• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ກາເຟ ເຕື້ອງ

ກາເຟເຕື້ອງແມ່ນຮ້ານກາ​ເຟທີ່ມີສຽງ​ໂດ່​ງດັງສຳລັບ “ຊາວນັກ ສະຖາປານິກ” ຢູ່ນະຄອນໄຊງ່ອນ  ​ໃນ​ເມື່ອ​ຖືກ​ອອກ​ແບບ ​ແລະ ສ້າງດ້ວຍວັດຖຸທີ່ງ່າຍດາຍ ແຕ່ກໍ່ຍັງສາມາດບັນຈຸ ​ແລະ ນໍາ​ເອົາ ຄວາມໝາຍຫຼາຍຢ່າງ ມາສູ່ຄົນລຸ້ນໜຸ່ມ…
ດ້ວຍແນວຄວາມຄິດປະດິດສ້າງຂອງຕົນ, ເຈົ້າຂອງຮ້ານກາເຟ ເຕື້ອງໄດ້ສ້າງໃຫ້ຮ້ານຂອງຕົນມີບັນຍາກາດເປັນເອກະລັກເໝືອນດັ່ງສະຖານທີ່ພັກຜ່ອນຢ່ອນກາຍແຫ່ງໜຶ່ງສໍາລັບແຂກພາຍຫຼັງອາທິດໜຶ່ງ ເຮັດວຽກຢ່າງເຄັ່ງຕຶງ. ດ້ວຍສານທີ່ສວຍງາມ ແລະ ນໍາໃຊ້ວັດຖຸທີ່ຜ່ານການໃຊ້ງານແລ້ວ ເພື່ອເປັນການປະຢັດ ໃຫ້ແກ່ຕົນເອງ ແລະ ກ່ໍເພື່ອຮັກສາ ສິ່ງແວດລ້ອມ, ຮ້ານກາ ເຟ ເຕື້ອງ ປາດຖະໜາສ້າງຄວາມປະທັບໃຈ, ດຶງດູດຄວາມສົນໃຈຂອງທຸກຄົນ ຈາກສິ່ງທີ່ເປັນທໍາມະດາສາມັນຊົນທີ່ສຸດ. ໂດຍຜ່ານສິ່ງດັ່ງກ່າວ, ເຕື້ອງຍັງສະແດງອອກໃຫ້ເຫັນເຖິງ ກະແສຄວາມນິຍົມຂອງການອອກແບບໃໝ່, ຄົ້ນຫາສິ່ງໃໝ່ໆທີ່ ເປັນປະໂຫຍດຈາກ ສິ່ງຂອງເຄື່ອງໃຊ້ທີ່ຄິດວ່າ ໄຮ້ຄຸນຄ່າແລ້ວ. ແບບວິ ທີການປະດັບປະດາຂອງຮ້ານ ກາເຟ ເຕື້ອງກ່ໍມີການປ່ຽນແປງເລື້ອຍໆ ຕາມແຕ່ລະຫົວຂໍ້, ຕາມຮູບກ້ອນພື້ນຖານຕ່າງໆຄື: ຮູບ 4 ສີ່ແຈ, ຮູບຈະຕຸລັດ, ຮູບວົງມົນ…

ໂດຍຊ່ອນຕົວຢູ່ໃນຮ່ອມນ້ອຍໆທີ່ສະຫງົບງຽບຂອງຖະໜົນ ແທ່ັງທ້າຍ, ເມືອງ 10 , ສິ່ງທີ່ແນມເຫັນທໍາອິດຂອງ ຮ້ານນີ້ ແມ່ນ ທາງໜ້າຮ້ານເຮັດດ້ວຍຮົ້ວໄມ້, ປ້າຍຊື່ຮ້ານເຮັດດ້ວຍເສັ້ນເຊືອກແບບລຽບງ່າຍແຕ່ປະທັບໃຈທີ່ສຸດ. ຈາກຈຸດທີ່ເປັນໜ້າປະທັບໃຈໃນເບື້ອງຕົ້ນນັ້ນມັນໄດ້ສ້າງໃຫ້ມີທໍາເລສະເພາະຕາມວິທີການ ສະເພາະຂອງເຕື້ອງ, ດັ່ງທີ່ເຈົ້າຂອງຮ້ານໄດ້ ເຜີຍອອກມາວ່າ, ສິ່ງຕ່າງໆທີ່ລຽບງ່າຍ, ເປັນທໍາມະດາສາມັນຊົນນີ້ ມັນງ່າຍໃນການເຕືອນສະຕິໃຫ້ພວກເຮົາຄິດເຖິງກັນ, ມີການເຄົາລົບ ຈິງໃຈຕໍ່ກັນໃນຊີວິດປະຈໍາວັນ. ນີ້ກໍ່ແມ່ນສິ່ງໜຶ່ງທີ່ຮ້ານກາເຟເຕື້ອງຕ້ອງການຢາກມອບແດ່ລູກຄ້າຂອງຕົນ.

