• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ຂະແໜງເກີບໜັງ ພ້ອມຮອງຮັບ FTA ລຸ້ນໃໝ່

ປະຈຸບັນ, ຫວຽດນາມ ຢູ່ອັນດັບ 3 ຂອງ ໂລກດ້ານສົ່ງ ອອກ ເກີບ ໜັງ ຊຶ່ງມີມູນຄ່າປະມານ 15 ຕື້ ໂດລາສະຫະລັດ ຕໍ່ປີ ແລະ ພວມ ຫັນໄປສູ່ເປົ້າໝາຍເພື່ອບັນລຸ 54 ຕື້ ໂດລາສະຫະລັດ ໃນປີ 2030. ຕາມການ ຕີລາຄາຂອງບັນດາຊ່ຽວຊານດ້ານເສດຖະກິດ ເຫັນວ່າ ຂະ ແໜງເກີບໜັງ ຫວຽດນາມ ຈະໄດ້ຮັບຜົນປະໂຫຍດຍ່າງຫລວງ ຫລາຍ ເມື່ອບັນດາ FTA ລຸ້ນໃໝ່ມີຜົນບັງຄັບໃຊ້ ຢ່າງເປັນທາງ ການ. ສະນັ້ນ, ບັນດາວິສາຫະກິດ ກຳລັງຕັ້ງໜ້າ ກະກຽມຄວາມ ພ້ອມ ໃຫ້ແກ່ການເຂົ້າຮ່ວມໃນຕະຫຼາດທີ່ຍິ່ງ ໃຫຍ່ດັ່ງກ່າວ.
ບາດກ້າວບຸກທະລຸສູ່ຕະຫຼາດ ສ.ອາເມລິກາ
ການຜະລິດເກີບໜັງ ເປັນຂະແໜງອຸດສາຫະກຳ ໜຶ່ງ ທ່ີເປັນມູນ ເຊື້ອ ຂອງ ຫວຽດນາມ, ເໝາະສົມກັບສີມືອັນປານີດ ແລະ ຄ່ອງ ແຄ້ວ ຂອງ ຊາວຫວຽດນາມ.​ ຢູ່ ຫວຽດນາມ ມີໝູ່ບ້ານອາຊີບ ຜະ ລິດເກີບໜັງ ຕາມແບບຫັດຖະກຳຫຼາຍແຫ່ງທີ່ມີ ຊື່ສຽງ ແລະ ມີ ນາຍ ຊ່າງທີ່ມີຊື່ສຽງຫຼາຍຄົນ. ຕົວຢ່າງຢູ່ນະຄອນ ໂຮ່ຈີມິນ ມີໝູ່ ບ້ານຜະລິດເກີບ ເປັນອາຊີບ ທີ່ມີມູນເຊື້ອ ແຫ່ງໜຶ່ງຕັ້ງຢູ່ຄຸ້ມ 4, ມີນາຍຊ່າງ ຄົນໜຶ່ງຊື່ວ່າ ຈິງຫງອກ ເປັນຜູ້ເຄີຍຜະລິດເກີບ ໃຫ້ ກະສັດ ກຳປູເຈຍ ສົມເດັດ ໂນໂຣດົມ ສີຫານຸກ. ປະຈຸບັນ, ຂະ ແໜງ ເກີບໜັງ ຫວຽດນາມ ມີການພັດທະນາຢ່າງເຂັ້ມແຂງ,​ ທົ່ວ ປະເທດມີ ວິສາຫະກິດ ປະມານ 550 ແຫ່ງ, ດຶງດູດ ແຮງງານ ປະມານ 600.000 ຄົນ, ຜະລິດຕະພັນໄດ້ສົ່ງອອກໄປສູ່ກວ່າ 50 ປະເທດ ແລະ ເຂດແຄ້ວນໃນໂລກ.


