• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ກຸບໃບຄໍ້

ກຸບໃບຄ້ໍແມ່ນເພື່ອນຜຸູ້ສະຫນິດຕິດພັນ ແລະ ໃກ້ຊິດຂອງແມ່ຍິງຫວຽດນາມ. ຮູບພາບດັ້ງເດີມຂອງກຸບໄດ້ຖືກສະຫລັກ ໄວ້ເທິງວັດຖຸບູຮານຄືກອງທອງຫງອກຫລູ້, ໄຫທອງດ່າວຖີ້ງກ່ອນນີ້ 2.500-3.000 ປີ.

 

          ໄປພ້ອມໆ ກັບການພັດທະນາຂອງປະຫວັດສາດຜ່ານຍຸກຕ່າງໆ, ກຸບກ່ໍມີການປັບປ່ຽນທັງທາງດ້ານຮູບຊົງ ແລະ ທາດວັດຖຸປະກອບ. ໃນເບື້ອງຕົ້ນເມື່ອບ່ໍທັນມີເຄື່ອງມືເພື່ອຂັດຫຍິບ, ກຸບໄດ້ຮັບການປະດິດສ້າງຂຶ້ນດ້ວຍການຝັ້ນສານ. ສ່ວນກຸບຄືໃນທຸກວັນນີ້ແມ່ນຕ້ອງອີງໃສ່ການ ກຳເນີດຂຶ້ນຂອງເຂັມຫມາຍຄວາມວ່າ ຈົນຮອດໄລຍະທີ່ຄົນເຮົາຮູ້ຈັກການຫລອມເຫລັກ (ປະມານສະຕະວັດທີ III ກ່ອນຄິດທະສັກກະລາດ).

