• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ກຸ່ມບໍລິສັດ ທຽນລອງ

ກຸ່ມບໍລິສັດທຽນລອງໄດ້ຮັບການສ້າງຕັ້ງເມື່ອປີ 1981,  ບໍລິສັດໄດ້ມີບາດກ້າວພັດທະນາທີ່ແຂງແຮງຢ່າງຕໍ່ເນື່ອງມາໂດຍ ຕະຫລອດຈົນມາເຖິງປະຈຸບັນນີ້, ບໍລິສັດຫຸ້ນສ່ວນ ກຸ່ມທຽນລອງ ໄດ້ກາຍເປັນກຸ່ມບໍລິສັດຜະລິດເຄື່ອງໃຊ້ຫ້ອງການ ອັນດັບທີໜຶ່ງຢູ່ ຫວຽດນາມ ບໍ່ພຽງແຕ່ສະໜອງຜະລິດຕະພັນຢູ່ພາຍໃນເທົ່ານັ້ນ, ຍັງສົ່ງອອກໄປ 40 ກວ່າປະເທດໃນໂລກອີກດ້ວຍ.
ເມື່ອ​ຫາ​ກໍ່​​ສ້າງ​ຕັ້ງຂຶ້ນ​ໃຫ່​ມ, ທຽນ​ລອງ ມີ​ພຽງ​ພື້ນຖານ​ການ​ຜະລິດ​ຂະໜາດ​ນ້ອຍ​ຢູ່​ທີ່​ຄຸ້ມ 6, ນະຄອນ​ ​ໂຮ່ຈີ​ມິນ. ​​ຕອນນັ້ນ  ຜູ້​ຊົມ​ໃຊ້​ຮູ້​ ທຽນລອງມີ​ແຕ່​ບິກ​ຂຽນ​ຍີ່​ຫໍ້​ທຽນ​ລອງ ​ເທົ່າ​ນັ້ນ. ມາ​ເຖິງ​ປີ 2008, ທຽນ​ລອງ ​ໄດ້​ລົງທຶນ​ກໍ່ສ້າງ​ເພີ່ມໂຮງງານ ທຽນ​ລອງ-​ລອງ​ແທ່ງ (ດົ່ງ​ນາຍ) ​ແລະ ລົງທຶນ​ຍົກ​ລະດັບ​ປັບ​ປຸງ​ໂຮງ ງານ​ຂອງ​ຕົນ​ຢ່າງ​ຄົບ​ຊຸດດ້ວຍ​ລະບົບ​ເຄື່ອງ​ຈັກ​​ທີ່ທັນ​ສະ​​ໄໝ​ຂອງໂລກ. ​ພ້ອມ​ທັງ​ກຳນົດ​ທິດທາງການ ​ຜະລິດ​ແມ່ນ “ສະ ໜອງເຄື່ອງໃຊ້​ຫ້ອງການ, ບິ​ກ​ຂຽນ ຮັບ​ໃຊ້​ໃຫ້​ແກ່​ການ​ຮຳ່ ຮຽນ ​ແລະ ພິຊິດຈຸດ​ສູງ​​ສຸດຂອງຄວາມ​ຮູ້”, ທຽນ​ລອງ ​ໄດ້ ຄ່ອຍໆ  ຍົກ​ສູງຄຸນ​ນະພາ​ບ ​ແລະ ຫັນ​​ຜະ​ລິດ​ຕະ​ພັນເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ຂຶ້ນເທື່ອ​ລະ​ກ້າວ.
ບໍລິສັດ​ຫຸ້ນ​ສ່ວນ ທຽນ​ລອງ ​ດຳ​ເນີນ​ການ​ຜະລິດ​ບິ​ກຂຽນ ​ແລະ ​ເຄື່ອງ​ໃຊ້​ຫ້ອງການ.

ໂຮງງານ​ຂອງ ທຽນ​ລອງ ​ໄດ້​ລົງທຶນ ​ແລະ ປະດິດ​ເຄື່ອງ​ຈັກ​ແມ່​ແບບດ້ວຍຕົນ​ເອງ,
ເພື່ອ
ຊ່ວຍ​​ດຳ​ເນີນ​ການຜະລິດ​ໄດ້​ໄວ ​ແລະ ຊັດ​ເ​ຈນຂຶ້ນ.


