ນຳ ຄະນະ ຜູ້ແທນ ຊາວໜຸ່ມ ຂອງ 10 ປະເທດອາຊຽນ ແລະ ຍີ່ປຸ່ນ ກວ່າ 300 ຊີ ວິດ ໄດ້ເຂົ້າຈອດທຽບທ່າກຳປັ່ນ ນະຄອນໂຮ່ຈີມິນ ທີ່ຮັກແຂກ ແພງຄົນ ແລະ ກຳລັງປ່ຽນໂສມໜ້າໃໝ່ ຢ່າງຂະຫຍັນຂັນແຂງ. 
ການເດີນທາງຄັ້ງນີ້ບໍ່ພຽງແຕ່ ເພື່ອຈຸດປະສົງ  ເຮັດໃຫ້ໄວໜຸ່ມ ບັນດາປະເທດອາຊຽນ ແລະ ຍີ່ປຸ່ນ ໄດ້ຮັດແໜ້ນໄມຕີຈິດ ມິດ ຕະພາບ ເຊິ່ງກັນ ແລະ ກັນ, ແຕ່ເປັນໂອກາດ ໃຫ້ເຂົາເຈົ້າໄດ້ ຄົ້ນພົບ ແລະ ແນະນຳຄວາມສາມາດບົ່ມຊ້ອນ, ຄວາມສວຍ ງາມ ຂອງ ບັນດາປະເທດ ທີ່ເຂົາເຈົ້າ ໄດ້ໄປເຖິງ, ໃນນັ້ນມີ ຫວຽດນາມ ຊຶ່ງເປັນໜຶ່ງ ໃນ 6 ແຫ່ງ ຂອງ ການເດີນທາງ ເປັນ ເວລາ 40 ວັນ ຂອງ ກຳປັ່ນ ຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຄັ້ງທີ 43 ປີ 2016 (SSEAYP 2016).

SSEAYP 2016 ມີການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມ 328 ຄົນ ທີ່ມາຈາກ 10 ປະເທດ ອາຊຽນ ແລະ ຍີ່ປຸ່ນ, ໃນນັ້ນ ຫວຽດ ນາມ ມີຜູ້ແທນເຂົ້າຮ່ວມ 29 ຄົນ. ກຳປັ່ນ Nippon Maru ເລີ່ມ ອອກ ເດີນທາງຈາກນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ) ເມື່ອ ວັນທີ 4 ພະຈິກ, ໂດຍຜ່ານປະເທດ ຫວຽດນາມ, ໄທ, ກຳປູເຈຍ, ສິງກະໂປ, ອິນໂດເນເຊຍ ແລະ ກັບຄືນຍີ່ປຸ່ນ. ທີ່ຫວຽດນາມ, ກຳປັ່ນ Nippon Maru ໄດ້ເຂົ້າຈອດທຽບທ່າ ຢູ່ນະຄອນ ໂຮ່ຈີ ມິນ ເປັນເວລາ 4 ມື້, ແຕ່ວັນທີ 11-14 ພະຈິກ.

ກຳປັ່ນ Nippon Maru (SSEAYP 2016) ຢູ່ທ່າກຳປັ່ນ ກາດລ໋າຍ, ນະຄອນ ໂຮ່ຈີມິນ. ພາບ: ອານຮ໋ຽວ/VNA


ຄະນະຜູ້ແທນຊາວໜຸ່ມຫວຽດນາມເຂົ້າຮ່ວມໂຄງການ ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ (SSEAYP 2016). ພາບ: ອານຮ໋ຽວ/VNA


ຄະນະຜູ້ແທນຊາວໜຸ່ມ ຍີ່ປຸ່ນ ປະຕິບັັດທຳນຽມ ທີ່ເປັນມູນເຊື້ອ ຂອງ ໂຄງການກຳປັ່ນ Nippon Maru ໃນພິທີຕ້ອນຮັບ. ພາບ: ອານຮ໋ຽວ/VNA