Ảnh đẹp - Báo Ảnh
ກຸບ-ສັນຍາລັກຂອງຜູ້ຍິງຫວຽດນາມ

Ảnh đẹp - Báo Ảnh
ຕະຫລາດແຫ່ງຫນຶ່ງຂາຍສະເພາະແຕ່ກຸບ

Ảnh đẹp - Báo Ảnh
ຍາມໃດກຸບກ່ໍສະຫນິດຕິດພັນກັບຜູ້ຍິງ ຫວຽດນາມ

          ວັດຖຸເພື່ອເຮັດກຸບບ່ໍຍາກ. ບ່ໍວ່າຢູ່ບ່ອນໃດ, ຢາກມີກຸບຫນ່ວຍຫນຶ່ງຈຳເປັນຕ້ອງມີໃບຄ້ໍທຳມະຊາດ (ເກີດເອງ), ໄມ້ໄຜ່ເຮັດໂຄງ ແລະ ຊີກເອົາເປືອກປານເປັນເສັ້ນນ້ອຍໆ ເພື່ອຫຍິບ (ປະຈຸບັນນີ້ມັກໃຊ້ສາຍນິລອນ). ໃບຄ້ໍໃນເບື້ອງຕົ້ນຍັງຂຽວ ແລະ ຫົດຍ່ໍ. ເຂົາເຈົ້າເອົາ ແຜ່ນເຫລັກວາງໃສ່ເຕົາໄຟໃຫ້ຮ້ອນແລ້ວວາງໃບຄ້ໍໍຢູ່ເທິງໃຊ້ແພລຸບໃຫ້ມັນຊື່ພຽງ. ຂັ້ນຕອນດັ່ງກ່າວຍາກຢູ່ບ່ອນວ່າ, ຖ້າຮ້ອນໂພດຈະພາໃຫ້ ໃບຄ້ໍກອບ ຫລື ໄຫມ້, ຖ້າຄວາມຮ້ອນພໍດີຕ່ໍມາໃບຄ້ໍໍພັດກັບຄືນຫົດຍ່ໍຄືເກົ່າ. ຫລັງຈາກລຸບໃບຄ້ໍແລ້ວແມ່ນໃຊ້ມາດເພື່ອລົນໃຫ້ໃບມີສີຂາວທັງ ຫລີກເວັ້ນການຕົກໂຫມກ.ສ່ວນການເຮັດໂຄງແມ່ນເລືອກໄມ້ໄຜ່ຕົ້ນມີປ້ອງຍາວເກັບໄວ້ຢູ່ເທິງຫີ້ງໃນເຮືອນຄົວຕາກຄວັນໄຟເພື່ອບ່ໍໃຫ້ມອດກັດ. ກຸບຫນ່ວຍ ຫນຶ່ງມີໂຄງປະກອບດ້ວຍຂອບ 16 ບ້ວງ. ຕົວເລກ 16 ບ້ວງນີ້ແມ່ນຜົນຂອງການຄົ້ນຄວ້າ, ຄັດເລືອກຜ່ານໄລຍະເວລາຍາວນານ ພໍສົມຄວນແລ້ວມາບັດນີ້ ໄດ້ກາຍເປັນຫລັກການທີ່ບ່ໍປ່ຽນແປງ. ຢູ່ຫວຽດນາມ, ຫມູ່ບ້ານຈວງ (ເມືອງແທງອວາຍ-ຮ່າໄຕ) ແມ່ນສະຖານທີ່ ຜະລິດກຸບທີ່ລືຊື່. ກຸບຫນ່ວຍຫນຶ່ງງາມຫລືບ່ໍນັ້ນແມ່ນຍ້ອນສີມືຂອງນາຍຊ່າງ. ເຖິງວ່າ ຫຍິບດ້ວຍມືແຕ່ລະບາດເຂັມພັດສະຫມ່ຳສະເຫມີກັນຄື ກັບການຫຍິບຈັກ. ເສັ້ນ“ດ້າຍ”ເພື່ອໃຊ້ຫຍິບກຸບນັ້ນມີລວງຍາວບ່ໍຄືກັນ. ຢາກຫຍິບໃຫ້ມັນຕ່ໍເນື່ອງກັນຈຳເປັນຕ້ອງມີຮອຍຕ່ໍ.ແຕ່ພວກເຮົາຍາກ
ຈະເຫັນໄດ້ຍ້ອນນາຍຊ່າງຜູ້ຊຳນານງານສາມາດເຊື່ອງຮອຍຕ່ໍໄປໄດ້ພາໃຫ້ເມື່ອເບິ່ງເຂົ້າເຫັນແຕ່ຄວາມປານີດແນບນຽນ, ຊື່, ລຽບເທົ່ານັ້ນ.

Ảnh đẹp - Báo Ảnh
ກຸບແມ່ນສິ່ງຈຳເປັນສຳລັບຊາວນາ

Ảnh đẹp - Báo Ảnh Ảnh đẹp - Báo Ảnh
ຝັ້ນໃບຄ້ໍເພື່ອເຮັດກຸບ ເຮັດໂຄງກຸບ

Ảnh đẹp - Báo Ảnh
ແຂກທ່ອງທ່ຽວຊາວຕ່າງປະເທດພວມຊອກຮູ້ອາຊີບການເຮັດກຸບຂອງ ຊາວ ຫວຽດນາມ

          ສາວໆ ຫວຽດນາມ ໃຫ້ການເອົາໃຈໃສ່ເບິ່ງແຍງກຸບຂອງຕົນເຫມືອນດັ່ງເຄື່ອງປະດັບເອ້ ຫລື ແມ່ນສິ່ງເພື່ອເຜີຍອອກຄວາມໃນໃຈ. ເຂົາເຈົ້າຍັງຕິດແວ່ນແຍງນ້ອຍໆມົນໆ ຢູ່ທາງໃນຂອງຈອມກຸບອັນເປັນການຊ່ວຍໃຫ້ສາວໆ ສາມາດເພີ່ມສະເຫນ່ຂອງຕົນ. ການປະດັບປະດາ ທີ່ພິຖີພິຖັນທີ່ສຸດໃຫ້ແກ່ກຸບແມ່ນການແຕ້ມລາຍດອກຫລືຮູບພາບຂອງບ້ານນາ, ສຸມໄມ້ໄຜ່ບາງເທື່ອແມ່ນຄຳກອນແບບເພີດເພີນໃຈຢູ່ໃນ
ລະຫວ່າງກາງຂອງຫລືບໃບຄ້ໍຊຶ່ງຕ້ອງຍໍຂຶ້ນຕາມຈັງຫວະເຮັດໃຫ້ແສງຕາເວັນສະທ້ອນໃສ່ຈຶ່ງສາມາດເຫັນໄດ້.