ຂະແໜງເກີບໜັງ ຫວຽດນາມ ໄດ້ເອົາໃຈໃສ່ການລົງທຶນດ້ານ ເຕັກໂນໂລຊີ
ເພື່ອຍົກສູງປະສິດທິພາບ ການຜະລິດ. ພາບ: ດັ້ງກິມເຟືອງ



ບັນດາວິສາຫະກິດ ກ້າປ່ຽນໃໝ່ເຕັກໂນໂລຊີເພື່ອການເຊື່ອມໂຍງ. ພາບ: ດັ້ງກິມເຟືອງ


ຂະແໜງເກີບໜັງ ເໝາະກັບສີມືອັນປານີດລະອຽດອ່ອນແລະ ຄ່ອງແຄ້ວ ຂອງ ຊາວຫວຽດນາມ. ພາບ: ດັ້ງກິມເຟືອງ


ນາຍຊ່າງ ຫວຽດນາມ ໄດ້ຮັບການຝຶກອົບຮົມຢ່າງມີແບບແຜນ,
ສະນັ້ນ ຄຸນນະພາບຂອງຜະລິດຕະພັນຈິ່ງ ເປັນທີ່ຕ້ອງ ການ ຂອງ ລູກຄ້າ. ພາບ: ດັ້ງກິມເຟືອງ



ຫວຽດນາມ ມີຖັນແຖວກຳມະກອນຢ່າງຫລວງຫລາຍ, ຄ່າແຮງ ງານຖືກ ແລະ ມີສີມືອາຊີບສູງ. ພາບ: ດັ້ງກິມເຟືອງ


ເຄື່ອງຈັກໜີບພື້ນຮອງເກີບ PVC ຂອງບໍລິສັດຜະລິດເກີບ Bita’s. ພາບ: ດັ້ງກິມເຟືອງ


ຕາມການຄາດຄະເນ, ຂະແໜງເກີບໜັງ ຈະໄດ້ຮັບຜົນປະໂຫຍດ
ຢ່າງຫລວງຫລາຍຈາກການເຊັນສັນຍາ FTA ລຸ້ນໃໝ່ຫຼາຍສະບັບ. ພາບ: ດັ້ງກິມເຟືອງ



ບັນດາຜະລິດຕະພັນເກີບ ເປັນໜຶ່ງໃນບັນດາຜະລິດ ຕະພັນສົ່ງ ອອກຕົ້ນຕໍ່ເຂົ້າສູ່ຕະຫຼາດ TPP, ສະຫະພາບເອີລົບ
ແລະ ສະຫະ ພາບ ພາສີ ລັດເຊຍ - ເບລາຣຸດ - ກາຊັກສະຖານ (VCUFTA). ພາບ: ດັ້ງກິມເຟືອງ