ກາເຟເຕື້ອງຕັ້ງຢູ່ຖະໜົນແທ່ັງທ້າຍ(ເມືອງ 10, ນະຄອນໂຮ່ຈີມິນ) ແມ່ນຮ້ານກາເຟ ທີ່ມີບັນຍາກາດແຫ່ງການປະດິດຄິດສ້າງ
ອັນເປັນສະເພາະສຳລັບ “ຊາວ” ສະຖາປານິກ.



ຮ້ານກາເຟເຕື້ອງມີບັນຍາກາດອົບອຸ່ນ ປະກອບດ້ວຍຊັ້ນລ່າງ ແລະ ຊັ້ນເຄິ່ງກາງ. 


ຮ້ານກາເຟເຕື້ອງແມ່ນບ່ອນພົບປະສັງສັນຂອງ “ຊາວສະຖາປາ  ນິກ” ຢູ່ນະຄອນໄຊງ່ອນ.


ນັກສຶກສາມະຫາວິທະຍາໄລສະຖາປັດຕະຍະກຳພວມໝົກມຸ່ນ ກັບການປະດິດຄິດສ້າງທີ່ຮ້ານກາເຟເຕື້ອງ.


ດ້ວຍແນວຄວາມຄິດ ແລະ ປະດິດສ້າງຂອງຕົນ, ເຈົ້າຂອງຮ້ານ ກາເຟເຕື້ອງໄດ້ສ້າງ ໃຫ້ຮ້ານມີບັນຍາກາດອັນເປັນເອກະລັກ
ເໝືອນດັ່ງສະຖານທີ່ ພັກຜ່ອນຢ່ອນກາຍ ທີ່ຍອດຢ້ຽມ ຫຼັງທິດ ໜຶ່ງທີ່ເຮັດວຽກຢ່າງເຄັ່ງຕຶງໃຫ້ລູກຄ້າ.



ປ້າຍແນະນຳພາຍໃນຮ້ານ ກ່ໍສ້າງໃຫ້ມີຄວາມປະທັບໃຈ ສະເພາະ…


… ແລະ ສິ້ນສ່ວນປະກອບອື່ນໆລ້ວນແຕ່ມີຮູບແບບທີ່ສວຍງາມ, ນໍາໃຊ້ວັດຖຸທີ່ຜ່ານການໃຊ້ງານແລ້ວເ
ພື່ອປະຢັດໃຫ້ແກ່ຕົນເອງ ແລະ ຮັກສາສິ່ງແວດລ້ອມ.



ໂຄມໄຟທີ່ຖືກຕົບແຕ່ງເຂົ້າກັບສະພາບເປັນຢ່າງດີ  ແລະ ມີບັນຍາກາດອົບອຸ່ນພາຍໃນຮ້ານ.


ມູມວາງສະແດງເຄື່ອງດົນຕີກິຕາປະເພດຕ່າງໆ.


ຮູບພາບສັນຍະລັກທ້ອງຖິ່ນ ໄຕງວຽນ ໃນຮ້ານກາເຟເຕື້ອງ.


ເຄື່ອງສຽງ ທີ່ເກົ່າແກ່ແຕ່ສະໄໝກ່ອນທີ່ຮ້ານກາເຟເຕື້ອງ.


ມູນໜຶ່ງສໍາລັບວາງສະແດງເຄື່ອງໂທລະສັບປະເພດຕ່າງໆທີ່ຜ່ານການເວລາມາແລ້ວ.