Ảnh đẹp - Báo Ảnh
ຕຸກກະຕານາງສາວຖືກຸບແມ່ນເຄື່ອງທີ່ລະນຶກຮູບແບບຫນຶ່ງ

Ảnh đẹp - Báo Ảnh
ໂຄມໄຟກຸບໄດ້ຮັບການວາງສະແດງທີ່ງານມະໂຫລານ ເຫວ້

          ໃນການສະແດງສິລະປະ, ລາຍການຟ້ອນກຸບຂອງພວກນາງສາວຍາມໃດກໍສະຫນິດຕິດພັນກັບຊຸດເສື້ອຍາວສະແດງໃຫ້ເຫັນເຖິງ ຄວາມອ່ອນໄຫວນີ້ມນວນແລະອ່ຽງອາຍຂອງຜູ້ຍິງ ຫວຽດນາມ. ໄປພ້ອມໆກັບຊຸດເສື້ອຜ້າອາພອນຄືເສື້ອແຂນຍາວ, ເສື້ອປີກ, ສິ້ນໄຫມ, ເສື້ອຊ້ອນໃນ ແລະ ແພຮັດແອວ... ກຸບຖືກຖືວ່າ ແມ່ນເຄື່ອງປະດັບເອ້ອັນເປັນມູນເຊື້ອທີ່ບ່ໍອາດຂາດໄປໄດ້ສຳລັບຜູ້ຍິງຫວຽດນາມ.   ກຸບມີຫລາຍປະເພດ, ກຸບມີຈອມແຫລມ, ກຸບມີໃບກວ້າງ, ກຸບແບນ ຫລື ກຸບທີ່ມີຮູບຊົງເບົາບາງ... ທັງຫມົດຕ່າງກໍເພື່ອກັ້ງບັງ, ຫຸ້ມຫໍ່ໃຫ້ແກ່ ຜູ້ຄົນທີ່ຕ້ອງດຳລົງຊີວິດເທິງແຜ່ນດິນທີ່ມີຝົນຕົກແດດກ້າ. ນອກຈາກພາລະບົດບາດກັ້ງແດດບັງຝົນແລ້ວ, ກຸບຍັງແມ່ນສິ່ງປະດັບເພື່ອເສີມສ້າງ ຄວາມງາມໃຫ້ແກ່ຄົນເຮົາຕາມທັດສະນະຄວາມງາມຂອງຊາວ ຫວຽດນາມ ນັ້ນແມ່ນຄວາມມີສະເຫນ່ສົດສວຍຄົມຄາຍ... ບ່ໍວ່າຈະໄປນາ, ໄປຕະຫລາດ ຫລື ໄປເອົາບຸນ, ໄປຫລິ້ນ ກຸບກໍແມ່ນເພື່ອນຜູ້ສະຫນິດຕິດຕົວໄປນຳ.
          ອາດເວົ້າໄດ້ວ່າ ຊາວຫວຽດນາມ ມີຄວາມຮັກຫອມສະຫນິດຕິດພັນກັບກຸບເປັນພິເສດເຖິງຈະພົບມັນຢູ່ບ່ອນໃດເທິງຫນ່ວຍໂລກນີ້.
                                                                        ບົດ: ເຈີ່ນຈີ້ກົງ   ພາບ:
ເຕີດເຊີນແລະເອກະສານສຳເນົາ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top