ປະຈຸບັນ ຫວຽດນາມ ມີວິສາຫະກິດຜະລິດເກີບໜັງ ກວ່າ 550 ແຫ່ງ, ດຶງດູດແຮງງານໄດ້ກວ່າ 600.000 ຄົນ. ຂະແໜງ ອຸດສາ ຫະກຳເກີບໜັງ ກວມ 8-10% ຍອດມູນຄ່າການສົ່ງອອກ ຂອງ ປະ ເທດໃນປີ. ເປັນສິນຄ້າສົ່ງອອກຕົ້ນຕໍ່ ອັນດັບ 3 ຮອງ ຈາກຕຳແຜ່ນ ຕັດຫຍິບ, ໂທລະສັບລຸ້ນຕ່າງໆ ແລະ ເຄື່ອງອາໄລ່. ມູນ ຄ່າສົ່ງອອກ ໃນປີ 2012 ບັນລຸໄດ້ 8,76 ຕື້ ໂດລາສະຫະລັດ, ປີ 2013 ບັນລຸ ໄດ້ 8,4 ຕື້ ໂດລາສະຫະລັດ, ປີ 2014 ບັນລຸໄດ້ 10,3 ຕື້ ໂດລາ ສະຫະລັດ, ປີ 2015 ບັນລຸໄດ້ 14,88 ຕື້ໂດລາ ສະຫະລັດ ແລະ ຄາດຄະວ່າ ປີ 2016 ນີ້ ຈະບັນລຸ 17 ຕື້ ໂດລາສະຫະລັດ.
ຫວຽດນາມ ເປັນປະເທດມີທ່າແຮງໃນດ້ານຜະລິດເກີບໜັງ ເພື່ອ ສົ່ງອອກ. ໃນ 20 ປີຜ່ານມາ, ດ້ວຍນະໂຍບາຍທີ່ສະດວກ, ຫວຽດ ນາມ ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຈຳນວນ ຫລາຍ ເຂົ້າມາລົງທຶນຜະລິດ ເກີບໜັງ. ມີໂຮງງານຜະລິດຂະ ໜາດໃຫຍ່ ຫຼາຍແຫ່ງໄດ້ນຳ ໃຊ້ເຕັກໂນໂລຊີ ທ່ີທັນສະໄໝ  ຢູ່ບັນ ດາເຂດ ອຸດສາຫະກຳ ທີ່ນະຄອນ ໂຮ່ຈີມິນ, ແຂວງ ບິ່ງເຢືອງ, ດົ່ງນາຍ, ຮາຍຟ່ອງ ແລະ ອື່ນໆ. ພ້ອມ ດຽວກັນ ກໍເຮັດໃຫ້ລາຍ ຮັບ ແລະ  ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບສູງຂຶ້ນ, ສະນັ້ນ ບັນ ດາວິສາຫະກິດຜະລິດເກີບໜັງ ຈິ່ງໄດ້ລົງທຶນພັດທະນາ ລະ ບົບຮ້ານ ຂາຍເກີບໜັງ, ກະເປົ໋າແບບທັນສະໄໝ ເພື່ອ ຕອບສະ ໜອງ ຄວາມຕ້ອງການຂອງຕະຫຼາດພາຍ ໃນປະເທດ.
 
ຕາມສະມາຄົມເກີບໜັງ-ກະເປົ໋າ ຫວຽດນາມ (Lefaso), ປີ 2015, ການສົ່ງອອກເກີບໜັງ ສູ່ບັນດາຕະຫຼາດສ່ວນຫຼາຍ ເພີ່ມຂຶ້ນ. ໃນ ນັ້ນ ສ.ອາເມລິກາ ເປັນຕະຫຼາດມີມູນຄ່າສົ່ງອອກ ສູງ ກວ່າໝູ່, ກວມ 43% ມູນຄ່າສົ່ງອອກ, ບັນລຸໄດ້ 5,1 ຕື້ ໂດລາ ສະຫະລັດ, ເພີ່ມຂຶ້ນ 50% ເມື່ອທຽບກັບໄລຍະດຽວກັນຂອງປີ 2014; ສະ ຫະ ພາບເອີລົບ ບັນລຸໄດ້ 4,4 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 20%, ກວມ 30% ຍອດມູນຄ່າຂອງການສົ່ງອອກ, ຮອງລົງມາແມ່ນ ຕະ ຫຼາດ ໃນປະເທດຍີ່ປຸ່ນ, ສປ ຈີນ…
 
ແຕ່ກ່ອນ, ສະຫະພາບເອີລົບ ເປັນຕະຫຼາດສົ່ງອອກຕົ້ນຕໍ່ ຂອງ ຂະ ແໜງ ເກີບໜັງ ຫວຽດນາມ, ແຕ່ມາເຖິງປີ 2015, ສ.ອາເມລິ ກາ ກາຍເປັນຕະຫລາດ ອັນດັບໜຶ່ງດ້ວຍດ້ວຍມູນຄ່າ ສົ່ງອອກ ບັນລຸ ໄດ້ກວ່າ 5 ຕື້ ໂດລາສະຫະລັດ, ສະເພາະໄຕມາດໜຶ່ງ ຂອງ ປີນີ້ ບັນລຸໄດ້ 918 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 12%​ ເມື່ອທຽບ ກັບໄລຍະດຽວກັນຂອງປີກາຍ. ສິ່ງດັ່ງກ່າວສະແດງ ໃຫ້ເຫັນວ່າ ສ.ອາເມລິກາ ພວມກາຍເປັນຕະຫຼາດໜຶ່ງທີ່ມີ ຄວາມຫວັງ, ເປັນ ຕົ້ນແມ່ນຫຼັງຈາກຄວາມສຳພັນລະຫວ່າງ ສອງປະເທດໄດ້ຍົກ ລະດັບຂຶ້ນສູ່ຄູ່ຮ່ວມມືຮອບດ້ານ.  