ປະເພດກ້ອງຖ່າຍຮູບທີ່ເກົ່າແກ່ແຕ່ສະໄໝກ່ອນໄດ້ວາງສະ ແດງທີ່ຮ້ານກາເຟເຕື້ອງ.


ເຕົາລີດດວ້ຍຖ່ານໄຟສະໄໝກ່ອນ.
 
ໝາກນ້ຳເຕົ້າແຫ້ງຫລາຍໜ່ວຍແຂວນໂຕ່ງເຕ່ງຢ່ັງຢາຍຢູ່ເທິງຫົວໂດຍບໍ່ຕາມກົດເກນໃດໆ ກໍ່ຍິ່ງສືບຕໍ່ເຮັດໃຫ້ແຂກປະທັບໃຈຫລາຍເມື່ອກ້າວບາດຢ່າງເຂົ້າໃນຮ້ານ. ພາຍໃນຮ້ານ, ຕໍ່ໜ້າແຂກເວລານີ້ແມ່ນການຈັດວາງ ສັບຊ້ອນຢ່າງເໝາະສົມໂຕະຕັ່ງໄມ້ທີ່ເກົ່າແກ່, ທີ່ໃດໜຶ່ງມີຍອຍໃບໄມ້ແຫ້ງເຫລືອງຢ່ອນລົງມາ… ຢູ່ພາຍໃນຮ້ານທີ່ແສນອົບອຸ່ນ ປະກອບມີຊັ້ນລຸ່ມ ແລະ ຊັ້ນເຄິ່ງກາງ ເຈົ້າຂອງຮ້ານໄດ້ນໍາໃຊ້ ໜັງສືພິມເກົ່າເພື່ອປະດັບປະດາຝາ ຫ້ອງ ຫຼື ໃຊ້ກະແຕະໄມ້ເພື່ອຂັ້ນຫ້ອງເປັນແຕ່ລະລອກ; ລົດຖີບ ເກົ່າ, ໂຖດອກໄມ້, ຮູບປັ້ນຕ່າງໆທີ່ເຕັມໄປດ້ວຍຮ່ອງຮອຍຂອງ ການເວລາ ກໍ່ຖືກ ນຳມາຕົບແຕ່ງພາຍໃນຮ້ານ. ສະເພາະເທິງເພດານ ກໍ່ຍັງສົ່ງແສງສະຫວ່າງລົງມາດ້ວຍມັງຊົງຊຶ່ງເປັນໂຄມໄຟທີ່ເຄີຍໃຊ້ແຕ່ສະໄໝກ່ອນພຸ້ນ… ທັງໝົດສິ່ງເຫລົ່ານີ້ຍິ່ງເຮັດໃຫ້ບັນຍາກາດງຽບສະຫງົບ ແລະ ຄິດເຖິງອະດີດຕະການ, ພາໃຫ້ແຂກງ່າຍຕໍ່ການເປັນສ່ວນຕົວຫລາຍຂຶ້ນ. ນອກນັ້ນ, ເຕື້ອງ  ຍັງມີຕູ້ແກ້ວໜ່ວຍໜຶ່ງໄດ້ວາງສະແດງກ້ອງຖ່າຍຮູບປະເພດ ຕ່າງໆ ທີ່ເຈົ້າຂອງຮ້ານສະສົມມາໄດ້; ຈັກດີດພິມເກົ່າແກ່ແຕ່ສະໄໝກ່ອນ; ພາບແຕ້ມໂດຍນັກສຶກສາວິຈິດສິນແຕ້ມແຕ່ງໃນຂະ ນະທີ່ເຂົາເຈົ້ານັ່ງກິນກາເຟ ຢູ່ຮ້ານ ພ້ອມດ້ວຍປຶ້ມສໍ, ຮູບແຕ້ມ ອອກແບບສະຖາປັດຕະຍະກຳທີ່ລູກຄ້າ ສາມາດສຶກສາທາບ ທາມກັບທີ່…