ທຸກໆລະບົບ​ເຄື່ອງ​ຈັກ​ຂອງ​ໂຮງງານ​ທຽນ​ລອງ​ໄດ້​ເຄື່ອນ​ໄຫວ​ຢ່າງ​ແທດເຫມາະ​ຕາມ​ມາດ​ຖານ​
ເງື​ອ່ນ​ໄຂ​ຂອງສາກົນ​ຄື: ISO 14001, SA 8000…


ນາຍຊ່າງ​ຂອງ ທຽນ​ລອງ​ກຳ​ລັງກວດກາ​ເຄື່ອງ​ຈັກ ​ເພື່ອ​ຮັບປະກັນ​​ຄຸນ​ນະພາ​ບ, ຄວາມ​ປອດ​​ໄພ​ໃນ​ການ​ຜະລິດ.

ຜະລິດ​ຕະພັນຕ່າງໆ​ຂອງ ທຽນ​ລອງ ​ໄດ້​ຮັບ​ການ​ກວດກາ​ໃນ​ຂັ້ນ​ຕອນ​ດ້ວຍ​ເຄື່ອງ​ຈັກ ​ແລະ ດ້ວຍ​ມື.

ໃນຂັ້ນ​ຕອນ​ໜຶ່ງ​​ຂອງການ​ກວດປາກປາກກາ​ດ​້ວຍມືຂອງ ທຽນ​ລອງ ຫຼັງ​ຈາກ​ຜ່ານ​ການ​ກວດກາ​ດ້ວຍ​​ເຄື່ອງຈັກ. 

ບາງ​ປະ​ເພດຜະລິດ​ຕະພັນ​ບິກຂຽນ​ກະດານ​​ຂາວຊະນິດ​ໜຶ່ງ​ຂອງ ທຽນ​ລອງ.

ບັນດາຜະລິດ​ຕະພັນຂຶ້ນ​ກັບ​ຍີ່​ຫໍ້  Colokid ຂອງ ທຽນ​ລອງງາມ​ຕາ ​ແລະ ທັງ​ບໍ່​ເປັນ​ພິດ​ຕໍ່ຜູ້​ຊົມ​ໃຊ້.

ບັນດາ​ຜະລິດ​ຕະພັນ​ຂອງ ທຽນ​ລອງ ​ໄດ້​ຮັບ​ການ​ອອກ​ແບບຢ່າງ​ລະອຽດ, ​ເໝາະ​ສົມ​ກັບ​ຜູ້ນຳ​ໃຊ້.

ຜ່ານ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ມາ​ເປັນ​ເວລາ​ກວ່າ 30 ປີ, ທຽນ​ລອງ ບັນລຸ​ໄດ​​້​ຜົນງານ​ດີ​ເດັ່ນຫຼາຍດ້ານ​ຄື: Top ໃນ 10 ລາງວັນ​ດາວຄຳ​​ດິນແດນ​ຫວຽດ 2013, Top ​ໃນ 50 ວິ​ສາ​ຫະກິດທີ່ມີ​ການດຳ​ເນີນ​​ທຸລະ​ກິດ​ມີ​ປະສິດ​ທິພາ​ບ 2013,​ 2014 ​ໂດຍຄ້າຍໜັງສື​ພິມ ຍີບ​ເກົ່າ​ເດົ່າ​ຕື ​​ເປັນ​ຜູ້ເລືອກ​, ລາງວັນສິນຄ້າ ຫວຽດນາມ ມີຄຸນ​ນະພາ​ບສູງ ​ແຕ່​ປີ 1997-2015 ພ້ອມ​ກັບ​ຫຼາຍ​ລາງວັນ​ທີ່​ສຳຄັນ​ອື່ນໆອີກ.
ຜະ​ລິດຕະພັນ​ຕ່າງໆຂອງ ທຽນ​ລອງ ​ໄດ້ຮັບ​ການ​ຄົ້ນຄວ້າ​ຢ່າງ​ລະອຽດ​ໃນ​ທຸກໆ ຂັ້ນ​ຕອນການ​ຜະລິດ. ​ໄສ້​ບິ​ກ​ຂຽນຂອງ ທຽນ​ລອງ ​ລ້ວນ​ແຕ່​ໄດ້​ທົດ​ລອງເປັນ 2 ຂັ້ນ​ຕອນດ້ວຍ​​ເຄື່ອງ ຈັກ ​ແລະ ດ້ວຍ​ມື, ຖ້າ​ນ້ຳ​ມຶກອອກ​ມາບໍ່​ສະໝຳ່ສະ​ເໝີ​ ກໍ່ຈະ​ຕ້ອງ​​ໄດ້ເຮັດ​​ຄືນໃໝ່. ປາກບິກຕ້ອງ​ຮັບປະກັນ​ໃຫ້​ປະລິມານ​ນ້ຳ​ມຶກ​ອອກທັງ​ລຽບ, ເຫລື້ອມ ​ແລະ ງາມ​ດີ. ສຳລັບ​​ຮູບ​ຊົງ​ຄັນ​​ປາກ​ກາ ຫລື ເຄື່ອງໃຊ້​ຫ້ອງການ​ຕ່າງໆ​ເຊັ່ນ: ແຟ້ມ​ເອ​ກະ​ສານ, ຢາງ​ກາວ, ປາ​ກກາ​ຂົນ, ບິກ​ລຶບ… ທາງ​ບໍ​ລິສັດຈະ​ມີ​ການ ອອກ​ແບບຮູບຊົງຕາມ​ປົ້າ​ຫມາຍ​ການ​ນຳ​ໃຊ້ທີ່​ເໝາະ​ສົມ.

