• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂັບເພງຊາດກ່ອນທີ່ໄປຫາປາຢູ່ເຂດໝູ່ເກາະຮ່ວາງຊາ


(ພາບປະກອບ)

      ສຳລັບ​ຊາວ​ປະມົງ​ແລ້ວ, ຮ່ວາງ​ຊາ​ ແມ່ນ​ເຂດ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ. ​ໃນ​ຊຸມ​ມື້​ຕົ້ນ​ລະດູບານ​ໃໝ່, ບັນດາ​ຊາວ​ປະມົງ​​ໄດ້​ອອກ​ທະ​ເລ​ໄປ​ຫາ​ປາ​ຢູ່​ເຂດ​ໝູ່​ເກາະ ຮ່ວາງ​ຊາ, ດ້ວຍ​ຄວາມ​ຫວັງ​ວ່າ, ການ​ຫາ​ປາ​ໃນ​ປີ​ລະກາ​ນີ້​ຈະ​ຮັບ​ຜົນ​ດີ​ທີ່​ສຸດ. ນັບ​ແຕ່​ຮຸ່ງ​ເຊົ້າ​ວັນ​ທີ 4/2, ກຳ່​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ທີ່​ປະດັບ​ປະດາ​ທຸງ​ແດງ​ດາວ​ເຫຼືອງ, ປ້າຍ​ຄຳ​ຂວັນ​ຢ່າງ​ສວຍ​ງາມຂອງ​ຊາວ​ປະມົງ​ຕາ​ແສງ ບິ່ງ​ເຈົາ, ​ເມືອງ​ບິ່ງ​ເຊີນ, ​ແຂວງ ກວາງ​ຫງາຍ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ປາກ​ທະ​ເລ ຊາ​ກີ່ ​ເພື່ອ​ເຂົ້າ​ຮ່ວມ​ພິທີ​ເດີນທາງ​​ໄປ​ຫາ​ປາ​ຢູ່​ທະ​ເລຍາມ​ຕົ້ນ​ປີ. ບັນດາ​ເຈົ້າ​ຂອງ​ກຳ່​ປັ່ນ​ຢືນ​ກົງ​ໃຕ້​ຄັນ​ທຸງ​ສີ​ແດງ​ດາວ​ເຫຼືອງ​ພ້ອມກັນ​ຂັບ​ເພງ​ຊາດ. ຊາວ​ປະມົງ ຫງວຽນ​ຊິງ​ແບ່ງ, ​ເຈົ້ຂອງ​ກຳ່​ປັ່ນ​ຫາ​ປາ​ໝາຍ​ເລກ QNg-90396 TS, ​ແບ່ງປັນ​ວ່າ:
        “ບົດ​ເພງ​ຊາດ​ໄດ້​ສ້າງ​ກຳລັງ​ໜູນ​ໃຫ້​ສະມາຊິກ​ແຕ່ລະຄົນ​ໃນ​ສະມາ​ຊີບ​ຫາ​ປາ. ​​ແຕ່ລະ​ເທື່ອເມື່ອ​ອອກ​​ໄປທະ​ເລຫາ​ປາ​ຢູ່​ເຂດ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ກຳ່​ປັ່ນ​ຂອງ​ພວກ​ຂ້າພະ​ເຈົ້າ​ກໍ່​ລ້ວນ​ແຕ່ປັກ​ທຸງຊາດ. ພວກ​ຂ້າພະ​ເຈົ້າ​ແມ່ນ​ບັນດາ​ຜູ້​ສືບ​ທອດ​ພາລະກິດ​ຂອງ​ບັນພະບຸລຸດ ​ໄປ​ຂຸດ​ຄົ້ນ, ຫາ​ປາ​ຢູ່​ເຂດ​ທະ​ເລ​ທີ່​ເປັນ​ມູນ​ເຊື້ອ​ນັ້ນ​ເພື່ອສ້າງລາຍ​ຮັບ​ໃຫ້​ແກ່​ຄອບຄົວ, ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ບ້ານ​ເກີດ​ເມືອງ​ນອນ, ຮັກສາ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕທະ​ເລ​ເກາະ​ທີ່​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ​“.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top