ປະຈຸບັນ, ຜະລິດຕະພັນ ເກີບໜັງ ຄຸນນະພາບສູງຂອງ ຫວຽດ ນາມໄດ້ສົ່ງອອກໄປສູ່ 50 ປະເທດ
ແລະ ເຂດແຄ້ວນຕ່າງໆ​ ໃນໂລກ. ພາບ: ດັ້ງກິມເຟືອງ



ຜະລິດຕະພັນສາຍແອວຄຸນນະພາບສູງຂອງ ຫວຽດນາມ ໄດ້ຮັບ
ຄວາມໄວ້ວາງໃຈຈາກຜູ້ບໍລິໂພກເປັນຈຳນວນຫຼວງ ຫຼາຍ. ພາບ: ດັ້ງກິມເຟືອງ



ຜະລິດຕະພັນເກີບໜັງ ຫວຽດນາມ ໄດ້ວາງຂາຍຢູ່ງານ ວາງສະ ແດງສາກົນກ່ຽວກັບໜັງ,
ເກີບ ແລະ ຜະລິດຕະພັນ ທີ່ຜະລິດ ຈາກ ໜັງ. ພາບ: ດັ້ງກິມເຟືອງ

ຜົນງານການຄົ້ນຄວ້າ ຂອງ ສະຖາບັນຄົ້ນຄວ້າ ເກີບໜັງ ຫວຽດ ນາມ ໃຫ້ຮູ້ວ່າ ສະມາຄົມຂາຍເກີບ ສ.ອາເມລິກາ ໄດ້ສັງ ເກດເຫັນ ວ່າ ທ່າແຮງບົ່ມຊ້ອນໃນການແກ່ງແຍ້ງ ກັນສົ່ງ ອອກ ຂອງຂະແໜງ ເກີບໜັງ ຫວຽດນາມ ແມ່ນສູງ ຍ້ອນມີຄວາມ ໝັ້ນ ຄົງດ້ານເສດ ຖະ ກິດ, ເງິນຕາ, ການເມືອງ ແລະ ສັງຄົມ; ຈຳນວນ ແຮງງານຫຼາຍ, ຄ່າ ແຮງງານຖືກ ແລະ ມີສີມືອາຊີບສູງ, ໃນນີ້ 42,1% ກຳລັງແຮງ ງານ ມີ ອາຍຸຕ່ຳກວ່າ 25 ປີ.
  
ສິ່ງດ່ັງກ່າວສະແດງໃຫ້ເຫັນວ່າ ຕະຫຼາດສົ່ງອອກເກີບໜັງ ຫວຽດ ນາມ ນັບມື້ນັບເປີດກວ້າງຂຶ້ນ ແຕ່ຕະຫຼາດມູນເຊື້ອ ພັດກາຍ ເປັນ ຕະຫຼາດໃໝ່ທີ່ມີທ່າແຮງບົ່ມຊ້ອນຫຼາຍກວ່າ, ເປັນຕົ້ນແມ່ນ ບັນດາ ປະເທດນອນໃນກຸ່ມສັນຍາການຄ້າເສລີ (FTA) ລຸ້ນໃໝ່ ຄືກັບ ສະຫະພາບເອີລົບ ແລະ ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP).
 
