• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ກຳລັງແຮງເພື່ອການສຳພັນເສດຖະກິດ ອາຊຽນ

ເມື່ອກ່າວປາໄສທີ່ກອງປະຊຸມສຸດຍອດເສດຖະກິດ ອາຊຽນ Bloomberg 2016 ທີ່ໄດ້ຈັດຂຶ້ນໃນເດືອນທັນວາ ຜ່ານມາ ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ “ແຕ່ລະສະມາຊິກ ອາຊຽນບໍ່ມາມາດພັດທະນາຂຶ້ນຖ້າພຽງແຕ່ອາໄສນຳການຂຸດຂົ້ນຊັບພະຍາກອນ ແລະ ອອກແຮງງານຢ່າງງ່າຍດາຍ, ຄວນມີການປ່ຽນໃໝ່ມີຫົວຄິດປະດິດສ້າງ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ່າ ແລະ ບືນຕົວຂຶ້ນໃຫ້ບັນລຸບັນດາມູນຄ່າເພີ່ມສູງກ່ວາ”.
ເຖິງວ່າກອງປະຊຸມສຸດຍອດເສດຖະກິດ ອາຊຽນ Bloomberg ໄດ້ຈັດຂຶ້ນເປັນປີທີສາມ, ແຕ່ເປັນປີທຳອິດ ດຶງດູດໄດ້ການເຂົ້າຮ່ວມຂອງບັນດາການນຳ ອາຊຽນ ໃນຂົງເຂດເສດຖະກິດ, ການເງິນ ມາເພື່ອສ່ອງແສງເຖິງຄວາມພັດທະນາທີ່ບັນລຸໄດ້ໃນພາກພື້ນ, ພິຈາລະນາບັນດາວິທີເພື່ອແກ້ໄຂສິ່ງທ້າທາຍ ແລະ ກຳນົດບັນດາໂອກາດທີ່ສຳຄັນ ໃຫ້ແກ່ການຂະຫຍາຍຕົວ, ການຮ່ວມມື ແລະ ພັດທະນາ.

ກອງປະຊຸມໄດ້ສຸມໃສ່ຕີລາຄາບັນດານະໂຍບາຍໃນປະຊາຄົມເສດຖະກິດ ອາຊຽນ (AEC), ນະໂຍບາຍຂອງພາກພື້ນໃນປະຈຸບັນ, ໄລຍະພັດທະນາຕໍ່ໄປຂອງ ຫວຽດນາມ ແລະ ອາຊຽນ, ການຄ້າ ແລະ ການລົງທຶນຂ້າມຊາຍແດນໃນພາກພື້ນ. ບັນດາການພິຈາລະນາຢ່າງລະອຽດໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດຄື: 
ຂະຫຍາຍຕົວ, ສິນຄ້າບໍລິໂພກ, ພື້ນຖານໂຄງລ່າງ, ສິນຄ້າ ແລະ ພະລັງງານ, ການເງິນທະນາຄານ, ບັນດາພາຫະນະສື່ມວນຊົນ ແລະ ເຕັກໂນໂລຊີ. 

ທ່ານ Parry Ravindranathan , ຜູ້ອຳນວຍການຊີ້ນຳບໍລິຫານ Bloomberg Media ສາກົນສັງເກດວ່າ: “ ຫວຽດນາມ ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີທ່າແຮງບົ່ມຊ້ອນທີ່ສຸດໃນພາກພື້ນ ອາຊຽນ. ການຮ່ວມມືຂ້າຍຊາຍແດນ ລະຫວ່າງ ບັນດາບໍລິສັດ ແລະ ບັນດາປະເທດໃນກຸ່ມ ອາຊຽນ ຈະໄດ້ຮັບການບຸລິມະສິດແຖວໜ້າ, ຍ້ອນນີ້ ເປັນປັດໃຈທີ່ສຳຄັນເພື່ອ ກະຕຸ້ນຊຸກຍູ້ການຂະຫຍາຍຕົວ ແລະ ພັດທະນາ”.​
 
ກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ເພື່ອປະຕິບັດວິໄສທັດ 2025, ຫວຽດນາມ ພ້ອມກັບບັນດາປະເທດໃນກຸ່ມ ອາຊຽນ ພະຍາຍາມສືບຕໍ່ປັບປຸງ, ເຮັດໃຫ້ສາຍສຳພັນ ອາຊຽນ ເລິກເຊິ່ງ ກວ່າເກົ່າ, ກໍ່ສ້າງປະຊາຄົນ ອາຊຽນ ໜຶ່ງເຄື່ອນໄຫວຕາມ ກົດໝາຍ, ເພື່ອປະຊາຊົນ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນໃຫ້ດີທີ່ສຸດ. ມີການພົວພັນຢ່າງເປີດກວ້າງກັບບັນດາຄູ່ຮ່ວມມືທີ່ມີບົດບາດ ແລະ ຖານະບົດບາດສຳຄັນ ຢູ່ທັງພາຍໃນພາກພື້ນ ແລະ ໂລກອີກດ້ວຍ. 

ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ປາ​ໄສ​ທີ່​
ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ ອາ​ຊຽນ Bloomberg 2016. ພາບ: ຖົ໋ງ​ເຍີ​ດ/VNA



ພາບ​ທັງ​ໝົດ​​ໃນ​ກອງ​ປະຊຸມ. ພາບ: ຖົ໋ງ​ເຍີ​ດ/VNA

ກໍ່ຕາມທ່ານນາຍົກລັດຖະມົນຕີແລ້ວ, ອາຊຽນ ບໍ່ພຽງແຕ່ແມ່ນຕະຫຼາດທີ່ກວ້າງຂວາງດ້ວຍຈຳນວນພົນລະເມືອງກວ່າ 600 ລ້ານຄົນເທ່ົານັ້ນ, ຫາກຍັງເປັນຂົງເຂດເສດຖະກິດທີ່ມີຕົວເລກ ຈີດີປີ ບັນລຸໄດ້ເກືອບ 3.000 ຕື້ໂດລາສະຫະລັດ, ພວມພັດທະນາຢ່າງເຂັ້ມແຂງດ້ວຍປະຊາຄົມວິສາຫະກິດ ອາຊຽນ ທີ່ຂະຫຍັນຂັນເຄື່ອນອີກດ້ວຍ. ບົດບາດທີ່ເປັນໃຈກາງຂອງ ອາຊຽນ ໃນພາກພື້ນ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການເຂົ້າຮ່ວມສະໜັບສະໜູນຂອງປະຊາຄົມວິສາຫະກິດສາກົນ, ລວມທັງບັນດາກຸ່ມບໍລິສັດລາຍໃຫຍ່ແຖວໜ້າໃນໂລກອີກດ້ວຍ.

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ ມາເຖິງປະຈຸບັນນີ້, ຫວຽດນາມ ໄດ້ກາຍເປັນປະເທດກຳລັງພັດທະນາ, ມີລາຍຮັບປານກາງ, ມີ
ພົນລະເມືອງກວ່າ 90 ລ້ານຄົນ, ມີພື້ນຖານເສດຖະກິດທີ່ ຂະຫຍັນຂັນເຄື່ອນ. ປີ 2016, ຕົວເລກ ຈີດີປີ ບັນລຸໄດ້ປະມານ 6,3%, ໄລ່ສະເລ່ຍໄລຍະ 2016-2020 ຈະເພີ່ມ 6,5 – 7%.​ ການຄ້າຈະໄດ້ເປີດກວ້າງດ້ວຍຍອດມູນຄ້າບັນລຸໄດ້ປະມານ 360 ຕື້ໂດລາສະຫະລັດ.​

ຫວຽດນາມ ພວມມີໂຄງການ 22.000 ແຫ່ງໄດ້ນຳໃຊ້ແຫຼ່ງທຶນລົງທຶນໂດຍກົງຈາກຕ່າງປະເທດ FDI ດ້ວຍຍອດມູນຄ່າ 300 ຕື້ໂດລາສະຫະລັດ. ນອກຈາກນັ້ນ, ຫວຽດນາມ ໄດ້ມີ ວິສາຫະກິດກຳລັງເຄື່ອນໄຫວ 600.000 ແຫ່ງ, ນັກທຸລະກິດເອກະຊົນ 3,5 ລ້ານຄົນ, ຫວຽດນາມ ພວມຫັນໄປເຖິງເປົ້າໝາຍບັນລຸໄດ້ກວ່າ 1 ລ້ານວິສາຫະກິດໃນປີ 2020. 

