• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ຄວາມນິຍົມຫຼິ້ນປືນກິລາຂອງຊາວ ໄຊງ່ອນ

ເຖິງວ່າ ປະເພດຍິງປືນກິລາ ຫາກໍ່ພັດທະນາຢູ່ ໄຊງ່ອນ ໄດ້ 2-3 ປີຜ່ານມາ, ແຕ່ໄດ້ຮັບຄວາມນິຍົມຫຼິ້ນຂອງໄວໜຸ່ມ ນັບເປັນຈຳນວນຫຼວງຫຼາຍ. ນີ້ເປັນກິລາປະເພດໜຶ່ງ ທີ່ແປກໃໝ່, ຈັບໃຈຜູ້ຄົນທີ່ມາເຂົ້າຮ່ວມ.  
ນອນຢູ່ເຮືອນເລກທີ 25 ຫງວຽນບິງຄຽມ, ບ້ານ ເບັນແງ, ເມືອງ 1, ນະຄອນ ໂຮ່ຈີມິນ, ສະໂມສອນຍິງປືນກິລາ ໄຊງ່ອນ ເປັນໜຶ່ງໃນ ບັນດາຫ້ອງຝຶກຍິງປືນງາມທີ່ສຸດຂອງນະຄອນ ໂຮ່ຈີມິນ. ທີ່ນີ້ ມີຄົນຝຶກແອບການຍິງປືມຕະຫຼອດເວລາຂອງທຸກໆ ວັນໃນອາທິດ. ສຽງລູກປືນແຕກດັງກ້ອງຂຶ້ນ ເຮັດໃຫ້ຜູ້ຢືນຊົມເບິ່ງຢູ່ທາງນອກ ກໍ່ຖືກກະຕຸກຊຸກຊວນ. ຫຼັງຈາກທີ່ສັງເກດແລ້ວ, ພວກຂ້າພະເຈົ້າ ໄດ້ເຫັນວ່າ ຜູ້ຫຼິ້ນມີຄວາມມັກເມົາມົວກັບກິລາປະເພດນີ້ແທ້. ເຂົາເຈົ້າປະຕິບັດຖືກຕາມຈັງຫວະຂອງການຍິງປືນ, ແຕ່ວິທີການ ຂຶ້ນກະສູນເຖິງທ່າຢືນ, ແນປືນ ແລະ ໜ່ຽວໄກປືນເພື່ອຍິງໃຫ້ຖືກ ເປົ້າໝາຍ.
 
ເມື່ອວິຊາຍິງປືນກິລາໄດ້ທາງນະຄອນອະນຸຍາດໃຫ້ເຄື່ອນໄຫວ, ລຸງ ເລຫາຍຫວູ, ອາຍຸ 62 ປີ ຈຶ່ງລົງທຶນກໍ່ສ້າງສະໂມສອນຍິງປືນກິລາ ໄຊງ່ອນ. ລຸງ ຫວູ ເຄີຍເປັນອະດີດທະຫານ ແລະ ມີຄວາມມັກກັບວິຊາຍິງປືນ, ລາວກໍ່ເປັນອາຈານສອນວິຊາການທະຫານທີ່ໂຮງຮຽນມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ. ແຕ່ລະປີ, ລາວ ແລະ ອະດີດທະຫານຫຼາຍຄົນກໍ່ສ້າງໄດ້ນັກສຶກສາຍິງປືນນັບເປັນ ຈຳນວນຫຼາຍໝື່ນຄົນ, ສ່ວນຫຼາຍແມ່ນປະຕິບັດການຍິງປືນກິລາ.


ຫຼາຍຄົນມາຫຼິ້ນຢູ່ສະໂມສອນຍິງປືນກິລາ ໄຊງ່ອນ. 

ປືນກິລາຂອງ ສ.ເຊັກ.

ກະສູນສຳລັບໃຫ້ປືນກິລາ.

ເປົ້າລູກປື້ນ.

ກວດກາ ແລະ ບົວລະບັດປືນ.

ຂົງເຂດຝຶກຍິງປືນ ໄດ້ຈັດວາງຄ້າຍຄືໂຮງແຂ່ງຂັນຍິງປືນທີ່ຫຍໍ້ເຂົ້າ.

ການຍິງປືນຝຶກແອບໃຫ້ໄວໜຸ່ມຄວາມອົດທົນ, ຄວາມຕັ້ງໝັ້ນ, ໃຈເຢັນ ແລະ ຄວາມໝັ້ນໃຈ.

ໄວໜຸ່ມຄົນໜຶ່ງປະຕິບັດວິທີໃສ່ລູກປືນຢ່າງຊຳນິຊຳນານ.