ພ້ອມແລ້ວ ກ້າວສູ່ຕະຫຼາດໃຫຍ່
ດ້ວຍເປົ້າໝາຍສູ່ຊົນ ເມື່ອເຖິງປີ 2030, ມູນຄ່າສົ່ງອອກ  ເກີບໜັງ ຂອງ ຫວຽດນາມ ສູງເຖິງ 54 ຕື້ ໂດລາສະຫະລັດ. ເພື່ອບັນລຸເປົ້າ ໝາຍດັ່ງກ່າວ, ຂະແໜງເກີບໜັງ ຫວຽດນາມ ຈະຕ້ອງຮູ້ນຳໃຊ້ ຄວາມສະດວກ ຂອງ FTA ລຸ້ນໃໝ່ທີ່ ຫວຽດນາມ ໄດ້ສຳເລັດການ ເຈລະຈາ ແລະ ກະກຽມເຊັນສັນຍາ.
 
ທ່ານນາງ ຟ້າມທິແທງຊວນ, ເລຂາທິການໃຫຍ່ Lefaso ໃຫ້ຮູ້ວ່າ ຂະແໜງຜະລິດເກີບໜັງ ຈະໄດ້ຮັບຜົນປະໂຫຍດ ຢ່າງຫລວງ ຫລາຍ ເມື່ອ ຫວຽດນາມ ໄດ້ເຂົ້າຮ່ວມ FTA ນີ້. ຕົວຢ່າງ ຄືຕະ ຫຼາດ ສ.ອາເມລິກາ, ເມື່ອຍັງບໍ່ມີ TPP, ມູນຄ່າສົ່ງອອກ ເກີບໜັງ ເຂົ້າສູ່ຕະຫຼາດແຫ່ງນີ້ ເພີ່ມຂຶ້ນ 50%, ກວມອັດຕາສ່ວນ 8,2%. ຖ້າ FTA ມີຜົນບັງຄັບໃຊ້, ພາສີ ແມ່ນ 0% ຈະເປີດໂອກາດຢ່າງຍິ່ງ ໃຫ້ແກ່ຂະແໜງເກີບໜັງ ຢູ່ຕະຫຼາດ ສ.ອາເມລິກາ.​ ສຳລັບສະຫະ ພາບເອີລົບ, ປະຈຸບັນອັດຕາສ່ວນມີພຽງ 11%, ເມື່ອ FTA ມີຜົນ ບັງຄັບໃຊ້, ມູນຄ່າສົ່ງອອກ ເຂົ້າສູ່ຕະຫຼາດແຫ່ງ ນີ້ ກໍ່ຈະເພີ່ມ ສູງ ຂຶ້ນຢ່າງແນ່ນອນ.


ຫຼາຍປີຜ່ານມາ, ທີ່ນະຄອນ ໂຮ່ຈີມິນ ໄດ້ມີຫລາຍ ວິສາຫະກິດ
ລົງທຶນເຂົ້າໃນຂົງເຂດການລ້ຽງສັດເພື່ອມີໜັງຮັບໃຊ້ໃຫ້ແກ່ການ ຜະລິດເກີບໜັງ. ພາບ: ຈ້ອງຈິງ



ລ້ຽງແຂ້ເພື່ອສ້າງແຫຼ່ງວັດຖຸດິບຮັບໃຊ້ໃຫ້ແກ່ການຜະລິດເກີບໜັງ ຫວຽດນາມ.​ ພາບ: ດັ້ງກິມເຟືອງ


ຜະລິດຕະພັນໜັງແຂ້ຂອງບໍລິສັດແຂ້ ຮວ໋າກ່າ ຈຳກັດ. ພາບ: ດັ້ງກິມເຟືອງ


ຜະລິດຕະພັນຈາກໜັງງູເຫຼືອມສຳເລັດຮູບຂອງບໍລິສັດແຂ້ ຮວ໋າກ່າ ຈຳກັດ. ພາບ: ຈ້ອງຈິງ


ເສັ້ນໄໝຫຍິບຮັບໃຊ້ໃຫ້ແກ່ການຫຍິບເກີບຂອງບໍລິສັດຫຸ້ນສ່ວນ
ລົງທຶນ ຖາຍບິ່ງ (TBS Group). ພາບ: ດັ້ງກິມເຟືອງ



