• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້ລົມສົນທະນາເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງຫວຽດນາມ-ສະຫະພັນລັດເຊຍ


(ທ່ານ​ນາ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ 
ທ່ານ​​ນາງປະ​ທານ​ສະ​ພາ​ສູງ​ສະ​ຫະ​ພັນ​ລັດ​ເຊຍ Valentina Matvienco)
      ​​​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊ​ີນ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ, ຕອນ​ເຊົ້າ​ວັນ​ທີ 22/02, ຢູ່​ສຳ​ນັກງານສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນການ “​ໂອ້​ລົມ​ສົນ​ທະ​ນາ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊ​ຍ”, ລະ​ຫວ່າງ​ທ່ານ​ນາ​ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ທ່ານ​​ນາງປະ​ທານ​ສະ​ພາ​ສູງ​ສະ​ຫະ​ພັນ​ລັດ​ເຊຍ Valentina Matvienco ແລະ ຜູ້​ແທນ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຂອງ 2 ປະ​ເທດ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ, ການ​ໂອ້​ລົມ​ສົນ​ທະ​ນານີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ເປັນ​ຂີດ​ໝາຍບາດ​ກ້າ​ວ​ພັດ​ທະ​ນາ​ໃໝ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ຫວຽດ​ນາມ - ລັດ​ເຊຍ, ​ວາງອອກ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ​ກວ່າ​ອີກ.
        “ໝາກ​ຜົນ​ການ​ໂອ​້​ລົ​ມ​ສົນ​ທະ​ນາ​ຈະ​ໄດ້​ສົ່ງ​ເຖິງ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ແຕ່​ລະ​ປະ​ເທດ​ເພື່ອ​ຄົ້ນ​ຄວ້າ, ແກ້​ໄຂ ​ແນ​ໃສ່ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງ​ໆ​ຂອງ 2 ປະ​ເທດຟົດ​ຟື້ນ ແລະ ໝັ້​ນ​ຄົງ​ກວ່າ. ສ່ວນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​​ວ່າຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສ້າງ​ເງື່ອນ​ໄຂ ແລະ ສ້າງສະ​ພາບ​ແວດ​ລ້ອມ​ດ້ານ​ກົດ​ໝາຍ​ສະ​ດວກ​ທີ່​ສຸດ, ສ​ະ​ໜັບ​ສະ​ໜູນ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່​ນ​ຕ່າງໆ, ອົງ​ການ​ຈັດ​ຕ​ັ້ງ, ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.”
        ສ່ວນ​ທ່ານ​ນາງປະ​ທານ​ສະ​ພາ​ສູງ​ສະ​ຫະ​ພັນ​ລັດ​ເຊຍ Valentina Matvienco ໄດ້​ຕີ​ລາ​ຄາ​ສ​ູງ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ​ໂຕະ​ມົນ​ດັ່ງ​ກ່າວ ແລະ ເນັ້​ນ​ໜັກ​ວ່າ, ຫວຽດ​ນາມ ຈະ​ແມ່​ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ລັດ​ເຊຍ ຫຼາຍ​ຄົນ. ທ່ານ​ນາງ​ປາດ​ຖະ​ໜາ​ວ່າ, ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ຈະ​ຮ່ວມ​ມື​​ກັນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ແໜງ​ທ່ອ​ງ​ທ່ຽວ​ຢູ່​ຫວຽດ​ນາມ, ສ້າງ​ບັນ​ດາ​ກຸ່ມ​ອຸດ​ສາ​ຫະ​ກຳ​ເ​ບົາ, ບັນ​ດາ​ເຂດ​ເສດ​ຖະ​ກິດ​ກະ​ສິ​ກຳ​ຢູ່​ສະ​ຫະ​ພັນ​ລັດ​ເຊຍ…
(ແຫຼ່ງຄັດຈາກ VOV)
                                                                                            

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top