• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ຄວາມຊົງຈຳຄາວເຍົາໄວ ເທິງຖະໜົນຄົນຍ່າງ

ກຳຢາຍ , ດຶງເຊືອກ, ເຕັ້ນເຊືອກ… ເປັນການ ລະຫຼິ້ນພື້ນ ເມືອງທີ່ຄິດວ່າ ຖືກສູນຫາຍໄປແລ້ວ, ແຕ່ມັນກຳລັງໄດ້ ສ້າງ ຂຶ້ນໃໝ່ຢ່າງມີຊີ ວິດຊີ ວາ ຢູ່ໃຈກາງຂອງຖະໜົນຄົນຍ່າງ ບໍລິເວນໜອງ ຮວ່ານ ກຽມ, ຮ່າໂນ້ຍ. 
9 ໂມງເຊົ້າວັນອາທິດ, ຂ້າພະເຈົ້າຄ່ອຍໆ ຍ່າງເທິງຖະໜົນ ດິງຕຽນຮວ່າງ ດ້ວຍຄວາມຮູ້ສຶກແປກປະຫຼາດ. ຂ້າພະເຈົ້າແວ່ມາຫຼິ້ນຢູ່ຕໍ່ໜ້າຫໍ ຫງອກເຊີນ, ບ່ອນຈັດຕັ້ງບັນດາ ການ ຫຼິ້ນພື້ນເມືອງ. ບໍ່ມີສະພາບລົດຕິດຕາມທ້ອງຖະໜົນ ອີກ ແລ້ວ, ເຮັດໃຫ້ບັນຍາກາດທີ່ນີ້ງຽບສະຫງົບ ຄືໄດ້ເປີດ ກວ້າງ ຂຶ້ນຕື່ມ.

ການຫຼິ້ນຢູ່ທີ່ນີ້ ດຶງດູດຜູ້ເຂົ້າຮ່ວມທຸກໄວ. ສະຖານທີ່ກວ້າງ ກວ່າໝູ່ໄດ້ໄວ້ເປັນບ່ອນຈັດການຫຼິ້ນ ພື້ນເມືອງ ກຳຢາຍ. ຕາກາໂລ ກຳຢາຍ ກວ່າ 20 ຊຸດໄດ້ຈັດຢູ່ທ້ອງຖະໜົນ. ຜູ້ ຫຼິ້ນເບື້ອງໜຶ່ງອາດຈະແມ່ນພໍ່ ຫຼື ແມ່, ເບື້ອງໜຶ່ງແມ່ນ ພວກ ເດັກນ້ອຍ. ຫຼັກການຫຼິ້ິນກໍຄືສະໄໝກ່ອນ, ປະຈຸບັນຕ່າງຢູ່ ບ່ອນວ່າ ນີ້ບໍ່ແມ່ນການແຂ່ງຂັນເພື່ອເອົາຊະນະ, ເວລາຫຼິ້ນ ສ່ວນຫຼາຍຜູ້ເປັນພໍ່, ເປັນແມ່ ສອນໃຫ້ລູກຂອງຕົນ ວິທີການ ຫຼິ້ນ ກຳຢາຍ ຄືແນວໃດ ແລະ ໃຫ້ເຂົາເຈົ້າຮູ້ສຶກໄດ້ ເຖິງ ຕອນ ເຍົາໄວຂອງພໍ່-ແມ່ ທີ່ເຄີຍຜ່ານຜ່າຄືແນວໃດ.

ໃນບັນດາການຫຼິ້ນພື້ນເມືອງ ທີ່ຄຶກຄັກ ທີ່ຈັດຂຶ້ນຢູ່ທີ່ນີ້ມີ ການ ເຂົ້າ ຮ່ວມ ຂອງ ບັນດາໄວໜຸ່ມ ທີ່ມີບັດຕິດ ໃສ່ເສື້ອ ວ່າ “MyHanoi”. ເຂົາເຈົ້າເປັນຜູ້ຈັດຕັ້ງທິມດຶງເຊືອກ,  ເປັນ ກອງເຊຍ, ທັງເປັນຜູ້ແນະນຳເດັກນ້ອຍ, ນັກທ່ອງທ່ຽວ ຮູ້ ເຖິງວິທີການປັ້ນຕໍ່ແຮ (ຮູບສັດທີ່ປັ້ນດ້ວຍແປ້ງສຸກນາໆ ສີ). 