ລູກຄ້າຕ່າງປະເທດມາຊອກຮູ້ກ່ຽວກັບໜັງຮັບໃຊ້ເຂົ້າໃນການຜະລິດ
ເກີບໜັງ ທີ່ງານວາງສະແດງສາກົນກ່ຽວກັບໜັງ, ເກີບ ແລະ ຜະລິດ ຕະພັນເຮັດຈາກໜັງຢູ່ ຫວຽດນາມ. ພາບ: ດັ້ງກິມເຟືອງ

ປະຈຸບັນ, ເພື່ອກຽມຄວາມພ້ອມຮອງຮັບ FTA, ບັນດາວິສາຫະ ກິດ ໄດ້ຕັ້ງໜ້າເກັບກຳຂໍ້ມູນຂ່າວສານກ່ຽວກັບ FTA, ດັດແກ້ໂຄງ ປະ ກອບການຜະລິດ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນ ນະ ພາບສູງ, ຊອກຫາກູ້ຢືມທຶນ ທີ່ສະດວກ.
 
ທີ່ນະຄອນ ໂຮ່ຈີມິນ, “ເມືອງຫຼວງ” ຂອງຂະແໜງ ເກີບໜັງຫວຽດ ນາມ, ວິສາຫະກິດ ໃຫຍ່ຫຼາຍແຫ່ງຄື: Biti’s, Bita’s, Vina ເກີບ, ເກີບ ຖາຍບິ່ງ, ເກີບ ໄຊງ່ອນ, ເກີບ ນາມດິ້ງ… ໄດ້ກະກຽມຄວາມ ພ້ອມເຂົ້າສູ່ຕະຫຼາດໃຫຍ່.
 
ຕົວຢ່າງຄື Biti’s, ເຄື່ອງໝາຍການຄ້າລະດັບຊາດ ໄດ້ກຳນົດ ຢ່າງ ຈະແຈ້ງເປົ້າໝາຍຂອງຕົນໃນການເຊື່ອມໂຍງ, ນັ້ນແມ່ນນຳຜະລິດ ຕະພັນເກີບ ຂອງ ຫວຽດນາມ ອອກໄປຍັງຕະຫລາດທົ່ວໂລກ. ເພາະສະນັ້ນ, ຜະລິດຕະພັນຂອງ Biti’s ໄດ້ສົ່ງອອກໄປສູ່ 40 ກວ່າ ປະເທດໃນໂລກ, ໃນນັ້ນ ມີຫຼາຍປະເທດ ທີ່ມີຂະແໜງ ອຸດສາຫະ ກຳຜະລິດເກີບໜັງ ທີ່ພັດທະນາຄື: ອີຕາລີ, ຝຣັ່ງ, ອັງກິດ, ສ.ອາ ເມລິກາ, ລັດເຊຍ, ຍີ່ປຸ່ນ, ເມັກຊິກ ແລະ ອື່ນໆ.
 
Vina ເກີບ ເປັນເຄື່ອງໝາຍການຄ້າໜຶ່ງ ທີ່ມີຊື່ສຽງຂອງ ຫວຽດ ນາມ, ໄດ້ເຂົ້າຮ່ວມໃນຕະຫຼາດເກີບ ນະຄອນ ໂຮ່ຈີມິນ ແຕ່ຊຸມປີ 90. ເປັນຄອບຄົວໜຶ່ງ ມີອາຊີບຜະລິດເກີບ ທີ່ມີມູນເຊື້ອ, Vina ເກີບ ຕັດສິນໃຈລົງທຶນຫັນປ່ຽນໃໝ່ໂຄງ ປະກອບການຜະລິດ ຕາມ ທິດທັນສະໄໝເພື່ອຍາດເອົາຕະຫຼາດພາຍໃນ ແລະ ຕ່າງປະເທດ, ກາຍເປັນສະມາຊິກຂອງສະມາຄົມເກີບ ທີ່ມີກຽດໃນໂລກຄື SATRA ຢູ່ ອັງກິດ ແລະ NSRA ໃນ ສ.ອາເມລິກາ.
 