ຄຽງຄູ່​ກັນນັ້ນ, ​ປະ​ເພດ​ຜະລິດ​ຕະພັນສິລະ​ປະກຳ Colokit ຂອງທຽນ​ລອງ ​ໄດ້​ຮັບ​ການ​ຄົ້ນ​ຄວ້າ ​ແລະ ຜະລິດ​ຕາມ “ມາດ ຕະຖານ​ສີຂຽວ”, ບໍ່​ເປັນ​ພິດຕໍ່​ຜູ້ນຳ​ໃຊ້. ​ຜະລິດ​ຕະບັນ​ຂອງ ທຽນ​ລອງ ມີຫລາກ​ຫຼາຍ​ຮູບ​ແບບ, ນຳ​​ໃຊ້ງ່າຍ​ດາຍ, ​ເໝາະ​ສົມ​ກັບ​ຜູ້ຊົມໃຊ້​ທຸກ​ຄົນ. ​ໃນ​ນັ້ນ, ​ມີບິກ​ຂຽນ​ຊັ້ນ​ສູງ  BIZNER ​ມີຮູ​ບຊົງ​ສະຫງ່າ​, ສະ​ຫລາດ​ແຫລມ​ຄົມ​ເຫມາະສົມ​ກັບ ນັກທຸ ລະກິດ, ​ເຄື່ອງໃຊ້​ຫ້ອງການ FlexOffice ຫລາກ​ຫຼາຍ​ຊະນິດ ເປັນ “ຜູ້​ຊ່ວຍ​” ທີ່​ຍອດ​ຢ້ຽມໃຫ້​ແກ່ພະນັກງານ​​ໃນ​ຫ້ອງ​ການ. ​ອຸ​ປະ​ກອນສິລະ​ປະກຳ Colokit ຫຼື ​ອຸ​ປະ​ກອນຮັບ​ໃຊ້​ໃຫ້​​ແກ່​ນັກຮຽນ​ໄດ້​ຄະ​ແນນ 10 ຈະ​ມີ​ຮູບຊົງ​ທີ່​ປະ​ຈັກ​ຕາ, ຈັບ​ອົກ​ຈັບ​ໃຈຊ່ວຍ​​ເຮັດໃຫ້​ນັກຮຽນ​ມີ​ຄວາມ​​ຮູ້​ສຶກ​ສະບາຍ​ໃຈໃນ​ການ​ຮຽນ ​ແລະ ມີຫົວຄິດ​ປະດິດ​ສ້າງ…

​ເພື່ອ​​ເພີ່​ມຄວາ​ມອາດສາມາດ​ໃນ​ການ​ແຂ່ງ​ຂັນ, ຫຼຸດ​ລາ​ຄາ​ຜະ​ລິດ​ຕະ​ພັນ, ​ໂຮງງານ​ຂອງທຽນ​ລອງ​ໄດ້ມີ​ການ​ລົງທຶນ ​ແລະ ປະດິດ​ເຄື່ອງ​ຈັກແມ່​ແບບດ້ວຍຕົນ​ເອງ, ​ເພື່ອຊ່ວຍ​​ດຳ​ເນີນ​ການຜະລິດ​ໄດ້​ໄວ ​ແລະ ຊັດເ​ຈນຂຶ້ນ. ​ທຸກໆລະບົບ​ເຄື່ອງ​ຈັກ​ຂອງ​ໂຮງ ງານ ​ແລະ ຄຸນ​ນະພາ​ບຂອງຜະລິດ​ຕະພັນ​ ແມ່ນໄດ້​​ດຳ​ເນີນ ໄປ​ຕາມ​ມາດ​ຕະຖານ​ສາກົນ​ຄື: ISO 9000, ISO 14001, SA 8000, OHSAS 18001 ​ແລະ ICTI CARE.