ນອກຈາກທີ່ເປັນສະມາຊິກປະຊາຄົມເສດຖະກິດ ອາຊຽນ (AEC) 2015, ຫວຽດນາມ ​ໄດ້​ລົງນາມ​ເຂົ້າ​ຮ່ວມສັນຍາ​ການ​ຄ້າ​ເສລີ (FTA) 12 ສະບັບ, ສ້າງ​ໂອກາດພັດທະນາ​ກັບ 55 ປະ​ເທດ, ຄູ່​ເຈລະຈາ,​​ ​ໃນ​ນັ້ນ ມີ​ບັນດາ​ປະ​ເທດ​ໃນ​ກຸ່ມ ຈີ7, 15/20 ປະ​ເທດ​ໃນ​ກຸ່ມ ຈີ20. 

ອາ​ຊຽນ ສາ​ມັກ​ຄີ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ເສດຖະກິດ​ພາຍ​ໃນ​ກຸ່ມ. ​
ໃນ​ພາບ: ກອງ​ປະຊຸມ​ລັດຖະມົນຕີ​​ເສດຖະກິດ ອາ​ຊຽນ ຄັ້ງ​ທີ 48 ຢູ່ ລາວ. ພາບ: ຟ້າ​ມກຽນ/VNA



ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ,  ອາ​ຊຽນ ຍັງ​ຍູ້​ແຮງ​ການ​ຮ່ວມ​ມື​
ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ນອກ​ພາກ​ພື້ນ​ອີກ​ດ້ວຍ. ​ໃນ​ພາບ: ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຣັດ​ເຊຍ ​
ເຂົ້າ​ຮ່ວມ​​ເວທີ​ປາຖະກະ​ຖາວິ​ສາຫະກິດ ອາ​ຊຽນ-ຣັດ​ເຊຍ ທີ່​ນະຄອນ ​ໂຊ​ຈີ.​ ພາບ: ຖົ໋ງ​ເຍີ​ດ/VNA



ສະຖານທູດ ຫວຽດນາມ, ມາ​ເລ​ເຊຍ ​ແລະ ​ໄທ ປະຈຳ ​ເຢຍລະ​ມັນ ສົມທົບ​ກັນ​ຈັດ​ຕັ້ງ​ງານ​ສຳ​ມະ​ນາ​
ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ສູ່
ອາ​ຊຽນ.​ ພາບ: ​ແມ້ງ​ຮຸ່ງ/VNA

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ຍອມຮັບ​ວ່າ ​ໂລກ​ແລະ ພາກ​ພື້ນ ອາ​ຊຽນ ກຳລັງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍອັນ​ຍິ່ງ​ໃຫຍ່​ໃນ​ຫຼາຍ​ຂົງ​ເຂດ​ຄື: ຄວາມ​ສະຫງົບ, ​ເສດຖະກິດ, ສະບຽງ​ອາຫານ, ​ເງິນຕາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… ​ແຕ່​ວ່າ ການ​ປະຕິວັດ​ດ້ານ​ອຸດສາຫະກຳ​ຄັ້ງ​ທີ 4 ກໍ່​ນຳ​ມາ​ຫຼາຍ​ໂອກາດ​ທີ່​ສະດວ​ກ​ໃຫ້​ແກ່​ການ​ພັດທະນາ.

ໃນ​ສະພາບ​ການ​ດັ່ງກ່າວ, ບັນດາ​ປະ​ເທດ ອາ​ຊຽນ ຕ້ອງ​ຮັກສາຄວາມ​ສາມັກຄີ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ, ພັດທະນາ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ຄົມມະນາຄົມ ​​ເພື່ອ​ສ້າງ​ເຄື່ອນ​ໄຫວ​ອຳນວຍ​ຄວາມ​ສະດວກ​ໃຫ​້​ແກ່​ການ​ຂົນສົ່ງ​ສິນຄ້າ, ການ​ລົງທຶນ ​ແລະ ການ​ບໍລິການ​ຜ່ານ​ຊາຍ​ແດ​ນ, ກໍ່ສ້າງ​ຕະຫຼາດ
ອາ​ຊຽນ ລວມ​ເປັນ​ເອກະ​ພາບ ​ແລະ ມີ​ປະສິດ​ທິພາ​ບ.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ “ປະຊາ​ຄົມວິ​ສາ​ຫະກິດ ອາ​ຊຽນ ມີ​ບົດບາດ​ເປັນ​ເຈົ້າ​ກຳ, ​ເປັນ​ກຳລັງ​ແຮງ​​ເພື່ອການ​​ສຳພັນ​ເສດຖະກິດ ​ແລະ ​ເປັນ​ຜູ້​ລິ​ເລີ່​ມ ບັນດາ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ກໍ່ສ້າງ​ອາ​ຊີບ, ສ້າງ​ແຫຼ່ງກຳລຳ​ແຮງ​ໃໝ່​ໃນ​ການພັ​ກທະ​ນາ​ການ​ຄ້າ ​ແລະ ການ​ລົງທຶນ”.

