• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຂຶ້ນດ່າລາດ ທົດລອງໃຊ້ເຮືອນພັກຕະຄອງ

Dalat Discovery Home ແມ່ນເຂດພັກຜ່ອນຕາມຕົວແບບເຮືອນຕະຄອງດ້ວຍຫ້ອງນອນ 10 ຫ້ອງ ທີ່ໄດ້ຮັບການອອກ ແບບຢ່າງລະອຽດ, ກະທັດຫັດ ແລະ ສະດວກສະບາຍ ເທິງເນື້ອທີ່ 1.200 ຕະລາງແມັດ ຢູ່ນອກເມືອງ ດ່າລາດ. ເຖິງວ່າ ຫາກໍ່ໄດ້ເປີດນຳໃຊ້ໃນໄລຍະຕົ້ນປີ 2016, ແຕ່ Dalat Discovery Home ໄດ້ດຶງດູດນັກທ່ອງທ່ຽວມາທົດລອງໃຊ້ນັບເປັນຈຳນວນຫຼວງຫຼາຍ.
ເຈົ້າຂອງ ຂອງ Dalat Discovery Home ແມ່ນອ້າຍ ໂງແອງຕວັນ, ນັກວິສາວະກອນ ທັງເປັນຜູ້ນຳທ່ຽວທີ່ເຮັດວຽກ ໃນບໍລິສັດທ່ອງທ່ຽວແຫ່ງໜຶ່ງຢູ່ທ້ອງຖິ່ນ. ອ້າຍ ຕວັນ ໃຫ້ຮູ້ວ່າ ຍ້ອນໄດ້ພານັກທ່ອງທ່ຽວໄປທ່ຽວຊົມ ດ່າລາດ ເປັນເລື້ອຍໆ, ລາວຮັບຮູ້ໄດ້ວ່າ ນັກທ່ອງທ່ຽວຫຼາຍຄົນ, ເປັນຕົ້ນແມ່ນ ລຸ້ນໄວໜຸ່ມມີຄວາມຕ້ອງການໄດ້ນຳໃຊ້ບັນດາບໍລິການຕ່າງໆທີ່ແປກໃໝ່. ລາວຈຶ່ງໄປຊອກຫາຂໍ້ມູນຜ່ານທາງອິນເຕີເນັດ, ຮຽນຕາມບັນດາຕົວແບບໂຮງແຮມທີ່ມີ່ຈຸດພິເສດສະເພາະຂອງບັນດາປະເທດໃນໂລກ ແລະ ອີງໃສ່ປະສົບການຂອງຕົນ ເພື່ອກໍ່ສ້າງຂຶ້ນເຂດພັກຜ່ອນ Dalat Discovery Home.
 
ບັນດາຫ້ອງນອນຂອງ Dalat Discovery Home ໄດ້ອອກແບບຕາມຮູບຕະຄອງທີ່ຍິ່ງໃຫຍ່, ທາງໃນແມ່ນຫ້ອງນອນນ້ອຍແຕ່ມີເຄື່ອງໃຊ້ຢ່າງຄົບຖ້ວນ. ແຕ່ລະຫ້ອງສາມາດນອນໄດ້ 2-3 ຄົນ, ມີຫ້ອງນຳ້ຕ່າງຫາກ, ມີຝາກັນສຽງດີເພື່ອສ້າງຫວ່າງເວຫາຂອງສ່ວນຕົວໃຫ້ແກ່ນັກທ່ອງທ່ຽວ. 

Dalat Discovery Home ເປັນເຂດພັກຜ່ອນຕາມຕົວແບບເຮືອນຕະຄອງ.


ຫ້ອງໜຶ່ງສາມາດນອນໄດ້ 2-3 ຄົນ.


ທາງໃນມີຫ້ອງນຳ້ຕ່າງຫາກ, ມີຝາກັນສຽງດີເພື່ອສ້າງ ຫວ່າງເວຫາຂອງສ່ວນຕົວໃຫ້ແກ່ນັກທ່ອງທ່ຽວ.


ຂັ້ນໄດຂຶ້ນເຮືອນພັກໄດ້ນຳໃຊ້ຢາງລົດເກົ່າ.


ທາງໜ້າຂອງເຮືອນພັກແມ່ນເຂດພູດອຍ ແລະ ເດີ່ນຫຍ້າ ທຳມະຊາດ, ເປັນບ່ອນເຕົ້າໂຮມ, ຫຼິ້ນກິນຂອງນັກທ່ອງທ່ຽວ.