ການຫຼິ້ນພື້ນເມືອງໄດ້ຈັດຂຶ້ນເທິງຖະໜົນ ດິງຕຽນຮວ່າງ
ຢູ່ຕໍ່ໜ້າຫໍ ຫງອກເຊີນໂດຍສະມາຊິກ ຂອງສະໂມ ສອນ “MyHanoi”.



ການຫຼິ້ນພື້ນເມືອງດຶງດູດ ປະຊາຊົນທຸກໆ ໄວອາຍຸ ເຂົ້າ ຮ່ວມໃນໄລຍະທ້າຍອາທິດຢ່າງຫຼວງຫຼາຍ.  


ການຫຼິ້ນ ກຳຢາຍ ໄດ້ຈັດຂຶ້ນຢູ່ທ້ອງຖະໜົນ. 


ແມ່ ກຳລັງແນະນຳວິທີຫຼິ້ນ ກຳຢາຍ ໃຫ້ລູກສາວ. 


ສະມາຊິກຄົນໜຶ່ງຂອງສະໂມສອນ “MyHanoi” ກຳ ລັງ
ແນະນຳວິທີຫຼິ້ນ ກຳຢາຍ ໃຫ້ນັກທ່ອງທ່ຽວຕ່າງ ປະເທດ.



ບັນດານ້ອງນ້ອຍຮູ້ສຶກປະທັບໃຈຕໍ່ໜ້າກາກຫຼາຍໜ່ວຍ
ຂອງສະໂມສອນ “MyHanoi”.



ພໍ່ເຖົ້າແມ່ເຖົ້າ ກຳລັງແນະນຳວິທີເລືອກ ຕໍ່ແຮ ໃຫ້ຫຼານ.


ນັກສະແດງຂີ່ໄມ້ໂຢກເຢກຕ່າງປະເທດ ກຳລັງລອງຫຼິ້ນ ການຂີ່ໄມ້ໂຢກເຢກຂອງ ຫວຽດນາມ. 


ເວລາທີ່ມ່ວນຊື່ນຂອງພວກເດັກນ້ອຍເມື່ອໄດ້ເຂົ້າຮ່ວມ
ໃນບັນດາການຫຼິ້ນພື້ນເມືອງກັບພໍ່ແມ່. 



ນັກທ່ອງທ່ຽວຕ່າງປະເທດ ເຂົ້າຮ່ວມໃນການລະຫຼິ້ນ ດຶງ ເຊືອກຢູ່ທ້ອງຖະໜົນ. 


ການຫຼິ້ນພື້ນເມືອງ ນຳຄວາມເບີກບານມ່ວນຊື່ນມາໃຫ້ ພວກເດັກນ້ອຍ.


ບັນດາຖະໜົນເຕັມໄປດ້ວຍສຽງຫົວຂອງເດັກນ້ອຍທີ່ ເຂົ້າ ຮ່ວມການຫຼິ້ນພື້ນເມືອງ.

ນາງ ມາຍແອ໋ງ, ນັກສຶກສາສະຖາບັນການຕ່າງປະເທດ ຫວຽດນາມ, ສະມາຊິກສະໂມສອນ “MyHanoi” ໃຫ້ຮູ້ວ່າ “ພວກຂ້າພະເຈົ້າຜູ້ລະວຽກ ເຖິງວ່າ ຫຍຸ້ງກັບການ ຈັດຕັ້ງ ການຫຼິ້ນພື້ນເມືອງ, ແຕ່ຜູ້ໃດກໍ່ຮູ້ສຶກມ່ວນ, ດີໃຈຍ້ອນພວກ ຂ້າພະເຈົ້າເປັນຄົນຮັກ ຮ່າໂນ້ຍ, ຮັກຄວາມ ສວຍງາມທີ່ ພວມກາຍເປັນຄວາມຊົງຈຳຂອງຫຼາຍໆ ຄົນ”.
 