ຄະນະຜູ້ແທນຊາວໜຸ່ມມາເລເຊຍ ດີໃຈ ທີ່ມາເຫັນ ນະຄອນ ໂຮ່ຈີມິນ. ພາບ: ອານຮ໋ຽວ/VNA


ຊາວໜຸ່ມນະຄອນໂຮ່ຈີມິນ ຍິນດີຕ້ອນຮັບ ກຳປັ່ນ Nippon Maru ມາຢ້ຽມຢາມຫວຽດນາມ. ພາບ: ອານຮ໋ຽວ/VNA

ຄະນະຜູ້ແທນຊາວໜຸ່ມສປປ ລາວ. ພາບ: ອານຮ໋ຽວ/VNA


ບັນຍາກາດຕ້ອນຮັບ ກຳປັ່ນ Nippon Maru ຢູ່ທ່າກຳປັ່ນ ກາດລ໋າຍ, ນະຄອນໂຮ່ຈີມິນ. ພາບ: ອານຮ໋ຽວ/VNA
 
ໃນການຢ້ຽມຢາມນະຄອນະໂຮ່ຈີມິນ, ຄະນະຜູ້ແທນ ໄດ້ເຂົ້າ ຮ່ວມກິດຈະກຳເຄື່ອນໄຫວຕ່າງໆ ເຕັມໄປດ້ວຍບັນຍາກາດ ຄຶກ ຄື້ນ ກັບຊາວໜຸ່ມ ແລະ ປະຊາຊົນຊາວນະຄອນໂຮ່ຈີມິນໃນ 8 ຫົວຂໍ້ເຊັ່ນ: ວິສາຫະກິດໜຸ່ມ; ການແລກປ່ຽນວັດທະນະທຳ; ສິ່ງ ແວດລ້້ອມ-ຫຼຸດຜ່ອນໄພພິບັດທາງທຳມະຊາດ; ອາຫານ ແລະ ທາດບຳລຸງ; ສຸຂະພາບ - ການສະກັດກັ້ນ ແລະ ຕ້ານ HIV/AIDS; ການ ຮ່ວມມືອາຊຽນ-ຍີ່ປຸ່ນ; ການສຶກສາໃນ ໂຮງ ຮຽນ; ຖະແຫຼງຂ່າວ ແລະ ສື່ສານ.

ພິເສດ ແມ່ນລາຍການ “ຢູ່ນຳເຮືອນປະຊາຊົນ” ຊຶ່ງດຳເນີນ ແຕ່ ວັນທີ 12-14 ພະຈິກ ໄດ້ເຮັດໃຫ້ຜູ້ແທນ ບັນດາປະເທດ ມີ ຄວາມ ຮູ້ຢ່າງເລິກເຊິ່ງ ກ່ຽວກັບຊີວິດ ການເປັນຢູ່, ວັດທະນະ ທຳ ແລະ ຊີວິດປະຈຳວັນຂອງຊາວ ຫວຽດນາມ ເວົ້າລວມ, ເວົ້າ ສະເພາະ ແມ່ນປະຊາຊົນ ນະຄອນ ໂຮ່ຈີມິນ.

