• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ກິລາ

ກຳລັງແຮງຂອງດາບໃຫຍ່

ອາວຸດພື້ນເມືອງໃນຫຼາຍຮ້ອຍ,ດາບໃຫຍ່ເຫຼົ່ານັກມວຍໃນສະໄໝກ່ອນຖືວ່າເປັນ “ແມ່ທັບຂອງ ທະຫານເປັນຮ້ອຍ”ໝາຍຄວາມວ່າ ດາບໃຫຍ່ມີກຳລັງແຮງ ແລະ ພະລັງກວ່າມີດ,ຫອກໃດໆ.

 

ເມື່ອເວົ້າເຖິງດາບໃຫຍ່ກໍຕ້ອງໄດ້ເອີ່ຍເຖິງບາງຢ່າງກ່ຽວກັບອາວຸດຕ່າງໆ ເຊິ່ງມີຊື່ເອີ້ນລວມວ່າ “ດາບ”.ອາຈານມວຍ ເລວັນຕວຽນ ໄມ້ມວຍ ແບັກໂຫຢູ່ເຫວ້ ກ່າວວ່າ:ດາບກໍມີຫຼາຍຊະນິດ, ສຸດແລ້ວແຕ່ລະໄມ້ມວຍເຊິ່ງມີຊື່ເອີ້ນຕ່າງກັນໄປ,ແຕ່ໂດຍພື້ນຖານມີດາບດ່ຽວ,ດາບຄູ່, ດາບ ຍາວ ແລະ ດາບໃຫຍ່.ຖ້າວ່າ ດາບດ່ຽວ ແລະ ດາບຄູ່ເປັນອາວຸດທີ່ສັ້ນ,ແຕ່ດາບໃຫຍ່ ແລະ ດາບຍາວຈັດຢູ່ໃນປະເພດອາວຸດຍາວ.ອາຈານມວຍ ເລວັນຕວຽນ ກ່າວຕື່ມວ່າ:ດົນນານມາແລ້ວຫຼາຍຄົນຍັງຫຼົງລະຫວ່າງດາບໃຫຍ່ ແລະດາບຍາວເຊິ່ງຕົວຈິງນັ້ນແມ່ນອາວຸດທີ່ມີໂຄງປະກອບ ແລະ ພະລັງຕ່າງກັນ.ດາບຍາວດ້າມຍາວ ມັກນຳໃຊ້ຢູ່ເທິງຫຼັງມ້າ.ຂະນະດຽວກັນ,ດາບໃຫຍ່ດ້າມສັ້ນກວ່າ,ລີ້ນໃຫຍ່ກວ່າ,ຍາວ ແລະໜັກກວ່ານັ້ນ ຈຶ່ງ ນຳໃຊ້ຢູ່ສະໜາມຮົບທາງບົກ. ຍ້ອນລີ້ນໃຫຍ່ດ້າມສັ້ນນັ້ນ, ດາບໃຫຍ່ຈຶ່ງເໝາະກັບການໃຊ້ຕີກວາດ, ຂົ່ມຂູ່. ຍ້ອນແນວນັ້ນ ເມື່ອກ່ອນຕອນ ອອກສະໜາມຮົບ,ດາບໃຫຍ່ມັກນຳໃຊ້ໂຈມຕີແບບຫຼາຍຄົນ ຫຼື ສັດຕູທີ່ນຸ່ງເສື້ອເກາະໜາ ແລະ ແໜ້ນ ຫຼື ເພື່ອຕີຂາມ້າຂອງຄູ່ຕໍ່ສູ້ໃຫ້ລົ້ມລົງ, ຍ້ອນແນວນັ້ນ, ບາງບ່ອນຈຶ່ງເອີ້ນດາບໃຫຍ່ວ່າ “ຈ້າມໝາດາວ” ຄືດາບຟັນມ້າ.

Ảnh đẹp - Báo Ảnh
ເຕັກນິກຟ້ອນດາບກັນບາດຄ້ອນຂອງຄູ່ຕໍ່ສູ້.
Ảnh đẹp - Báo Ảnh
ເຕັກນິກເຊື່ອງດາບຫຼອກຄູ່ຕໍ່ສູ້.
Ảnh đẹp - Báo Ảnh
ອາຈານມວຍ ເລແອັງຖາວ ພວມສະແດງໄມ້ມວຍດາບໃຫຍ່ທີ່ມີຊື່ສຽງຂອງຄ້າຍມວຍ ແບັກໂຫ.
Ảnh đẹp - Báo Ảnh
ຖອດດາບຄືນເປັນເຕັກນິກຍາກໃນທ່າຕີຂອງດາບໃຫຍ່.
kẢnh đẹp - Báo Ảnh
ທ່າຕີດາບໃຫຍ່ທີ່ມີພະລັງແຮງຂອງອາຈານມວຍ ເລແອັງຖາວ.
Ảnh đẹp - Báo Ảnh
ອາຈານມວຍ ເລແອັງຖາວ ແລະ ບັນດານັກມວຍຂອງຄ້າຍມວຍ ແບັກໂຫ ຢູ່ເຫວ້
 