ຄຸນ​ນະພາ​ບຜະລິດ​ຕະພັນຂອງ ທຽນ​ລອງ ​ແມ່ນໄດ້​ພິສູດ​ຈາກ​​ການ​ຄັດ​ເລືອກ​ ​ແລະ ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ຊົມ​ໃຊ້ ຢູ່ ຫວຽດນາມ ​ແລະ ​​ຫລາຍ​ປະ​ເທດ​ໃນໂລກ. ປະຈຸ​ບັນ, ​ຜະລິດ​ຕະພັນ ທຽນ​ລອງ ໄດ້​ມີໜ້າ​ຢູ່​ 63/63 ​ແຂວງ, ນະຄອນຫລວງ​ໃນ​ທົ່ວ​ປະ​ເທດ, ມີ​ຕົວ​ແທນຈຳໜ່າຍ​ຫລາຍ​ກວ່າ 145 ​ແຫ່ງ ​ແລະ ​ມີຮ້ານ​​ຄ້າຂາຍຍ່ອຍ​ຫລາຍກວ່າ 100.000 ແຫ່ງ, ທຽນ​ລອງ ​ໄດ້​ສົ່ງ​ ​ຜະລິດ​ຕະພັນອອກ​​ໄປ​ 40 ກວ່າປະ​ເທດ​ໃນ​ໂລກ ມີຫ້ອງການ​ຜູ້ຕາງ​ໜ້າ​​ຕັ້ງ​ຢູ່​ບັນດາ​ປະ​ເທດຄື: ອັງກິດ, ​ເຢຍລະ​ມັນ ​ແລະ ຂົງ​ເຂດ​ຕາ​​ເວັນ​ຕົກ​ສ່ຽງ​ໃຕ້. ​ຊຸມ​ປີຜ່​ານ​ມາ, ກຸ່ມ​ບໍ​ລິສັດ ທຽນ​ລອງ ມີ​ຈັງ​ຫວະ​ການ​ເຕີບ​ໂຕສະ​ເລັ່ຍ​ປະມານ 20% ຕໍ່​ປີ, ລວມຍອດລາຍ​ຮັບ​ຂອງ​​ກຸ່ມບໍລິສັດ​ປິ 2014 ບັນລຸ​ໄດ້ 1.600 ຕື້​ດົ່ງ./.


ປະ​ເພດເຄື່ອງ​​ໃຊ້ຫ້ອງກາ​ນທີ່​ມີ​ຍີ່​ຫໍ້ Fleoffice ຂອງ ທຽນ​ລອງ.

ປະ​ເພດຜ​ະລິດ​ຕະພັນປາກກາ​​ນ້ຳ​ມັນທີ່​ຜະ​ລິດ​ຈາກ ທຽນ​ລອງ .

ມາ​ເຖິງ​ປະຈຸ​ບັນ, ທຽນ​ລອງ ​ໄດ້​ຈຳໜ່າຍ​ອອກ​ສູ່​ຕະຫຼາດ ມີ 4 ປະ​ເພດ​ສິນ​ຄ້າຕົ້ນ​ຕໍຄື: ​ເຄື່ອງ​​ໃຊ້ຫ້ອງການ Fleoffice,
ບິ​ກ ຂຽນຄຸນ​ນະ​ພາບ​ Bizner, ບິກຂຽນທຳ​ມະ​ດາ​ທົ່ວ​ໄປ ທຽນ​ລອງ, ​ອຸ​ປະ​ກອນສິລະ​ປະກຳ Colorkid
ແລະ ອຸ​ປະ​ກອນ​ຮັບ​ໃຊ້​ໃຫ້​​ແກ່​ນັກຮຽນ​ຄະ​ແນນ 10.


ບິ​ກລະດັບ​ສູງ ຊະນິດ​ Bizner ມີຮູບຊົງ​ທີ່​ສະຫງ່າ​ງາມ, ​ສະ​ຫລາດ​ແຫລວ​ຄົມ, ໄວ້​ໃຊ້ສຳລັບ​ນັກທຸລະກິດ.

ບັນດາ​ຜະລິດ​ຕະພັນ ທຽນ​ລອງ ກຳ​ລັງມີໜ້າ​ຢູ່​ທົ່ວ​ທຸກ 63/63 ​ແຂວງໃນ​ທົ່ວ​ປະ​ເທດ ​
ແລະ ສົ່ງ​ອອກ​ໄປ​
ຫລາຍກວ່າ 40 ປະ​ເທດ​ໃນ​ໂລກ.


ລູກ​ຄ້າ​ຄັດເລືອກ​ຜະລິດ​ຕະພັນ​ຂອງ ທຽນ​ລອງ.
ບົດ:​ ​ເຊີນ​ເງ້ຍ - ພາບ: ດັ້ງ​ກິມ​ເຟືອງ

bichlien

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top