ເຖິງວ່າ ເຂດນອນພັກຜ່ອນແມ່ນນ້ອຍ ແຕ່ເຕັມໄປດ້ວຍຄວາມອົບອຸ່ນ. 


ຫວ່າງເວຫາທີ່ປອດໂປ່ງ, ສະຫງຽບຫງົບ ແລະ ເພີນຈິດ ແມ່ນເປົ້າໝາຍຂອງ Dalat Discovery Home.


ທາງນອກຂອງເຮືອນພັກໄດ້ປະດັບປະດາບັນດາລວດລາຍທີ່ມີສີສັນຈັບຕາ.


ມາຍັງ Dalat Discovery Home ແລະ ນອນພັກຜ່ອນໃນ
ເຮືອນພັກຕະຄອງ, ນັກທ່ອງທ່ຽວຈະຮູ້ສຶກຄືກຳລັງໄປຄົ້ນຫາ ຫວ່າງເວຫາໜຶ່ງທີ່ແປກປະຫຼາດ. 



Dalat Discovery Home ທັງເປັນເຮືອນພັກນ້ອຍ, ທັງເປັນແຫຼ່ງທ່ອງທ່ຽວທີ່ປະທັບໃຈສຳນັບນັກທ່ອງທ່ຽວ
ເມື່ອມາຍັງ ດ່າລາດ. 

ທາງນອກຂອງເຮືອນພັກໄດ້ປະດັບປະດາບັນດາລວດລາຍທີ່ມີສີສັນຈັບຕາ. ທາງໜ້າຂອງເຮືອນພັກແມ່ນເຂດພູດອຍ ແລະ ເດີ່ນຫຍ້າທຳມະຊາດ, ເປັນບ່ອນເຕົ້າໂຮມ, ຫຼິ້ນກິນຂອງ ນັກທ່ອງທ່ຽວ. ມາຍັງ Dalat Discovery Home ແລະ ນອນພັກຜ່ອນໃນເຮືອນພັກຕະຄອງ, ນັກທ່ອງທ່ຽວຈະຮູ້ສຶກຄືກຳລັງໄປຄົ້ນຫາ ຫວ່າງເວຫາໜຶ່ງທີ່ແປກປະຫຼາດ. ເຂດພັກຜ່ອນແຫ່ງນີ້ ຍັງມີ ລະບົບເຮືອນຄົວຕ່າງຫາກ, ສາມາດຈັດງານລ້ຽງຢູ່ກາງແຈ້ງ ເພື່ອຮັບໃຊ້ໃຫ້ນັກທ່ອງທ່ຽວ, ຫຼື ນັກທ່ອງທ່ຽວສາມາດເຂົ້າມາຄົວກິນເອງ. ຕູບສອງຫຼັງ ແລະ ເຮືອນຫຼັງໜຶ່ງທີ່ເຮັດດ້ວຍໝາກ ປຸມເປົ່າ ຕັ້ງຢຢູ່ເດີ່ນຫຍ້າ ຈະເປັນບ່ອນທີ່ໜ້າປະທັບໃຈ ເພື່ອໃຫ້ນັກທ່ອງທ່ຽວເຂົ້ານອນເບິ່ງດາວ ແລະ ຊົມເບິ່ງຄວາມສວຍສົດງົດງາມຂອງ ດ່າລາດ ໃນຍາມຄຳ່ຄືນ.
 
ນາງ ຮວ່າຍອານ, ນັກທ່ອງທ່ຽວມາຈາກນະຄອນ ເກີນເທີ ໄດ້ມານອນສອງຄືນຢູ່ Dalat Discovery Home ນຳເພື່ອນ ຂອງຕົນ 8 ຄົນ ໃຫ້ຮູ້ວ່າ: “ນອນໃນຫ້ອງນອນຕະຄອງມີຄວາມຮູ້ສຶກທັງອົບອຸ່ນທັງປະທັບໃຈອີກດ້ວຍ”. ຕອນຄຳ່, ນາງ ຮວ່າຍອານ ພ້ອມເພື່ອນຂອງຕົນໄດ້ຕັ້ງຄ້າຍ ແລະ ພາກັນຫຼິ້ນກິນຢ່າງມ່ວນຊື່ນ…ບັນຍາກາດດັ່ງກ່າວໄດ້ເຮັດໃຫ້ອາກາດໜາວຢູ່ ດ່າລາດ ໃນຍາມຄຳ່ຄືນ ຄ່ອຍໆ ຫາຍໄປ. 
ບົດ: ເຊີນເຫງ້ຍ - ພາບ: ຫງວຽນລວນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top