ເມື່ອ​ສະ​ແດງ​ຄວາມ​ມຸ່ງ​ຫວັງ ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນຕ່າງປະ​ເທດ ຈະ​ຊອກ​ເຫັນ​ໂອກາດ​ຮ່ວມ​ມື​ກັບ​ບັນດາ​ຄູ່​ເຈລະຈາອາ​ຊຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ກໍ່​ພວມ​ມານະ​ພະຍາຍາມ​ປັບປຸງສະພາບ​ແວດ​ລ້ອນຂອງ​ການ​ລົງທຶນ​ເຮັດ​ທຸລະ​ກິດ, ຕ້ອນຮັບບັນດາ​ວິ​ສາ​ຫະກິດ ອາ​ຊຽນ ​ແລະ ສາກົນ​ທີ່​ໄດ້​ເລືອກ ຫວຽດນາມ ​ເປັນ​ຈຸດ​ນັດ​ພົບ​ແຫ່ງ​ການລົງທຶນ​ທີ່​ໜ້າ​ເຊື່ອ ​ແລະ ຈັບ​ໃຈ. 

ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ບຣູ​ໃນ ​ນຳໂດຍ​ລາດຊະ​ກຸນ​ນາມ
Pengiran Muda Abdul Quawi ມາ​ຊອກ​ຫາ​ໂອກາດ​ຮ່ວມ​ມື ​ແລະ ລົງທຶນ​ຢູ່ ຫວຽດນາມ. ພາບ: ຍ໋ານຊາງ/VNA



ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ຫວຽດນາມ ກັບ ກະຊວງ​ຄົມມະນາຄົມ ​ແລະ ໂຍທາທິກາ​ນ ກຳປູ​ເຈ​ຍ
ຈັດ​ຕັ້ງ​ການປະ​ຊຸມ​ເພື່ອປືກສາ​ຫາລື​ແຜນການ​ຮ່ວມ​ມື, ​ເຊື່ອມ​ຕໍ່ພື້ນຖານ​ໂຄງ​ລ່າງ

ທາງ​ການ​ຄົມມະນາຄົມ​ ​ເພື່ອ​ຊຸກຍູ້​ການ​ພັດທະນາ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ. ພາບ: ​ແຢງ​ແຈງ​ດາ/VNA



Unitel ເປັນ​ສັນຍະລັກ​ແຫ່ງ​ການ​ຮ່ວມ​ມື​ທີ່​ໂດດ​ເດ່ັນ​ໃນ​ຂົງ​ເຂດ​ສື່ສານທາງ​ໄກ ຫວຽດນາມ - ລາວ. ພາບ: ຮວ່າງ​ເຈືອງ/VNA


ກຸ່ມບໍລິສັດ ຖາ​ຍຮວ່າ ຂອງ ຫວຽດນາມ ລົງທຶນ​ປູກ​ຕົ້າ ກາ​ເຟ ​ແລະ ຢາງພາລາ ຢູ່ ລາວ. ພາບ: ​ເຈີ່ນ​ວຽດ/VNA


ບັນດາ​ວິ​ສາ​ຫະກິດ ອາ​ຊຽນ ​ເຂົ້າ​ຮ່ວມ​ງາ​ນຕະຫຼາດນັດ ວາງສະ​​ແດງ​ສາກົນ
ສິນ​ໃນ​ນຳ້ ຫວຽດນາມ 2016
(VIETFISH 2016).​ ພາບ: ​ເຖ​ແອ​ັງ/VNA



ບໍລິສັດ ​ເຊີນ​ຕວາ ຫວຽດນາມ​ ຈຳກັດ, ວິ​ສາ​ຫະກິດ​ມີ​ທຶນ 100% ຂອງ ​ໄທ,
ລົງທຶນ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ. ພາບ: ອານ​ຫຽວ/VNA
 
ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top