ທ່າຕີພື້ນຖານຂອງດາບໃຫຍ່ສ່ວນຫຼາຍມີທ່າຄືຟັນ, ແທງ, ຜ່າ, ກວາດ, ປາດ, ປີ່ນ, ດຶງ, ສຽບ… ຕໍ່ກະຕິກາຂອງດາບໃຫຍ່, ຄົນແຕ່ກ່ອນມັກ ລວບລວມວ່າ: “ທ່າໄມ້ມວຍອອກງ່າຍກັບຍາກ (ຍ້ອນດາບໜັກຫຼາຍ ສະນັ້ນເວລາປ່ອຍງ່າຍແຕ່ເອົາຄືນມາຍາກ), ກຳພິກໄຫວໄດ້ຍາກ.ເພື່ອ ໃຫ້ຄ່ອງແຄ້ວ, ຜູ້ນຳໃຊ້ຕ້ອງໄດ້ຝຶກແອບກຳລັງແຂນ, ສຸມກຳລັງໃສ່ແຂນສອງເບື້ອງ. ເຮັດໄດ້ແນວນັ້ນຈຶ່ງສາມາດນຳໃຊ້ໄດ້ຢ່າງຄ່ອງແຄ້ວ ແລະ ຕາມໃຈ”.ຈາກນີ້ຈຶ່ງເຫັນໄດ້ວ່າ:ດາບໃຫຍ່ເປັນອາວຸດທີ່ນຳໃຊ້ບໍ່ງ່າຍ,ມັນຮຽກຮ້ອງໃຫ້ຜູ້ນຳໃຊ້ຕ້ອງແຂງແຮງ ແລະ ມີໄມ້ມວຍເກັ່ງທີ່ສຸດ. ແນວ ໃດກໍດີເມື່ອໄປເຫວ້ເມື່ອບໍ່ດົນນີ້, ຂ້າພະເຈົ້າໄດ້ມີໂອກາດເບ່ິງອາຈານມວຍຂັ້ນ 17/18 ເລແອັງຖາວ ຫົວໜ້າຄ້າຍມວຍພື້ນເມືອງ ແບັກໂຫ ໄດ້ສະແດງໄມ້ມວຍດາບໃຫຍ່. ອາຈານມວຍ ເລແອັງຖາວ ປັດຈຸບັນພວມປະຕິບັດໜ້າທີ່ຢູ່ຂະແໜງຕຳຫຼວດນະຄອນເຫວ້ ແລະ ລາວ ກໍເປັນລູກ ຊາຍຂອງອາຈານມວຍ ເລວັນຕວຽນ. ຈາກຄວາມຮູ້ຄວາມສາມາດອັນຄ່ອງແຄ້ວ, ອາຈານມວຍ ເລແອັງຖາວ ໄດ້ສະແດງໄມ້ມວຍດາບໃຫຍ່ ທີ່ມີຊື່ສຽງຂອງຄ້າຍມວຍ ແບັກໂຫ ໄດ້ຢ່າງສຳເລັດຜົນຈົບງາມ. ພາຍໃຕ້ແສງແດດຕອນທ່ຽງຂອງລະດູຮ້ອນ,ແຕ່ລະທ່າແຕ່ລະຈັງຫວະ ໄດ້ເຄື່ອນ ໄຫວໄປຢ່າງຄ່ອງແຄ້ວວ່ອງໄວ ສ້າງເປັນສຽງຕາມຄົມດາບເມ່ືອກະທົບສາຍລົມ. ທົ່ວຕົນໂຕຂອງນັກມວຍທີ່ໜຸ່ມແໜ້ນ ບວກກັບຄົມດາບດາບ ໃຫຍ່ກ້າວໄປເປັນຈັງຫວະ, ບຶດລະແທງລົງລຸ່ມ, ບຶດລະແທງຂຶ້ນເທິງ, ໄປໜ້າ, ໄປຫຼັງ. ແຕ່ລະຈັງຫວະ, ແຕ່ລະທ່າລ້ວນແຕ່ສະແດງໃຫ້ເຫັນ ພະລັງຂອງອາວຸດທີ່ພິເສດນີ້ ກໍຄືຄວາມຄ່ອງແຄ້ວຂອງຜູ້ທີ່ນຳໃຊ້ມັນ.
ຍິ່ງເບິ່ງກໍຍິ່ງເຫັນໄມ້ມວຍຫວຽດນາມເປັນປິດສະໜາ ແລະ ກວ້າງໃຫຍ່ຄືທະເລ, ຍາກທີ່ຈະສຶກສາໄດ້ໝົດ. ສະນັ້ນຈຶ່ງຮູ້ວ່າ ຢູ່ບົນດິນແດນຮູບໂຕ “S” ນີ້ ຢູ່ບ້ານໄມ້ມວຍພື້ນເມືອງຫວຽດນາມ, ແຕ່ລະໄມ້ມວຍລ້ວນແຕ່ມີທ່າເດັດສະເພາະຂອງໃຜມັນ.
ບົດ: ຖາຍຮວ່າ - ພາບ: ເຈິ່ນແທງຢາງ
 

Bài: Thái Hòa - Ảnh: Trần Thanh Giang

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ດິນແດນ ສິລະປະການຕໍ່ສູ້ ໄຕເຊີນ ເຖື້ອງດ້າວ

ໃນເບື້ອງຕົ້ນ, ໄຕເຊີນ ເຖື້ອງດ້າວ ແມ່ນດິນແດນ ທ່ີສາມອ້າຍນ້ອງລາຊະວົງ ໄຕເຊີນ ເລືອກເປັນບ່ອນເຕົ້າໂຮມ, ສ້າງກໍາລັງ, ຊູຄັນທຸງ ລຸກຂຶ້ນຕໍ່ສູ້. ສະນັ້ນ, ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ ຮັກສາຮ່ອງຮອຍ ກ່ຽວກັບກອງທັບ “ເສື້ອຜ້າ ທຸງແດງ” ຫຼາຍແຫ່ງເທົ່ານັ້ນ, ແຕ່ຍັງເປັນດິນແດນ ຂອງ ບັນດາ ວິຊາມວຍພື້ນເມືອງ ທີ່ມີຊື່ສຽງ, ພິເສດແມ່ນບັນດາ ວິຊາມວຍ ທີ່ກຳເນີດມາຈາກລາຊະວົງ ໄຕເຊີນ.

Top