• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍໂຈະການຊ້ອມຮົບ “ຜູ້ດູແລຫໍພະວິຫານ ອັງກໍ” ກັບອາເມລິກາ

ພາບ​ປະ​ກອ​ບ
            ວັ​ນ​ທີ 16/1, ກຳ​ປູ​ເຈຍ ໃຫ້​ຮູ້​ວ່າ ປະ​ເທດນີ້​ຫາກໍ່​ແຈ້ງ​​ການ​ໃຫ້ ອາ​ເມ​ລິ​ກາ ຮັບ​ຊາບກ່ຽວ​ກັບ​ການ​ໂຈະ​ການ​ຊ້ອມ​ຮົບ​ຮ່ວມ​ປະ​ຈ​ຳ​ປີ​ໃນ​ປີນີ້​ໄວ້, ເຖິງວ່າ​ແຜນ​ການ​ດຳ​ເນີນ​ການ​ຊ້ອມ​ຮົບ​ໄດ້​ເລີ່ມ​ດຳ​ເນີນ​ແລ້ວກໍ່​ຕາມ. ຕາມ​ໂຄ​ສົກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ, ນາຍ​ພົນ Chhum Socheath ແລ້ວ, ການ​ຊ້ອມ​ຮົບ “ຜູ້​​ດູ​ແລ​ພະ​ວິ​ຫານ ອັງ​ກໍ” ໄດ້​ຖືກ​ໂຈະ​ໄວ້​ຍ້ອນ​ບັນ​ດາ​ກຳ​ລັງ​ຂອງ​ປະ​ເທດນີ້ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ໄດ້​ຍ້ອນ 2 ​ເຫດ​​ການສ​ຳ​ຄັນ​ນັ້ນ​ແມ່ນ: ການ​ເລືອກ​ຕັ້ງ​ຂັ້ນ​ທ້ອງ​ຖິ່ນ ໃນ​ເດືອນ 6 ຈະ​ມາ​ເຖິງ ແລະ ບັັ້ນ​ຮົບ​ໄລ່​ຈັບ​ຕາມ​ລ່າ ພວກອາດ​ຊະ​ຍາ​ກອນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຢາ​ເສບ​ຕິດ​ທີ່​ແກ່​ຍາວ​ເປັນ​ເວ​ລາ 6 ເດືອນ. ໂຄ​ສົກ​ຂອງ​​ສະ​ຖານ​ທູ​ດ ອາ​ເມ​ລິ​ກາ Jay Raman ຮັບ​ຮູ້​ວ່າ ບັນ​ດາ​ການ​ຊ້ອມ​ຮົບ​ປີ 2017 ແລະ ປີ 2018 ໄດ້​ຖືກ​ໂຈະ​ໄວ້, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ດ້ານ​ການ​ທະ​ຫານ ແລະ ລາຍ​ການ​ຝຶກ​ອົບ​ຮົມ​ຈະ​ບໍ​່​ຖືກ​ຜົນ​ສະ​ທ້ອນ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top