ທ່ານ ຫງວຽນລອງຫາຍ, ເລຂາສູນກາງຊາວໜຸ່ມ, ຮອງຫົວໜ້າ ຜູ້ປະຈຳການ ຄະນະກຳມະການແຫ່ງຊາດ ວ່າດ້ວຍ ຊາວໜຸ່ມ ຫວຽດນາມໃຫ້ຮູ້ວ່າ ຍາມໃດຫວຽດນາມ ກໍຕີລາຄາສູງ ຄວາມ ໝາຍຂອງລາຍການ ກຳປັ່ນຊາວໜຸ່ມ ອາຊີຕາເວັນອອກ ສ່ຽງ ໃຕ້ ແລະ ຍີ່ປຸ່ນ ໃນການເພີ່ມທະວີ ສາຍພົວພັນຮ່ວມມື ມິດຕະ ພາບ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຊາວໜຸ່ມ ອາ ຊຽນ ແລະ ຊາວໜຸ່ມຍີ່ປຸ່ນ. ລາຍການນີ້ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການ ຊຸກຍູ້ຄວາມສາມັກຄີ, ໄມຕີຈິດມິດຕະພາບ ລະ ຫວ່າງຊາວໜຸ່ມ ແລະ ປະຊາຊົນບັນດາ ປະເທດໃນພາກພື້ນ, ຮັດແໜ້ນຄວາມສາມັກຄີມິດຕະພາບ, ຄວາມເຂົ້າໃຈ, ການ ຮ່ວມມື ລະຫວ່າງຊາວໜຸ່ມ, ປະຊາຊົນ ອາຊຽນ ແລະ ຍີ່ປຸ່ນ.
ສະມາຊິກ ຂອງ ກຳປັ່ນ Nippon Maru ພົບປະແລກປ່ຽນ ແລະ ຖ່າຍຮູບຮ່ວມກັບຊາວໜຸ່ມນະຄອນໂຮ່ຈີມິນ. ພາບ: ອານຮ໋ຽວ/VNA


ຊາວໜຸ່ມນະຄອນໂຮ່ຈີມິນ ມອບຜ້າພັນຄໍທີ່ເປັນມູນເຊື້ອ ຂອງ ຊາວພາກໃຕ້ ຫວຽດນາມໃ
ຫ້ແກ່ບັນດາສະມາຊິກ ກຳປັ່ນ Nippon Maru. ພາບ: ອານຮ໋ຽວ/VNA



ຊາວໜຸ່ມຫວຽດນາມ ເຂົ້າຮ່ວມການ ພົບປະແລກ ປ່ຽນວັດ ທະ ນະທຳກັບຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2016. ພາບ: ອານຮ໋ຽວ/VNA


ຜູ້ແທນຊາວໜຸ່ມກຳປູເຈຍ ເຂົ້າຮ່ວມການ ພົບປະແລກປ່ຽນວັດ ທະນະທຳ ກັບຊາວໜຸ່ມອາຊີຕາເວັນອອກ ສ່ຽງໃຕ້ - ຍີ່ປຸ່ນ 2016. ພາບ: ອານຮ໋ຽວ/VNA


ການໂອບກອດກັນສະແດງໃຫ້ເຫັນເຖິງຄວາມໄມຕີຈິດມິດຕະ ພາບ ລະຫວ່າງຊາວໜຸ່ມປະເທດຕ່າງໆ. ພາບ: ອານຮ໋ຽວ/VNA


ປະຊາຊົນນະຄອນໂຮ່ຈີມິນ ຕ້ອນຮັບຊາວໜຸ່ມ ບັນດາ ປະເທດ ເພື່ອນມິດດ້ວຍຄວາມຍິນດີ.ພາບ: ອານຮ໋ຽວ/VNA


ອຳລານະຄອນໂຮ່ຈີມິນ, ບັນດາສະມາຊິກ ເທິງ ກຳປັ່ນ Nippon Maru ສືບຕໍ່ການເດີນທາງ. ພາບ: ອານຮ໋ຽວ/VNA

ຄວາມອາໄລອາວອນ ກ່ອນຈາກ. ພາບ: ອານຮ໋ຽວ/VNA


ຊາວໜຸ່ມ ແລະ ປະຊາຊົນນະຄອນໂຮ່ຈີມິນ ເປັນຈຳນວນ ຫຼວງ ຫຼາຍໄດ້ອອກເຖິງທ່າກຳປັ່ນ ກາດລ໋າຍ ເພື່ອກສົ່ງຄະນະ.    ພາບ: ອານຮ໋ຽວ/VNA


ມີທັງຮອຍຍິ້ມ ແລະ ຢາດນຳ້ຕາ ກ່ອນອຳລາຈາກກັນ. ພາບ: ອານຮ໋ຽວ/VNA


ກຳປັ່ນ Nippon Maru ສືບຕໍ່ ການເດີນທາງເພື່ອ ປະຕິບັດ ໜ້າທີ່ ໃນການຜູກໄມຕີຈິດ ມິດຕະພາບຂອງຕົນ.  ພາບ: ອານຮ໋ຽວ/VNA
 