ຜູ້ຫຼິ້ນຄົນໜຶ່ງກຳລັງຄິດວິທີການແນປືນຂອງຕົນ.

ຍິງສາວຄົນໜຶ່ງສະແດງຄວາມເປັນອາຊີບໃນເວລາຍິງປືນ.

ລະບົບເຊືອກດຶງຊ່ວຍກວດກາຜົນງານການຍິງປຶນໄດ້ໄວ. 

ດີໃຈກັບຜົນງານດີຂອງການຍິງປືນ.

ການຫຼິ້ນປືນກິລາ ນັບມື້ນັບຈັບໃຈໂລກໄວໜຸ່ມຂອງ ໄຊງ່ອນ.
ສະໂມສອນຍິງປືນກິລາ ໄຊງ່ອນ ເຄື່ອນໄຫວໃນໜຶ່ງປີຜ່ານມາ ແລະມີໄວໜຸ່ມໝາຍຄົນມາຫຼິ້ນກິລາປະເພດນີ້ ນັບມື້ນັບຫຼາຍຂຶ້ນ. ດ້ວຍ 20.000 ດົ່ງຕໍ່ຖ້ຽວໜຶ່ງຍິງກະສູນ 10 ລູກ, ຜູ້ຫຼິ້ນຈະໄດ້ສະແດງ ຄວາມມັກເມົາມົວກັບປະເພດກິລາຍິງປືນຂອງຕົນ.
 
ຍິງປືນເປັນປະເພດກິລາ ບໍ່ຈຳແນກຜູ້ເຖົ້າ ຫຼືໄວໜຸ່ມ, ຜູ້ຊາຍ ຫຼື ຜູ້ຍິງ, ພຽງແຕ່ຮູ້ເຕັກນິກການຍິງປືນກໍ່ສາມາດຫຼິ້ນໄດ້ແລ້ວ. ນາງ ເລທິຕິງ, ສະມາຊິກຂອງສະໂມສອນໃຫ້ຮູ້ວ່າ: “ການຍິງປືນສອນໃຫ້ ເຮົາຄວາມອົດທົນ, ຄວາມຕັ້ງໝັ້ນ, ໃຈເຢັນ ແລະ ຄວາມໝັ້ນໃຈ. ນັ້ນແມ່ນຄຸນສົມບັດທີ່ຈຳເປັນຂອງໄວໜຸ່ມ. ເຮົາເຫັນສິ່ງດັ່ງກ່າວໄດ້ ຢ່າງຊັດເຈນເມື່ອແນປືນໃສ່ເປົ້າໝາຍ”.
 
ສະໂມສອນຍິງປືນກິລາ ໄຊງ່ອນ ເຄື່ອນໄວແບບບໍ່ມີກຳໄລ, ລາຍຮັບເກັບມາໄດ້ນຳໃຊ້ເພື່ອກໍ່ສ້າງນັກຍິງປືນໜຸ່ມທີ່ມີພອນສະຫວັນເພື່ອສະໜອງນັກຍິງປືນໃຫ້ແກ່ນະຄອນ. ນອກຈາກນັ້ນ, ນີ້ກໍ່ເປັນບ່ອນ ຈັບຕັ້ງການແຂ່ງຂັນຍິງປຶນກິລາຫຼາຍຄັ້ງ ແລະ ເປັນບ່ອນພົບປະ ສ້າງສັນຂອງຜູ້ທີ່ມີຄວາມມັກກັບປະເພດຍິງປຶນກິລາອີກດ້ວຍ.
ບົດ: ຫງວຽນແອງ - ພາບ: ຫງວຽນລວນ 

bichlien

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ຫວຽດນາມ ເປັນເຈົ້າພາບ ຈັດການແຂ່ງຂັນ ເຈັດສກີ ມືອາຊີບ ສາກົນ ຄັ້ງທຳອິດ

ແມ່ນຈຸດໝາຍປາຍທາງແຫ່ງໃໝ່ ໃນປະຫວັດສາດ ຂອງ ການແຂ່ງຂັນ ເຈັດສກີ ມືອາຊີບສາກົນ (UIM F1H2O World Championship), ແຂວງ ບິ່ງດິ້ງ ໄດ້ເສີມຂະຫຍາຍ ຢ່າງມີປະສິດທິຜົນ ທຸກແຫຼ່ງກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນ ເພື່ອແນໃສ່ ໂຄສະນາພາບພົດທີ່ສວຍງາມ ແລະ ຕັ້ງໜ້າອອກສູ່ສາຍຕາຊາວໂລກ.

Top