ຕ່າງກັບບັນດາວິສາຫະກິດ ຜະລິດເກີບໂດຍສະເພາະ, ທ່ານ ໂຕນ ເຖິດຮຶງ, ເຈົ້າຂອງວິສາຫະກິດ ແຂ້ ຮວ໋າກ່າ ໄດ້ເລືອກທິດທາງ ໂດຍສະເພາະເປັນຂອງຕົນເອງ, ນັ້ນກໍຄື ຜະລິດ ບັນດາຜະລິດ ຕະ ພັນ ຫັດຖະກຳສິລະປະ ລະດັບສູງດ້ວຍໜັງແຂ້. ບັນດາຜະລິດຕະ ພັນຄື ກະເປົ໋າເງິນ, ສາຍຮັດແອວ, ກະເປົ໋າ…ແມ່ນເຮັດດ້ວຍ ມື ຢ່າງລະອຽດ, ສວຍງາມບໍ່ຕ່າງຫຍັງເມື່ອທຽບກັບຜະລິດຕະພັນ ທີ່ມີເຄື່ອງໝາຍການຄ້າລາຍໃຫຍ່ໃນຕະຫລາດ ໂລກແຕ່ລາຄາ ຖືກກວ່າ, ສະນັ້ນ ຄວາມສາມາດໃນການແກ່ງແຍ້ງແມ່ນສູງ.

ເຖິງວ່າ ທ່າແຮງບົ່ມຊ້ອນ ແລະ ມີໂອກາດຫລາຍ, ແຕ່ຂະ ແໜງ ເກີບໜັງ ຂອງ ຫວຽດນາມ ກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍ ຫລາຍ ປະການ ເມື່ອເຂົ້າຮ່ວມໃນບັນດາຕະຫຼາດໃຫຍ່. ເພາະ ສະ ນັ້ນ Lefaso ເຫັນວ່າ ຂະແໜງ ເກີບໜັງ ຫວຽດນາມ ຕ້ອງພະຍາ ຍາມ ສົ່ງເສີມໃຫ້ຊາວ ຫວຽດນາມ ນຳໃຊ້ຜະລິດຕະພັນພາຍ ໃນ ປະເທດ ຂຶ້ນສູ່ລະດັບ 60% ເພື່ອຕອບສະໜອງໄດ້ທຸກ ເງື່ອນໄຂ ກ່ຽວ ກັບກົດຂໍ້ບັງຄັບ ຂອງ FTA ທີ່ໄດ້ລົງນາມ, ຈາກນັ້ນ ຈຶ່ງສາ ມາດ ຊ່ວຍຫຼຸດຜ່ອນຄ່າ ໃຊ້ຈ່າຍໃນ ການຂົນສົ່ງ ແລະ ຍົກສູງ ຄວາມເປັນເຈົ້າ ຂອງ ວິສາຫະກິດ ຫວຽດນາມ. 


ລູກຄ້າຕ່າງປະເທດມາຊອກຮູ້ກ່ຽວກັບຜະລິດຕະພັນເກີບໜັງ
ທີ່ມີຄຸນນະພາບສູງຂອງ ຫວຽດນາມ. ພາບ: ດັ້ງກິມເຟືອງ



Biti’s ເປັນໜຶ່ງໃນຫຼາຍເຄື່ອງໝາຍການຄ້າເກີບ ທີ່ມີຊື່ສຽງຂອງ
ຫວຽດນາມ, ຜະລິດຕະພັນໄດ້ມີໜ້າຢູ່ຫຼາຍປະເທດໃນໂລກ. ພາບ: ດັ້ງກິມເຟືອງ



ຮ້ານຂາຍເຄື່ອງຂອງບໍລິສັດ ເກີບ ຖາຍບິ່ງ ທີ່ວາງສະແດງ ແລະ
ແນະນຳຜະລິດຕະພັນຂອງຕົນຢູ່ສູນການຄ້າ Vincom ນະຄອນ
ໂຮ່ຈີມິນ. ພາບ: ດັ້ງກິມເຟືອງ