ນາງ ມາຍແອ໋ງ ຍັງໃຫ້ຮູ້ອີກວ່າ ນັບຕັ້ງແຕ່ຖະໜົນຄົນຍ່າງ ໄດ້ສ້າງຕັ້ງຂຶ້ນ (1/9/2016), ຄະນະກຳມະການປົກ ຄອງ ປະຊາຊົນ ເມືອງ ຮວ່ານກຽມ ໄດ້ຈົ່ງສະຖານທີ່ໜຶ່ງທີ່ກວ້າງ ຂວາງ, ສວຍງາມເພື່ອເປັນບ່ອນການ ຫຼິ້ນພື້ນເມືອງ. ທຳອິດ ເບິ່ງຄືວ່າ ງ່າຍ, ແຕ່ເພື່ອຈັດການເຄື່ອນໄຫວ ເປັນປະ ຈຳ ແມ່ນບໍ່ ງ່າຍ. ເງິນທີ່ນຳໃຊ້ເພື່ອການເຄື່ອນໄຫວ ຂອງ ສະ ໂມສອນ ສ່ວນຫຼາຍແມ່ນເງິນບໍລິຈາກຂອງບັນດາສະມາ ຊິກ.​
 
ເພື່ອຈັດຕັ້ງ ແລະ ຮັກສາການເຄື່ອນໄຫວໃນວັນທ້າຍອາ ທິດ, ສະມາຊິກກວ່າ 50 ຄົນຂອງ “MyHanoi” ໄດ້ແບ່ງເປັນແຕ່ລະກຸ່ມເພື່ອແນະນຳ ແລະ ຊົມເຊຍຜູ້ມາຫຼິ້ນ. ນອກ ຈາກການເຄື່ອນໄຫວເປັນປະຈຳແລ້ວ, ໃນໂອກາດບຸນ ໄຫວ້ພະຈັນ,​ ທາງສະໂມສອນໄດ້ຈັດຕັ້ງການຫຼິ້ນ ພິເສດຄື: ຕີກອງ, ແຫ່ໂຄມໄຟຮູບດວງດາວ. ນາງ ມາຍແອ໋ງ ໃຫ້ຮູ້ວ່າ “ຫຍຸ້ງຍາກຄືແນວນັ້ນ, ແຕ່ພວກຂະເຈົ້າຮູ້ສຶກ ດີ ໃຈ ຍ້ອນ ໄດ້ ຮັບການສະໜັບສະໜູນຂອງທຸກໆຄົນ”.
 
ປະຈຸບັນ, ເມື່ອຍ່າງຫຼິ້ນຢູ່ຖະໜົນຄົນຍ່າງໃນທ້າຍອາທິດ, ທັງເດັກນ້ອຍ ແລະ ຜູ້ໃຫຍ່ ຈະໄດ້ເຂົ້າຮ່ວມໃນບັນຍາກາດ ຂອງການຫຼິ້ນພື້ນເມືອງ. ພາພວກເດັກນ້ອຍກັບໄປຫາ ຄວາມ ຊົງຈຳຄາວເຍົາໄວຂອງພໍ່ແມ່ເພື່ອປະກອບສ່ວນ ປົກປັກຮັກ ສາບັນດາມູນມໍລະດົກວັດທະນະທຳ  ຜ່ານ ການ ຫຼິ້ນພື້ນເມືອງແມ່ນເປົ້າໝາຍ ທີ່ “MyHanoi”. 


ແຜນທີ່ແນະນຳເສັ້ນທາງຍ່າງອ້ອມບໍລິເວນໜອງເກືອມ. ເອກະສານປະກອບ: VNA

ປະຕິບັດໂດຍ: ຫວຽດເກື່ອງ

 
 

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top