ກ່ອນອອກເດີນທາງ ໃນວັນທີ 13 ຕຸລາ, ຄະນະຜູ້ ແທນ ຫວຽດ ນາມ ທີ່ເຂົ້າຮ່ວມໂຄງການກຳປັ່ນ Nippon Maru ຄັ້ງທີ 43 ປີ 2016 ໄດ້ຮັບກຽດຈາກ ທ່ານ ອວງຈູລືວ, ຮອງປະທານສະພາ ແຫ່ງຊາດ ໃຫ້ການຕ້ອນຮັບ ທີ່ສຳນັກງານສະພາແຫ່ງຊາດ.

ໃນການຕ້ອນຮັບ, ທ່ານ ຮອງປະທານ ສະພາແຫ່ງຊາດ ອວງຈູ ລືວ ໄດ້ຕີລາຄາສູງ ຕໍ່ສູນກາງຊາວໜຸ່ມ ກອມມູນິດໂຮ່ຈີມິນ, ຄະ ນະກຳມະການແຫ່ງຊາດ ວ່າດ້ວຍ ຊາວໜຸ່ມຫວຽດນາມ ໄດ້ປະ ສານສົມທົບກັບ ລັດຖະບານຍີ່ປຸ່ນ ແລະ ບັນດາປະເທດອາຊຽນ ຈັດຕັ້ງລາຍການຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຂຶ້ນ ແລະ ແຕ່ງຕັ້ງ ຄະນະຜູ້ແທນເຂົ້າຮ່ວມຕະຫຼອດໄລຍະ 20 ປີ ຜ່ານມາ. ທ່ານ ຮອງປະທານ ສະພາແຫ່ງຊາດ ໄດ້ຮຽກຮ້ອງ ໃຫ້ ຊາວໜຸ່ມ ແຕ່ລະຄົນຈົ່ງປະຕິບັດ ເປັນຢ່າງດີ ພາລະໜ້າທີ່ ຂອງ ຕົນ ໃນຖານະເປັນນັກການທູດ ຊາວໜຸ່ມມິດຕະພາບ.

ໂຄງການນີ້ເປັນໂອກາດ ໃຫ້ຊາວໜຸ່ມຫວຽດນາມ ໄດ້ຮຽນຮູ້ ການພົບປະສັງສັນ ກັບບັນດາເພື່ອນມິດໃນພາກພື້ນ ກໍຄືໂຄສະ ນາເຜີຍແຜ່ ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ທີ່ ສວຍງາມ, ຂະຫຍັນຂັນແຂງ ແລະ ຮັກສັນຕິພາບ ເພື່ອໃຫ້ ເພື່ອນມິດ ໃນ ພາກພື້ນ ໄດ້ເຂົ້າໃຈ ກ່ຽວກັບຫວຽດນາມ ຫລາຍ ຂຶ້ນ.



ໂຄງການກຳປັ່ນ Nippon Maru ເປັນໂຄງການຮ່ວມມື ລະ ຫວ່າງ ລັດຖະບານ 10 ປະເທດ ອາຊຽນ ແລະ ຍີ່ປຸ່ນ ແນໃສ່ ເພີ່ມທະວີການພົວພັນ ພົບປະສັງສັນ, ໄມຕີຈິດມິດຕະພາບ ລະ ຫວ່າງ ຊາວໜຸ່ມປະເທດ ອາຊຽນ ແລະ ຍີ່ປຸ່ນ. ໂຄງການນີ້ໄດ້ ເລີ່ມຂຶ້ນແຕ່ປີ 1974 ແລະ  ຫວຽດນາມ ເປັນສະມາຊິກ ຂອງ ໂຄງການນີ້ ແຕ່ປີ 1995 ມາຮອດ ປັດຈຸບັນ ແລະ ເປັນສະມາ ຊິກ ທີ່ຂະຫຍັນຂັນແຂງ. 

 

ປະຕິບັດໂດຍ: VNA/VNP

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top