ລູກຄ້າຕ່າງປະເທດມາຊອກຮູ້ກ່ຽວກັບຜະລິດຕະພັນກະເປົາ
ແລະ ກະເປົາເງິນ ທີ່ເຮັດດ້ວຍໜັງແຂ້ຂອງບໍລິສັດ ແຂ້ ຮວ໋າກ່າ. ພາບ: ດັ້ງກິມເຟືອງ

ກ່ຽວກັບວິໄສທັດໃນໄລຍະຍາວ ແລະ ໝັ້ນຄົງ, ທ່ານນາງ ໂຮ່ທິກີມ ທວາ, ຮອງລັດຖະມົນຕີກະຊວງອຸດສາຫະກຳແລະ ການຄ້າ ຢືນ ຢັນວ່າ ໃນແຜນສັງລວມ ຂອງ ການພັດທະນາ, ຂະແໜງ ເກີບໜັງ ຈະສ້າງເຂດ, ກຸ່ມອຸດສາຫະກຳ ຜະລິດວັດຖຸດິບ ແລະ ແກ້ ໄຂສິ່ງ ແວດລ້ອມແບບມີຈຸດສຸມ; ພ້ອມດຽວກັນ ສ້າງກຸ່ມຜະລິດວັດຖຸດິບ ໂດຍສາເພາະເພື່ອດຶງດູດນັກລົງທຶນ. ນອກຈາກນັ້ນ, ຂະແໜງ ເກີບໜັງ ກໍ່ຈະສ້າງໃໝ່ ແລະ ພັດທະນາ ບັນດາພື້ນຖານ ສ້າງ ຊັບ ພະຍາກອນມະນຸດ, ສູນກາງສົ່ງເສີມການຄ້າ, ສູນກາງ ແຟຊັນ ຢູ່ພາຍໃນ ແລະ ຕ່າງປະເທດ.
 
ອາດເວົ້າໄດ້ວ່າ ມາເຖິງເວລານີ້, ຂະແໜງເກີບໜັງ ຫວຽດນາມ ໄດ້ ມີການກະກຽມຄວາມພ້ອມ ເພື່ອຮອງຮັບ FTA ລຸ້ນໃໝ່ ແລະ ສ້າງ ບາດກ້າວບຸກທະລຸ ໃນນັ້ນມີເປົ້າໝາຍມູນຄ່າ ສົ່ງອອກໃຫ້ໄດ້ 54 ຕື້ ໂດລາສະຫະລັດ ພາຍໃນປີ 2030. 



ຕາມຂໍ້ມູນຂອງ Lefaso, ຫວຽດນາມ ເປັນ 1 ໃນ 4 ປະເທດ ທີ່ ຜະລິດເກີບ ລາຍໃຫຍ່ສຸດຂອງໂລກ, ຮອງຈາກ ສປ ຈີນ, ອິນເດຍ ແລະ ບຣາຊີນ, ເປັນປະເທດສົ່ງອອກ ເກີບລາຍໃຫຍ່ ອັນດັບ 3 ຂອງ ໂລກ, ຮອງຈາກ ສປ ຈີນ ແລະ ອີຕາລີ. ຜະລິດ ຕະພັນເກີບ ຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງ 50 ປະເທດ ແລະເຂດ ແຄ້ວນ ຕ່າງໆ ໃນໂລກ. ທີ່ ສ ອາເມລິກາ, ສະຫະພາບ ເອີຣົບ ແລະ ຍີ່ປຸ່ນ, ເກີບ ຫວຽດນາມ ສືບຕໍ່ໄດ້ຮັບຄວາມນິຍົມ ແລະ ຢືນຢູ່ອັນດັບ 2, ຮອງຈາກ ສປ ຈີນ. 

 
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ ແລະ ຈ້ອງຈິງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top