ເກືອບວ່າທັງໝົດລູກຄ້າໄວໜຸ່ມທີ່ມາຮ້ານແຫ່ງນີ້ ລ້ວນແຕ່ຈະແນມເຫັນຂັ້ນໄດໄມ້ ທີ່ກ່າຍຂຶ້ນຫ້ອງຊັ້ນເຄິ່ງກາງຂອງຮ້ານທີ່ມີປ່ອງຢ້ຽມ ສາມາດແນມລົງມາຫາຊັ້ນລຸ່ມ ຊຶ່ງເປັນຈຸດເນັ້ນຂອງພາຍໃນຮ້ານແຫ່ງນີ້. ສິ່ງດັ່ງກ່າວຊ່ວຍເຮັດໃຫ້ການເປັນສ່ວນຕົວຂອງລູກຄ້າບໍ່ຖືກປ່ຽວພອຍ. ຄຽງຄູ່ກັນນັ້ັ້ນ, ເຕື້ອງຍັງເຮັດໃຫ້ຄົນຮູ້ຈັກ ຍ້ອນມີສັນຍາລັກພິເສດຈາກ Paint wall ຫລື ຝາຜະໜັງ ຈົ່ງໄວ້ ເພື່ອໃຫ້ລູກຄ້າໄດ້ສະແດງບຸກຄະລິກສ່ວນຕົວອອກຢ່າງເສລີ ແລະ ແຕ້ມແຕ່ງລົງຕາມໃຈມັກ. ນັ້ນອາດຈະເປັນຄຳອວຍ ພອນວັນເກີດ, ພາບແຕ້ມໄວ້ເປັນອະນຸສອນ, ສັນຍະລັກໃດໜຶ່ງ ຫຼື ຄຳຂວັນຂອງກຸ່ມຄົນ, ແບ່ງປັນປະສົບການຊີວິດ, ຮູບແຕ້ມ ບັນທຶກຄວາມຮູ້ສຶກເກີດຂຶ້ນໃນຊົ່ວພິບຕາ ແລະ ອື່ນໆ. ແນ່ນອນ, ເຕື້ອງຈະຕ້ອງກຽມພ້ອມຢ່າງຄົບຖ້ວນ ຝອຍແຕ້ມ ແລະ ສີປະເພດຕ່າງໆ ຕາມຄວາມນິຍົມໃຊ້ຂອງລູກຄ້າຕົນ.

ສຳລັບລູກຄ້າສ່ວນຫຼາຍ, ນອກຈາກຈຸດປະສົງ ຢາກມີມູມໜຶ່ງທີ່ ງຽບໆ ເພື່ອພັກຜ່ອນຢ່ອນກາຍແລ້ວ, ຮ້ານກາເຟເຕື້ອງຍັງ ຊ່ວຍ ໃຫ້ເຂົາເຈົ້າສາມາດຄົ້ນຫາ, ສຳຜັດກັບບັນຍາກາດ ແຫ່ງການປະ ດິດຄິດສ້າງທີ່ໄດ້ຈັດສັນຢ່າງເປັນເອກະລັກ, ປະທັບໃຈ. ທຸກວັນ ສຸກຂອງແຕ່ລະທິດ, ຮ້ານກາເຟເຕື້ອງເປັນຈຸດນັດໝາຍຂອງ ການພົບປະສົນທະນາກັນ ສະເພາະຫົວຂໍ້ກ່ຽວກັບສະຖາປັດຕະ ຍະກຳ ແນໃສ່ສ້າງບັນຍາກາດແລກປ່ຽນຄໍາຄິດເຫັນຢ່າງສະໜິດ ສະໜົມລະຫວ່າງນັກສຶກສາ ແລະ ບັນດານັກສະຖາປານິກ ຫຼື ບໍລິສັດສະຖາປັດຕະຍະກຳ; ຫລືບາງຄໍ່າຄືນກໍ່ມີການເສບສະແດງດົນຕີສົດໆພາຍໃຕ້ຫົວຂໍ້ຕ່າງໆທີ່ເຫັນວ່າເໝາະສົມກັບຄວາມນິຍົມຂອງໄວໜຸ່ມ.
 
ບົດ: ຫງວຽນຫວູ້ແທ່ັງດາດ - ພາບ: ເລມິນ

bichlien

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top